[1] ຝ່າຍມະຫາປະໂຣຫິດທຸກຄົນນັ້ນ ແມ່ນຜູ້ຖືກເລືອກໄວ້ຈາກມະນຸດ ແລະຖືກແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ພຣະເຈົ້າແທນມະນຸດ ເພື່ອຖວາຍເຄື່ອງບູຊາ ແລະຂອງ^ຖວາຍເພື່ອລຶບລ້າງ^ບາບ.
[2] ເພິ່ນສາມາດປະຕິບັດຢ່າງອ່ອນໂຍນຕໍ່ຄົນທີ່ຮູ້ເທົ່າ^ບໍ່^ເຖິງການ ແລະຄົນຫລົງຜິດໄດ້ ເພາະເພິ່ນເອງກໍມີຄວາມ^ອ່ອນແອເໝືອນກັນ.
[3] ເພາະເຫດນີ້ ເພິ່ນຈຶ່ງຕ້ອງຖວາຍເຄື່ອງບູຊາຕ່າງໆ ບໍ່ແມ່ນສຳລັບລຶບລ້າງ^ບາບຂອງ^ພົນລະເມືອງເທົ່ານັ້ນ ແຕ່ສຳລັບລຶບລ້າງ^ບາບຂອງ^ຕົນເອງດ້ວຍ.
[4] ບໍ່ຫ່ອນມີຜູ້ໃດຕັ້ງຕົນເອງຢູ່ໃນຕຳແໜ່ງນີ້ ມີແຕ່ພຣະເຈົ້າຊົງເອີ້ນເອົາເໝືອນຢ່າງຊົງເອີ້ນອາໂຣນນັ້ນ.
[5] ໃນທຳນອງ^ດຽວກັນ ພຣະຄຣິດກໍບໍ່ໄດ້ຊົງຍົກຍໍພຣະອົງເອງຂຶ້ນເປັນມະຫາປະໂຣຫິດ ແຕ່ຊົງຮັບພຣະກຽດນີ້ຈາກພຣະເຈົ້າຜູ້ຊົງກ່າວກັບພຣະອົງວ່າ, “ທ່ານນັ້ນແຫລະ ເປັນບຸດຂອງເຮົາ ຝ່າຍເຮົາ ເຮົາໃຫ້ກຳເນີດທ່ານໃນວັນນີ້.”
[6] ພຣະອົງຍັງຊົງກ່າວໃນຕອນອື່ນອີກວ່າ, “ທ່ານເປັນປະໂຣຫິດຕະຫລອດໄປ ໃນລຳດັບດຽວກັນກັບເມຄີເຊເດັກ.”
[7] ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາ^ອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລທູນຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມ^ຢຳເກງຂອງ^ພຣະອົງ.
[8] ເຖິງແມ່ນວ່າ ພຣະອົງຊົງເປັນພຣະບຸດ ກໍຍັງຊົງຮຽນຮູ້ທີ່ຈະນ້ອມຍອມເຊື່ອຟັງ ໂດຍຄວາມ^ທຸກລຳບາກທີ່ພຣະອົງຊົງທົນນັ້ນ.
[9] ເມື່ອພຣະເຈົ້າໄດ້ຊົງບັນດານໃຫ້ພຣະບຸດ ເຖິງທີ່ສຳເລັດແລ້ວ ພຣະບຸດນັ້ນ ຈຶ່ງໄດ້ເກີດເປັນຕົ້ນກຳເນີດແຫ່ງຄວາມ^ລອດພົ້ນອັນຕະຫລອດໄປ^ເປັນນິດ ແກ່ຄົນທັງປວງທີ່ເຊື່ອຟັງພຣະອົງ,
[10] ໂດຍພຣະເຈົ້າໄດ້ຊົງຕັ້ງພຣະອົງໃຫ້ເປັນມະຫາປະໂຣຫິດ ໃນລຳດັບດຽວກັບເມຄີເຊເດັກ.
[11] ກ່ຽວກັບມະຫາປະໂຣຫິດນັ້ນ ມີເລື່ອງເວົ້າຫລາຍ ແລະຍາກທີ່ຈະອະທິບາຍໃຫ້ເຂົ້າໃຈໄດ້ ເພາະວ່າເຈົ້າ^ທັງຫລາຍກາຍເປັນຄົນຫູໜັກເສຍແລ້ວ.
[12] ເຖິງແມ່ນວ່າຂະນະນີ້ ເຈົ້າ^ທັງຫລາຍຄວນຈະເປັນຄູໄດ້ແຕ່ດົນແລ້ວກໍດີ ແຕ່ພວກເຈົ້າກໍຍັງຕ້ອງການໃຫ້ຄົນອື່ນສອນຫລັກທຳເບື້ອງຕົ້ນ ແຫ່ງພຣະທຳຂອງ^ພຣະເຈົ້າແກ່ພວກເຈົ້າອີກ. ເຈົ້າ^ທັງຫລາຍກັບກາຍເປັນຄົນຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.
[13] ດ້ວຍວ່າ, ທຸກຄົນທີ່ຍັງກິນນໍ້ານົມຢູ່ນັ້ນ ຍັງບໍ່ຊຳນານໃນເລື່ອງສິນທຳ ເພາະເຂົາຍັງເປັນເດັກນ້ອຍຢູ່.
[14] ອາຫານແຂງເປັນອາຫານສຳລັບຜູ້ໃຫຍ່ແລ້ວ ຄືສຳລັບຜູ້ທີ່ໄດ້ຮັບການຝຶກຫັດອົບຮົມ ໃຫ້ສາມາດສັງເກດວ່າ ສິ່ງໃດດີແລະສິ່ງໃດຊົ່ວ.