[1] ຈົ່ງໃຫ້ຄວາມຮັກຢ່າງພີ່ນ້ອງ ມີຢູ່ຕໍ່ກັນສະເໝີໄປ.
[2] ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ຕົວ.
[3] ຈົ່ງລະນຶກເຖິງບັນດາຜູ້ທີ່ຖືກລ່າມໂສ້ ເໝືອນກັບວ່າພວກເຈົ້າກໍຖືກລ່າມໂສ້ເໝືອນກັບພວກເຂົາດ້ວຍ. ຈົ່ງລະນຶກເຖິງບັນດາຜູ້ທີ່ຖືກຂົ່ມເຫັງ ເພາະວ່າພວກເຈົ້າກໍມີຮ່າງກາຍເໝືອນກັນ.
[4] ຈົ່ງໃຫ້ການແຕ່ງງານຂອງ^ພວກເຈົ້າ ເປັນທີ່ຍົກຍ້ອງນັບຖືແກ່ທຸກຄົນ ແລະຈົ່ງໃຫ້ຄູ່ຜົວເມຍສັດຊື່ຕໍ່ກັນແລະກັນ. ພຣະເຈົ້າຈະຕັດສິນລົງໂທດຄົນເຮັດຜິດສິນທຳແລະຄົນຫລິ້ນຊູ້.
[5] ຈົ່ງໃຫ້ການດຳເນີນຊີວິດຂອງ^ພວກເຈົ້າ ເວັ້ນຈາກການຮັກເງິນ^ຮັກຄຳ. ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່ ເພາະພຣະເຈົ້າເອງຊົງກ່າວວ່າ, “ເຮົາຈະບໍ່ປະເຈົ້າ ຫລືຖິ້ມເຈົ້າເສຍຈັກເທື່ອ.”
[6] ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາມີໃຈກ້າ ແລະກ່າວວ່າ, “ອົງພຣະ^ຜູ້^ເປັນເຈົ້າ ເປັນພຣະຜູ້ຊ່ວຍຂອງ^ຂ້າພະເຈົ້າ ແລະ ຂ້າພະເຈົ້າຈະບໍ່ຢ້ານກົວ. ມີຜູ້ໃດແດ່ຈະເຮັດຫຍັງ ໃຫ້ຂ້າພະເຈົ້າໄດ້.”
[7] ຈົ່ງລະນຶກເຖິງພວກຜູ້ນຳຂອງ^ພວກເຈົ້າ ຄືຜູ້ທີ່ໄດ້ປະກາດພຣະທຳແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນສຸດທ້າຍແຫ່ງຊີວິດຂອງ^ພວກເພິ່ນ ແລະຈົ່ງປະຕິບັດຕາມແບບຢ່າງຄວາມເຊື່ອຂອງ^ພວກເພິ່ນ.
[8] ພຣະເຢຊູ^ຄຣິດເຈົ້າຊົງເປັນຢູ່ສະເໝີກັນ ທັງໃນເວລາວານນີ້ ວັນນີ້ ແລະສືບໆໄປເປັນນິດ.
[9] ຢ່າຍອມໃຫ້ຄຳສອນປອມໃດໆ ນຳພາພວກເຈົ້າໃຫ້ຫລົງຜິດໄປ. ເປັນການດີແທ້ທີ່ຈິດໃຈຂອງ^ພວກເຮົາໄດ້ຮັບການເຊີດຊູໃຫ້ເຂັ້ມແຂງດ້ວຍພຣະຄຸນຂອງ^ພຣະເຈົ້າ. ບໍ່ແມ່ນດ້ວຍອາຫານການກິນ ຊຶ່ງບໍ່ເປັນປະໂຫຍດແກ່ຄົນທີ່ປະຕິບັດຕາມ.
[10] ພວກເຮົາມີແທ່ນບູຊາແທ່ນໜຶ່ງ ຊຶ່ງຄົນຜູ້ປະຕິບັດໃນສຳນັກຜ້າເຕັນນັ້ນ ບໍ່ມີສິດທີ່ຈະຮັບປະທານຂອງ^ຈາກແທ່ນນັ້ນໄດ້.
[11] ມະຫາປະໂຣຫິດໄດ້ນຳເລືອດສັດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ ເພື່ອເປັນການຖວາຍບູຊາລຶບລ້າງ^ບາບ, ແຕ່ໂຕສັດນັ້ນ ເພິ່ນໄດ້ນຳອອກໄປເຜົານອກຄ້າຍ.
[12] ເພາະເຫດນັ້ນແຫລະ ພຣະເຢຊູເຈົ້າຈຶ່ງຕາຍທີ່ນອກປະຕູເມືອງເຊັ່ນກັນ ເພື່ອຊຳລະໄພ່ພົນຂອງ^ພຣະເຈົ້າໃຫ້ບໍຣິສຸດ ດ້ວຍເລືອດຂອງ^ພຣະອົງເອງ.
[13] ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອອກໄປຫາພຣະອົງທີ່ນອກຄ້າຍ ແລະຍອມທົນເອົາຄຳໝິ່ນປະໝາດທີ່ພຣະອົງໄດ້ຮັບ.
[14] ດ້ວຍວ່າ, ເທິງແຜ່ນດິນ^ໂລກ^ນີ້ ບໍ່ມີບ້ານເມືອງອັນຖາວອນສຳລັບພວກເຮົາ, ພວກເຮົາສະແຫວງຫານະຄອນທີ່ຈະມີມາໃນພາຍໜ້າ.
[15] ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາຖວາຍຄຳຍ້ອງຍໍ^ສັນລະເສີນຕະຫລອດໄປແກ່ພຣະເຈົ້າ ເປັນເຄື່ອງບູຊາໂດຍທາງພຣະອົງນັ້ນ ແລະຍົກຍໍພຣະນາມຂອງ^ພຣະອົງ ດ້ວຍສົບປາກຂອງ^ພວກເຮົາ.
[16] ຢ່າລືມທີ່ຈະເຮັດຄຸນງາມ^ຄວາມດີ ແລະຊ່ວຍເຫລືອຊຶ່ງກັນແລະກັນ ເພາະເຄື່ອງບູຊາຢ່າງນີ້ແຫລະ ເປັນທີ່ພໍພຣະໄທພຣະເຈົ້າ.
[17] ເຈົ້າ^ທັງຫລາຍຈົ່ງຍອມຟັງແລະຍອມຢູ່ໃນໂອວາດຜູ້ນຳຂອງ^ພວກເຈົ້າ ເພາະພວກເພິ່ນດູແລຮັກສາຈິດວິນຍານຂອງ^ພວກເຈົ້າຢູ່ ເໝືອນຜູ້ໜຶ່ງທີ່ຈະຕ້ອງສະເໜີລາຍງານ ເພື່ອພວກເພິ່ນຈະໄດ້ເຮັດງານນີ້ດ້ວຍຄວາມ^ຊື່ນໃຈ, ບໍ່ແມ່ນດ້ວຍຄວາມ^ເສົ້າໃຈ ຊຶ່ງຈະບໍ່ເປັນປະໂຫຍດແກ່ເຈົ້າ^ທັງຫລາຍ.
[18] ຈົ່ງພາວັນນາ^ອະທິຖານເພື່ອພວກເຮົາ ເພາະເຮົາເຊື່ອແນ່ວ່າ ພວກເຮົາມີໃຈສຳນຶກຜິດແລະຊອບອັນດີຢູ່ແລ້ວ ແລະປາຖະໜາທີ່ຈະດຳເນີນຊີວິດຕາມຢ່າງດີໃນທຸກສິ່ງ.
[19] ເຮົາຂໍເລັ່ງລັດພວກເຈົ້າ ໃຫ້ພາວັນນາ^ອະທິຖານຫລາຍຂຶ້ນຕາມຢ່າງນັ້ນ ເພື່ອພຣະເຈົ້າຈະສົ່ງເຮົາກັບຄືນໄປຢູ່ກັບພວກເຈົ້າໄວໆ.
[20] ຂໍພຣະເຈົ້າຜູ້ຊົງໂຜດສັນຕິສຸກ ຜູ້ໄດ້ຊົງນຳອົງພຣະເຢຊູເຈົ້າຂອງ^ເຮົາ^ທັງຫລາຍ ໃຫ້ຄືນມາຈາກຄວາມ^ຕາຍ ຄືຜູ້ຊົງເປັນຜູ້ລ້ຽງແກະອົງໃຫຍ່ ດ້ວຍພຣະ^ໂລຫິດທີ່ກ່ຽວກັບພັນທະສັນຍາອັນຕັ້ງຢູ່ເປັນນິດນັ້ນ,
[21] ຈົ່ງຊົງກະທຳໃຫ້ເຈົ້າ^ທັງຫລາຍເປັນຄົນຄົບຖ້ວນໃນການດີທຸກຢ່າງ ເພື່ອຈະໄດ້ປະຕິບັດຕາມພຣະໄທພຣະອົງ ແລະຊົງທຳງານພາຍໃນເຈົ້າ^ທັງຫລາຍ ຕາມທີ່ຊອບໃນສາຍພຣະເນດຂອງ^ພຣະອົງ ໂດຍທາງພຣະເຢຊູ^ຄຣິດເຈົ້າ. ສະຫງ່າຣາສີຈົ່ງມີແດ່ພຣະຄຣິດສືບໆໄປເປັນນິດ ອາແມນ.
[22] ພີ່ນ້ອງທັງຫລາຍ^ເອີຍ, ເຮົາຂໍຮ້ອງພວກເຈົ້າໃຫ້ອົດທົນຟັງຖ້ອຍຄຳທີ່ໜູນ^ນໍ້າໃຈນີ້. ດ້ວຍວ່າ, ຈົດໝາຍທີ່ເຮົາໄດ້ຂຽນມາຫາພວກເຈົ້ານັ້ນກໍບໍ່ຍາວ.
[23] ເຮົາປາຖະໜາໃຫ້ພວກເຈົ້າຮູ້ວ່າ ຕີໂມທຽວ ນ້ອງຊາຍຂອງ^ພວກເຮົາ ໄດ້ອອກຈາກຄຸກແລ້ວ, ຖ້າລາວມາຮອດທີ່ນີ້ໄວ ເມື່ອເຮົາໄປຢ້ຽມຢາມພວກເຈົ້າ ເຮົາກໍຈະເອົາລາວໄປນຳດ້ວຍ.
[24] ເຮົາຂໍຝາກຄວາມ^ຄິດເຖິງ ມາຍັງບັນດາຜູ້ນຳຂອງ^ພວກເຈົ້າ ແລະໄພ່ພົນຂອງ^ພຣະເຈົ້າທຸກຖ້ວນໜ້າ. ບັນດາພີ່ນ້ອງທີ່ມາຈາກອີຕາລີ ກໍຝາກຄວາມ^ຄິດເຖິງມາຍັງພວກເຈົ້າດ້ວຍ.
[25] ຂໍໃຫ້ພຣະຄຸນ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -