[1] ພວກເຮົາກຳລັງຍ້ອງຍໍພວກເຮົາເອງອີກບໍ? ຫລືວ່າພວກເຮົາຕ້ອງການໜັງສືແນະນຳຕົວມາໃຫ້ພວກເຈົ້າເໝືອນຢ່າງບາງຄົນບໍ? ຫລືເຮົາຕ້ອງການໜັງສືແນະນຳຕົວຈາກພວກເຈົ້າບໍ?
[2] ແມ່ນພວກເຈົ້າເອງທີ່ເປັນໜັງສືແນະນຳຕົວສຳລັບພວກເຮົາ ຊຶ່ງຈາລຶກໄວ້ໃສ່ຫົວໃຈຂອງ^ພວກເຮົາໃຫ້ທຸກຄົນໄດ້ຮູ້ແລະໄດ້ອ່ານ
[3] ແລະເປັນທີ່ຈະແຈ້ງແລ້ວວ່າ ພວກເຈົ້າເປັນຕົວໜັງສືທີ່ມາຈາກພຣະຄຣິດ ທີ່ພວກເຮົາເປັນຜູ້ຂຽນ ຊຶ່ງບໍ່ໄດ້ຂຽນດ້ວຍນໍ້າມຶກ ແຕ່ຂຽນດ້ວຍພຣະວິນຍານຂອງ^ພຣະເຈົ້າອົງຊົງຊີວິດຢູ່ ແລະບໍ່ໄດ້ຂຽນໃສ່ແຜ່ນຫີນ ແຕ່ຂຽນໃສ່ຫົວໃຈຂອງ^ມະນຸດ.
[4] ພວກເຮົາກ່າວເຊັ່ນນີ້ກໍເພາະວ່າ ພວກເຮົາມີຄວາມ^ໝັ້ນໃຈໃນພຣະເຈົ້າໂດຍທາງພຣະຄຣິດ.
[5] ທີ່ຈິງແລ້ວ ພວກເຮົາບໍ່ໄດ້ຖືສິ່ງໃດວ່າ ເກີດມາຈາກຄວາມ^ສາມາດຂອງ^ພວກເຮົາເອງ, ແຕ່ຄວາມ^ສາມາດທີ່ພວກເຮົາມີນັ້ນ ແມ່ນມາຈາກພຣະເຈົ້າ.
[6] ເພາະແມ່ນພຣະອົງທີ່ໄດ້ເຮັດໃຫ້ພວກເຮົາສາມາດເປັນຜູ້ຮັບໃຊ້ພັນທະສັນຍາໃໝ່ ຊຶ່ງບໍ່ແມ່ນປະກອບດ້ວຍຕົວໜັງສື ແຕ່ດ້ວຍພຣະວິນຍານ. ດ້ວຍວ່າ, ຕົວໜັງສືປະຫານໃຫ້ຕາຍ ແຕ່ພຣະວິນຍານນັ້ນ ຊົງປະທານໃຫ້ມີຊີວິດ.
[7] ແຕ່ຖ້າການປະຕິບັດທີ່ນຳໄປເຖິງຄວາມ^ຕາຍ ຄືການປະຕິບັດຕາມຕົວອັກສອນ ຊຶ່ງຊົງຈາລຶກໄວ້ທີ່ແຜ່ນຫີນນັ້ນຍັງມາດ້ວຍຣັດສະໝີ ເຖິງແມ່ນວ່າເປັນຣັດສະໝີທີ່ຈາງຫາຍໄປ ກໍຍັງເຮັດໃຫ້ພວກອິດສະຣາເອນເບິ່ງໜ້າຂອງ^ໂມເຊບໍ່ໄດ້.
[8] ການປະຕິບັດຕາມພຣະວິນຍານ ກໍມີສະຫງ່າຣາສີອັນຍິ່ງໃຫຍ່ກວ່ານັ້ນອີກຈັກເທົ່າໃດໜໍ
[9] ຖ້າການປະຕິບັດທີ່ນຳການຕັດສິນລົງໂທດ ຍັງມີສະຫງ່າຣາສີ ການປະຕິບັດທີ່ນຳສູ່ຄວາມ^ຊອບທຳ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ
[10] ຄວາມຈິງແລ້ວ ສະຫງ່າຣາສີທີ່ໄດ້ເຄີຍສ່ອງແສງເຫຼື້ອມໃສໃນອະດີດນັ້ນ ໄດ້ຈາງຫາຍໄປແລ້ວ ເພາະມີສະຫງ່າຣາສີທີ່ຍິ່ງໃຫຍ່ກວ່າ.
[11] ດ້ວຍວ່າ, ຖ້າສິ່ງທີ່ຈາງຫາຍໄປ ຍັງມີສະຫງ່າຣາສີເຖິງພຽງນັ້ນ ສິ່ງທີ່ເປັນຢູ່ຕະຫລອດໄປ ກໍຍິ່ງມີສະຫງ່າຣາສີລື່ນກວ່ານັ້ນອີກຈັກເທົ່າໃດໜໍ
[12] ເຫດສະນັ້ນ ໃນເມື່ອພວກເຮົາມີຄວາມຫວັງຢ່າງນີ້ ພວກເຮົາກໍມີໃຈກ້າຫລາຍຂຶ້ນ.
[13] ພວກເຮົາບໍ່ເປັນເໝືອນໂມເຊ ທີ່ຕ້ອງເອົາຜ້າປົກໜ້າຂອງ^ຕົນເອງໄວ້ ເພື່ອຊາວອິດສະຣາເອນຈະບໍ່ໄດ້ເຫັນແສງອັນສະຫງ່າຣາສີທີ່ກຳລັງຈາງລົງ ແລະສູນຫາຍໄປນັ້ນ.
[14] ແຕ່ຈິດໃຈຂອງ^ພວກເຂົາປຶກຕັນແທ້ຈິງຈົນເຖິງ^ທຸກ^ວັນນີ້ ເມື່ອພວກເຂົາອ່ານໜັງສືແຫ່ງພັນທະສັນຍາເດີມ ຈິດໃຈຂອງ^ພວກເຂົາກໍຍັງຖືກປົກຄຸມຢູ່ດ້ວຍຜ້າປົກໜ້າຢ່າງດຽວກັນ ເພາະຜ້າປົກໜ້ານັ້ນຖືກເປີດອອກໂດຍພຣະຄຣິດເທົ່ານັ້ນ.
[15] ແມ່ນວ່າໃນປະຈຸບັນນີ້ ເມື່ອໃດທີ່ພວກເຂົາອ່ານກົດບັນຍັດຂອງ^ໂມເຊ ຜ້າປົກໜ້ານັ້ນ ກໍຍັງປົກຄຸມຈິດໃຈຂອງ^ພວກເຂົາຢູ່.
[16] ແຕ່ວ່າ ເມື່ອໃດເພິ່ນຫລົບເຂົ້າໄປເຝົ້າອົງພຣະ^ຜູ້^ເປັນເຈົ້າ ຜ້າປົກນັ້ນຈຶ່ງເປີດອອກເສຍ.
[17] ບັດນີ້ຄຳວ່າ, “ອົງພຣະ^ຜູ້^ເປັນເຈົ້າ” ນັ້ນແມ່ນພຣະວິນຍານ ແລະທີ່ໃດມີພຣະວິນຍານຂອງ^ອົງພຣະ^ຜູ້^ເປັນເຈົ້າຢູ່ນຳ ທີ່ນັ້ນກໍມີເສລີພາບ.
[18] ແຕ່ເຮົາທັງຫລາຍບໍ່ມີຜ້າປົກໜ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະຫງ່າຣາສີຂອງ^ອົງພຣະ^ຜູ້^ເປັນເຈົ້າ ແລະພຣະສະຫງ່າຣາສີທີ່ມາຈາກອົງພຣະ^ຜູ້^ເປັນເຈົ້າ ຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເໝືອນພຣະອົງ ໂດຍມີສະຫງ່າຣາສີເປັນລຳດັບຂຶ້ນໄປ.