Skip to content
Opens in a new window
Listen to this chapter • 6:07

[1] ເຖິງ​ແມ່ນ​ພັນທະສັນຍາ​ເດີມ​ນັ້ນ ກໍ​ມີ​ກົດ​ໃນ​ການ​ນະມັດສະການ ແລະ​ມີ​ສະຖານ​ອັນ​ສັກສິດ​ທີ່​ແຜ່ນດິນ^ໂລກ.

[2] ດ້ວຍວ່າ, ມີ​ສຳນັກ​ຜ້າເຕັນ​ທີ່​ຈັດຕັ້ງ​ຂຶ້ນ​ແລ້ວ ຄື​ຫ້ອງ​ຊັ້ນນອກ ຊຶ່ງ​ມີ​ຫລັກ^ຕະກຽງ ມີ​ໂຕະ ແລະ​ມີ​ເຂົ້າຈີ່​ທີ່​ຕັ້ງ​ຖວາຍ​ໄວ້ ຫ້ອງ​ທຳອິດ​ນີ້​ເອີ້ນ​ວ່າ, ສະຖານທີ່​ສັກສິດ.

[3] ພາຍ​ໃນ​ຜ້າກັ້ງ​ຊັ້ນ​ທີ​ສອງ​ມີ​ຫ້ອງ ຊຶ່ງ​ເອີ້ນ​ວ່າ, ສະຖານທີ່​ສັກສິດ​ທີ່ສຸດ.

[4] ໃນ​ຫ້ອງ​ນັ້ນ ມີ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ມີ​ຫີບ​ຫຸ້ມຫໍ່​ດ້ວຍ​ຄຳ​ທຸກ​ດ້ານ​ສຳລັບ​ໃສ່​ພັນທະສັນຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມານາ​ໄວ້ ມີ​ໄມ້​ເທົ້າ​ຂອງ^ອາໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນ​ຫີນ​ຈາລຶກ​ພັນທະສັນຍາ​ແລ້ວ.

[5] ຢູ່​ເທິງ​ຫີບ​ນັ້ນ ມີ​ຮູບ​ເຄຣູບ​ປະກອບ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ^ພຣະເຈົ້າ ປົກຄຸມ​ພຣະທີ່ນັ່ງ​ອັນ​ຊົງ​ພຣະ​ກະຣຸນາ​ນັ້ນ. ສິ່ງ​ເຫລົ່ານີ້ ເຮົາ​ຈະ​ພັນລະນາ​ໃຫ້​ລະອຽດ​ໃນ​ທີ່​ນີ້​ບໍ່ໄດ້.

[6] ເມື່ອ​ຈັດຕັ້ງ​ສິ່ງ​ຕ່າງໆ​ໄວ້​ຢ່າງ​ນັ້ນ​ແລ້ວ ບັນດາ​ປະໂຣຫິດ​ກໍ​ເຂົ້າ​ໄປ​ໃນ​ຫໍເຕັນ​ຊັ້ນນອກ​ທຸກໆ​ວັນ ເພື່ອ​ປະກອບ​ພິທີ.

[7] ສ່ວນ​ຫ້ອງ​ຊັ້ນ​ໃນ​ນັ້ນ ມີ​ແຕ່​ມະຫາ​ປະໂຣຫິດ​ຜູ້​ດຽວ​ເທົ່ານັ້ນ​ທີ່​ເຂົ້າ​ໄປ​ໄດ້ ແລະ​ເພິ່ນ​ເຂົ້າ​ໄປ​ໄດ້​ປີ​ລະ​ເທື່ອ​ເທົ່ານັ້ນ. ເພິ່ນ​ຕ້ອງ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ຖວາຍ​ແກ່​ພຣະເຈົ້າ​ສຳລັບ​ຕົນເອງ ແລະ​ເພື່ອ​ຄວາມຜິດ​ໂດຍ​ບໍ່​ເຈດຕະນາ​ຂອງ^ປະຊາຊົນ.

[8] ໂດຍ​ສິ່ງ​ນີ້​ເອງ ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ສຳແດງ​ວ່າ ທາງ​ທີ່​ນຳ​ເຂົ້າ​ສູ່​ສະຖານ​ສັກສິດ​ນັ້ນ​ຍັງ​ບໍ່​ເປີດ ຕາບໃດ​ທີ່​ຫ້ອງ​ຊັ້ນນອກ​ນັ້ນ​ຍັງ​ຕັ້ງ​ຢູ່.

[9] ຫ້ອງ​ຊັ້ນນອກ​ນັ້ນ ເປັນ​ເຄື່ອງໝາຍ​ເຖິງ​ສະໄໝ​ປັດຈຸບັນ ຄື​ໝາຍຄວາມວ່າ​ການ​ຖວາຍ​ຂອງ^ທານ ແລະ​ເຄື່ອງ​ບູຊາ​ຕາມ​ແບບ​ນີ້ ຈະ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ^ຜູ້​ຖວາຍ​ນັ້ນ​ບໍ່ໄດ້.

[10] ເພາະ​ເປັນ​ເລື່ອງ​ຂອງ^ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.

[11] ເມື່ອ​ພຣະຄຣິດ​ໄດ້​ສະເດັດ​ມາ​ເປັນ​ມະຫາ​ປະໂຣຫິດ​ສຳລັບ​ສິ່ງ​ປະເສີດ ຊຶ່ງ​ມາ​ເຖິງ​ແລ້ວ. ພຣະອົງ​ກໍໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ແລະ​ປະເສີດ​ກວ່າ​ແຕ່​ກ່ອນ (ທີ່​ບໍ່ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ ຄື​ບໍ່ແມ່ນ​ສິ່ງຂອງ​ທີ່​ສ້າງ​ຂຶ້ນ​ໃນ​ໂລກນີ້).

[12] ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ແລະ​ພຣະອົງ​ບໍ່ໄດ້​ຊົງ​ນຳ​ເລືອດ​ແບ້ ຫລື​ເລືອດ​ລູກ^ງົວ​ເຂົ້າ​ໄປ ແຕ່​ຊົງ​ນຳ​ພຣະ^ໂລຫິດ​ຂອງ^ພຣະອົງ​ເອງ​ເຂົ້າ​ໄປ ແລະ​ຊົງ​ສຳເລັດ​ການ​ໄຖ່​ບາບ​ອັນ​ຕະຫລອດໄປ.

[13] ເພາະວ່າ​ຖ້າ​ເລືອດ​ແບ້ ຫລື​ເລືອດ​ງົວເຖິກ ແລະ​ຂີ້ເຖົ່າ​ໄຟ​ຂອງ^ລູກ​ງົວ​ໂຕ​ແມ່​ທີ່​ໂຮຍ​ລົງ​ເທິງ​ຄົນ^ຊົ່ວ^ມົວໝອງ ຍັງ​ອາດ​ຊຳລະ​ຮ່າງກາຍ​ໃຫ້​ສະອາດ​ໄດ້,

[14] ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ^ໂລຫິດ​ຂອງ^ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ^ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ^ເຮົາ^ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ^ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.

[15] ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ^ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ^ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.

[16] ເພາະວ່າ​ໃນ​ກໍລະນີ​ທີ່​ກ່ຽວກັບ​ໜັງສື​ພິໄນກຳ ກໍ​ຈະ​ຕ້ອງ​ພິສູດ​ວ່າ​ຜູ້​ເຮັດ​ໜັງສື​ນັ້ນ​ຕາຍ​ແລ້ວ.

[17] ຄົນ​ນັ້ນ​ຕ້ອງ​ຕາຍ​ເສຍ​ກ່ອນ ໜັງສື​ພິໄນກຳ​ຈຶ່ງ​ຈະ​ໃຊ້​ໄດ້ ເພາະ​ຖ້າ​ຜູ້​ທີ່​ເຮັດ​ໜັງສື​ນັ້ນ​ຍັງ​ມີ​ຊີວິດ​ຢູ່ ໜັງສື​ພິໄນກຳ​ນັ້ນ ກໍ​ຍັງ​ໃຊ້​ການ​ບໍ່ໄດ້.

[18] ເພາະ​ເຫດ​ນັ້ນ ເຖິງ​ແມ່ນ​ພັນທະສັນຍາ​ເດີມ ກໍ​ບໍ່ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ປາສະຈາກ​ເລືອດ.

[19] ເພາະວ່າ​ໂມເຊ​ໄດ້​ປະກາດ​ຄຳສັ່ງ​ທຸກ​ຂໍ້ ໃນ​ກົດບັນຍັດ​ແກ່​ໄພ່ພົນ​ທັງໝົດ​ແລ້ວ ເພິ່ນ​ກໍໄດ້​ເອົາ​ເລືອດ​ລູກ​ງົວເຖິກ​ແລະ​ເລືອດ​ແບ້ເຖິກ​ປົນ​ໃສ່​ນໍ້າ ແລ້ວ​ເອົາ​ຂົນແກະ​ສີແດງ​ແລະ​ໃບ^ຫູສົບ​ມັດ​ໜຶ່ງ ມາ​ຈຸ່ມ​ແລະ​ຊິດ​ໃສ່​ໜັງສື​ມ້ວນ​ນັ້ນ ແລະ​ຊິດ​ໃສ່​ໄພ່ພົນ​ທັງໝົດ.

[20] ເພິ່ນ​ກ່າວ​ວ່າ, “ນີ້​ແຫລະ ຄື​ເລືອດ​ແຫ່ງ​ພັນທະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັ່ງ​ໄວ້​ໃຫ້​ແກ່​ເຈົ້າ​ທັງຫຼາຍ”.

[21] ໃນທຳນອງ^ດຽວກັນ​ນັ້ນ ເພິ່ນ​ກໍໄດ້​ເອົາ​ເລືອດ​ຊິດ​ໃສ່​ສຳນັກ​ຜ້າເຕັນ​ກັບ​ເຄື່ອງໃຊ້​ໃນ​ພິທີ​ນະມັດສະການ​ທຸກ​ຊະນິດ​ເໝືອນກັນ.

[22] ທີ່​ຈິງ​ຕາມ​ກົດບັນຍັດ​ແລ້ວ ແມ່ນ​ເກືອບ​ທຸກໆ​ສິ່ງ​ຕ້ອງ​ຊຳລະ​ດ້ວຍ​ເລືອດ ແລະ​ຖ້າ​ບໍ່ມີ​ເລືອດ​ໄຫລ​ອອກ​ແລ້ວ ການ​ໃຫ້​ອະໄພ​ບາບກຳ​ກໍ​ບໍ່ມີ.

[23] ເພາະ​ສະນັ້ນ ສິ່ງຂອງ​ໃນ​ໂລກນີ້​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຢ່າງ​ໃນ​ສະຫວັນ ຈຳເປັນ​ຕ້ອງ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ໂດຍ​ເຄື່ອງ​ບູຊາ​ອັນ​ປະເສີດ​ຫລາຍກວ່າ​ອີກ.

[24] ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ມະຫາ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.

[25] ພຣະອົງ​ບໍ່​ຕ້ອງ​ເຂົ້າ​ໄປ​ຖວາຍບູຊາ​ພຣະອົງ​ເອງ​ຫລາຍ​ເທື່ອ ເໝືອນ​ດັ່ງ​ປະໂຣຫິດ​ທີ່​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ທຸກໆ​ປີ ແລະ​ນຳ​ເລືອດ​ໂດຍ​ບໍ່ແມ່ນ​ເລືອດ​ຂອງ^ຕົນເອງ​ເຂົ້າ​ໄປ​ຖວາຍ,

[26] ເພາະ​ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຄົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ວາງ​ຮາກ​ສ້າງ​ໂລກ​ມາ. ແຕ່​ບັດນີ້ ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ເພື່ອ​ໄຖ່​ຄວາມ^ບາບ.

[27] ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ^ພິພາກສາ​ສັນໃດ

[28] ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ^ບາບກຳ​ຂອງ^ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ^ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ^ພົ້ນ.

ເຮັບເຣີ — Chapters