[1] ນີ້ກໍເປັນເທື່ອທີສາມ ທີ່ເຮົາກຳລັງຈະມາຫາພວກເຈົ້າ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຂໍ້ກ່າວຫາໃດໆ ຕ້ອງມີພະຍານສອງ ຫລືສາມປາກຈຶ່ງເປັນທີ່ເຊື່ອຖືໄດ້.”
[2] ເຮົາໄດ້ເຕືອນເຈົ້າ^ທັງຫລາຍທີ່ໄດ້ເຮັດຜິດບາບມາແຕ່ກ່ອນ ແລະບັນດາຄົນອື່ນໆນັ້ນດ້ວຍ ແລະບັດນີ້ເມື່ອເຮົາບໍ່ຢູ່ ເຮົາກໍເຕືອນພວກເຈົ້າອີກ ເໝືອນເມື່ອເຮົາໄດ້ຢູ່ກັບເຈົ້າເທື່ອທີສອງນັ້ນວ່າ, ຖ້າເຮົາມາອີກຈະບໍ່ຜ່ອນໂທດໃຫ້ຄົນເຫລົ່ານັ້ນ.
[3] ເພາະວ່າເຈົ້າ^ທັງຫລາຍຕ້ອງການຈະເຫັນຫລັກຖານວ່າ, ພຣະຄຣິດຊົງກ່າວທາງເຮົາ ພຣະອົງບໍ່ໄດ້ຊົງອ່ອນແອຕໍ່ພວກເຈົ້າ, ແຕ່ຊົງມີຣິດອຳນາດໃນທ່າມກາງພວກເຈົ້າ.
[4] ເພາະເຖິງແມ່ນວ່າ ພຣະອົງຊົງຖືກຄຶງໄວ້ເນື່ອງຈາກຄວາມ^ອ່ອນແອກໍຈິງ ພຣະອົງກໍຍັງຊົງພຣະຊົນຢູ່ເພາະຣິດອຳນາດຂອງ^ພຣະເຈົ້າ ເພາະວ່າເຮົາກໍອ່ອນແອດ້ວຍກັນກັບພຣະອົງ, ແຕ່ເພື່ອພວກເຈົ້າ ເຮົາກໍມີຊີວິດເປັນຢູ່ດ້ວຍກັນກັບພຣະອົງ ເພາະຣິດອຳນາດຂອງ^ພຣະເຈົ້າ.
[5] ຈົ່ງພິຈາລະນາເບິ່ງຕົນເອງວ່າ, ພວກເຈົ້າຕັ້ງຢູ່ໃນຄວາມເຊື່ອຫລືບໍ? ຈົ່ງພິສູດຕົວເອງສາ ເຈົ້າ^ທັງຫລາຍບໍ່ຮູ້ຫລືວ່າ ພຣະເຢຊູ^ຄຣິດເຈົ້າຊົງສະຖິດຢູ່ໃນພວກເຈົ້າ ເວັ້ນເສຍແຕ່ພວກເຈົ້າຈະຜ່ານການພິສູດນັ້ນບໍ່ໄດ້.
[6] ແຕ່ເຮົາຫວັງໃຈວ່າ ເຈົ້າ^ທັງຫລາຍຄົງຮູ້ວ່າ ເຮົາບໍ່ໄດ້ເປັນຜູ້ຜ່ານການພິສູດບໍ່ໄດ້.
[7] ບັດນີ້ ພວກເຮົາພາວັນນາ^ອະທິຖານພຣະເຈົ້າ ເພື່ອບໍ່ໃຫ້ພວກເຈົ້າເຮັດຜິດໃດໆ ອັນນີ້ບໍ່ແມ່ນເພື່ອສະແດງໃຫ້ເຫັນວ່າ ພວກເຮົາເຖິງທີ່ສຳເລັດແລ້ວ ແຕ່ເພື່ອໃຫ້ພວກເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າ ເບິ່ງເຮົາຄືເປັນຜູ້ຫລົ້ມເຫລວກໍຕາມ.
[8] ດ້ວຍວ່າ, ພວກເຮົາເຮັດສິ່ງທີ່ຂັດກັບຄວາມຈິງບໍ່ໄດ້ ເຮັດໄດ້ແຕ່ສິ່ງທີ່ຖືກຕ້ອງຕາມ^ຄວາມຈິງເທົ່ານັ້ນ.
[9] ເພາະວ່າ ເມື່ອພວກເຮົາອ່ອນແອ ແລະພວກເຈົ້າເຂັ້ມແຂງນັ້ນ ເຮົາກໍຊົມຊື່ນ^ຍິນດີ, ດັ່ງນັ້ນແຫລະ ເຮົາຈຶ່ງພາວັນນາ^ອະທິຖານ ເພື່ອໃຫ້ພວກເຈົ້າຈະເລີນຂຶ້ນຢ່າງຄົບບໍລິບູນ.
[10] ເຮົາຈຶ່ງຂຽນຂໍ້ຄວາມ^ທັງຫລາຍນີ້ເມື່ອເຮົາບໍ່ຢູ່ນຳ ກໍເພື່ອເວລາເຮົາຢູ່ນຳແລ້ວ ເຮົາຈະບໍ່ໄດ້ກ່າວຄຳເຄັ່ງຄັດໃນການໃຊ້ອຳນາດ ທີ່ອົງພຣະ^ຜູ້^ເປັນເຈົ້າໄດ້ຊົງມອບໃຫ້ແກ່ເຮົາ ເພື່ອສ້າງພວກເຈົ້າຂຶ້ນ ບໍ່ແມ່ນເພື່ອມ້າງເພລົງ.
[11] ໃນສຸດທ້າຍນີ້ ພີ່ນ້ອງທັງຫລາຍ^ເອີຍ ເຮົາຂໍລາພວກເຈົ້າກ່ອນ ຈົ່ງປັບປຸງໃຫ້ຕົວຈະເລີນຂຶ້ນ ຈົ່ງຟັງຄຳຮ້ອງຂໍຂອງເຮົາ ຈົ່ງເປັນນໍ້າໜຶ່ງໃຈ^ດຽວກັນ ຈົ່ງຢູ່ຮ່ວມກັນດ້ວຍຄວາມ^ສະຫງົບສຸກ ແລະພຣະເຈົ້າຜູ້ຊົງຮັກ ແລະຊົງປະທານສັນຕິສຸກ ຈະຊົງສະຖິດຢູ່ນຳເຈົ້າ^ທັງຫລາຍ.
[12] ຈົ່ງທັກທາຍປາໄສກັນດ້ວຍທຳນຽມຈູບອັນບໍຣິສຸດ.
[13] ໄພ່ພົນທັງປວງຂອງ^ພຣະເຈົ້າທຸກຄົນ ກໍຝາກຄວາມ^ຄິດເຖິງມາຍັງພວກເຈົ້າເໝືອນກັນ.
[14] ຂໍໃຫ້ພຣະຄຸນຂອງ^ອົງ^ພຣະເຢຊູ^ຄຣິດເຈົ້າ ຄວາມຮັກຂອງ^ພຣະເຈົ້າ ແລະຄວາມ^ສາມັກຄີທຳກັບພຣະວິນຍານ^ບໍຣິສຸດເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -