[1] ບັນດາເພື່ອນທີ່ຮັກຂອງເຮົາ^ເອີຍ, ເມື່ອພວກເຮົາມີພຣະສັນຍາໃໝ່ດັ່ງນີ້ແລ້ວ ຈົ່ງໃຫ້ພວກເຮົາຊຳລະຕົວຈາກທຸກສິ່ງ ທີ່ເຮັດໃຫ້ຮ່າງກາຍແລະຈິດວິນຍານເປັນມົນທິນ ແລະຈົ່ງເຮັດໃຫ້ມີຄວາມ^ບໍຣິສຸດຢ່າງຄົບຖ້ວນ ໂດຍຄວາມ^ຢຳເກງພຣະເຈົ້າ.
[2] ຈົ່ງເປີດໃຈຂອງ^ພວກເຈົ້າອອກໃຫ້ກວ້າງ ໄວ້ຕ້ອນຮັບພວກເຮົາເຖີດ ພວກເຮົາບໍ່ໄດ້ເຮັດຜິດຄິດຮ້າຍຕໍ່ຜູ້ໃດ ພວກເຮົາບໍ່ໄດ້ທຳລາຍຜູ້ໃດ ທັງບໍ່ໄດ້ຊອກເອົາລັດ^ເອົາປຽບຜູ້ໃດຈັກເທື່ອ.
[3] ເຮົາກ່າວຢ່າງນີ້ ກໍບໍ່ແມ່ນເພື່ອຈະໃສ່ໂທດພວກເຈົ້າ ເພາະເຮົາໄດ້ບອກແລ້ວວ່າ, ເຈົ້າ^ທັງຫລາຍຢູ່ໃນໃຈຂອງເຮົາ ຄືຈະຕາຍ ຫລືຈະເປັນກໍຢູ່ດ້ວຍກັນ.
[4] ເຮົາມີຄວາມ^ໄວ້ໃຈ ແລະພາກພູມໃຈໃນພວກເຈົ້າຢ່າງຫລວງຫລາຍ ເຮົາໄດ້ຮັບຄວາມ^ຊູໃຈຢ່າງບໍລິບູນ ແລະໃນຄວາມ^ທຸກລຳບາກຂອງເຮົາທຸກຢ່າງ ເຮົາກໍຍັງມີຄວາມ^ຊົມຊື່ນ^ຍິນດີຢ່າງລົ້ນເຫລືອ.
[5] ເພາະເຖິງແມ່ນວ່າ ພວກເຮົາໄດ້ມາເຖິງແຂວງມາເກໂດເນຍແລ້ວກໍຕາມ ຮ່າງກາຍຂອງ^ພວກເຮົາກໍບໍ່ໄດ້ພັກຜ່ອນ ເພາະມີຄວາມ^ທຸກລຳບາກຢູ່ອ້ອມຂ້າງ, ພາຍນອກມີການຕໍ່ສູ້ ແລະພາຍໃນກໍມີຄວາມ^ຢ້ານກົວ.
[6] ແຕ່ພຣະເຈົ້າ ອົງຊົງໜູນໃຈຜູ້ທີ່ໂສກເສົ້າ ຊົງໂຜດໜູນໃຈພວກເຮົາດ້ວຍການທີ່ໃຫ້ຕີໂຕມາເຖິງພວກເຮົາ.
[7] ແລະບໍ່ພຽງແຕ່ການມາຂອງ^ຕີໂຕເທົ່ານັ້ນ, ແຕ່ດ້ວຍການທີ່ພວກເຈົ້າໄດ້ຊູໃຈຂອງ^ຕີໂຕອີກດ້ວຍ ຕາມທີ່ຕີໂຕໄດ້ມາເລົ່າໃຫ້ຟັງເຖິງຄວາມ^ອາໄລ ແລະຄວາມ^ໂສກເສົ້າຂອງ^ເຈົ້າ^ທັງຫລາຍ ກັບທັງໃຈຮ້ອນຮົນຂອງ^ພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ເຮົາມີຄວາມ^ຊົມຊື່ນ^ຍິນດີທະວີຂຶ້ນ.
[8] ເພາະເຖິງແມ່ນຈົດໝາຍຂອງເຮົາສະບັບນັ້ນ ໄດ້ເຮັດໃຫ້ເຈົ້າ^ທັງຫລາຍທຸກໃຈກໍຕາມ ເຮົາກໍບໍ່ກິນແໜງ ເຖິງແມ່ນວ່າເຮົາໄດ້ກິນແໜງແດ່ແລ້ວກໍຕາມ ເພາະເຮົາເຫັນວ່າ ຈົດໝາຍສະບັບນັ້ນໄດ້ເຮັດໃຫ້ເຈົ້າ^ທັງຫລາຍທຸກໃຈກໍພຽງແຕ່ຊົ່ວຄາວເທົ່ານັ້ນ.
[9] ບັດນີ້ ເຮົາມີຄວາມ^ຊົມຊື່ນ^ຍິນດີ ບໍ່ແມ່ນເພາະຄວາມ^ທຸກໃຈຂອງ^ເຈົ້າ^ທັງຫລາຍ, ແຕ່ເພາະຄວາມ^ທຸກໃຈນັ້ນ ເປັນເຫດໃຫ້ພວກເຈົ້າກັບໃຈເສຍໃໝ່ ເພາະວ່າພວກເຈົ້າໄດ້ຮັບຄວາມ^ທຸກໃຈຢ່າງທີ່ຊອບພຣະໄທພຣະເຈົ້າ ຈຶ່ງບໍ່ໄດ້ຮັບຜົນຮ້າຍຈາກເຮົາຈັກຢ່າງ.
[10] ດ້ວຍວ່າ, ຄວາມ^ທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສຍໃໝ່ ຊຶ່ງນຳໄປສູ່ຄວາມ^ພົ້ນໂດຍບໍ່ຄວນກິນແໜງ, ແຕ່ຄວາມ^ທຸກໃຈຕາມຢ່າງໂລກນັ້ນ ຍ່ອມນຳໄປເຖິງຄວາມ^ຕາຍ.
[11] ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າ^ທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມ^ຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມ^ເຄືອງໃຈ ຄວາມ^ຕື່ນຕົວ ຄວາມ^ອາໄລ ຄວາມ^ຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫລົ່ານີ້ ເຈົ້າ^ທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ.
[12] ເຫດສະນັ້ນ ແມ່ນວ່າເຮົາໄດ້ຂຽນມາເຖິງເຈົ້າ^ທັງຫລາຍ ກໍບໍ່ແມ່ນຍ້ອນຜູ້ທີ່ໄດ້ເຮັດຜິດ ຫລືຍ້ອນຜູ້ທີ່ຖືກຜິດນັ້ນ ແຕ່ເພື່ອຄວາມ^ຂະຫຍັນຂັນແຂງ ທີ່ພວກເຈົ້າມີຕໍ່ເຮົານັ້ນ ຈະໄດ້ປາກົດແກ່ເຈົ້າ^ທັງຫລາຍຊ້ອງພຣະພັກພຣະເຈົ້າ.
[13] ໂດຍເຫດນັ້ນແຫລະ ເຮົາຈຶ່ງມີຄວາມ^ຊູໃຈ. ນອກຈາກຄວາມ^ຊູໃຈຂອງເຮົານັ້ນ ເຮົາມີຄວາມ^ຊົມຊື່ນ^ຍິນດີຢ່າງເຫລືອລົ້ນ ເພາະຍ້ອນຄວາມ^ຍິນດີຂອງ^ຕີໂຕ ໃນການທີ່ພວກເຈົ້າໄດ້ເຮັດໃຫ້ຈິດໃຈຂອງ^ຕີໂຕສະຫງົບລົງ.
[14] ເຮົາໄດ້ເວົ້າອວດເຖິງເລື່ອງຂອງ^ພວກເຈົ້າສູ່ຕີໂຕ ແລະພວກເຈົ້າກໍບໍ່ໄດ້ເຮັດໃຫ້ເຮົາຜິດຫວັງ ພວກເຮົາໄດ້ກ່າວຄວາມຈິງແກ່ພວກເຈົ້າຢູ່ສະເໝີສັນໃດ ການທີ່ພວກເຮົາເວົ້າອວດເຖິງເລື່ອງການເຊື່ອຟັງຂອງ^ພວກເຈົ້າສູ່ຕີໂຕ ກໍກາຍເປັນຄວາມຈິງສັນນັ້ນ.
[15] ດັ່ງນັ້ນແຫລະ ຄວາມຮັກຂອງ^ຕີໂຕ ທີ່ມີຕໍ່ພວກເຈົ້າຈຶ່ງຫລາຍຍິ່ງຂຶ້ນ ເມື່ອເພິ່ນລະນຶກເຖິງການເຊື່ອຟັງຂອງ^ພວກເຈົ້າທຸກຄົນ ແລະການທີ່ພວກເຈົ້າໄດ້ຮັບຕ້ອນເພິ່ນດ້ວຍຄວາມ^ຢຳເກງຈົນຕົວສັ່ນ.
[16] ເຮົາມີຄວາມ^ຊື່ນຊົມຍິນດີຢ່າງເຫລືອລົ້ນ ເພາະເຮົາເຊື່ອໝັ້ນໃນພວກເຈົ້າໄດ້ທຸກຢ່າງ.