Skip to content
Opens in a new window
Listen to this chapter • 3:24

[1] ໃນ​ອະດີດ​ຕະການ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ແກ່​ບັນພະບຸລຸດ​ຂອງ^ພວກເຮົາ​ຕັ້ງ​ຫລາຍ​ເທື່ອ ແລະ​ໃນ​ວິທີ​ຕ່າງໆ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ,

[2] ແຕ່​ໃນ​ຄາວ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.

[3] ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ^ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ^ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ^ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.

[4] ອັນ​ໜຶ່ງ, ພຣະເຈົ້າ​ໄດ້​ຊົງ​ປະທານ​ພຣະນາມ​ອັນ​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ ໃຫ້​ພຣະອົງ​ຢ່າງ​ໃດ​ພຣະອົງ​ກໍ​ຊົງ​ເກີດ​ເປັນ​ຜູ້​ປະເສີດ​ເລີດລໍ້າ​ກວ່າ​ເທວະດາ​ຢ່າງ​ນັ້ນ.

[5] ເພາະ​ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ^ພຣະອົງ​ຕົນ​ໃດ​ວ່າ, “ທ່ານ​ເປັນ​ບຸດ​ຂອງເຮົາ ວັນ​ນີ້​ເຮົາ​ໃຫ້​ກຳເນີດ​ແກ່​ທ່ານ.” ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ອີກ​ວ່າ, “ເຮົາ​ຈະ​ເປັນ​ບິດາ​ຂອງທ່ານ ຝ່າຍ​ທ່ານ​ກໍ​ຈະ​ເປັນ​ບຸດ​ຂອງເຮົາ.”

[6] ແລະ​ອີກ​ຄັ້ງ​ໜຶ່ງ ພຣະເຈົ້າ​ໄດ້​ສົ່ງ​ພຣະບຸດ​ກົກ​ຂອງ^ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ນັ້ນ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ໃຫ້​ບັນດາ​ເທວະດາ​ຂອງ^ພຣະເຈົ້າ​ທຸກ​ຕົນ ຕ້ອງ​ນ້ອມ​ນະມັດສະການ​ ຂາບໄຫວ້​ພຣະອົງ.”

[7] ສ່ວນ​ກ່ຽວກັບ​ບັນດາ​ເທວະດາ​ເຫຼົ່ານັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ພຣະເຈົ້າ​ບັນດານ​ໃຫ້ ຝູງ​ເທວະດາ​ຂອງ^ພຣະອົງ​ເປັນ​ລົມ ແລະ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ^ພຣະອົງ ເປັນ​ແປວໄຟ​ອັນ​ຮ້ອນກ້າ.”

[8] ແຕ່​ສ່ວນ​ພຣະບຸດ​ນັ້ນ ພຣະເຈົ້າ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ ຣາຊບັນລັງ​ຂອງ^ພຣະອົງ​ນັ້ນ ກໍ​ຕັ້ງໝັ້ນຄົງ​ຕະຫລອດໄປ ພຣະອົງ​ຈະ​ຊົງ​ປົກຄອງ​ອານາຈັກ ຂອງ​ພຣະອົງ ດ້ວຍ​ຄວາມ^ຍຸດຕິທຳ.

[9] ພຣະອົງ​ຊົງ​ຮັກ​ຄວາມ^ຊອບທຳ ແລະ​ຊົງ​ກຽດຊັງ​ສິ່ງ​ອະທຳ ສະນັ້ນ ພຣະເຈົ້າ​ພຣະເຈົ້າ​ຂອງ^ພຣະອົງ ໄດ້​ຊົງ​ຫົດສົງ​ພຣະອົງ​ໄວ້ ດ້ວຍ​ນໍ້າມັນ​ແຫ່ງ​ຄວາມ^ຊົມຊື່ນ^ຍິນດີ ຫລາຍກວ່າ​ພຣະ​ສະຫາຍ​ທັງປວງ ຂອງ^ພຣະອົງ.”

[10] ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະ^ຜູ້^ເປັນເຈົ້າ ເມື່ອ​ຕົ້ນເດີມ​ນັ້ນ ພຣະອົງ​ຊົງ​ວາງ​ຮາກ​ແຜ່ນດິນ^ໂລກ​ໄວ້ ແລະ​ສ້າງ​ສະຫວັນ​ຊັ້ນ​ຟ້າ ດ້ວຍ​ສີພຣະຫັດ​ຂອງ^ພຣະອົງ.

[11] ສິ່ງ​ເຫລົ່ານັ້ນ​ຈະ​ດັບສູນ​ໄປ ແຕ່​ພຣະອົງ​ຊົງ​ດຳລົງ​ຄົງ​ຢູ່ ສິ່ງ​ເຫລົ່ານັ້ນ​ຈະ​ເກົ່າແກ່​ໄປ​ໝົດ​ສິ້ນ ເໝືອນ​ດັ່ງ​ເຄື່ອງນຸ່ງຫົ່ມ.

[12] ພຣະອົງ​ຈະ​ມ້ວນ​ສິ່ງ​ເຫລົ່ານັ້ນ​ໄວ້ ເໝືອນ​ດັ່ງ​ມ້ວນ​ເສື້ອ​ໃຫຍ່ ມັນ​ຈະ​ຖືກ​ປ່ຽນແປງ​ດັ່ງ​ເຄື່ອງນຸ່ງຫົ່ມ. ແຕ່​ຝ່າຍ​ພຣະອົງ​ຊົງ​ເປັນ​ຢູ່​ດັ່ງເດີມ​ສະເໝີ​ໄປ ແລະ ປີ​ທັງຫລາຍ​ຂອງ^ພຣະອົງ​ກໍ​ບໍ່​ສິ້ນສຸດ​ຈັກເທື່ອ.”

[13] ນອກຈາກ​ນັ້ນ ພຣະເຈົ້າ​ບໍ່ເຄີຍ​ກ່າວ​ແກ່​ເທວະດາ​ຂອງ^ພຣະອົງ​ຕົນ​ໃດ​ວ່າ, “ຈົ່ງ​ນັ່ງ​ທີ່​ເບື້ອງ​ຂວາ​ມື​ຂອງເຮົາ ຈົນກວ່າ​ເຮົາ​ປາບ​ເຫລົ່າ​ສັດຕູ​ຂອງທ່ານ ໃຫ້​ຂາບລົງ​ຢູ່​ໃຕ້​ພື້ນ​ຕີນ​ຂອງທ່ານ.”

[14] ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ^ລອດພົ້ນ​ເປັນ​ມໍຣະດົກ ບໍ່ແມ່ນ​ບໍ?

ເຮັບເຣີ — Chapters