[1] ບັດນີ້ ການລົງໂທດຈຶ່ງບໍ່ມີແກ່ຄົນທັງຫລາຍ ທີ່ຢູ່ໃນພຣະເຢຊູ^ຄຣິດເຈົ້າ.
[2] ເພາະວ່າກົດຂອງ^ພຣະວິນຍານທີ່ນຳພວກເຮົາໃຫ້ມີຊີວິດໃນພຣະເຢຊູ^ຄຣິດເຈົ້ານັ້ນໄດ້ເຮັດໃຫ້ເຮົາ ເປັນອິດສະຫລະຈາກກົດຂອງ^ຄວາມ^ບາບແລະຄວາມ^ຕາຍ.
[3] ດ້ວຍວ່າ, ສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເພາະເນື້ອກາຍ ເຮັດໃຫ້ອ່ອນກຳລັງເສຍ ພຣະເຈົ້າກໍໄດ້ຊົງເຮັດແລ້ວ ໂດຍໄດ້ຊົງໃຊ້ພຣະບຸດຂອງ^ພຣະອົງມາໃນສະພາບເໝືອນເນື້ອກາຍທີ່ຜິດບາບ ແລະເພື່ອຊົງໄຖ່ຄວາມ^ຜິດບາບ ພຣະອົງຈຶ່ງໄດ້ຊົງລົງໂທດຄວາມ^ບາບໃນເນື້ອກາຍ ນັ້ນ.
[4] ພຣະເຈົ້າໄດ້ເຮັດຢ່າງນີ້ ເພື່ອໃຫ້ຂໍ້ຄຳສັ່ງອັນຍຸດຕິທຳຂອງ^ກົດບັນຍັດນັ້ນສຳເລັດຢ່າງບໍຣິບູນໃນພວກເຮົາ ຜູ້ທີ່ບໍ່ດຳເນີນຕາມເນື້ອໜັງ ແຕ່ຕາມພຣະວິນຍານ.
[5] ຄົນທີ່ດຳເນີນຊີວິດຝ່າຍເນື້ອໜັງ ກໍໃສ່ໃຈໃນສິ່ງທີ່ເປັນຝ່າຍເນື້ອໜັງ ຄົນທີ່ດຳເນີນຊີວິດຕາມພຣະວິນຍານ ກໍໃສ່ໃຈໃນສິ່ງທີ່ເປັນຝ່າຍພຣະວິນຍານ.
[6] ດ້ວຍວ່າ, ການເອົາໃຈໃສ່ຢູ່ກັບຝ່າຍເນື້ອໜັງ ກໍຄືຄວາມ^ຕາຍ ແລະການໃສ່ໃຈກັບຝ່າຍວິນຍານນັ້ນ ກໍຄືຊີວິດແລະສັນຕິສຸກ.
[7] ເຫດວ່າ, ການທີ່ເອົາໃຈໃສ່ຝ່າຍເນື້ອໜັງ ນັ້ນ ກໍເປັນສັດຕູຕໍ່ພຣະເຈົ້າ ເພາະບໍ່ຍອມຢູ່ໃຕ້ກົດບັນຍັດຂອງ^ພຣະເຈົ້າ, ແທ້ຈິງແລ້ວຈະຢູ່ໃຕ້ກົດບັນຍັດຂອງ^ພຣະເຈົ້ານັ້ນກໍບໍ່ໄດ້
[8] ແລະຄົນທັງຫລາຍທີ່ຢູ່ຝ່າຍເນື້ອໜັງ ຈະເປັນທີ່ພໍພຣະໄທຂອງ^ພຣະເຈົ້າກໍບໍ່ໄດ້.
[9] ແຕ່ຖ້າແມ່ນພຣະວິນຍານຂອງ^ພຣະເຈົ້າ ຊົງສະຖິດຢູ່ໃນເຈົ້າ^ທັງຫລາຍຢ່າງແທ້ຈິງແລ້ວ ພວກເຈົ້າກໍບໍ່ຢູ່ຝ່າຍເນື້ອໜັງ ແຕ່ຢູ່ຝ່າຍພຣະວິນຍານ ແລະຖ້າຜູ້ໃດບໍ່ມີພຣະວິນຍານຂອງ^ພຣະຄຣິດແລ້ວ ຜູ້ນັ້ນກໍບໍ່ເປັນຂອງ^ພຣະອົງ.
[10] ແຕ່ຖ້າພຣະຄຣິດຊົງຢູ່ໃນເຈົ້າ^ທັງຫລາຍແລ້ວ, ເຖິງແມ່ນວ່າເນື້ອຕົວຂອງ^ພວກເຈົ້າຕາຍແລ້ວ ເພາະຄວາມ^ຜິດບາບ ແຕ່ວິນຍານຈິດຂອງ^ພວກເຈົ້າ ກໍມີຊີວິດຢູ່ເພາະຄວາມ^ຊອບທຳ.
[11] ຖ້າພຣະວິນຍານຂອງ^ພຣະອົງ ຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າຊົງຄືນພຣະຊົນນັ້ນ ຊົງສະຖິດຢູ່ໃນພວກເຈົ້າ ພຣະອົງຜູ້ຊົງບັນດານໃຫ້ພຣະຄຣິດຊົງຄືນພຣະຊົນແລ້ວນັ້ນ ກໍຈະຊົງບັນດານໃຫ້ກາຍທີ່ຕ້ອງຕາຍຂອງ^ພວກເຈົ້າຄືນມີຊີວິດໃໝ່ ດ້ວຍຣິດແຫ່ງພຣະວິນຍານຂອງ^ພຣະອົງ ທີ່ຊົງສະຖິດຢູ່ໃນພວກເຈົ້າ.
[12] ດ້ວຍເຫດນັ້ນ ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ພວກເຮົາໄດ້ເປັນໜີ້, ແຕ່ບໍ່ແມ່ນເປັນໜີ້ໃນທາງເນື້ອກາຍ ຊຶ່ງຈະດຳເນີນຊີວິດຕາມຢ່າງເນື້ອໜັງນັ້ນ.
[13] ເພາະຖ້າເຈົ້າ^ທັງຫລາຍດຳເນີນຊີວິດຕາມຢ່າງເນື້ອໜັງແລ້ວ ພວກເຈົ້າກໍຄົງຈະຕາຍ, ແຕ່ຖ້າໂດຍຝ່າຍພຣະວິນຍານ ພວກເຈົ້າໄດ້ທຳລາຍການຂອງ^ຝ່າຍເນື້ອໜັງນັ້ນເສຍ ເຈົ້າກໍຄົງຈະມີຊີວິດຢູ່.
[14] ເພາະພຣະວິນຍານຂອງ^ພຣະເຈົ້າຊົງນຳພາຜູ້ໃດ ຜູ້ນັ້ນແຫລະເປັນບຸດຂອງ^ພຣະເຈົ້າ.
[15] ດ້ວຍວ່າ, ພຣະວິນຍານທີ່ພຣະເຈົ້າໄດ້ໂຜດໃຫ້ພວກເຈົ້ານັ້ນ ຈະບໍ່ເຮັດໃຫ້ພວກເຈົ້າເປັນທາດ ຊຶ່ງກໍ່ໃຫ້ເກີດຄວາມ^ຢ້ານກົວ, ແຕ່ພຣະວິນຍານເຮັດໃຫ້ພວກເຈົ້າເປັນລູກຂອງ^ພຣະເຈົ້າ ໂດຍຣິດອຳນາດແຫ່ງພຣະວິນຍານບໍຣິສຸດເຈົ້ານັ້ນ ພວກເຮົາຈຶ່ງເອີ້ນພຣະເຈົ້າວ່າ, ‘ອັບບາ’ ຄືພຣະບິດາເຈົ້າ.
[16] ພຣະວິນຍານຂອງ^ພຣະເຈົ້າຮ່ວມເປັນພະຍານກັບວິນຍານຂອງ^ພວກເຮົາປະກາດວ່າ ພວກເຮົາເປັນລູກຂອງ^ພຣະເຈົ້າ.
[17] ແລະຖ້າເຮົາທັງຫລາຍເປັນບຸດແລ້ວ ເຮົາກໍເປັນຜູ້ຮັບມໍຣະດົກດ້ວຍ ຄືເປັນຜູ້ຮັບມໍຣະດົກຈາກພຣະເຈົ້າ ແລະເປັນຜູ້ຮ່ວມຮັບມໍຣະດົກກັບພຣະຄຣິດ ຖ້າແມ່ນເຮົາທັງຫລາຍໄດ້ທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ ພວກເຮົາກໍຈະໄດ້ຮັບສະຫງ່າຣາສີກັບພຣະອົງເໝືອນກັນ.
[18] ເຮົາເຫັນວ່າຄວາມ^ທຸກລຳບາກຂອງ^ພວກເຮົາໃນເວລາປະຈຸບັນນີ້ ບໍ່ອາດທຽບໃສ່ກັບສະຫງ່າຣາສີ ທີ່ຈະຖືກເປີດເຜີຍແກ່ພວກເຮົາໃນພາຍໜ້າໄດ້.
[19] ດ້ວຍວ່າ, ສັບພະສິ່ງທີ່ຊົງສ້າງແລ້ວ ມີຄວາມ^ພຽນຄອຍຖ້າປາຖະໜາໃຫ້ບຸດທັງຫລາຍຂອງ^ພຣະເຈົ້າປາກົດ.
[20] ເພາະວ່າສັບພະສິ່ງເຫລົ່ານັ້ນ ໄດ້ຕົກຢູ່ໃຕ້ອຳນາດຂອງ^ອະນິຈັງ ບໍ່ແມ່ນຕາມໃຈມັກຂອງ^ມັນເອງ, ແຕ່ແມ່ນຕາມທີ່ພຣະເຈົ້າໃຫ້ມັນຕົກຢູ່ນັ້ນ, ໂດຍມີຄວາມ^ຫວັງໃຈວ່າ
[21] ໃນມື້ໜຶ່ງ ສັບພະສິ່ງທີ່ຊົງສ້າງນັ້ນ ຈະຖືກປົດປ່ອຍໃຫ້ເປັນອິດສະຫລະຈາກອຳນາດຂອງ^ຄວາມ^ເສື່ອມສູນ ແລະຈະໄດ້ມີສ່ວນໃນອິດສະຫລະພາບອັນຮຸ່ງເຮືອງແຫ່ງບັນດາລູກຂອງ^ພຣະເຈົ້າ.
[22] ເພາະພວກເຮົາຮູ້ຢູ່ວ່າ ທຸກສິ່ງທີ່ພຣະອົງໄດ້ເນຣະມິດສ້າງນັ້ນ ກໍໂອ່ຍຄາງດ້ວຍຄວາມ^ເຈັບປວດຈົນເທົ່າທຸກ^ວັນນີ້.
[23] ແລະບໍ່ພຽງແຕ່ການເນຣະມິດສ້າງເທົ່ານັ້ນທີ່ໂອ່ຍຄາງ, ແຕ່ພວກເຮົາຜູ້ທີ່ໄດ້ຮັບພຣະວິນຍານເປັນຜົນທຳອິດ ຕົວເຮົາເອງກໍເໝືອນກັນຍັງໂອ່ຍຄາງຄອງຄອຍຖ້າໃນການທີ່ພຣະເຈົ້າຊົງຮັບເປັນບຸດ ຄືທີ່ຈະຊົງໃຫ້ເນື້ອກາຍຂອງ^ພວກເຮົາພົ້ນຈາກຕາຍ.
[24] ເຫດວ່າ ເຮົາທັງຫລາຍໄດ້ພົ້ນນັ້ນ ກໍເພາະດ້ວຍຄວາມຫວັງນີ້, ແຕ່ຄວາມຫວັງໃນສິ່ງທີ່ຕາເຫັນຢູ່ ສິ່ງນັ້ນກໍບໍ່ເປັນຄວາມຫວັງອັນແທ້ຈິງ. ດ້ວຍວ່າ, ຜູ້ໃດແດ່ຍັງຈະຫວັງໃນສິ່ງທີ່ຕົນເຫັນຢູ່ແລ້ວ.
[25] ແຕ່ຖ້າພວກເຮົາຫວັງໃນສິ່ງທີ່ພວກເຮົາບໍ່ເຫັນ ພວກເຮົາກໍຄອງຄອຍຖ້າສິ່ງນັ້ນດ້ວຍໃຈອົດທົນ.
[26] ທຳນອງດຽວກັນນັ້ນແຫລະ ພຣະວິນຍານກໍຊ່ວຍຊູເມື່ອພວກເຮົາອ່ອນກຳລັງ, ເພາະພວກເຮົາບໍ່ຮູ້ວ່າ ພວກເຮົາຄວນຈະພາວັນນາ^ອະທິຖານຂໍຢ່າງໃດ, ແຕ່ອົງພຣະວິນຍານນັ້ນເອງ ວິງວອນຂໍກັບພຣະເຈົ້າແທນພວກເຮົາ ດ້ວຍຄຳໂອ່ຍຄາງທີ່ຫາຄຳອະທິບາຍບໍ່ໄດ້.
[27] ຝ່າຍພຣະເຈົ້າຜູ້ທີ່ສອດສ່ອງຮູ້ເຫັນຈິດໃຈຂອງ^ພວກເຮົາ ກໍຮູ້ຄວາມ^ນຶກຄິດຂອງ^ພຣະວິນຍານ, ເພາະພຣະວິນຍານຊົງວິງວອນຂໍກັບພຣະເຈົ້າ ສຳລັບໄພ່ພົນບໍຣິສຸດຂອງ^ພຣະອົງ ຕາມນໍ້າພຣະໄທພຣະອົງ.
[28] ພວກເຮົາຮູ້ແລ້ວວ່າ ພຣະເຈົ້າຊົງຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ ຄືຄົນທັງປວງທີ່ພຣະອົງໄດ້ຊົງເອີ້ນໄວ້ຕາມພຣະປະສົງຂອງ^ພຣະອົງ.
[29] ດ້ວຍວ່າ, ຄົນທັງຫລາຍທີ່ພຣະອົງໄດ້ຊົງສັງເກດຮູ້ລ່ວງໜ້າແລ້ວນັ້ນ ພຣະອົງກໍໄດ້ຊົງກຳນົດໄວ້ກ່ອນ ເພື່ອໃຫ້ເປັນຕາມແບບລັກສະນະແຫ່ງພຣະບຸດຂອງ^ພຣະອົງ ເພື່ອພຣະບຸດນັ້ນຈະໄດ້ເປັນບຸດກົກໃນທ່າມກາງພວກນ້ອງຫລາຍຄົນ.
[30] ແລະບັນດາຜູ້ທີ່ພຣະອົງໄດ້ຊົງກຳນົດລ່ວງໜ້າໄວ້ແລ້ວນັ້ນ ພຣະອົງກໍຊົງເອີ້ນມາດ້ວຍ ແລະພວກທີ່ພຣະອົງຊົງເອີ້ນມານັ້ນ ພຣະອົງກໍຊົງຖືວ່າເປັນຄົນຊອບທຳ ແລະພວກທີ່ພຣະອົງຊົງຖືວ່າເປັນຄົນຊອບທຳ ພຣະອົງກໍຊົງໂຜດໃຫ້ພວກເຂົາໄດ້ຮັບສະຫງ່າຣາສີຮ່ວມກັບພຣະອົງ.
[31] ຖ້າເປັນຢ່າງນັ້ນ ເຮົາທັງຫລາຍຈະວ່າຢ່າງໃດ? ຖ້າພຣະເຈົ້າຢູ່ຝ່າຍພວກເຮົາ ຜູ້ໃດຈະຕໍ່ສູ້ພວກເຮົາໄດ້?
[32] ພຣະອົງຜູ້ບໍ່ໄດ້ຊົງຫວງພຣະບຸດຂອງ^ພຣະອົງເອງ ແຕ່ໄດ້ຊົງປະທານພຣະບຸດນັ້ນ ໄວ້ເພື່ອປະໂຫຍດແກ່ເຮົາທັງຫລາຍ ຖ້າເປັນດັ່ງນັ້ນ ພຣະອົງຈະບໍ່ຊົງໂຜດປະທານສິ່ງສາລະພັດໃຫ້ພວກເຮົາດ້ວຍກັນກັບພຣະບຸດນັ້ນຫລື?
[33] ຜູ້ໃດຈະຟ້ອງຄົນທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ແລ້ວ? ພຣະເຈົ້າເອງໄດ້ປະກາດວ່າ ພວກເຂົາບໍ່ມີຄວາມຜິດ
[34] ຜູ້ໃດຈະເປັນຜູ້ລົງໂທດພວກເຂົາອີກ? ເພາະພຣະເຢຊູ^ຄຣິດເຈົ້າແມ່ນຜູ້ທີ່ໄດ້ຕາຍ ແລະຍິ່ງກວ່ານັ້ນອີກ ພຣະອົງໄດ້ເປັນຄືນມາຈາກຕາຍແລ້ວ ແລະນັ່ງຢູ່ກໍ້າຂວາພຣະຫັດຂອງ^ພຣະເຈົ້າ, ພຣະອົງນັ້ນແຫລະ ອະທິຖານວິງວອນຂໍເພື່ອພວກເຮົາ
[35] ຜູ້ໃດຈະແຍກພວກເຮົາຈາກຄວາມຮັກຂອງ^ພຣະຄຣິດໄດ້? ຄວາມ^ທຸກລຳບາກ ຫລືຄວາມ^ທໍລະມານຈິດໃຈ ຫລືການຂົ່ມເຫັງ ຫລືການອຶດຢາກ ຫລືການເປືອຍກາຍ ຫລືການອັນຕະລາຍ ຫລືການຖືກຄົມດາບ
[36] ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, ‘ເພາະເຫັນແກ່ພຣະອົງພວກຂ້ານ້ອຍ ຈຶ່ງຖືກຂ້າໝົດມື້ຈົນຄໍ່າ ແລະຖືວ່າເປັນດັ່ງໂຕແກະ ສຳລັບເອົາໄວ້ຂ້າ.’
[37] ແຕ່ໃນເຫດການທັງປວງເຫລົ່ານີ້ ພວກເຮົາກໍມີໄຊຊະນະຢ່າງເຫລືອລົ້ນ ໂດຍທາງພຣະອົງຜູ້ຊົງຮັກພວກເຮົາທັງຫລາຍນັ້ນ.
[38] ເພາະເຮົາເຊື່ອແນ່ວ່າ ບໍ່ມີສິ່ງໃດແຍກພວກເຮົາຈາກຄວາມຮັກຂອງ^ພຣະອົງໄດ້ ຄວາມ^ຕາຍຫລືຊີວິດກໍດີ, ເທວະດາຫລືຜູ້ປົກຄອງກໍດີ ຫລືບັນດາອຳນາດຢູ່ເທິງສະຫວັນຊັ້ນຟ້າກໍດີ ສິ່ງທີ່ມີຢູ່ໃນປະຈຸບັນຫລືສິ່ງທີ່ຈະມີມາໃນອະນາຄົດກໍດີ ຫລືຣິດເດດທັງຫລາຍ,
[39] ຄວາມ^ສູງຫລືຄວາມ^ເລິກກໍດີ ຫລືສິ່ງອື່ນໃດຊົງສ້າງແລ້ວນັ້ນກໍດີ ຈະບໍ່ສາມາດແຍກພວກເຮົາອອກຈາກຄວາມຮັກຂອງ^ພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູ^ຄຣິດເຈົ້າ ອົງ^ພຣະຜູ້^ເປັນເຈົ້າຂອງ^ພວກເຮົາ.