Skip to content
Opens in a new window
Listen to this chapter • 3:30

[1] ເລື່ອງ​ທີ່​ເຮົາ​ກຳລັງ​ເວົ້າ​ຢູ່​ນີ້​ມີ​ຂໍ້​ສຳຄັນ ຄື​ພວກເຮົາ​ມີ​ມະຫາ​ປະໂຣຫິດ​ຢ່າງ​ນີ້ ຄື​ມະຫາ​ປະໂຣຫິດ​ຜູ້​ປະທັບ​ຢູ່​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ^ຜູ້​ຊົງ​ຣິດ^ເດຊາ^ນຸພາບ​ໃນ​ມະຫາ​ສະຫວັນ.

[2] ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ສຳນັກ​ຜ້າເຕັນ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ^ຜູ້^ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.

[3] ເພາະວ່າ​ມະຫາ​ປະໂຣຫິດ​ທຸກຄົນ ໄດ້​ຮັບ​ແຕ່ງຕັ້ງ​ເພື່ອ​ໃຫ້​ຖວາຍ​ຂອງ^ທານ ແລະ​ຂ້າ​ສັດ​ບູຊາ​ແກ່​ພຣະເຈົ້າ. ດັ່ງນັ້ນແຫລະ ມະຫາ​ປະໂຣຫິດ​ຜູ້​ນີ້ ຈຶ່ງ​ຈຳເປັນ​ຕ້ອງ​ມີ​ສິ່ງຂອງ​ຖວາຍ​ແກ່​ພຣະເຈົ້າ​ເໝືອນກັນ.

[4] ບັດນີ້ ຖ້າ​ພຣະອົງ​ຊົງ​ຢູ່​ໃນ​ແຜ່ນດິນ^ໂລກ^ນີ້ ພຣະອົງ​ກໍ​ຈະ​ບໍ່​ຊົງ​ເປັນ​ປະໂຣຫິດ ເພາະວ່າ​ມີ​ປະໂຣຫິດ​ທີ່​ຖວາຍ​ເຄື່ອງຂອງ​ຕ່າງໆ​ຕາມ​ກົດບັນຍັດ​ຢູ່​ແລ້ວ.

[5] ປະການ​ໜຶ່ງ ປະໂຣຫິດ​ເຫລົ່ານັ້ນ​ບົວລະບັດ​ເປັນ​ພຽງແຕ່​ແບບ​ແລະ​ເງົາ​ແຫ່ງ​ສິ່ງ​ສັກສິດ​ໃນ​ສະຫວັນ. ເໝືອນ​ໂມເຊ, ເມື່ອ​ເພິ່ນ​ຈະ​ຕັ້ງ​ສຳນັກ​ຜ້າເຕັນ​ນັ້ນ ພຣະເຈົ້າ​ໄດ້​ຊົງ​ເຕືອນ​ສະຕິ​ເພິ່ນ​ວ່າ, “ເຈົ້າ​ຕ້ອງ​ເຮັດ​ທຸກສິ່ງ ຕາມ​ແບບຢ່າງ​ທີ່​ເຮົາ​ໄດ້​ສຳແດງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”

[6] ແຕ່​ພຣະເຢຊູເຈົ້າ​ໄດ້​ຊົງ​ຮັບ​ພາລະກິດ ຊຶ່ງ​ປະເສີດ​ກວ່າ​ຂອງ^ປະໂຣຫິດ​ເຫລົ່ານັ້ນ ເໝືອນ​ດັ່ງ​ພັນທະສັນຍາ ຊຶ່ງ​ພຣະອົງ​ຊົງ​ເປັນ​ຜູ້​ກາງ​ນັ້ນ ກໍ​ປະເສີດ​ກວ່າ​ພັນທະສັນຍາ​ເດີມ ເພາະວ່າ​ໄດ້​ຊົງ​ຕັ້ງ​ຂຶ້ນ​ໂດຍ​ພຣະສັນຍາ​ທັງຫລາຍ​ອັນ​ປະເສີດ​ກວ່າ​ເກົ່າ.

[7] ດ້ວຍວ່າ, ຖ້າ​ພັນທະສັນຍາ​ເດີມ​ນັ້ນ​ບໍ່ມີ​ຂໍ້​ບົກຜ່ອງ​ແລ້ວ ກໍ​ບໍ່​ຈຳເປັນ​ຊອກ​ພັນທະສັນຍາ​ທີ​ສອງ​ມາ​ແທນ.

[8] ເພາະວ່າ​ພຣະອົງ​ຊົງ​ກ່າວ​ຕິ​ພວກເຂົາ​ວ່າ, “ອົງພຣະ^ຜູ້^ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເບິ່ງແມ! ພາຍ​ໜ້າ​ຈະ​ມີ​ຄາວ​ໜຶ່ງ ທີ່​ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່ ກັບ​ຍາດວົງ​ອິດສະຣາເອນ ແລະ​ຍາດວົງ​ຢູດາ.

[9] ຈະ​ບໍ່​ເໝືອນ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັນຍາ ໄວ້​ກັບ​ບັນພະບຸລຸດ​ຂອງ^ພວກເຂົາ ໃນ​ເມື່ອ​ເຮົາ​ໄດ້​ຈູງ​ມື​ຂອງ^ພວກເຂົາ ພາ​ອອກ​ມາ​ຈາກ​ປະເທດ​ເອຢິບ.’ ເພາະ​ອົງພຣະ^ຜູ້^ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ເຂົາ​ເຫລົ່ານັ້ນ​ບໍ່ໄດ້​ຕັ້ງ​ຢູ່​ໃນ​ພັນທະສັນຍາ​ຂອງເຮົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ສົນໃຈ​ຕໍ່​ພວກເຂົາ.’

[10] ອົງພຣະ^ຜູ້^ເປັນເຈົ້າ​ຊົງ​ກ່າວ​ອີກ​ວ່າ, ‘ນີ້​ແມ່ນ​ພັນທະສັນຍາ ທີ່​ເຮົາ​ຈະ​ສັນຍາ​ໄວ້​ກັບ​ ຍາດ​ວົງ​ອິດສະຣາເອນ ພາຍຫລັງ​ສະໄໝ​ນັ້ນ ຄື​ເຮົາ​ຈະ​ບັນຈຸ​ກົດບັນຍັດ​ຂອງເຮົາ ໄວ້​ໃນ​ໃຈ​ຂອງ^ພວກເຂົາ. ເຮົາ​ຈະ​ຈາລຶກ​ກົດບັນຍັດ​ນັ້ນ ໄວ້​ໃນ​ຫົວໃຈ​ຂອງ^ເຂົາ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ^ພວກເຂົາ ແລະ​ຝ່າຍ​ພວກເຂົາ​ຈະ​ເປັນ ພົນລະເມືອງ​ຂອງເຮົາ.

[11] ພວກ​ຂົາ​ຈະ​ບໍ່​ສອນ​ເພື່ອນບ້ານ ແລະ​ພີ່ນ້ອງ​ຂອງຕົນ​ແຕ່ລະຄົນ​ວ່າ, ‘ຈົ່ງ​ຮູ້ຈັກ​ອົງພຣະ^ຜູ້^ເປັນເຈົ້າ’ ເພາະ​ເຂົາ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ຕັ້ງແຕ່​ຜູ້ນ້ອຍ​ທີ່ສຸດ ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ.

[12] ເພາະ​ເຮົາ​ຈະ​ກະຣຸນາ​ຕໍ່​ການ​ອະທຳ ຂອງ^ພວກເຂົາ ແລະ​ການ​ຜິດບາບ​ຂອງ^ພວກເຂົາ ເຮົາ​ຈະ​ບໍ່​ຈົດຈຳ​ຕໍ່ໄປ.’”

[13] ເມື່ອ​ພຣະອົງ​ຊົງ​ກ່າວ​ວ່າ, “ພັນທະສັນຍາ​ໃໝ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ພັນທະສັນຍາ​ເດີມ​ນັ້ນ ພົ້ນ​ສະໄໝ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະໄໝ​ແລະ​ເກົ່າ​ໄປ​ແລ້ວ ກໍ​ກຳລັງ​ຈະ​ເສື່ອມສູນ​ໄປ.

ເຮັບເຣີ — Chapters