[1] ຈາກ ຢາໂກໂບ ຜູ້ເປັນຂ້ອຍ^ຮັບໃຊ້ຂອງ^ພຣະເຈົ້າ ແລະຂອງ^ອົງພຣະເຢຊູ^ຄຣິດເຈົ້າ ເຖິງຄົນສິບສອງຕະກຸນທີ່ກະຈັດ^ກະຈາຍຢູ່ນັ້ນ.
[2] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ ຈົ່ງຖືວ່າເປັນເລື່ອງໜ້າຍິນດີທີ່ສຸດ
[3] ເພາະພວກເຈົ້າຮູ້ຢູ່ວ່າ ເມື່ອຄວາມເຊື່ອຂອງ^ພວກເຈົ້າທົນຕໍ່ການຖືກທົດລອງໄດ້ ກໍເຮັດໃຫ້ເກີດມີຄວາມ^ໝັ້ນໃຈ.
[4] ຈົ່ງໃຫ້ຄວາມ^ໝັ້ນໃຈຂອງ^ພວກເຈົ້ານັ້ນ ຍືນຍົງຕະຫລອດໄປ ເພື່ອວ່າພວກເຈົ້າຈະໄດ້ເປັນຄົນສຳເລັດແລະຄົບຖ້ວນ ໂດຍບໍ່ຂາດເຂີນສິ່ງໃດ.
[5] ແຕ່ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະຣຸນາ ບໍ່ຊົງກ່າວຕິ ແລະຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ.
[6] ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ ຢ່າໃຫ້ມີໃຈສົງໄສ ເພາະຜູ້ທີ່ສົງໄສນັ້ນ ເປັນເໝືອນຟອງນໍ້າທີ່ຖືກລົມພັດຊັດໄປມາ.
[7] ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະ^ຜູ້^ເປັນເຈົ້າ
[8] ເພາະເປັນຄົນສອງໃຈ ບໍ່ແນ່ນອນໃນທຸກສິ່ງທີ່ຕົນກະທຳ.
[9] ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ,
[10] ແຕ່ໃຫ້ຄົນຮັ່ງມີ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງໃຫ້ຕົກຕໍ່າລົງ ເພາະວ່າຕົນຈະຕ້ອງລ່ວງລັບໄປເໝືອນດັ່ງດອກຫຍ້າ.
[11] ເພາະເມື່ອຕາເວັນຂຶ້ນ ຄວາມ^ຮ້ອນອັນແຮງກ້າ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປ ແລ້ວດອກຫຍ້າກໍຕົກຫລົ່ນລົງ ສີສັນວັນນະຄວາມງາມຂອງ^ມັນກໍສູນສິ້ນໄປ. ດັ່ງນີ້ແຫລະ, ຄົນຮັ່ງມີຈະເສື່ອມສູນໄປ ໃນຂະນະທີ່ດຳເນີນງານຂອງຕົນເໝືອນກັນ.
[12] ຄົນທີ່ອົດທົນຕໍ່ການທົດລອງໃຈກໍເປັນສຸກ ເພາະເມື່ອປາກົດວ່າຜູ້ນັ້ນທົນໄດ້ແລ້ວ ກໍຈະໄດ້ຮັບມົງກຸດແຫ່ງຊີວິດ ຊຶ່ງພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.
[13] ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າວ່າ, “ພຣະເຈົ້າຊົງລໍ້ລວງຂ້າພະເຈົ້າໃຫ້ຫລົງ” ເພາະວ່າ ຄວາມຊົ່ວຈະມາລໍ້ລວງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະພຣະອົງເອງກໍບໍ່ຊົງລໍ້ລວງຜູ້ໃດໃຫ້ຫລົງຈັກເທື່ອ.
[14] ແຕ່ວ່າທຸກຄົນຖືກລໍ້ລວງໃຫ້ຫຼົງ ກໍຕໍ່ເມື່ອຄວາມ^ປາຖະໜາຊົ່ວຊັກຈ່ອງ ແລະຍົວະເຍົ້າໃຫ້ປະຕິບັດຕາມ.
[15] ເມື່ອຄວາມ^ປາຖະໜາຊົ່ວຂອງ^ລາວຕັ້ງຮາກແລ້ວ ກໍ່ໃຫ້ເກີດມີຄວາມ^ຜິດບາບ ເມື່ອຄວາມ^ຜິດບາບໃຫຍ່ຂຶ້ນເຕັມ^ຂະໜາດແລ້ວ ກໍ່ໃຫ້ເກີດມີຄວາມ^ຕາຍ.
[16] ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາ^ເອີຍ, ຢ່າໄດ້ຫລົງຜິດໄປ.
[17] ຂອງປະທານອັນດີທຸກຢ່າງ ແລະຂອງຂວັນອັນດີເລີດທຸກຢ່າງ ຍ່ອມມາແຕ່ທັງເທິງ ແລະລົງມາຈາກພຣະບິດາເຈົ້າແຫ່ງບັນດາດວງສະຫວ່າງ. ໃນພຣະບິດາເຈົ້ານັ້ນ ບໍ່ມີການປ່ຽນແປງ ແລະບໍ່ມີເງົາເນື່ອງຈາກການຊົງໝູນວຽນ.
[18] ໂດຍນໍ້າພຣະໄທຂອງ^ພຣະອົງເອງນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທຳອັນສັດຈິງ ເພື່ອພວກເຮົາຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ພຣະອົງຊົງສ້າງ.
[19] ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາ^ເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ ຄືໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຄຽດຮ້າຍ,
[20] ເພາະຄວາມຮ້າຍຂອງ^ມະນຸດ ບໍ່ໄດ້ເຮັດໃຫ້ຄວາມ^ຍຸດຕິທຳຂອງ^ພຣະເຈົ້າເກີດມາ.
[21] ເຫດສະນັ້ນ ຈົ່ງເລີກຈາກຄວາມຊົ່ວມົວໝອງທຸກຢ່າງ ແລະຄວາມ^ຊົ່ວຮ້າຍອັນເຫລືອຫລາຍ. ຈົ່ງນ້ອມໃຈຮັບເອົາພຣະທຳ ທີ່ປູກຝັງໄວ້ແລ້ວນັ້ນ ຊຶ່ງສາມາດຊ່ວຍຈິດວິນຍານຂອງ^ພວກເຈົ້າໃຫ້ພົ້ນໄດ້.
[22] ຢ່າຫລອກລວງຕົນເອງ ໂດຍພຽງແຕ່ຟັງພຣະທຳຂອງ^ພຣະເຈົ້າເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະທຳນັ້ນຢ່າງແທ້ຈິງ.
[23] ຜູ້ໃດທີ່ຟັງພຣະທຳແລ້ວ ບໍ່ເຮັດຕາມ ກໍເປັນດັ່ງຄົນທີ່ແຍງແວ່ນ ແລະເບິ່ງເຫັນໜ້າຂອງ^ຕົນເອງຕາມທີ່ເປັນຢູ່.
[24] ພໍເມື່ອແຍງເບິ່ງຕົນເອງແລ້ວກໍອອກໄປ ແລ້ວກໍລືມໃນທັນທີນັ້ນໂລດວ່າ ຕົນເອງເປັນຢ່າງໃດ.
[25] ແຕ່ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດ^ລະວັງ ໃນກົດບັນຍັດອັນຄົບຖ້ວນ ຊຶ່ງເຮັດໃຫ້ມີອິດສະຫລະພາບ ແລະຕັ້ງໝັ້ນຢູ່ໃນກົດບັນຍັດນັ້ນ ຜູ້ນັ້ນກໍບໍ່ແມ່ນຜູ້ທີ່ໄດ້ຍິນແລ້ວລືມໄປ, ແຕ່ເປັນຜູ້ປະຕິບັດຕາມ ຄົນນັ້ນແຫລະ ຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ຕົນກະທຳ.
[26] ຖ້າຜູ້ໃດຄິດວ່າຕົນເປັນຄົນມີທຳມະ ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນແລ້ວ ທຳມະຂອງ^ຜູ້ນັ້ນກໍບໍ່ມີປະໂຫຍດ ແລະເປັນການຫລອກລວງຕົນເອງເທົ່ານັ້ນ.
[27] ທຳມະທີ່ບໍຣິສຸດ ແລະບໍ່ມີການຊົ່ວ^ມົວໝອງ ຕໍ່ພຣະພັກພຣະເຈົ້າ ຜູ້ຊົງເປັນພຣະບິດາເຈົ້າ ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າແລະຍິງໝ້າຍ ທີ່ມີຄວາມ^ທຸກຮ້ອນ ແລະການຮັກສາຕົວໃຫ້ພົ້ນຈາກການດ່າງພອຍຂອງ^ໂລກ.