[1] ອັນໜຶ່ງຄວາມເຊື່ອຄືຄວາມ^ແນ່ນອນໃຈ ໃນສິ່ງທີ່ເຮົາຫວັງໄວ້ ເປັນຄວາມ^ຕາຍໃຈ ເຖິງສິ່ງທີ່ຍັງບໍ່ເຫັນກັບຕາ.
[2] ເພາະໂດຍຄວາມເຊື່ອແບບນີ້ເອງ ທີ່ຄົນໃນສະໄໝບູຮານໄດ້ຮັບຄຳເຫັນຊອບຈາກພຣະເຈົ້າ.
[3] ແມ່ນໂດຍຄວາມເຊື່ອແບບນີ້ ພວກເຮົາຈຶ່ງເຂົ້າໃຈວ່າໂລກຈັກກະວານນີ້ໄດ້ຖືກສ້າງຂຶ້ນໂດຍພຣະທຳຂອງ^ພຣະເຈົ້າ. ດັ່ງນັ້ນ ສິ່ງທີ່ຕາເຫັນຢູ່ກໍເປັນມາຈາກສິ່ງທີ່ບໍ່ປາກົດໃຫ້ເຫັນ.
[4] ເພາະອາເບັນມີຄວາມເຊື່ອແບບນີ້ ຈຶ່ງໄດ້ນຳເອົາເຄື່ອງບູຊາອັນຖືກຕ້ອງກວ່າເຄື່ອງບູຊາຂອງ^ກາອິນ ມາຖວາຍແດ່ພຣະເຈົ້າ ຊຶ່ງເຮັດໃຫ້ເພິ່ນໄດ້ຮັບຄຳເຫັນຊອບຈາກພຣະເຈົ້າວ່າ ເປັນຄົນຊອບທຳ ພຣະເຈົ້າກໍໄດ້ຊົງເປັນພະຍານແກ່ຂອງທານຂອງ^ເພິ່ນ. ເຖິງແມ່ນວ່າອາເບັນຕາຍແລ້ວກໍຈິງ ແຕ່ເພາະມີຄວາມເຊື່ອເພິ່ນຈຶ່ງຍັງເວົ້າຢູ່.
[5] ເພາະເອນົກມີຄວາມເຊື່ອແບບນີ້ ພຣະເຈົ້າຈຶ່ງຊົງຮັບເພິ່ນຂຶ້ນໄປ ເພື່ອບໍ່ໃຫ້ເພິ່ນພົບກັບຄວາມ^ຕາຍ ແລະບໍ່ມີຜູ້ໃດພົບເຫັນເພິ່ນ ເພາະພຣະເຈົ້າຊົງຮັບເອົາເພິ່ນໄປແລ້ວ. ອັນໜຶ່ງ ກ່ອນທີ່ຊົງຮັບເອົາເພິ່ນຂຶ້ນໄປນັ້ນ ມີຜູ້ເປັນພະຍານວ່າເພິ່ນເປັນທີ່ພໍພຣະໄທພຣະເຈົ້າ.
[6] ແຕ່ຖ້າບໍ່ມີຄວາມເຊື່ອແລ້ວ ຈະເປັນທີ່ພໍພຣະໄທພຣະເຈົ້າບໍ່ໄດ້. ດ້ວຍວ່າ, ຜູ້ທີ່ເຂົ້າມາເຝົ້າພຣະເຈົ້າໄດ້ນັ້ນ ຕ້ອງເຊື່ອວ່າພຣະອົງຊົງພຣະຊົນຢູ່ ແລະພຣະອົງຊົງເປັນຜູ້ປະທານລາງວັນ ໃຫ້ແກ່ຜູ້ທີ່ສະແຫວງຫາພຣະອົງ.
[7] ເພາະໂນອາມີຄວາມເຊື່ອແບບນີ້ ພຣະເຈົ້າຈຶ່ງຊົງຕັກເຕືອນໃຫ້ຮູ້ເຖິງເຫດການທີ່ຍັງບໍ່ປາກົດ ເພິ່ນຈຶ່ງຢຳເກງແລະຕໍ່ນາວາ ເພື່ອໃຫ້ຄອບຄົວຂອງຕົນພົ້ນຈາກຄວາມ^ຕາຍ ດ້ວຍເຫດນີ້ ເພິ່ນຈຶ່ງຕັດສິນລົງໂທດໃສ່ມະນຸດ^ສະໂລກ ແລະໄດ້ກາຍເປັນຜູ້ຮັບມໍຣະດົກ ຄືຄວາມ^ຊອບທຳ ຊຶ່ງເກີດມາຈາກຄວາມເຊື່ອ.
[8] ເພາະອັບຣາຮາມມີຄວາມເຊື່ອແບບນີ້ ເມື່ອພຣະເຈົ້າຊົງເອີ້ນໃຫ້ເພິ່ນອອກເດີນທາງໄປຍັງດິນແດນທີ່ພຣະອົງໄດ້ຊົງສັນຍາໄວ້ວ່າ ຈະມອບໃຫ້ເພິ່ນ ເພິ່ນໄດ້ເຊື່ອຟັງ ແລະອອກຈາກບ້ານເກີດ^ເມືອງນອນຂອງຕົນໄປ ໂດຍບໍ່ຮູ້ເລີຍວ່າຕົນຈະໄປໃສ.
[9] ເພາະຄວາມເຊື່ອແບບນີ້ ເພິ່ນໄດ້ອາໄສຢູ່ໃນດິນແດນ ທີ່ພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຕົນນັ້ນ ເໝືອນດັ່ງຄົນຕ່າງດ້າວ ເພິ່ນໄດ້ອາໄສຢູ່ໃນຜ້າເຕັນດ້ວຍກັນກັບອີຊາກແລະຢາໂຄບ ຜູ້ທີ່ໄດ້ຮັບພຣະສັນຍາເປັນມໍຣະດົກອັນດຽວກັນ.
[10] ເພິ່ນໄດ້ລໍຄອຍນະຄອນທີ່ຕັ້ງຢູ່ເທິງຮາກຖານ ຊຶ່ງພຣະເຈົ້າຊົງເປັນນາຍຊ່າງ ແລະຊົງເປັນຜູ້ສ້າງຂຶ້ນ.
[11] ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງມີກຳລັງໃຫ້ບັງເກີດເຊື້ອສາຍ ເມື່ອອາຍຸແກ່ເກີນແລ້ວ ແລະນາງຊາຣາກໍເປັນໝັນ ແຕ່ອັບຣາຮາມກໍຖືວ່າ ພຣະອົງຜູ້ຊົງສັນຍານັ້ນເປັນຜູ້ສັດຊື່.
[12] ເຫດສະນັ້ນ ຈາກຊາຍຄົນດຽວ ຊຶ່ງເກືອບຈະກ່າວໄດ້ວ່າ ເໝືອນຄົນທີ່ຕາຍແລ້ວນັ້ນ ກໍມີຜູ້ສືບເຊື້ອສາຍເກີດມາຢ່າງຫລວງຫລາຍ ເໝືອນດວງດາວໃນທ້ອງຟ້າ ແລະເໝືອນເມັດຊາຍທີ່ນັບບໍ່ຖ້ວນຢູ່ແຄມທະເລ.
[13] ສ່ວນຄົນເຫລົ່ານັ້ນ ໄດ້ຕາຍໄປໃນຂະນະທີ່ມີຄວາມເຊື່ອ ໂດຍບໍ່ໄດ້ຮັບສິ່ງທີ່ຊົງສັນຍາໄວ້ ແຕ່ພວກເພິ່ນກໍໄດ້ເຫັນແລະຕ້ອນຮັບໄວ້ຕັ້ງແຕ່ໄກ ແລະຍອມຮັບວ່າພວກເພິ່ນເປັນພຽງແຕ່ແຂກເມືອງທີ່ທ່ອງທ່ຽວໄປມາໃນໂລກ.
[14] ຄົນທີ່ກ່າວຢ່າງນີ້ ກໍສະແດງໃຫ້ເຫັນຄັກແລ້ວວ່າ ພວກເພິ່ນກຳລັງສະແຫວງຫາບ້ານເມືອງຂອງຕົນ.
[15] ພວກເພິ່ນບໍ່ໄດ້ຄິດເຖິງບ້ານເມືອງທີ່ພວກເພິ່ນຈາກມາ ຖ້າພວກເພິ່ນຍັງຄິດເຖິງຢູ່ ພວກເພິ່ນກໍຄົງມີໂອກາດກັບຄືນເມືອໄດ້.
[16] ແຕ່ພວກເພິ່ນປາຖະໜາຫາເມືອງທີ່ດີກວ່ານັ້ນ ຄືເມືອງສະຫວັນ. ດັ່ງນັ້ນ ພຣະເຈົ້າຈຶ່ງຊົງບໍ່ລະອາຍ ເມື່ອພວກເພິ່ນເອີ້ນພຣະອົງວ່າ ເປັນພຣະເຈົ້າຂອງ^ພວກເພິ່ນ ເພາະພຣະອົງໄດ້ຊົງຈັດຕຽມນະຄອນໜຶ່ງໄວ້ສຳລັບພວກເພິ່ນແລ້ວ.
[17] ເພາະອັບຣາຮາມມີຄວາມເຊື່ອແບບນີ້ ເມື່ອເພິ່ນຖືກທົດລອງໃຈ ຈຶ່ງໄດ້ຖວາຍອີຊາກເປັນເຄື່ອງບູຊາ. ເຖິງວ່າ ອັບຣາຮາມໄດ້ຮັບອີຊາກເປັນລູກແຫ່ງພຣະສັນຍາກໍຕາມ ແຕ່ເພິ່ນກໍພ້ອມທີ່ຈະຖວາຍລູກຊາຍຄົນດຽວຂອງ^ເພິ່ນ.
[18] ຄືລູກທີ່ມີພຣະສັນຍາກ່າວເຖິງວ່າ, “ເຊື້ອສາຍຂອງ^ເຈົ້າຈະສືບ^ຕໍ່ໄປທາງອີຊາກ.”
[19] ອັບຣາຮາມເຊື່ອແນ່ວ່າພຣະເຈົ້າຊົງຣິດ ສາມາດບັນດານໃຫ້ອີຊາກເປັນຄືນມາຈາກຕາຍໄດ້ ແລະອັບຣາຮາມກໍໄດ້ຮັບອີຊາກນັ້ນ ປຽບເໝືອນເປັນຄືນມາຈາກຕາຍແທ້.
[20] ເພາະອີຊາກມີຄວາມເຊື່ອແບບນີ້ ຈຶ່ງໄດ້ອວຍພອນຢາໂຄບ ແລະ ເອຊາວ ກ່ຽວກັບເຫດການທີ່ຈະເກີດຂຶ້ນໃນພາຍໜ້າ.
[21] ເພາະຢາໂຄບມີຄວາມເຊື່ອແບບນີ້ ຈຶ່ງໄດ້ອວຍພອນລູກຊາຍຂອງ^ໂຢເຊັບ ແຕ່ລະຄົນກ່ອນເພິ່ນຈະຕາຍ ເພິ່ນໝູບລົງເໜືອຍອດໄມ້ເທົ້າຂອງຕົນ ແລະນະມັດສະການພຣະເຈົ້າ.
[22] ເພາະໂຢເຊັບມີຄວາມເຊື່ອ ເມື່ອໃກ້ຈະສິ້ນໃຈຕາຍ ຈຶ່ງໄດ້ກ່າວເຖິງການອອກໄປຈາກປະເທດເອຢິບຂອງ^ພວກອິດສະຣາເອນ ແລະໄດ້ສັ່ງພວກເພິ່ນວ່າຄວນເຮັດຢ່າງໃດກ່ຽວກັບກະດູກຂອງຕົນ.
[23] ເພາະພໍ່ແມ່ຂອງ^ໂມເຊມີຄວາມເຊື່ອແບບນີ້ ຈຶ່ງໄດ້ເຊື່ອງໂມເຊໄວ້ເປັນເວລາສາມເດືອນ ເພາະເຫັນວ່າໂມເຊມີຮູບຮ່າງງາມ ແລະພວກເພິ່ນກໍບໍ່ຢ້ານກົວທີ່ຈະຝ່າຝືນຄຳສັ່ງຂອງ^ກະສັດ.
[24] ເພາະໂມເຊມີຄວາມເຊື່ອແບບນີ້ ເມື່ອໃຫຍ່ມາແລ້ວ ເພິ່ນບໍ່ຍອມໃຫ້ຜູ້ໃດເອີ້ນຕົນວ່າ ເປັນບຸດຂອງ^ລູກສາວຂອງ^ກະສັດຟາໂຣ.
[25] ເພິ່ນເລືອກເອົາການຢູ່ຮ່ວມທຸກລຳບາກ ກັບພົນລະເມືອງຂອງ^ພຣະເຈົ້າ ແທນຄວາມ^ເພີດເພີນຊົ່ວຄາວໃນຄວາມ^ບາບ.
[26] ເພິ່ນຖືວ່າ ຄວາມ^ທົນທຸກ ແລະທົນອັບອາຍເພື່ອພຣະຄຣິດນັ້ນ ກໍມີຄ່າກວ່າຊັບສົມບັດທັງໝົດຂອງ^ປະເທດເອຢິບ. ດ້ວຍວ່າ, ເພິ່ນເລັງເຫັນລາງວັນທີ່ເພິ່ນຈະໄດ້ຮັບນັ້ນ.
[27] ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ອອກຈາກປະເທດເອຢິບໄປ ໂດຍບໍ່ຢ້ານກົວຕໍ່ຄວາມ^ໂກດຮ້າຍຂອງ^ກະສັດ. ດ້ວຍວ່າ, ເພິ່ນໄດ້ໝັ້ນໃຈເໝືອນກັບວ່າ ຕົນໄດ້ເຫັນພຣະເຈົ້າທີ່ຕາເຫັນບໍ່ໄດ້.
[28] ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ຖືເທດສະການປັດສະຄາ ແລະພິທີຊິດເລືອດ ເພື່ອວ່າທູດແຫ່ງຄວາມ^ຕາຍຈະບໍ່ປະຫານຊີວິດ ບັນດາລູກກົກຂອງ^ຊາວອິດສະຣາເອນ.
[29] ເພາະຊາວອິດສະຣາເອນມີຄວາມເຊື່ອແບບນີ້ ພວກເພິ່ນຈຶ່ງຍ່າງຂ້າມທະເລແດງເໝືອນກັບວ່າ ຍ່າງເທິງດິນແຫ້ງ, ແຕ່ເມື່ອຊາວເອຢິບລອງຂ້າມເບິ່ງ ນໍ້າກໍຖ້ວມພວກເຂົາ ແລະຈົມນໍ້າຕາຍໝົດ.
[30] ເພາະມີຄວາມເຊື່ອແບບນີ້ ເມື່ອພວກອິດສະຣາເອນໄດ້ວຽນລ້ອມເມືອງເຢຣີໂກເຖິງເຈັດວັນ ແລ້ວກຳແພງເມືອງນັ້ນຈຶ່ງເພພັງລົງ.
[31] ເພາະມີຄວາມເຊື່ອແບບນີ້ ຣາຮາບຍິງໂສເພນີ ຈຶ່ງບໍ່ຈິບຫາຍໄປພ້ອມກັບຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງ ເພາະນາງໄດ້ຕ້ອນຮັບພວກນັກສືບ^ສອດແນມເປັນຢ່າງດີ.
[32] ແລະເຮົາຈະກ່າວສິ່ງໃດຕໍ່ໄປອີກແດ່? ເພາະບໍ່ມີເວລາພໍທີ່ຈະກ່າວເຖິງກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະບັນດາຜູ້ທຳນວາຍທັງຫລາຍ.
[33] ເພາະຄົນເຫລົ່ານີ້ມີຄວາມເຊື່ອ ພວກເພິ່ນຈຶ່ງໄດ້ໄຊຊະນະທົ່ວທັງດິນແດນ ພວກເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງ ແລະໄດ້ຮັບຕາມທີ່ພຣະເຈົ້າໄດ້ຊົງສັນຍາໄວ້, ໄດ້ງັບປາກສິງ,
[34] ໄດ້ມອດໄຟອັນຮ້ອນກ້າ, ໄດ້ພົ້ນຈາກຄົມດາບຂອງ^ຄູ່ຕໍ່ສູ້. ເຖິງແມ່ນວ່າພວກເພິ່ນອ່ອນແອ, ແຕ່ພວກເພິ່ນກໍກັບກາຍເປັນຄົນເຂັ້ມແຂງ, ມີກຳລັງຄວາມ^ສາມາດອົງອາດກ້າຫານ ແລະໄດ້ຕີບັນດາກອງທັບຂອງ^ຊາວຕ່າງປະເທດໃຫ້ແຕກໜີໄປ.
[35] ພວກແມ່ຍິງກໍໄດ້ຮັບຄົນທີ່ຕາຍແລ້ວຂອງ^ພວກເພິ່ນ ຊຶ່ງຖືກຊົງບັນດານໃຫ້ເປັນຄືນມາມີຊີວິດອີກ. ບາງຄົນກໍໄດ້ຖືກທໍລະມານ ແຕ່ກໍບໍ່ຍອມຮັບການປົດປ່ອຍ ເພື່ອພວກເພິ່ນຈະໄດ້ຮັບການຄືນມາອັນປະເສີດກວ່າ.
[36] ບາງຄົນອີກ ຖືກຫຍໍ້ຫຍັນແລະຖືກຂ້ຽນຕີ ຄົນອື່ນອີກ ຖືກລ່າມໂສ້ແລະຖືກຄຸມຂັງໃນຄຸກ.
[37] ບາງຄົນຖືກແກວ່ງຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າດ້ວຍຄົມດາບ, ໄດ້ຫົ່ມໜັງແກະແລະໜັງແບ້ທຽວໄປມາ, ລຳບາກຍາກຈົນ, ຖືກຂົ່ມເຫັງ ແລະທົນທຸກເວດທະນາຫລາຍປະການ.
[38] ແຜ່ນດິນ^ໂລກ^ນີ້ກໍບໍ່ສົມກັບຄົນເຫລົ່ານັ້ນ ພວກເພິ່ນໄດ້ທຽວໄປມາໃນປ່າແລະຕາມພູ ຊ່ອນຕົວໃນຖໍ້າແລະໃນຂຸມ.
[39] ຍ້ອນຄວາມເຊື່ອຂອງ^ຄົນເຫລົ່ານີ້ ຈຶ່ງເປັນທີ່ພໍພຣະໄທພຣະເຈົ້າ ແຕ່ພວກເພິ່ນກໍຍັງບໍ່ໄດ້ຮັບຕາມທີ່ໄດ້ຊົງສັນຍາໄວ້ແລ້ວ^ນັ້ນ,
[40] ເພາະພຣະເຈົ້າໄດ້ຈັດແຈງສິ່ງທີ່ປະເສີດກວ່າສຳລັບພວກເຮົາ ເພື່ອວ່ານອກຈາກພວກເຮົາ ພວກເພິ່ນຈະບໍ່ເຖິງທີ່ສຳເລັດໄດ້.