[1] ດັ່ງນັ້ນ ພີ່ນ້ອງຊາຍຍິງຜູ້ບໍຣິສຸດທັງຫລາຍ ທີ່ພຣະເຈົ້າເອີ້ນມາດ້ວຍກັນກັບເຮົາ^ເອີຍ ຈົ່ງພິຈາລະນາເບິ່ງອັກຄະສາວົກ ແລະມະຫາປະໂຣຫິດແຫ່ງຄວາມເຊື່ອຂອງ^ພວກເຮົາ ຄືພຣະເຢຊູເຈົ້າ.
[2] ພຣະອົງສັດຊື່ຕໍ່ພຣະເຈົ້າ ຜູ້ຊົງແຕ່ງຕັ້ງພຣະອົງໄວ້ໃຫ້ດຳເນີນພາລະກິດນີ້ ເໝືອນດັ່ງທີ່ໂມເຊໄດ້ສັດຊື່ຕໍ່ພາລະກິດຂອງຕົນ ໃນຄົວເຮືອນຂອງ^ພຣະເຈົ້າ.
[3] ເພາະພຣະອົງສົມຄວນຢູ່ແລ້ວທີ່ໄດ້ຮັບສະຫງ່າຣາສີຫລາຍກວ່າໂມເຊ ເໝືອນດັ່ງກົກເຄົ້າຂອງ^ວົງຕະກຸນ ທີ່ມີກຽດຫລາຍກວ່າວົງຕະກຸນ.
[4] ດ້ວຍວ່າ, ທຸກວົງຕະກຸນກໍມີກົກເຄົ້າ ແຕ່ຜູ້ຊົງເປັນກົກເຄົ້າຂອງ^ສັບພະສິ່ງທັງປວງນັ້ນແມ່ນພຣະເຈົ້າ.
[5] ໃນວົງສາຄະນາຍາດທັງໝົດອັນເປັນຄົວເຮືອນຂອງ^ພຣະເຈົ້ານັ້ນ ໂມເຊໄດ້ສັດຊື່ໃນຖານະເປັນຄົນ^ຮັບໃຊ້ ເພື່ອເປັນພະຍານເຖິງເລື່ອງຕ່າງໆ ຊຶ່ງພຣະເຈົ້າຈະຊົງກ່າວຕໍ່ໄປພາຍໜ້າ.
[6] ແຕ່ຝ່າຍພຣະຄຣິດຊົງສັດຊື່ ໃນຖານະເປັນພຣະບຸດຢູ່ເໜືອວົງສາຄະນາຍາດ ອັນເປັນຄົວເຮືອນຂອງ^ພຣະເຈົ້າ ແລະເຮົາທັງຫລາຍກໍເປັນຄົວເຮືອນນັ້ນແຫລະ ຖ້າເຮົາຫາກຢຶດໝັ້ນໃນຄວາມ^ໄວ້ວາງໃຈ ແລະຄວາມ^ພາກພູມ^ໃຈໃນ^ຄວາມຫວັງນັ້ນໄວ້ໃຫ້ໝັ້ນຄົງຈົນເຖິງທີ່ສຸດ.
[7] ດ້ວຍເຫດນັ້ນ ຈຶ່ງເປັນໄປຕາມທີ່ພຣະວິນຍານບໍຣິສຸດເຈົ້າຊົງກ່າວໄວ້ວ່າ, “ວັນນີ້ຖ້າເຈົ້າ^ທັງຫລາຍ ໄດ້ຍິນພຣະສຸຣະສຽງຂອງ^ພຣະອົງ
[8] ກໍຢ່າໃຫ້ໃຈຂອງ^ພວກເຈົ້າແຂງ^ກະດ້າງໄປ ເໝືອນດັ່ງບັນພະບຸລຸດຂອງ^ພວກເຈົ້າ ຄືເມື່ອພວກເຂົາໄດ້ກະບົດຕໍ່ພຣະເຈົ້າ ໃນວັນທີ່ພວກເຂົາທົດລອງພຣະອົງ ໃນຖິ່ນ^ແຫ້ງແລ້ງ^ກັນດານ.
[9] ໃນບ່ອນນັ້ນພວກເຂົາ ໄດ້ທົດລອງພິສູດເຮົາ ເຖິງແມ່ນວ່າພວກເຂົາໄດ້ເຫັນສິ່ງທີ່ເຮົາ ໄດ້ກະທຳຕະຫລອດສີ່ສິບປີ ແລ້ວນັ້ນກໍຕາມ.
[10] ສະນັ້ນແຫລະ ເຮົາຈຶ່ງໂກດຮ້າຍ ກັບຄົນສະໄໝນັ້ນ ແລະເວົ້າວ່າ, ‘ໃຈຂອງ^ພວກເຂົາມັກຫລົງຜິດຢູ່ສະເໝີ ແລະພວກເຂົາບໍ່ຮູ້ຈັກຫົນທາງຂອງເຮົາ.’
[11] ເຮົາຈຶ່ງໄດ້ໂກດຮ້າຍພວກເຂົາ ແລະໄດ້ສາບານຢ່າງໜັກແໜ້ນໄວ້ວ່າ, “ພວກເຂົາຈະບໍ່ໄດ້ເຂົ້າໄປໃນດິນແດນນັ້ນຈັກເທື່ອ ຄືບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.”
[12] ພີ່ນ້ອງຄົນທີ່ເຊື່ອຂອງເຮົາ^ເອີຍ, ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດ^ຜູ້ໜຶ່ງໃນພວກເຈົ້າ ມີຈິດໃຈຊົ່ວຊ້າແລະບໍ່ເຊື່ອຟັງ ຊຶ່ງຈະເຮັດໃຫ້ຕົນຫັນໜີຈາກພຣະເຈົ້າ ອົງຊົງພຣະຊົນຢູ່.
[13] ແຕ່ຈົ່ງຊ່ວຍກັນແລະກັນທຸກໆວັນ ຕາບໃດທີ່ຍັງໃຊ້ຄຳວ່າ, “ວັນນີ້” ເພື່ອບໍ່ໃຫ້ມີຜູ້ໃດໃນພວກເຈົ້າ ຖືກບາບລໍ້ລວງໃຫ້ມີຈິດໃຈດື້ດ້ານບໍ່ເຊື່ອຟັງ.
[14] ດ້ວຍວ່າ, ພວກເຮົາທຸກຄົນເປັນຜູ້ຮ່ວມງານກັບພຣະຄຣິດ ຖ້າພວກເຮົາຢຶດຖືຄວາມ^ໄວ້ວາງໃຈ ທີ່ພວກເຮົາໄດ້ມີໃນຕອນຕົ້ນນັ້ນ ໄວ້ໝັ້ນຄົງຈົນເຖິງທີ່ສຸດ.
[15] ດັ່ງທີ່ມີກ່າວໄວ້ໃນພຣະຄຳພີວ່າ, “ວັນນີ້ ຖ້າເຈົ້າ^ທັງຫລາຍຫາກ ໄດ້ຍິນພຣະສຸຣະສຽງຂອງ^ພຣະອົງ ກໍຢ່າໃຫ້ໃຈຂອງ^ພວກເຈົ້າແຂງ^ກະດ້າງໄປ ເໝືອນບັນພະບຸລຸດຂອງ^ພວກເຈົ້າ ທີ່ໄດ້ກະບົດ.”
[16] ດັ່ງນັ້ນ ແມ່ນຜູ້ໃດໜໍ ທີ່ໄດ້ຍິນພຣະສຸຣະສຽງຂອງ^ພຣະເຈົ້າແລ້ວ ແຕ່ຍັງກະບົດ ບໍ່ແມ່ນທຸກຄົນທີ່ໂມເຊນຳອອກມາຈາກປະເທດ^ເອຢິບນັ້ນຫລື?
[17] ແລະແມ່ນຜູ້ໃດໜໍ ທີ່ພຣະເຈົ້າໄດ້ໂກດຮ້າຍຕະຫລອດສີ່ສິບປີ ບໍ່ແມ່ນຄົນເຫລົ່ານັ້ນທີ່ໄດ້ເຮັດຜິດບາບ ແລະຊາກສົບຂອງ^ພວກເຂົາຖືກປະຖິ້ມໃນຖິ່ນ^ແຫ້ງແລ້ງ^ກັນດານນັ້ນຫລື?
[18] ແມ່ນຜູ້ໃດໜໍ ທີ່ພຣະອົງໄດ້ຊົງສາບານຕົວວ່າ ພວກເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງ^ພຣະອົງຈັກເທື່ອ ກໍແມ່ນຄົນທີ່ບໍ່ເຊື່ອຟັງເຫລົ່ານັ້ນ ບໍ່ແມ່ນຫລື?
[19] ດັ່ງນັ້ນ ພວກເຮົາຈຶ່ງເຫັນວ່າພວກເຂົາຈະເຂົ້າໄປໃນດິນແດນນັ້ນບໍ່ໄດ້ ຍ້ອນຄວາມ^ບໍ່ເຊື່ອຟັງຂອງ^ພວກເຂົາ.