[1] ດ້ວຍເຫດນີ້, ພວກເຮົາຜູ້ທີ່ມີຄວາມເຊື່ອເຂັ້ມແຂງແລ້ວ ຄວນອົດທົນຕໍ່ຜູ້ທີ່ຍັງອ່ອນໃນຄວາມເຊື່ອ ເພື່ອແບກພາລະຂອງ^ພວກເຂົາ, ພວກເຮົາບໍ່ຄວນເຮັດຕາມຄວາມ^ພໍໃຈຂອງ^ຕົນເອງ.
[2] ແຕ່ພວກເຮົາທຸກຄົນຄວນເຮັດໃຫ້ເປັນທີ່ພໍໃຈຂອງ^ບັນດາພີ່ນ້ອງ ເພື່ອນຳປະໂຫຍດມາສູ່ພວກເຂົາ ແລະເພື່ອເສີມສ້າງພວກເຂົາຂຶ້ນໃນຄວາມເຊື່ອ.
[3] ດ້ວຍວ່າ, ພຣະຄຣິດບໍ່ໄດ້ເຮັດໃຫ້ເປັນທີ່ພໍໃຈພຣະອົງເອງ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຄຳໝິ່ນປະໝາດນິນທາພຣະອົງນັ້ນ ກໍໄດ້ຕົກໃສ່ຂ້ານ້ອຍ.”
[4] ທຸກສິ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີ ກໍມີໄວ້ເພື່ອສັ່ງສອນພວກເຮົາ ເພື່ອວ່າພວກເຮົາຈະມີຄວາມຫວັງດ້ວຍຄວາມ^ອົດທົນ ແລະມີຄວາມ^ຊູໃຈ ດ້ວຍພຣະຄຳພີທີ່ໄດ້ກ່າວໄວ້ນັ້ນ.
[5] ຂໍພຣະເຈົ້າແຫ່ງຄວາມ^ອົດທົນ ແລະຄວາມ^ຊູໃຈໂຜດເຮັດໃຫ້ພວກເຈົ້າເປັນນໍ້າໜຶ່ງ^ໃຈດຽວ^ກັນ ຕາມຢ່າງພຣະເຢຊູ^ຄຣິດເຈົ້າ,
[6] ເພື່ອວ່າພວກເຈົ້າທຸກຄົນຈະພ້ອມໃຈກັນສັນລະເສີນພຣະເຈົ້າ ຜູ້ຊົງເປັນພຣະບິດາເຈົ້າຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ.
[7] ເຫດສະນັ້ນ ຈົ່ງຕ້ອນຮັບຊຶ່ງກັນແລະກັນເໝືອນດັ່ງທີ່ພຣະຄຣິດໄດ້ຕ້ອນຮັບພວກເຈົ້າ ເພື່ອເປັນການຖວາຍກຽດຕິຍົດແກ່ພຣະເຈົ້າ.
[8] ດ້ວຍວ່າ, ເຮົາຂໍບອກພວກເຈົ້າວ່າ ພຣະຄຣິດໄດ້ເກີດເປັນຜູ້ຮັບໃຊ້ຊາວຢິວ ເພື່ອເຮັດໃຫ້ພຣະສັນຍາທີ່ມີໄວ້ກັບບັນພະບຸລຸດນັ້ນກາຍເປັນຈິງ ເພື່ອສະແດງຄວາມ^ສັດຊື່ຂອງ^ພຣະເຈົ້າ
[9] ແລະເພື່ອໃຫ້ຄົນຕ່າງຊາດໄດ້ສັນລະເສີນພຣະເຈົ້າ ເພາະຄວາມ^ເມດຕາຂອງ^ພຣະອົງ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເພາະດ້ວຍເຫດນີ້ ຂ້ານ້ອຍ ຈຶ່ງຈະສັນລະເສີນພຣະອົງ ໃນທ່າມກາງຄົນຕ່າງຊາດທັງຫລາຍ. ຂ້ານ້ອຍຈະຂັບຮ້ອງບົດເພງຍ້ອງຍໍ ສັນລະເສີນ ຖວາຍແກ່ພຣະນາມຂອງ^ພຣະອົງ.”
[10] ແລະຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, “ປະຊາຊາດທັງປວງ^ເອີຍ ຈົ່ງຊົມຊື່ນ^ຍິນດີດ້ວຍກັນ ກັບໄພ່ພົນຂອງ^ພຣະອົງ.”
[11] ແລະຍັງມີຄຳຂຽນໄວ້ອີກວ່າ, “ປະຊາຊາດທັງປວງ^ເອີຍ ຈົ່ງຍ້ອງຍໍ^ສັນລະເສີນອົງພຣະ^ຜູ້^ເປັນເຈົ້າ ຄົນທຸກຊາດທຸກພາສາ^ເອີຍ ຈົ່ງເຂົ້າມາ ແລະນະມັດສະການພຣະອົງເທີ້ນ.”
[12] ແລະເອຊາຢາກໍກ່າວອີກວ່າ, “ຈະມີໜໍ່ແນວອອກມາຈາກເຢຊີ ຄືຜູ້ຈະຊົງບັງເກີດມາ ຄຸ້ມຄອງປະຊາຊາດທັງຫລາຍ ປະຊາຊາດທັງຫລາຍ ຈະໄວ້ວາງໃຈໃນພຣະອົງ.”
[13] ຂໍພຣະເຈົ້າແຫ່ງຄວາມຫວັງ ໂຜດໃຫ້ພວກເຈົ້າເຕັມໄປດ້ວຍຄວາມ^ຊົມຊື່ນ^ຍິນດີ ແລະສັນຕິສຸກທຸກປະການ ໂດຍທາງຄວາມ^ເຊື່ອວາງໃຈໃນພຣະອົງ ເພື່ອວ່າຄວາມຫວັງຂອງ^ພວກເຈົ້າຈະໄດ້ຈະເລີນຂຶ້ນ ໂດຍຣິດອຳນາດຂອງ^ພຣະວິນຍານບໍຣິສຸດເຈົ້າ.
[14] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ເຮົາເອງແນ່ໃຈວ່າ, ພວກເຈົ້າເຕັມບໍຣິບູນໄປດ້ວຍຄຸນງາມ^ຄວາມດີ ແລະມີຄວາມຮູ້ທຸກຢ່າງ ແລະທັງສາມາດຈະເຕືອນສະຕິຊຶ່ງກັນແລະກັນໄດ້.
[15] ແຕ່ການທີ່ເຮົາກ້າຂຽນຈົດໝາຍມາຫາພວກເຈົ້ານີ້ ກໍເພື່ອຢາກເຕືອນຄວາມ^ຈື່ຈຳຂອງ^ພວກເຈົ້າ ດ້ວຍເຫດພຣະຄຸນທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຮົາ
[16] ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງ^ພຣະເຢຊູ^ຄຣິດເຈົ້າ ໄປຍັງຄົນຕ່າງຊາດ ແລະເຮັດໜ້າທີ່ປະໂຣຫິດປະກາດຂ່າວປະເສີດເລື່ອງພຣະເຈົ້າ ເພື່ອວ່າຄົນຕ່າງຊາດຈະເປັນເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທ ຄືຊຳລະໄວ້ແລ້ວ ດ້ວຍພຣະວິນຍານບໍຣິສຸດເຈົ້າ.
[17] ເຫດສະນັ້ນ ໃນພຣະເຢຊູ^ຄຣິດເຈົ້າ ເຮົາຈຶ່ງອວດອ້າງໄດ້ ເຖິງສິ່ງທີ່ເຮົາເຮັດໃນການຮັບໃຊ້ພຣະເຈົ້າ.
[18] ດ້ວຍວ່າ, ເຮົາບໍ່ອາດຈະອ້າງສິ່ງໃດ ນອກຈາກສິ່ງຊຶ່ງພຣະຄຣິດໄດ້ຊົງກະທຳ ໂດຍຊົງໃຊ້ເຮົາທາງຄຳສອນ ແລະກິດຈະການເພື່ອຈະໃຫ້ຄົນຕ່າງຊາດເຊື່ອຟັງ
[19] ຄືດ້ວຍຣິດອຳນາດແຫ່ງການອັດສະຈັນ ແລະໝາຍສຳຄັນຕ່າງໆ ແລະຣິດອຳນາດຂອງ^ພຣະວິນຍານຂອງ^ພຣະເຈົ້າ ຈົນເຮົາໄດ້ປະກາດຂ່າວປະເສີດເລື່ອງພຣະຄຣິດຢ່າງຄົບຖ້ວນ ຕັ້ງແຕ່ນະຄອນເຢຣູຊາເລັມ ອ້ອມໄປຮອດແຂວງອີລີຣິກົນ.
[20] ເຮົາຕັ້ງເປົ້າໝາຍໄວ້ວ່າ ເຮົາຈະປະກາດຂ່າວປະເສີດນີ້ເລື້ອຍໄປ ໃນບ່ອນທີ່ບໍ່ມີຜູ້ໃດເຄີຍອອກນາມຊື່ຂອງ^ພຣະຄຣິດ ເພື່ອວ່າເຮົາຈະບໍ່ໄດ້ກໍ່ຂຶ້ນເທິງຮາກຖານທີ່ຄົນອື່ນວາງໄວ້ກ່ອນແລ້ວ.
[21] ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຄົນທີ່ບໍ່ເຄີຍໄດ້ຮັບຄຳບອກກ່າວເຖິງເລື່ອງຂອງ^ພຣະອົງ ກໍຈະໄດ້ເຫັນ ແລະຄົນທີ່ບໍ່ເຄີຍໄດ້ຍິນນັ້ນ ກໍຈະໄດ້ເຂົ້າໃຈ.”
[22] ນີ້ແມ່ນເຫດທີ່ໄດ້ຂັດຂວາງເຮົາຕັ້ງຫລາຍເທື່ອ ເພື່ອບໍ່ໃຫ້ເຮົາມາຫາພວກເຈົ້າ.
[23] ແຕ່ດຽວນີ້ເຮົາໄດ້ສຳເລັດພາລະກິດຂອງເຮົາໃນເຂດເຫລົ່ານີ້ແລ້ວ ແລະເຮົາປາຖະໜາຫລາຍປີແລ້ວ ທີ່ຈະມາຫາພວກເຈົ້າ,
[24] ເຮົາຈຶ່ງຫວັງທີ່ຈະໄດ້ມາຢ້ຽມຢາມພວກເຈົ້າ ໃນຂະນະທີ່ເຮົາເດີນທາງໄປຍັງປະເທດສະເປນນັ້ນ ຫລັງຈາກຢູ່ຢ້ຽມຢາມຖາມຂ່າວພວກເຈົ້າຢ່າງສົດຊື່ນ^ເບີກບານໃຈຊົ່ວຄາວແລ້ວ ຢາກໃຫ້ພວກເຈົ້າຊ່ວຍສົ່ງເຮົາໃນການເດີນທາງຕໍ່ໄປ.
[25] ແຕ່ໃນຂະນະນີ້ ເຮົາກຳລັງໄປຍັງນະຄອນເຢຣູຊາເລັມ ເພື່ອຊ່ວຍສົງເຄາະພວກໄພ່ພົນຂອງ^ພຣະເຈົ້າຢູ່ທີ່ນັ້ນ.
[26] ດ້ວຍວ່າ, ພວກພີ່ນ້ອງໃນຄຣິສຕະຈັກແຂວງມາເກໂດເນຍ ແລະ ແຂວງອະຂາຢານັ້ນ ໄດ້ຕັ້ງໃຈຖວາຍຊັບ ຈັດຝາກໄປຊ່ວຍເຫລືອໄພ່ພົນຂອງ^ພຣະເຈົ້າ ທີ່ທຸກຍາກໃນນະຄອນເຢຣູຊາເລັມ.
[27] ພວກສິດເຫລົ່ານັ້ນ ກໍພໍໃຈທີ່ຈະເຮັດຢ່າງນັ້ນ ແລະທີ່ຈິງພວກເຂົາກໍເປັນໜີ້ພວກໄພ່ພົນເຫລົ່ານັ້ນດ້ວຍ ເພາະວ່າຖ້າພວກເຂົາໄດ້ຮັບຄົນຕ່າງຊາດເຂົ້າສ່ວນໃນການຝ່າຍວິນຍານຈິດ ກໍເປັນການສົມຄວນທີ່ພວກຕ່າງຊາດນັ້ນ ຈະໄດ້ຊ່ວຍອຸປະຖຳສິດເຫລົ່ານັ້ນ ດ້ວຍສິ່ງຂອງ^ຝ່າຍເນື້ອກາຍ.
[28] ເຫດສະນັ້ນ ເມື່ອເຮົາສຳເລັດການມອບຜົນທານນີ້ໃຫ້ແກ່ພວກເຂົາແລ້ວ ເຮົາກໍຈະໄປປະເທດສະເປນ ໂດຍຜ່ານເຂດທີ່ພວກເຈົ້າຢູ່ນັ້ນ.
[29] ເຮົາຮູ້ແນ່ວ່າ ເມື່ອເຮົາມາຫາພວກເຈົ້ານັ້ນ ເຮົາຈະມາພ້ອມດ້ວຍພຣະພອນອັນບໍຣິບູນຂອງ^ພຣະຄຣິດ.
[30] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ໂດຍເຫັນແກ່ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ແລະໂດຍເຫັນແກ່ຄວາມຮັກ ຊຶ່ງພຣະວິນຍານປະທານໃຫ້ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຮ່ວມກັບເຮົາພາວັນນາ^ອະທິຖານຕໍ່ພຣະເຈົ້າ ດ້ວຍໃຈຮ້ອນຮົນເພື່ອເຮົາດ້ວຍ.
[31] ຈົ່ງພາວັນນາ^ອະທິຖານ ເພື່ອໃຫ້ເຮົາພົ້ນຈາກຄົນທີ່ບໍ່ເຊື່ອໃນແຂວງຢູດາຍ ແລະເພື່ອການບົວລະບັດຮັບໃຊ້ຂອງເຮົາ ຢູ່ໃນນະຄອນເຢຣູຊາເລັມ ຈະເປັນທີ່ພໍໃຈໄພ່ພົນຂອງ^ພຣະເຈົ້າໃນທີ່ນັ້ນ.
[32] ເພື່ອເຮົາຈະໄດ້ມາຫາພວກເຈົ້າ ຕາມນໍ້າພຣະໄທຂອງ^ພຣະເຈົ້າດ້ວຍຄວາມ^ຊົມຊື່ນ^ຍິນດີຢ່າງເຕັມລົ້ນ ແລະດ້ວຍຄວາມ^ສົດຊື່ນ^ເບີກບານໃຈ ເມື່ອໄດ້ພົບພວກເຈົ້າ.
[33] ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ.