[1] ຈາກ ໂປໂລ ຜູ້ຖືກຄຸກຢູ່ ເພື່ອເຫັນແກ່ພຣະຄຣິດເຈົ້າ^ເຢຊູ ແລະຈາກຕີໂມທຽວນ້ອງຊາຍຂອງ^ພວກເຮົາ. ເຖິງ ຟີເລໂມນ ເພື່ອນຮ່ວມງານທີ່ຮັກຂອງ^ພວກເຮົາ
[2] ແລະຄຣິສຕະຈັກທີ່ຢູ່ໃນເຮືອນຂອງ^ເຈົ້າ ແລະ ອັບເຟຍ ນ້ອງສາວ, ກັບອາຂີໂປ ຜູ້ເປັນເພື່ອນທະຫານດ້ວຍກັນກັບເຮົາ.
[3] ຂໍພຣະເຈົ້າ ພຣະບິດາເຈົ້າຂອງ^ພວກເຮົາແລະອົງພຣະເຢຊູ^ຄຣິດເຈົ້າ ຊົງໂຜດປະທານພຣະຄຸນແລະສັນຕິສຸກແກ່ພວກເຈົ້າເທີ້ນ.
[4] ຟີເລໂມນ^ເອີຍ ທຸກເທື່ອທີ່ເຮົາພາວັນນາ^ອະທິຖານ ເຮົາກໍລະນຶກເຖິງເຈົ້າ ແລະໂມທະນາຂອບພຣະຄຸນພຣະເຈົ້າຂອງເຮົາຢູ່ສະເໝີ.
[5] ເພາະເຮົາໄດ້ຮັບຂ່າວເລື່ອງຄວາມຮັກແລະຄວາມເຊື່ອຂອງ^ເຈົ້າ ທີ່ເຈົ້າມີຕໍ່ອົງພຣະເຢຊູເຈົ້າ ແລະຕໍ່ບັນດາໄພ່ພົນທັງປວງຂອງ^ພຣະເຈົ້າ.
[6] ເຮົາໄດ້ພາວັນນາ^ອະທິຖານ ຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງ^ເຈົ້ານັ້ນ ຈົ່ງໄດ້ເກີດຜົນ ຄືເພີ່ມພູນຄວາມ^ສັງເກດຮູ້ໃນການດີທຸກຢ່າງ ທີ່ພວກເຮົາມີໃນພຣະຄຣິດ.
[7] ເຮົາມີຄວາມ^ຍິນດີຫລາຍ ແລະໄດ້ຮັບຄວາມ^ໜູນໃຈ ເພາະຄວາມຮັກຂອງ^ເຈົ້າ ຈິດໃຈໄພ່ພົນຜູ້ບໍຣິສຸດຂອງ^ພຣະເຈົ້າກໍໄດ້ຮັບຄວາມ^ສົດຊື່ນຂຶ້ນເພາະເຈົ້າ.
[8] ເພາະເຫດທີ່ເປັນພີ່ນ້ອງກັນໃນພຣະຄຣິດ ເຮົາຈຶ່ງມີໃຈກ້າພໍທີ່ຈະສັ່ງເຈົ້າໃຫ້ເຮັດໃນສິ່ງທີ່ສົມຄວນເຮັດ.
[9] ແຕ່ເພາະເຮົາຮັກເຈົ້າ ເຮົາຈຶ່ງຂໍຮ້ອງເຈົ້າດີກວ່າ ເຮົາຄືໂປໂລ ຜູ້ຮັບໃຊ້ຂອງ^ພຣະເຢຊູ^ຄຣິດເຈົ້າ ແລະຖືກຄຸກຢູ່ໃນປະຈຸບັນນີ້ ກໍເພື່ອເຫັນແກ່ພຣະອົງດ້ວຍ.
[10] ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງເຈົ້າເພື່ອໂອເນຊີໂມ ຜູ້ທີ່ເປັນລູກຂອງເຮົາໃນພຣະຄຣິດ. ດ້ວຍວ່າ, ເມື່ອເຮົາຖືກຄຸກຢູ່ນັ້ນ ເຮົາໄດ້ກາຍເປັນພໍ່ຂອງ^ລາວຝ່າຍຄວາມເຊື່ອ.
[11] ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ ແຕ່ບັດນີ້ລາວເປັນປະໂຫຍດແກ່ເຈົ້າ ແລະແກ່ເຮົາເໝືອນກັນ.
[12] ບັດນີ້ ເຮົາໄດ້ໃຊ້ລາວຄືນມາຫາເຈົ້າ ໂອເນຊີໂມຜູ້ນີ້ ເປັນໝາກ^ຫົວໃຈຂອງເຮົາ.
[13] ເຮົາຢາກໃຫ້ລາວຢູ່ກັບເຮົາ ເພື່ອວ່າລາວຈະໄດ້ບົວລະບັດຮັບໃຊ້ເຮົາແທນເຈົ້າ ໃນລະຫວ່າງທີ່ເຮົາຖືກຄຸກຢູ່ເພື່ອເຫັນແກ່ຂ່າວປະເສີດນັ້ນ.
[14] ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດ ກ່ອນໄດ້ຮັບຄວາມ^ເຫັນຈາກເຈົ້າ ເພື່ອຄຸນຄວາມດີທີ່ເຈົ້າເຮັດນັ້ນຈະບໍ່ເປັນການຂົ່ມໃຈ ແຕ່ໃຫ້ເປັນຕາມຄວາມ^ສະໝັກ^ໃຈຂອງ^ເຈົ້າດ້ວຍ.
[15] ບາງທີ ໂອເນຊີໂມໄດ້ຈາກເຈົ້າໄປຊົ່ວໄລຍະໜຶ່ງ ເພື່ອວ່າເຈົ້າຈະໄດ້ຮັບລາວກັບຄືນມາຕະຫລອດໄປ,
[16] ເພາະບັດນີ້ ລາວບໍ່ແມ່ນເປັນພຽງຄົນ^ຮັບໃຊ້ຄົນໜຶ່ງເທົ່ານັ້ນ ແຕ່ດີກວ່າຄົນ^ຮັບໃຊ້ອີກ ຄືເປັນອ້າຍນ້ອງທີ່ຮັກຄົນໜຶ່ງ, ລາວເປັນທີ່ຮັກແກ່ເຮົາຫລາຍ ແລະກໍຄົງເປັນທີ່ຮັກແກ່ເຈົ້າຫລາຍກວ່ານັ້ນອີກ ທັງໃນຖານະທີ່ເປັນເພື່ອນມະນຸດ ແລະໃນຖານະທີ່ເປັນພີ່ນ້ອງກັນໃນອົງພຣະ^ຜູ້^ເປັນເຈົ້າດ້ວຍ.
[17] ເຫດສະນັ້ນ ຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງ^ເຈົ້າແລ້ວ ຈົ່ງຕ້ອນຮັບລາວໄວ້ເໝືອນກັບເຈົ້າຕ້ອນຮັບຕົວເຮົາເອງ.
[18] ຖ້າລາວໄດ້ເຮັດຜິດພາດປະການໃດ ຫລືເປັນໜີ້ເຈົ້າຫຍັງແດ່ ກໍໃຫ້ເຈົ້າຄິດເອົານຳເຮົາ.
[19] ຝ່າຍເຮົາ ໄດ້ລົງມືຂຽນໄວ້ວ່າ, “ເຮົາຈະໃຊ້ແທນຄືນໃຫ້ ແຕ່ສ່ວນເຈົ້າເປັນໜີ້ເຮົານັ້ນ ຄືຊີວິດຂອງ^ເຈົ້າເອງ ເຮົາຈະບໍ່ອ້າງເຖິງ.”
[20] ດັ່ງນັ້ນແຫລະ ນ້ອງ^ເອີຍ ຂໍໃຫ້ເຮົາໄດ້ຮັບປະໂຫຍດຈາກເຈົ້າໃນອົງພຣະ^ຜູ້^ເປັນເຈົ້າ; ຈົ່ງເຮັດໃຫ້ຈິດໃຈຂອງເຮົາສົດຊື່ນຂຶ້ນໃນພຣະຄຣິດ.
[21] ເຮົາມີຄວາມ^ໝັ້ນໃຈວ່າ ເຈົ້າຈະເຊື່ອຟັງເຮົາ ຈຶ່ງໄດ້ຂຽນຈົດໝາຍມາເຖິງເຈົ້າ ເພາະຮູ້ວ່າ ເຈົ້າຈະເຮັດລື່ນກວ່າທີ່ເຮົາເວົ້ານັ້ນອີກ.
[22] ນອກນັ້ນ ຈົ່ງຈັດຕຽມຫ້ອງພັກໄວ້ສຳລັບເຮົາ ເພາະເຮົາຫວັງວ່າ ພຣະເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າ ຕາມຄຳພາວັນນາ^ອະທິຖານຂອງ^ພວກເຈົ້າ.
[23] ເອປາຟາ ຜູ້ຖືກຄຸກຢູ່ກັບເຮົາ ເພາະເຫັນແກ່ພຣະຄຣິດເຈົ້າ^ເຢຊູ ກໍຝາກຄວາມ^ຄິດເຖິງມາຍັງເຈົ້າ
[24] ເຊັ່ນດຽວ^ກັນກັບມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມ^ຄິດເຖິງມາຍັງພວກເຈົ້າດ້ວຍ.
[25] ຂໍພຣະຄຸນຂອງ^ອົງພຣະເຢຊູ^ຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງ^ພວກເຈົ້າເທີ້ນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -