Skip to content
Opens in a new window
Listen to this chapter • 3:47

[1] ດ້ວຍເຫດນັ້ນ ໃຫ້​ພວກເຮົາ​ປະ​ຫລັກ​ທຳ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດ​ໄວ້ ແລະ​ກ້າວໜ້າ​ໄປ​ສູ່​ຄວາມ^ເປັນ​ຜູ້​ໃຫຍ່​ແລ້ວ ຢ່າ​ເອົາ​ສິ່ງ​ເຫລົ່ານີ້​ມາ​ວາງ​ເປັນ​ຮາກຖານ​ຊໍ້າ​ອີກ ຄື​ການ​ກັບໃຈ​ໃໝ່​ຈາກ​ການ​ກະທຳ ທີ່​ນຳ​ໄປ​ສູ່​ຄວາມ^ຕາຍ ຄວາມເຊື່ອ​ໃນ​ພຣະເຈົ້າ

[2] ແລະ​ຄຳສັ່ງສອນ​ເຖິງ​ເລື່ອງ​ບັບຕິສະມາ ພິທີ​ວາງ​ມື, ການ​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ການ^ພິພາກສາ​ລົງໂທດ​ເປັນນິດ.

[3] ສິ່ງ​ນີ້​ແຫລະ ພວກເຮົາ​ຈະ​ກະທຳ ຖ້າ​ພຣະເຈົ້າ​ຊົງ​ໂຜດ​ອະນຸຍາດ.

[4] ເພາະວ່າ​ຄົນ​ເຫລົ່ານັ້ນ ທີ່​ໄດ້​ຮັບ​ຄວາມ^ສະຫວ່າງ​ມາ​ເທື່ອໜຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ^ປະທານ​ຈາກ​ສະຫວັນ ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ

[5] ແລະ​ໄດ້​ຊີມ​ຣົດ​ອັນ​ດີ​ແຫ່ງ​ຖ້ອຍຄຳ​ຂອງ^ພຣະເຈົ້າ ກັບ​ຣິດເດດ​ແຫ່ງ​ຄາວ​ທີ່​ຈະ​ມາ​ເຖິງ​ນັ້ນ.

[6] ຖ້າ​ພວກເຂົາ​ເຫລົ່ານັ້ນ​ໄດ້​ຕົກ​ເສຍ​ໄປ​ແລ້ວ ກໍ​ເຫລືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ອີກ​ໄດ້ ເພາະ​ພວກເຂົາ​ເອງ​ຄຶງ​ພຣະບຸດ​ຂອງ^ພຣະເຈົ້າ​ເສຍ ແລະ​ເຮັດ​ໃຫ້​ພຣະອົງ​ຊົງ​ໄດ້​ຮັບ​ການ​ປະຈານ​ຂາຍໜ້າ.

[7] ດ້ວຍວ່າ, ພື້ນດິນ​ຕອນ​ໃດ​ດູດ​ຮັບ​ເອົາ​ນໍ້າ^ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ ແລະ​ເກີດ​ພືດຜົນ​ງອກ​ຂຶ້ນ​ໃຫ້​ປະໂຫຍດ​ແກ່​ຄົນ​ປູກຝັງ​ນັ້ນ ກໍໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ.

[8] ແຕ່​ພື້ນດິນ​ທີ່​ເກີດ​ສ້ຽນໜາມ ກໍ​ນັບ​ວ່າ​ບໍ່ມີ​ຄ່າ ແລະ​ເກືອບ​ຈະ​ຖືກ​ຊົງ​ປ້ອຍດ່າ​ແລ້ວ ໃນ​ທີ່ສຸດ​ກໍ​ຈະ​ຖືກ​ເຜົາ​ໄຟ​ເສຍ.

[9] ແຕ່​ພວກ​ພີ່ນ້ອງ^ເອີຍ, ເຖິງ​ແມ່ນ​ວ່າ​ເຮົາ​ເວົ້າ​ດັ່ງນັ້ນ ເຮົາ​ກໍ​ຍັງ​ເຊື່ອ​ແນ່​ວ່າ​ທ່າທີ​ຂອງ^ພວກເຈົ້າ ມີ​ສິ່ງ​ດີກວ່າ​ທີ່​ໄດ້​ກ່າວ​ມາ​ນັ້ນ ກໍ​ຄື​ສິ່ງ​ທີ່​ກ່ຽວກັບ​ຄວາມ^ພົ້ນ.

[10] ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ^ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ^ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.

[11] ຄວາມ^ປາຖະໜາ​ອັນ​ຍິ່ງໃຫຍ່​ຂອງ^ພວກເຮົາ ແມ່ນ​ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ມີ​ຄວາມ^ຮ້ອນຮົນ​ຢ່າງ​ດຽວກັນ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ນັ້ນ​ຈະ​ໄດ້​ສຳເລັດ.

[12] ພວກເຮົາ​ບໍ່​ປາຖະໜາ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນ​ກຽດຄ້ານ ແຕ່​ໃຫ້​ເປັນ​ເໝືອນ​ຄົນ​ເຫລົ່ານັ້ນ ທີ່​ອາໄສ​ຄວາມເຊື່ອ​ແລະ​ຄວາມ^ພຽນ^ອົດທົນ ຈຶ່ງ​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.

[13] ເມື່ອ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ກັບ​ອັບຣາຮາມ​ນັ້ນ ໂດຍ​ທີ່​ບໍ່ມີ​ຜູ້ໃດ​ເປັນ​ໃຫຍ່​ກວ່າ​ພຣະອົງ ທີ່​ພຣະອົງ​ຈະ​ຊົງ​ສາບານ​ດ້ວຍ​ອອກ​ຊື່​ຜູ້ນັ້ນ​ໄດ້ ພຣະອົງ​ຈຶ່ງ​ໄດ້​ຊົງ​ສາບານ​ດ້ວຍ​ພຣະນາມ​ຂອງ^ພຣະອົງ​ເອງ

[14] ວ່າ, “ຈິງ​ແທ້ ເຮົາ​ຈະ​ອວຍພອນ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ເຊື້ອສາຍ​ຂອງ^ເຈົ້າ​ທະວີ​ຫລາຍ​ຂຶ້ນ.”

[15] ຢ່າງ​ນັ້ນ​ແຫລະ ເມື່ອ​ອັບຣາຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ^ພຽນ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະສັນຍາ​ນັ້ນ.

[16] ດ້ວຍວ່າ, ຝ່າຍ​ມະນຸດ​ເຄີຍ​ສາບານ​ດ້ວຍ​ອອກ​ຊື່​ຜູ້​ໃຫຍ່​ກວ່າ​ຕົນ ແລະ​ເມື່ອ​ເກີດ​ການ​ຖົກຖຽງ​ກັນ​ຂຶ້ນ​ຄຳ​ສາບານ​ນັ້ນ ກໍ​ເປັນ​ຄຳ​ຢືນຢັນ​ອັນ​ເດັດຂາດ.

[17] ສະນັ້ນ ເມື່ອ​ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ ຈະ​ຊົງ​ໃຫ້​ຜູ້​ທີ່​ຈະ​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ​ນັ້ນ ຮູ້​ຄັກແນ່​ຕື່ມ​ຂຶ້ນ​ວ່າ ພຣະ​ປະສົງ​ຂອງ^ພຣະອົງ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ ພຣະອົງ​ຈຶ່ງ​ຊົງ​ຢືນຢັນ​ພຣະສັນຍາ​ນັ້ນ​ດ້ວຍ​ຄຳ​ສາບານ.

[18] ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ^ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.

[19] ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ^ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,

[20] ທີ່​ພຣະເຢຊູເຈົ້າ​ຜູ້​ຊົງ​ນຳ​ໜ້າ ໄດ້​ສະເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກເຮົາ​ແລ້ວ ເພາະ​ພຣະອົງ​ໄດ້​ຊົງ​ກາຍເປັນ​ມະຫາ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.

ເຮັບເຣີ — Chapters