[1] ເພາະເຫດນັ້ນ ພວກເຮົາຈຶ່ງຕ້ອງໃຫ້ຄວາມ^ສົນໃຈຫລາຍຍິ່ງຂຶ້ນໃນຂໍ້ຄວາມຈິງ ຊຶ່ງພວກເຮົາໄດ້ຍິນໄດ້ຟັງ ເພື່ອວ່າພວກເຮົາຈະບໍ່ຖືກລໍ້ລວງໃຫ້ຫລົງເສຍໄປ.
[2] ດ້ວຍວ່າ, ຖ້ອຍຄຳ ຊຶ່ງບັນດາເທວະດາໄດ້ກ່າວມານັ້ນ ເປັນຄວາມຈິງ ແລະຜູ້ໃດທີ່ບໍ່ເຊື່ອຟັງແລະບໍ່ປະຕິບັດຕາມ ກໍໄດ້ຮັບໂທດຕາມຄວາມ^ຍຸດຕິທຳແລ້ວ.
[3] ດັ່ງນັ້ນ ຖ້າພວກເຮົາລະເລີຍຕໍ່ຄວາມ^ພົ້ນອັນໃຫຍ່ຫລວງເຊັ່ນນີ້ ພວກເຮົາຈະຫລົບໜີຈາກການລົງໂທດໄດ້ຢ່າງໃດ? ອົງພຣະ^ຜູ້^ເປັນເຈົ້າໄດ້ປະກາດຄວາມ^ພົ້ນນັ້ນໃນເວລາທຳອິດ ແລະພວກທີ່ໄດ້ຍິນກໍຢືນຢັນແກ່ພວກເຮົາວ່າເປັນຄວາມຈິງ.
[4] ພຣະເຈົ້າກໍຍັງຊົງເປັນພະຍານຮ່ວມກັນກັບພວກເຂົາ ໂດຍຊົງສຳແດງໝາຍສຳຄັນການອັດສະຈັນ ການອິດທິຣິດຕ່າງໆ ແລະໂດຍຂອງ^ປະທານຈາກພຣະວິນຍານບໍຣິສຸດເຈົ້າ ຊຶ່ງຊົງປະທານຕາມນໍ້າພຣະໄທຂອງ^ພຣະອົງ.
[5] ພຣະເຈົ້າບໍ່ໄດ້ຕັ້ງຝູງເທວະດາ ໃຫ້ເປັນຜູ້ປົກຄອງເໜືອໂລກໜ້າທີ່ຈະມີມາ ຄືໂລກໃໝ່ ຊຶ່ງເຮົາກຳລັງກ່າວເຖິງນັ້ນ.
[6] ແຕ່ໃນບາງບ່ອນ ມີຄົນກ່າວເປັນພະຍານວ່າ, “ມະນຸດສຳຄັນຫຍັງໜໍ ທີ່ພຣະອົງຈະຕ້ອງຄິດເຖິງເຂົາ ຫລືວ່າພຣະອົງຕ້ອງເປັນຫ່ວງເປັນໃຍ ມະນຸດທີ່ຕາຍເປັນບໍ?
[7] ພຣະອົງຊົງເຮັດໃຫ້ມະນຸດຕໍ່າກວ່າ ເທວະດາພຽງໜ້ອຍໜຶ່ງເທົ່ານັ້ນ ຊົງເອົາສະຫງ່າຣາສີ ແລະກຽດຕິຍົດເປັນມົງກຸດໃຫ້
[8] ໄດ້ຊົງປາບສິ່ງທັງປວງ ໃຫ້ຢູ່ພາຍໃຕ້ຕີນຂອງ^ເພິ່ນ.” ໃນການທີ່ພຣະອົງໄດ້ຊົງມອບສິ່ງທັງປວງໃຫ້ຢູ່ໃຕ້ອຳນາດຂອງ^ເພິ່ນນັ້ນ ບໍ່ມີສິ່ງໃດທີ່ຊົງປະໄວ້ ນອກເໜືອຈາກອຳນາດຂອງ^ເພິ່ນ ແຕ່ບັດນີ້ ພວກເຮົາຍັງບໍ່ເຫັນວ່າສິ່ງທັງປວງຢູ່ໃຕ້ອຳນາດຂອງ^ເພິ່ນ.
[9] ແຕ່ພວກເຮົາກໍເຫັນພຣະເຢຊູເຈົ້າ ຜູ້ທີ່ຖືກເຮັດໃຫ້ຕໍ່າກວ່າເທວະດາພຽງຊົ່ວຄາວນັ້ນ ຊົງໄດ້ຮັບພຣະສະຫງ່າຣາສີ ແລະພຣະກຽດຕິຍົດເປັນມົງກຸດ ເພາະທີ່ພຣະອົງຊົງຍອມຕາຍດ້ວຍຄວາມ^ທໍລະມານ ໂດຍພຣະຄຸນຂອງ^ພຣະເຈົ້າ ພຣະອົງຈຶ່ງໄດ້ຊົງຊີມຣົດຄວາມ^ຕາຍແທນມະນຸດທຸກຄົນ.
[10] ດ້ວຍວ່າ, ໃນການທີ່ພຣະເຈົ້າຈະຊົງພາບຸດຫລວງຫລາຍໄປສູ່ສະຫງ່າຣາສີນັ້ນ ກໍເປັນການເໝາະສົມຢູ່ແລ້ວ ທີ່ພຣະເຈົ້າ ຜູ້ຊຶ່ງທຸກສິ່ງດຳລົງຢູ່ໂດຍພຣະອົງ ແລະເພື່ອພຣະອົງ ຈະຊົງໃຫ້ຜູ້ນຳທາງຄວາມ^ລອດພົ້ນໃຫ້ເຂົາເຫລົ່ານັ້ນ ໃຫ້ເຖິງທີ່ສຳເລັດໂດຍການທົນທຸກທໍລະມານ.
[11] ເພາະວ່າພຣະອົງຜູ້ຊົງຊຳລະມະນຸດໃຫ້ບໍຣິສຸດຈາກບາບກຳຂອງ^ພວກເຂົາ ແລະພວກທີ່ໄດ້ຖືກຊຳລະໃຫ້ບໍຣິສຸດນັ້ນ ກໍມີມາຈາກພຣະບິດາເຈົ້າອົງດຽວກັນ. ເພາະເຫດນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນຄົນເຫລົ່ານັ້ນວ່າ ເປັນອ້າຍເອື້ອຍນ້ອງຂອງ^ພຣະອົງ.
[12] ໂດຍພຣະອົງຊົງກ່າວວ່າ, “ເຮົາຈະປະກາດພຣະນາມ ຂອງ^ພຣະອົງແກ່ອ້າຍເອື້ອຍນ້ອງຂອງເຮົາ ເຮົາຈະຮ້ອງເພງສັນລະເສີນພຣະອົງ ໃນທ່າມກາງຊຸມຊົນ.”
[13] ພຣະອົງຍັງຊົງກ່າວວ່າ, “ຂ້ານ້ອຍຈະມອບຄວາມ^ໄວ້ວາງໃຈໃນພຣະເຈົ້າ” ແລະພຣະອົງຍັງກ່າວອີກວ່າ, “ຂ້ານ້ອຍຢູ່ທີ່ນີ້ພ້ອມກັບບຸດທັງຫລາຍ ທີ່ພຣະເຈົ້າຊົງມອບໃຫ້ຂ້ານ້ອຍ.”
[14] ເຫດສະນັ້ນ ເມື່ອພວກລູກໄດ້ຮ່ວມໃນເລືອດເນື້ອອັນດຽວກັນ ຝ່າຍພຣະອົງຈຶ່ງໄດ້ຊົງຮ່ວມໃນຊາດມະນຸດເໝືອນກັນ ເພື່ອໂດຍທາງຄວາມ^ຕາຍນັ້ນ ພຣະອົງຈະໄດ້ຊົງທຳລາຍຜູ້ທີ່ມີອຳນາດແຫ່ງຄວາມ^ຕາຍ ຄືມານຮ້າຍ,
[15] ແລະຈະໄດ້ຊົງປ່ອຍຄົນທັງປວງ ທີ່ເປັນທາດຂອງ^ຄວາມ^ຢ້ານຕາຍຕະຫລອດຊີວິດນັ້ນໃຫ້ລອດພົ້ນ.
[16] ເປັນສິ່ງຈະແຈ້ງວ່າ ພຣະອົງບໍ່ໄດ້ຊົງເປັນຫ່ວງນຳຝູງເທວະດາ ແຕ່ພຣະອົງໄດ້ເປັນຫ່ວງນຳເຊື້ອສາຍຂອງ^ອັບຣາຮາມ.
[17] ເຫດສະນັ້ນ ພຣະອົງຈຶ່ງຕ້ອງໄດ້ກາຍເປັນເໝືອນດັ່ງອ້າຍເອື້ອຍນ້ອງຂອງຕົນໃນທຸກຢ່າງ, ເພື່ອວ່າພຣະອົງຈະໄດ້ເປັນມະຫາປະໂຣຫິດ ຜູ້ປະກອບດ້ວຍຄວາມ^ສັດຊື່ແລະມີໃຈເມດຕາ ໃນການບົວລະບັດຮັບໃຊ້ພຣະເຈົ້າ ເພື່ອນຳເຄື່ອງບູຊາໄປຖວາຍແທນບາບກຳຂອງ^ຄົນທັງປວງ.
[18] ເພາະເຫດວ່າ ພຣະອົງເອງໄດ້ຖືກທົດລອງ ແລະຖືກທົນທຸກທໍລະມານມາກ່ອນ ພຣະອົງຈຶ່ງຊົງສາມາດຊ່ວຍຜູ້ທີ່ຖືກທົດລອງນັ້ນໄດ້.