[1] ດ້ວຍເຫດນັ້ນ ເມື່ອພຣະສັນຍາຍັງມີຢູ່ວ່າ ຈະໃຫ້ພວກເຮົາເຂົ້າຮ່ວມບ່ອນພັກຂອງ^ພຣະອົງ ກໍໃຫ້ເຮົາທັງຫລາຍຢຳເກງ ເພາະຢ້ານຈະມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄປບໍ່ເຖິງ.
[2] ເພາະວ່າພວກເຮົາໄດ້ຍິນຂ່າວປະເສີດຢ່າງດຽວກັນກັບພວກເຂົາ ແຕ່ວ່າພວກເຂົາບໍ່ໄດ້ຮັບປະໂຫຍດຈາກຂ່າວປະເສີດນັ້ນ ເພາະພວກເຂົາບໍ່ໄດ້ຮັບດ້ວຍຄວາມເຊື່ອ.
[3] ດ້ວຍເຫດນັ້ນ ພວກເຮົາຜູ້ທີ່ເຊື່ອຈຶ່ງໄດ້ເຂົ້າສູ່ການພັກຜ່ອນນັ້ນ ຕາມທີ່ພຣະເຈົ້າຊົງສັນຍາໄວ້ແລ້ວວ່າ, “ເຮົາຈຶ່ງໄດ້ສາບານດ້ວຍຄວາມ^ເຄືອງໃຈກັບພວກເຂົາວ່າ ພວກເຂົາຈະບໍ່ໄດ້ເຂົ້າໄປໃນ ບ່ອນພັກຜ່ອນຂອງເຮົາຈັກເທື່ອ.” ເຖິງແມ່ນວ່າ ພາລະກິດຂອງ^ພຣະອົງຊົງສຳເລັດແລ້ວ ແຕ່ຄາວໄດ້ວາງຮາກສ້າງໂລກພຸ້ນກໍຕາມ.
[4] ເພາະມີຂຽນໄວ້ໃນພຣະຄຳພີຕອນໜຶ່ງ ຊຶ່ງກ່າວເຖິງວັນທີເຈັດວ່າ, “ພຣະເຈົ້າໄດ້ພັກຜ່ອນຈາກກິດຈະການຂອງ^ພຣະອົງທັງສິ້ນໃນວັນທີເຈັດ.”
[5] ເລື່ອງດຽວກັນນີ້ກໍມີກ່າວໄວ້ອີກວ່າ, “ພວກເຂົາຈະບໍ່ໄດ້ເຂົ້າໄປໃນບ່ອນພັກຜ່ອນນັ້ນຈັກເທື່ອ.”
[6] ທີ່ຈິງ ຍັງມີບາງຄົນທີ່ຈະເຂົ້າຮ່ວມບ່ອນນັ້ນ ແຕ່ຄົນເຫລົ່ານັ້ນທີ່ໄດ້ຍິນຂ່າວປະເສີດຄາວກ່ອນບໍ່ໄດ້ເຂົ້າ ເພາະພວກເຂົາບໍ່ເຊື່ອຟັງ.
[7] ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງກຳນົດວັນໜຶ່ງໄວ້ໃໝ່ອີກ ຊຶ່ງເອີ້ນວ່າ, “ວັນນີ້” ຫລາຍປີຕໍ່ມາ ພຣະອົງໄດ້ເວົ້າເຖິງເລື່ອງນັ້ນໂດຍທາງດາວິດ ດັ່ງທີ່ໄດ້ມີອ້າງໄວ້ໃນພຣະຄຳພີວ່າ, “ວັນນີ້ ຖ້າເຈົ້າ^ທັງຫລາຍໄດ້ ຍິນພຣະສຸຣະສຽງຂອງ^ພຣະເຈົ້າ ກໍຢ່າມີໃຈແຂງ^ກະດ້າງໄປ.”
[8] ດ້ວຍວ່າ, ຖ້າໂຢຊວຍໄດ້ນຳພາປະຊາຊົນສູ່ການພັກຜ່ອນນັ້ນແລ້ວ ພຣະເຈົ້າກໍຄົງບໍ່ໄດ້ກ່າວອີກໃນເວລາຕໍ່ມາເຖິງວັນອື່ນໆ.
[9] ເຖິງຢ່າງໃດກໍດີ ການພັກຜ່ອນໃນວັນ^ຊະບາໂຕ ຍັງມີສຳລັບໄພ່ພົນຂອງ^ພຣະເຈົ້າ.
[10] ດ້ວຍວ່າ, ຜູ້ໃດກໍຕາມທີ່ຮັບການພັກຜ່ອນ ຊຶ່ງພຣະເຈົ້າຊົງສັນຍາໄວ້ແລ້ວ ກໍຈະພັກຜ່ອນຈາກວຽກການຂອງຕົນ ເໝືອນດັ່ງທີ່ພຣະເຈົ້າໄດ້ພັກຜ່ອນຈາກວຽກການຂອງ^ພຣະອົງ.
[11] ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາອົດສາພະຍາຍາມ ໃຫ້ໄດ້ເຂົ້າສູ່ບ່ອນພັກຜ່ອນນັ້ນ ເພື່ອຈະບໍ່ໃຫ້ຜູ້ໜຶ່ງຜູ້ໃດຕ້ອງເສຍໄປ ເໝືອນດັ່ງຄົນບໍ່ເຊື່ອຟັງເຫລົ່ານັ້ນ.
[12] ເພາະວ່າພຣະທຳຂອງ^ພຣະເຈົ້າປະກອບດ້ວຍຊີວິດແລະຣິດເດດ ຄົມກວ່າດາບສອງຄົມທຸກດວງ ແທງຊອດເຖິງຈິດໃຈແລະວິນຍານ ຕະຫລອດທັງຄໍ່ກະດູກແລະໄຂໃນກະດູກເຊື່ອມຕິດຕໍ່ກັນ ຈຶ່ງສັງເກດຮູ້ຄວາມ^ຄິດແລະຄວາມ^ມຸ່ງໝາຍໃນໃຈໄດ້.
[13] ແລະໃນທຸກສິ່ງທີ່ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກພຣະພັກພຣະອົງໄດ້ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ສາຍຕາຂອງ^ພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ.
[14] ດ້ວຍເຫດນັ້ນ ຖ້າພວກເຮົາມີມະຫາປະໂຣຫິດຜູ້ຍິ່ງໃຫຍ່ ທີ່ຜ່ານຟ້າສະຫວັນມາແລ້ວ ຄືພຣະເຢຊູເຈົ້າພຣະບຸດຂອງ^ພຣະເຈົ້າ. ຈົ່ງໃຫ້ພວກເຮົາຢຶດຖືຄວາມເຊື່ອ ທີ່ເຮົາໄດ້ປະກາດແລ້ວນັ້ນໃຫ້ໝັ້ນຄົງ.
[15] ເພາະວ່າ ພວກເຮົາບໍ່ໄດ້ມີມະຫາປະໂຣຫິດ ທີ່ບໍ່ສາມາດຈະເຫັນໃຈໃນຄວາມ^ອ່ອນແອຂອງ^ພວກເຮົາ, ແຕ່ມີຕົນໜຶ່ງທີ່ຊົງຖືກທົດລອງເໝືອນຢ່າງເຮົາທຸກປະການ, ເຖິງປານນັ້ນ ພຣະອົງກໍຍັງບໍ່ມີບາບ.
[16] ດ້ວຍເຫດນັ້ນ ຈົ່ງໃຫ້ເຮົາທັງຫລາຍມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.