[1] ທຸກຄົນຕ້ອງຍອມຢູ່ໃຕ້ອຳນາດການປົກຄອງ ເພາະວ່າບໍ່ມີອຳນາດໃດ ທີ່ບໍ່ໄດ້ມາຈາກພຣະເຈົ້າ ແລະຜູ້ທີ່ມີອຳນາດນັ້ນ ກໍແມ່ນພຣະເຈົ້າເທົ່ານັ້ນທີ່ຊົງແຕ່ງຕັ້ງຂຶ້ນ.
[2] ເຫດສະນັ້ນ ຜູ້ໃດທີ່ຕໍ່ຕ້ານອຳນາດການປົກຄອງ ກໍຕໍ່ຕ້ານຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງຂຶ້ນ ແລະຜູ້ໃດທີ່ກະທຳເຊັ່ນນັ້ນ ຈະຖືກພິພາກສາລົງໂທດ.
[3] ດ້ວຍວ່າ, ພວກຜູ້ປົກຄອງນັ້ນ ບໍ່ເປັນໜ້າຢ້ານສຳລັບຄົນທີ່ເຮັດການດີ, ແຕ່ເປັນໜ້າຢ້ານສຳລັບຄົນທີ່ເຮັດການຊົ່ວ, ເຈົ້າບໍ່ຢາກຢ້ານຜູ້ມີສິດອຳນາດບໍ? ຖ້າດັ່ງນັ້ນ ໃຫ້ເຈົ້າເຮັດແຕ່ການດີ ແລະເຈົ້າກໍຈະໄດ້ຮັບຄຳຊົມເຊີຍຈາກເພິ່ນ.
[4] ເພາະຜູ້ປົກຄອງນັ້ນ ເປັນຜູ້ຮັບໃຊ້ຂອງ^ພຣະເຈົ້າ ເພື່ອໃຫ້ເກີດຜົນປະໂຫຍດສຳລັບເຈົ້າ, ແຕ່ຖ້າເຈົ້າເຮັດການຊົ່ວ ເຈົ້າຈົ່ງຢ້ານເພິ່ນ ເພາະຜູ້ປົກຄອງນັ້ນ ບໍ່ໄດ້ຖືດາບໄວ້ລ້າໆ, ແຕ່ເພິ່ນເປັນຜູ້ຮັບໃຊ້ຂອງ^ພຣະເຈົ້າ ເພື່ອດຳເນີນການຕັດສິນລົງໂທດແກ່ທຸກຄົນທີ່ເຮັດການຊົ່ວ.
[5] ດ້ວຍເຫດນີ້ ເຈົ້າຕ້ອງຍອມຢູ່ໃຕ້ອຳນາດການປົກຄອງ ບໍ່ພຽງແຕ່ເພາະເຫັນແກ່ຄວາມ^ຢ້ານການຕັດສິນລົງໂທດຂອງ^ພຣະເຈົ້າແຕ່ສິ່ງດຽວ ແຕ່ເພາະເຫັນແກ່ດ້ວຍໃຈສຳນຶກຜິດແລະຊອບດ້ວຍ.
[6] ຍ້ອນເຫດຜົນຢ່າງດຽວກັນນີ້ແຫລະ ພວກເຈົ້າຈົ່ງເສຍພາສີ ເພາະຜູ້ມີອຳນາດນັ້ນ ເປັນຜູ້ຮັບໃຊ້ຂອງ^ພຣະເຈົ້າ ເພິ່ນກຳລັງເຮັດໜ້າທີ່ນີ້ຢູ່.
[7] ຈົ່ງໃຫ້ແກ່ທຸກຄົນ ຕາມທີ່ພວກເຂົາຄວນໄດ້ຮັບ ສ່ວຍສາ^ອາກອນຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ພາສີຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ຄວາມ^ຢຳເກງຄວນມີແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ກຽດຕິຍົດຄວນໃຫ້ແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ.
[8] ຢ່າເປັນໜີ້ຜູ້ໃດ ເວັ້ນໄວ້ແຕ່ຄວາມຮັກທີ່ມີຕໍ່ກັນແລະກັນ, ເພາະຜູ້ທີ່ຮັກຄົນອື່ນ ກໍປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
[9] ຂໍ້ກົດບັນຍັດທີ່ວ່າ, “ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກ^ຊັບ, ຢ່າໂລບ,” ທັງຂໍ້ກົດບັນຍັດອື່ນໆ ກໍຮ່ວມຢູ່ໃນຂໍ້ດຽວກັນນີ້ຄື “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
[10] ຄວາມຮັກບໍ່ເຮັດອັນຕະລາຍຕໍ່ເພື່ອນບ້ານ. ສະນັ້ນ ຄວາມຮັກຈຶ່ງເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນ.
[11] ນອກນີ້ພວກເຈົ້າຮູ້ວ່າ, ບັດນີ້ເຖິງເວລາແລ້ວ ທີ່ພວກເຈົ້າຄວນຈະຕື່ນຈາກຫລັບ. ດ້ວຍວ່າ, ເວລາທີ່ພວກເຮົາຈະພົ້ນນັ້ນ ກໍໃກ້ກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດນັ້ນ.
[12] ກາງຄືນກໍລ່ວງໄປຫລາຍແລ້ວ ແລະກາງເວັນກໍໃກ້ເຂົ້າມາແລ້ວ, ໃຫ້ພວກເຮົາເລີກເຮັດການຝ່າຍຄວາມມືດ ແລະຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມ^ສະຫວ່າງ.
[13] ຈົ່ງໃຫ້ພວກເຮົາປະຕິບັດຕົວ ສົມກັບຄົນທີ່ດຳເນີນຊີວິດຢູ່ໃນຄວາມ^ສະຫວ່າງ ບໍ່ແມ່ນໃນການກິນລ້ຽງຢ່າງເຖິງໃຈ ຫລືການດື່ມເຫລົ້າເມົາຢາ ບໍ່ແມ່ນໃນການຜິດສິນທຳທາງເພດ ຫລືເຮັດເສື່ອມເສຍສິນທຳ ບໍ່ແມ່ນໃນການວິວາດຜິດຖຽງກັນ ຫລືອິດສາກັນ.
[14] ແຕ່ຈົ່ງປະດັບຕົວດ້ວຍອົງພຣະເຢຊູ^ຄຣິດເຈົ້າ ແລະຢ່າຈັດຫາອັນໃດເພື່ອສະໜອງຕັນຫາຂອງ^ເນື້ອກາຍ.