[1] ເຮົາຢູ່ໃນພຣະຄຣິດ ເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ເວົ້າຕົວະໃຈສຳນຶກຜິດແລະຊອບຂອງເຮົາ ກໍເປັນພະຍານຝ່າຍເຮົາດ້ວຍພຣະວິນຍານບໍຣິສຸດເຈົ້າ
[2] ວ່າ, ຈິດໃຈຂອງເຮົາເຕັມໄປດ້ວຍຄວາມ^ເສົ້າໂສກໜັກ ແລະມີຄວາມ^ເຈັບປວດໃນຫົວໃຈຢ່າງບໍ່ສິ້ນສຸດ
[3] ຖ້າເປັນປະໂຫຍດ ເຮົາປາຖະໜາຢາກໃຫ້ເຮົາເອງຖືກສາບແຊ່ງ ແລະຖືກຕັດຂາດຈາກພຣະຄຣິດ ເພາະເຫັນແກ່ພີ່ນ້ອງຂອງເຮົາ ຄືຍາດຕິພີ່ນ້ອງຂອງເຮົາຕາມເຊື້ອສາຍ.
[4] ພວກເຂົາເປັນຊົນຊາດອິດສະຣາເອນ ໄດ້ຮັບການຊົງໃຫ້ເປັນລູກຂອງ^ພຣະເຈົ້າ ໃຫ້ພວກເຂົາຮັບພຣະສະຫງ່າຣາສີ ຮັບບັນດາພັນທະສັນຍາ ກັບພວກເຂົາ ແລະມອບກົດບັນຍັດ, ພິທີນະມັດສະການ ແລະບັນດາຄຳສັນຍາໃຫ້ແກ່ພວກເຂົາ.
[5] ພວກເຂົາໄດ້ສືບເຊື້ອສາຍມາຈາກພວກບັນພະບຸລຸດຄົນສຳຄັນ ແລະພຣະຄຣິດກໍໄດ້ເກີດເປັນມະນຸດໃນເຊື້ອຊາດຂອງ^ພວກເຂົາ ຂໍໃຫ້ພຣະເຈົ້າຜູ້ປົກຄອງເໜືອສິ່ງສາລະພັດ ຈົ່ງໄດ້ຮັບຄຳຍ້ອງຍໍ^ສັນລະເສີນເປັນນິດເທີ້ນ ອາແມນ
[6] ແຕ່ບໍ່ແມ່ນພຣະຄຳຂອງ^ພຣະເຈົ້າໄດ້ຫລົ້ມເຫລວໄປ ເພາະວ່າເຂົາທັງຫລາຍທີ່ເກີດມາຈາກອິດສະຣາເອນນັ້ນ ກໍບໍ່ແມ່ນວ່າເປັນອິດສະຣາເອນແທ້ທຸກຄົນ.
[7] ແລະບໍ່ແມ່ນທຸກຄົນທີ່ເກີດຈາກເຊື້ອສາຍຂອງ^ອັບຣາຮາມ ເປັນເຊື້ອສາຍແທ້ຂອງ^ພຣະເຈົ້າ, ແຕ່ພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, “ແມ່ນໂດຍທາງອີຊາກ ທີ່ເຈົ້າຈະມີເຊື້ອສາຍຕາມທີ່ເຮົາໄດ້ສັນຍາ.”
[8] ນີ້ໝາຍຄວາມວ່າ ລູກທີ່ເກີດຕາມທຳມະຊາດ ບໍ່ເປັນລູກຂອງ^ພຣະເຈົ້າ, ແຕ່ແມ່ນລູກທີ່ເກີດຕາມພຣະສັນຍາຂອງ^ພຣະເຈົ້າ ຈຶ່ງຖືວ່າເປັນເຊື້ອສາຍແທ້.
[9] ເພາະພຣະເຈົ້າຊົງສັນຍາໄວ້ ດັ່ງນີ້ວ່າ, “ເມື່ອເຖິງເວລາກຳນົດ ເຮົາຈະກັບຄືນມາ ແລະນາງຊາຣາກໍຈະມີລູກຊາຍ.”
[10] ບໍ່ແມ່ນແຕ່ເທົ່ານັ້ນ, ດ້ວຍວ່າລູກຊາຍສອງຄົນໃນທ້ອງຂອງ^ນາງເຣເບກາ ກໍມີພໍ່ຄົນດຽວກັນ ຄືອີຊາກບັນພະບຸລຸດຂອງ^ພວກເຮົາ.
[11] ແລະ ເພື່ອພຣະປະສົງໃນການຊົງເລືອກຜູ້ໜຶ່ງໄວ້ນັ້ນຈະຕັ້ງໝັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນ ເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີ ຫລືຊົ່ວ,
[12] ເພື່ອການຊົງເລືອກນັ້ນ ບໍ່ໄດ້ເປັນໄປຕາມການປະຕິບັດ, ແຕ່ເປັນໄປຕາມທີ່ພຣະອົງຊົງເອີ້ນ.
[13] ຕາມທີ່ຄຳມີຂຽນໄວ້ໃນພຣະຄຳພີວ່າ, “ເຮົາໄດ້ຮັກຢາໂຄບ ແຕ່ເຮົາກຽດຊັງເອຊາວ.”
[14] ແລ້ວພວກເຮົາເດ ຈະວ່າພຣະເຈົ້າບໍ່ຍຸດຕິທຳຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ
[15] ເພາະພຣະອົງກ່າວແກ່ໂມເຊວ່າ ເຮົາຢາກຈະກະລຸນາຜູ້ໃດ ເຮົາກໍກະລຸນາຜູ້ນັ້ນ ເຮົາຢາກຈະເມດຕາຜູ້ໃດ ເຮົາກໍເມດຕາຜູ້ນັ້ນ.
[16] ເຫດສະນັ້ນ ຈຶ່ງຈະບໍ່ຂຶ້ນຢູ່ກັບຄວາມ^ຕັ້ງໃຈຂອງ^ຄົນເຮົາ ຫລືການກະທຳ, ແຕ່ຂຶ້ນຢູ່ກັບພຣະເມດຕາກະລຸນາຂອງ^ພຣະເຈົ້າເທົ່ານັ້ນ.
[17] ເພາະພຣະຄຳພີກ່າວແກ່ກະສັດແຫ່ງເອຢິບວ່າ, “ເຮົາໄດ້ແຕ່ງຕັ້ງເຈົ້າເປັນກະສັດ ເພື່ອໃຊ້ເຈົ້າໃຫ້ສະແດງຣິດອຳນາດຂອງເຮົາ ແລະເພື່ອນາມຂອງເຮົາຈະປະກາດແຜ່ອອກໄປທົ່ວໂລກ.”
[18] ດ້ວຍເຫດນັ້ນ ຖ້າພຣະເຈົ້າຊົງກະລຸນາຜູ້ໃດ ກໍຈະຊົງກະລຸນາແກ່ຜູ້ນັ້ນ ແລະພຣະອົງຢາກໃຫ້ຜູ້ໃດມີໃຈແຂງ^ກະດ້າງ ກໍຈະຊົງໃຫ້ຜູ້ນັ້ນມີໃຈແຂງ^ກະດ້າງ.
[19] ແລ້ວເຈົ້າຈະກ່າວຕໍ່ເຮົາວ່າ, “ຖ້າເປັນດັ່ງນັ້ນ ເປັນຫຍັງພຣະເຈົ້າຈຶ່ງຍັງຊົງຕິຕຽນຢູ່? ຜູ້ໃດຈະຂັດຂືນນໍ້າພຣະໄທຂອງ^ພຣະເຈົ້າໄດ້?”
[20] ແຕ່ມະນຸດ^ເອີຍ, ເຈົ້າເປັນຜູ້ໃດ ຈຶ່ງກ້າກ່າວໂຕ້ຕອບພຣະເຈົ້າໄດ້? ສິ່ງທີ່ຖືກປັ້ນຈະກ່າວແກ່ຜູ້ປັ້ນວ່າ, “ເປັນຫຍັງເຈົ້າຈຶ່ງປັ້ນຂ້ອຍມາແບບນີ້?”
[21] ຕາມທີ່ຈິງແລ້ວ ຊ່າງ^ປັ້ນໝໍ້ມີສິດໃຊ້ດິນໜຽວຈາກກ້ອນດຽວກັນມາປັ້ນເປັນເຄື່ອງໃຊ້ ອັນໜຶ່ງສຳລັບໃຊ້ໃນງານພິເສດ ແລະອີກອັນໜຶ່ງສຳລັບໃຊ້ໃນງານທຳມະດາ.
[22] ດັ່ງນັ້ນ ພຣະອົງຢາກສຳແດງຄວາມ^ໂກດຮ້າຍຂອງ^ພຣະອົງ ແລະເຮັດໃຫ້ຣິດເດດອຳນາດຂອງ^ພຣະອົງເປັນທີ່ປາກົດ, ພຣະອົງຈຶ່ງຊົງອົດກັ້ນໄວ້ດົນນານຕໍ່ພວກເຫລົ່ານັ້ນ ທີ່ເປັນພາຊະນະອັນສົມຄວນແກ່ຄວາມ^ໂກດຮ້າຍ ຄືຜູ້ທີ່ຈັດຕຽມໄວ້ສຳລັບຄວາມ^ຈິບຫາຍ.
[23] ແລະເພື່ອສຳແດງສະຫງ່າຣາສີອັນອຸດົມສົມບູນຂອງ^ພຣະອົງ ແກ່ບັນດາຜູ້ທີ່ເປັນພາຊະນະແຫ່ງຄວາມ^ເມດຕາ ຄືຄົນເຫລົ່ານັ້ນ ທີ່ພຣະອົງໄດ້ຈັດຕຽມໄວ້ກ່ອນ ເພື່ອຮັບສະຫງ່າຣາສີນັ້ນ.
[24] ລວມທັງພວກເຮົາທີ່ເປັນໄພ່ພົນ ທີ່ພຣະອົງຊົງເອີ້ນເອົານັ້ນ ບໍ່ແມ່ນຈາກຄົນຢິວເທົ່ານັ້ນ ແຕ່ຈາກຄົນຕ່າງຊາດດ້ວຍ.
[25] ດັ່ງທີ່ພຣະອົງໄດ້ກ່າວໄວ້ໃນພຣະທຳໂຮເສອາວ່າ, “ເຮົາຈະເອີ້ນເຂົາເຫລົ່ານັ້ນວ່າ ‘ເປັນພົນລະເມືອງຂອງເຮົາ.’ ຊຶ່ງເມື່ອກ່ອນບໍ່ໄດ້ເປັນ ພົນລະເມືອງຂອງເຮົາ ແລະເຮົາຈະເອີ້ນວ່າ, ‘ພວກທີ່ຮັກຂອງເຮົາ’ ຊຶ່ງເມື່ອກ່ອນບໍ່ໄດ້ເປັນທີ່ຮັກ.”
[26] ແລະ “ໃນບ່ອນທີ່ຊົງກ່າວວ່າ ‘ເຈົ້າ^ທັງຫລາຍບໍ່ແມ່ນ ພົນລະເມືອງຂອງເຮົາ’ ແລະໃນບ່ອນນັ້ນແຫລະ ພວກເຂົາຈະໄດ້ຊື່ວ່າ, ‘ເປັນລູກຂອງ^ພຣະເຈົ້າອົງຊົງຊີວິດຢູ່.’”
[27] ເອຊາຢາປະກາດກ່ຽວກັບຊາດອິດສະຣາເອນວ່າ, “ເຖິງແມ່ນລູກຂອງ^ຊາວອິດສະຣາເອນຈະມີຫລາຍດັ່ງເມັດຊາຍທີ່ແຄມທະເລ ແຕ່ມີໜ້ອຍຄົນຈະໄດ້ພົ້ນ,
[28] ດ້ວຍວ່າ, ອົງພຣະ^ຜູ້^ເປັນເຈົ້າຈະຊົງດຳເນີນການເທິງແຜ່ນດິນ^ໂລກ^ນີ້ ຕາມການຕັດສິນຂອງ^ພຣະອົງ ໂດຍໄວແລະຢ່າງຄົບຖ້ວນ.
[29] ຕາມທີ່ເອຊາຢາໄດ້ທຳນວາຍໄວ້ລ່ວງໜ້າວ່າ, “ຖ້າອົງພຣະ^ຜູ້^ເປັນເຈົ້າ ອົງຊົງ^ເປັນຈອມພົນ ບໍ່ໄດ້ຊົງໂຜດໃຫ້ພວກເຮົາມີເຊື້ອສາຍເຫລືອຢູ່ ພວກເຮົາກໍຕ້ອງໄດ້ກາຍເປັນດັ່ງເມືອງ^ໂຊໂດມ ແລະ ໂກໂມຣາ.”
[30] ຖ້າເປັນດັ່ງນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ຈະວ່າຄົນຕ່າງຊາດຜູ້ທີ່ບໍ່ດິ້ນລົນຫາຄວາມ^ຊອບທຳໃຫ້ຕົນເອງ ກໍຍັງເປັນຄົນຊອບທຳຕໍ່ໜ້າພຣະເຈົ້າ ຄືຄວາມ^ຊອບທຳໂດຍທາງຄວາມເຊື່ອ,
[31] ແຕ່ພວກອິດສະຣາເອນທີ່ໄດ້ດິ້ນລົນຫາຄວາມ^ຊອບທຳຕາມກົດບັນຍັດ ກໍບໍ່ໄດ້ບັນລຸເປົ້າໝາຍຂອງຕົນຕາມກົດບັນຍັດນັ້ນ.
[32] ເປັນເພາະເຫດໃດ? ເພາະຍ້ອນວ່າ ພວກເຂົາບໍ່ໄດ້ດິ້ນລົນດ້ວຍຄວາມເຊື່ອ, ແຕ່ໄດ້ຊອກຫາດ້ວຍການປະຕິບັດ. ດັ່ງນັ້ນແຫລະ ພວກເຂົາຈຶ່ງໄດ້ຕຳສະດຸດກ້ອນຫີນ ທີ່ໃຫ້ສະດຸດນັ້ນ
[33] ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ນີ້ແຫລະ ເຮົາໄດ້ວາງຫີນກ້ອນໜຶ່ງໄວ້ໃນເມືອງຊີໂອນ ເປັນຫີນກ້ອນທີ່ໃຫ້ຄົນຕຳສະດຸດ ຄືກ້ອນຫີນທີ່ໃຫ້ຄົນລົ້ມລົງ ແຕ່ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມ^ອັບອາຍຈັກເທື່ອ.”