[1] ດ້ວຍເຫດນັ້ນ ເມື່ອເຮົາທັງຫລາຍມີຝູງພະຍານຫລວງຫລາຍຢູ່ຮອບຂ້າງຢ່າງນີ້ແລ້ວ ພວກເຮົາຈົ່ງຊັດຖິ້ມທຸກຢ່າງທີ່ຖ່ວງຢູ່ ແລະຜິດບາບທີ່ຕິດແໜ້ນໂດຍງ່າຍ, ສ່ວນການແລ່ນແຂ່ງທີ່ກຳນົດໄວ້ຕໍ່ໜ້າພວກເຮົານັ້ນ, ຈົ່ງພາກັນແລ່ນດ້ວຍຄວາມ^ພຽນພະຍາຍາມ.
[2] ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງ^ພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມ^ຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມ^ລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງ^ພຣະເຈົ້າ.
[3] ຈົ່ງພິຈາລະນາຄິດເຖິງພຣະອົງ ຜູ້ຊົງໄດ້ອົດທົນຕໍ່ການຂັດຂວາງຂອງ^ຄົນບາບທີ່ຕໍ່ສູ້ພຣະອົງ ເພື່ອເຈົ້າ^ທັງຫລາຍຈະບໍ່ໝົດກຳລັງໃຈ.
[4] ໃນການຕໍ່ສູ້ກັບບາບນັ້ນ ເຈົ້າ^ທັງຫລາຍບໍ່ໄດ້ຕໍ່ສູ້ເຖິງຂະໜາດເລືອດຕົກ.
[5] ແລະພວກເຈົ້າໄດ້ລືມຄຳເຕືອນ ທີ່ພຣະອົງໄດ້ຊົງເຕືອນໃນຖານະທີ່ເປັນລູກວ່າ, “ລູກຂອງເຮົາ^ເອີຍ ຢ່າປະໝາດຕໍ່ການຕີສອນ ຂອງອົງພຣະ^ຜູ້^ເປັນເຈົ້າ ແລະຢ່ານ້ອຍໃຈເມື່ອພຣະອົງ ຊົງຕິຕຽນເຈົ້າ.
[6] ເພາະວ່າອົງພຣະ^ຜູ້^ເປັນເຈົ້າຊົງຕີສອນ ຜູ້ທີ່ພຣະອົງຊົງຮັກ ແລະເມື່ອພຣະອົງຊົງຮັບຜູ້ໃດເປັນລູກ ພຣະອົງກໍຊົງຂ້ຽນສອນຜູ້ນັ້ນ.”
[7] ເຈົ້າ^ທັງຫລາຍຈົ່ງຮັບແລະທົນເອົາເທາະ ເພາະເປັນການຕີສອນ. ພຣະເຈົ້າຊົງປະຕິບັດຕໍ່ພວກເຈົ້າໃນຖານະທີ່ພວກເຈົ້າເປັນລູກຂອງ^ພຣະອົງ. ດ້ວຍວ່າ, ມີລູກຄົນໃດແດ່ທີ່ພໍ່ບໍ່ໄດ້ຕີສອນເຂົາ.
[8] ແຕ່ຖ້າເຈົ້າ^ທັງຫລາຍບໍ່ໄດ້ຖືກຕີສອນ ຊຶ່ງລູກທຸກຄົນຕ້ອງຖືກນັ້ນ ພວກເຈົ້າກໍເປັນລູກທາງ ບໍ່ເປັນລູກແທ້.
[9] ອີກປະການໜຶ່ງ ເຮົາທັງຫລາຍມີພໍ່ເປັນມະນຸດທີ່ໄດ້ຕີສອນພວກເຮົາ ແລະພວກເຮົາກໍນັບຖືພໍ່ນັ້ນ. ຫລາຍກວ່ານັ້ນອີກ ພວກເຮົາຄວນຢູ່ໃຕ້ບັງຄັບຂອງ^ພຣະບິດາເຈົ້າແຫ່ງບັນດາວິນຍານຈິດ ແລະມີຊີວິດຈະເລີນບໍ່ແມ່ນບໍ?
[10] ຝ່າຍພໍ່ເຫລົ່ານັ້ນ ໄດ້ຕີສອນພວກເຮົາໃນຊົ່ວເວລາເລັກນ້ອຍ ຕາມຄວາມ^ເຫັນດີຂອງ^ເຂົາເທົ່ານັ້ນ, ແຕ່ພຣະອົງຊົງຕີສອນພວກເຮົາ ເພື່ອປະໂຫຍດຂອງ^ພວກເຮົາ ເພື່ອໃຫ້ພວກເຮົາໄດ້ເຂົ້າສ່ວນໃນສະພາບຄວາມ^ບໍຣິສຸດຂອງ^ພຣະອົງ.
[11] ໃນຂະນະທີ່ມີການຕີສອນນັ້ນ ບໍ່ເປັນໜ້າຊື່ນໃຈເລີຍ ມີແຕ່ເລື່ອງເສົ້າໃຈ, ແຕ່ຕໍ່ມາພາຍຫລັງຈະກໍ່ໃຫ້ເກີດຜົນ ຄືຄວາມສຸກສຳລານແລະຄວາມ^ຊອບທຳ ແກ່ບັນດາຄົນທີ່ຖືກແອບສອນແລ້ວນັ້ນ.
[12] ດ້ວຍເຫດນັ້ນ ຈົ່ງຍົກມືທີ່ອ່ອນເພຍເປ້ຍລ່ອຍ ແລະຫົວເຂົ່າທີ່ອ່ອນກຳລັງຂອງ^ພວກເຈົ້າ ຈົ່ງໃຫ້ມີກຳລັງຂຶ້ນ
[13] ຈົ່ງກ້າວໄປຕາມເສັ້ນທາງອັນຖືກຕ້ອງ ເພື່ອວ່າຕີນທີ່ພິການນັ້ນ ຈະບໍ່ພິກໂບກ ແຕ່ຈະດີເປັນປົກກະຕິ.
[14] ຈົ່ງພະຍາຍາມທີ່ຈະຢູ່ກັບທຸກຄົນຢ່າງສະຫງົບສຸກ ແລະຈົ່ງພະຍາຍາມທີ່ຈະມີໃຈບໍຣິສຸດ ເພາະຖ້າໃຈບໍ່ບໍຣິສຸດ ກໍຈະບໍ່ມີຜູ້ໃດໄດ້ເຫັນອົງພຣະ^ຜູ້^ເປັນເຈົ້າ.
[15] ຈົ່ງລະວັງໃຫ້ດີ ຢ້ານວ່າຈະມີຜູ້ຫັນໜີຈາກພຣະຄຸນຂອງ^ພຣະເຈົ້າ, ຢ້ານວ່າຈະມີຮາກອັນຂົມຂື່ນງອກຂຶ້ນມາ ແລະສ້າງຄວາມ^ເດືອດຮ້ອນຫຍຸ້ງຍາກ ຈຶ່ງຈະເປັນເຫດໃຫ້ຫລາຍຄົນ^ຊົ່ວ^ມົວໝອງໄປ.
[16] ຢ່າໃຫ້ຜູ້ໃດ^ຜູ້ໜຶ່ງກາຍເປັນຄົນຜິດສິນທຳ ຫລືປະໝາດຕໍ່ສິ່ງສັກສິດເໝືອນເອຊາວ ຜູ້ທີ່ໄດ້ຂາຍສິດທິການເປັນອ້າຍກົກຂອງຕົນ ເພື່ອແລກກິນອາຫານພຽງຄາບດຽວ.
[17] ພວກເຈົ້າກໍຮູ້ແລ້ວວ່າ ພາຍລຸນ^ມາ ເມື່ອເອຊາວຢາກໄດ້ຮັບພອນນັ້ນເປັນມໍຣະດົກ ລາວກໍໄດ້ຮັບແຕ່ຄຳປະຕິເສດ. ເຖິງແມ່ນວ່າ ລາວສະແຫວງຫາດ້ວຍນໍ້າຕາໄຫລກໍຕາມ ກໍບໍ່ມີທາງແກ້ໄຂໄດ້ເລີຍ.
[18] ເຈົ້າ^ທັງຫລາຍບໍ່ໄດ້ມາເຖິງສິ່ງທີ່ຈັບໄດ້ ເຖິງໄຟທີ່ໄໝ້ຢູ່ ເຖິງທີ່ມືດດຳແລະມືດມົວ ແລະເຖິງທີ່ລົມພະຍຸ,
[19] ເຖິງສຽງແກແລະເຖິງພຣະສຸຣະສຽງ ຊຶ່ງຄົນທັງຫລາຍເມື່ອໄດ້ຍິນແລ້ວ ໄດ້ອ້ອນວອນຂໍບໍ່ໃຫ້ຊົງກ່າວຈັກຄຳຕໍ່ພວກເຂົາອີກ.
[20] ເພາະວ່າ ຂໍ້ຄວາມທີ່ຊົງບັນຍັດໄວ້ນັ້ນ ພວກເຂົາທົນບໍ່ໄດ້ ຄືວ່າ, “ແມ່ນແຕ່ສັດເດຍລະສານໂຕໃດໂຕໜຶ່ງ ຖ້າຫາກໄປຕ້ອງພູນັ້ນ ກໍຈະຕ້ອງຖືກຄວ່າງກ້ອນຫີນໃສ່ໃຫ້ຕາຍ.”
[21] ສິ່ງທີ່ປາກົດນັ້ນ ກໍເປັນໜ້າຢ້ານຫລາຍປານນັ້ນ ຈົນໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າຢ້ານເຕັມທີຈົນຕົວສັ່ນ.”
[22] ແຕ່ເຈົ້າ^ທັງຫລາຍໄດ້ມາເຖິງພູເຂົາຊີໂອນ, ມາເຖິງນະຄອນຂອງ^ພຣະເຈົ້າ ຜູ້ຊົງພຣະຊົນຢູ່ ຄືນະຄອນເຢຣູຊາເລັມຊັ້ນຟ້າ, ມາເຖິງຝູງເທວະດານັບເປັນຈຳນວນໝື່ນໆ ທີ່ຊຸມນຸມກັນເປັນງານມ່ວນຊື່ນ,
[23] ໄດ້ມາເຖິງທີ່ຊຸມນຸມກັນຂອງ^ບັນດາລູກກົກ ຜູ້ທີ່ມີຄວາມ^ຊົມຊື່ນ^ຍິນດີ ຊຶ່ງຊື່ຂອງ^ພວກເຂົາໄດ້ບັນທຶກໄວ້ໃນສະຫວັນແລ້ວ, ໄດ້ມາເຖິງພຣະເຈົ້າຜູ້ພິພາກສາມະນຸດທຸກຄົນ ແລະມາເຖິງຈິດວິນຍານຂອງ^ບັນດາຄົນຊອບທຳ ຜູ້ເຖິງທີ່ສຳເລັດແລ້ວ.
[24] ມາເຖິງພຣະເຢຊູເຈົ້າ ຜູ້ຊົງເປັນຜູ້ກາງຝ່າຍພັນທະສັນຍາໃໝ່ ແລະມາເຖິງພຣະ^ໂລຫິດຊຶ່ງຊິດໃສ່ແລ້ວ ທີ່ມີສຽງຮ້ອງອັນດີກວ່າເລືອດຂອງ^ອາເບັນອີກ.
[25] ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງ^ພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດ ທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫລົ່ານັ້ນເສຍອີກ.
[26] ແມ່ນພຣະສຸຣະສຽງຂອງ^ພຣະອົງນີ້ ທີ່ໄດ້ບັນດານໃຫ້ແຜ່ນດິນຫວັ່ນໄຫວໃນຄາວນັ້ນ. ແຕ່ບັດນີ້ ພຣະອົງຊົງກ່າວສັນຍາໄວ້ວ່າ, “ຍັງອີກເທື່ອໜຶ່ງ ເຮົາຈະເຮັດໃຫ້ສະທ້ານຫວັ່ນໄຫວ ບໍ່ແມ່ນແຕ່ແຜ່ນດິນ^ໂລກເທົ່ານັ້ນ, ແຕ່ທັງທ້ອງຟ້າເໝືອນກັນ.”
[27] ຂໍ້ຄວາມທີ່ວ່າ, “ຍັງອີກເທື່ອໜຶ່ງ” ນັ້ນ ສະແດງວ່າສິ່ງທີ່ຫວັ່ນໄຫວນັ້ນ ຈະຖືກຍົກຍ້າຍໄປເສຍ ເໝືອນກັບສິ່ງທີ່ຊົງສ້າງໃຫ້ມີຂຶ້ນ ເພື່ອໃຫ້ສິ່ງທີ່ບໍ່ຫວັ່ນໄຫວຍັງຄົງເຫລືອຢູ່.
[28] ເຫດສະນັ້ນ ເນື່ອງດ້ວຍພວກເຮົາຮັບແຜ່ນດິນທີ່ຫວັ່ນໄຫວບໍ່ໄດ້ແລ້ວ, ກໍໃຫ້ພວກເຮົາໂມທະນາຂອບພຣະຄຸນພຣະເຈົ້າ ເພື່ອພວກເຮົາຈະໄດ້ບົວລະບັດພຣະເຈົ້າ ຕາມນໍ້າພຣະໄທຂອງ^ພຣະອົງ ດ້ວຍຄວາມ^ເຄົາຣົບຢຳເກງ.
[29] ເພາະພຣະເຈົ້າຂອງເຮົາທັງຫຼາຍ ຊົງເປັນໄຟທີ່ເຜົາຜານ.