[1] ພີ່ນ້ອງທັງຫລາຍ^ເອີຍ, ເຮົາປາຖະໜາໃຫ້ພວກເຈົ້າຮູ້ເຖິງ ພຣະຄຸນຂອງ^ພຣະເຈົ້າ ທີ່ຊົງໂຜດປະທານແກ່ຄຣິສຕະຈັກຕ່າງໆໃນແຂວງມາເກໂດເນຍ.
[2] ເພາະວ່າ ເມື່ອຄາວທີ່ພວກເຂົາຖືກທົດລອງຢ່າງໜັກ ໂດຍໄດ້ຮັບຄວາມ^ທຸກລຳບາກ ຄວາມ^ຍິນດີອັນເຫລືອລົ້ນ ແລະຄວາມ^ຍາກຈົນອັນເຫລືອປະມານຂອງ^ພວກເຂົານັ້ນ ກໍໄດ້ປາກົດລົ້ນອອກມາເປັນໃຈສັດທາອັນກວ້າງຂວາງ.
[3] ເພາະເຮົາເປັນພະຍານໄດ້ວ່າ ພວກເຂົາສັດທາຖວາຍໂດຍສຸດຄວາມ^ສາມາດຂອງ^ພວກເຂົາ ແລະເຫລືອຄວາມ^ສາມາດຂອງ^ພວກເຂົາເສຍອີກ,
[4] ແລ້ວຕາມລຳພັງໃຈຂອງ^ພວກເຂົາເອງ ພວກເຂົາກໍຍັງໄດ້ວອນຂໍຢ່າງຫລວງຫລາຍ ຂໍໃຫ້ເຮົາກະຣຸນາພວກເຂົາໄດ້ມີສ່ວນໃນການຊ່ວຍເຫລືອພວກໄພ່ພົນຂອງ^ພຣະເຈົ້າ.
[5] ບໍ່ເໝືອນດັ່ງເຮົາໄດ້ຄາດໝາຍໄວ້, ແຕ່ຂໍ້ສຳຄັນທີ່ສຸດ ແມ່ນພວກເຂົາໄດ້ຖວາຍຕົວເອງແກ່ອົງພຣະ^ຜູ້^ເປັນເຈົ້າກ່ອນ ແລ້ວໄດ້ມອບຕົວໃຫ້ເຮົາຕາມນໍ້າພຣະໄທຂອງ^ພຣະເຈົ້າ.
[6] ຈົນວ່າເຮົາໄດ້ເຕືອນຕີໂຕ ໃຫ້ຊ່ວຍພວກເຈົ້າເຮັດການກຸສົນນັ້ນໃຫ້ສຳເລັດ ຕາມທີ່ຕົນໄດ້ລົງມືເຮັດໄວ້ກ່ອນແລ້ວນັ້ນ.
[7] ເຫດສະນັ້ນ ເມື່ອເຈົ້າ^ທັງຫລາຍມີບໍຣິບູນໃນທຸກສິ່ງ ຄືຄວາມເຊື່ອ, ຖ້ອຍຄຳ, ວິຊາຄວາມຮູ້, ຄວາມ^ກະຕື^ລືລົ້ນ ແລະຄວາມຮັກຕໍ່ເຮົາ, ເຈົ້າ^ທັງຫລາຍກໍຈົ່ງປະກອບການກຸສົນນີ້ຢ່າງບໍຣິບູນເໝືອນກັນ.
[8] ເຮົາກ່າວດັ່ງນີ້ບໍ່ແມ່ນຄຳບັນຊາ, ແຕ່ໄດ້ນຳເລື່ອງຄວາມ^ກະຕື^ລືລົ້ນຂອງ^ຄົນອື່ນ ມາທຽບທົດລອງກັບຄວາມຮັກຂອງ^ເຈົ້າ^ທັງຫລາຍນັ້ນ ເບິ່ງວ່າເປັນຂອງ^ແທ້ຫລືບໍ່.
[9] ເພາະວ່າ ເຈົ້າ^ທັງຫລາຍຮູ້ຈັກພຣະຄຸນຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາແລ້ວວ່າ ເຖິງແມ່ນວ່າ ພຣະອົງຊົງຮັ່ງມີ ພຣະອົງກໍຍັງຊົງຍອມກາຍເປັນຄົນ^ຍາກຈົນ ເພາະເຫັນແກ່ເຈົ້າ^ທັງຫລາຍ ເພື່ອເຈົ້າ^ທັງຫລາຍຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກຄວາມ^ຍາກຈົນຂອງ^ພຣະອົງ.
[10] ແລະເຮົາຈະອອກຄວາມ^ເຫັນໃນເລື່ອງນີ້ວ່າ, ເລື່ອງທີ່ພວກເຈົ້າໄດ້ຕັ້ງຕົ້ນກ່ອນພວກເຂົາເມື່ອປີກາຍນີ້ ແລະບໍ່ແມ່ນພວກເຈົ້າໄດ້ຕັ້ງຕົ້ນຈະເຮັດເທົ່ານັ້ນ, ແຕ່ຍັງເຕັມໃຈໃນການເຮັດນັ້ນດ້ວຍ.
[11] ບັດນີ້ກໍຄວນແລ້ວ ທີ່ເຈົ້າ^ທັງຫລາຍຈະເຮັດການນັ້ນ ໃຫ້ສຳເລັດເສຍ ເພື່ອວ່າເມື່ອພວກເຈົ້າມີໃຈພ້ອມຢູ່ແລ້ວ ເຈົ້າກໍຈະເຮັດໃຫ້ສຳເລັດຕາມຄວາມ^ສາມາດຂອງຕົນ.
[12] ເພາະວ່າ ຖ້າມີນໍ້າໃຈພ້ອມຢູ່ແລ້ວ ພຣະເຈົ້າກໍຊົງພໍພຣະໄທທີ່ຈະຊົງຮັບຕາມທີ່ທຸກຄົນມີຢູ່ ບໍ່ແມ່ນຕາມທີ່ພວກເຂົາບໍ່ມີ.
[13] ເຮົາບໍ່ໄດ້ມຸ່ງໝາຍວ່າ ຈະໃຫ້ການງານຂອງ^ຄົນອື່ນເບົາລົງ ແລະໃຫ້ການງານຂອງ^ພວກເຈົ້າໜັກຂຶ້ນ, ແຕ່ເພື່ອໃຫ້ເປັນການສະເໝີກັນ.
[14] ສະນັ້ນ ໃນຍາມທີ່ເຈົ້າ^ທັງຫລາຍມີບໍຣິບູນຢ່າງເວລານີ້ ພວກເຈົ້າກໍຄວນຈະຊ່ວຍຄົນເຫລົ່ານັ້ນທີ່ຂາດເຂີນ ແລະໃນຍາມທີ່ພວກເຂົາມີບໍຣິບູນ ພວກເຂົາກໍຈະຊ່ວຍພວກເຈົ້າ ເມື່ອຂາດເຂີນເໝືອນກັນ ເພື່ອຈະໃຫ້ສະເໝີກັນໄປ.
[15] ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ທີ່ໄດ້ຫລາຍກໍບໍ່ເຫລືອ ແລະຜູ້ທີ່ໄດ້ໜ້ອຍກໍບໍ່ຂາດເຂີນ.”
[16] ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ທີ່ຊົງບັນດານໃຫ້ຕີໂຕມີໃຈກະຕື^ລືລົ້ນສຳລັບພວກເຈົ້າດັ່ງທີ່ເຮົາເອງມີຢູ່.
[17] ເພິ່ນບໍ່ພຽງແຕ່ໄດ້ຮັບເອົາຄຳຂໍຮ້ອງຂອງ^ພວກເຮົາ ນອກນີ້ອີກ ເພິ່ນຍັງມີໃຈກະຕື^ລືລົ້ນໃນການຊ່ວຍເຫລືອ, ຈຶ່ງອາສາສະໝັກໄປຫາພວກເຈົ້າ.
[18] ພວກເຮົາໄດ້ໃຊ້ພີ່ນ້ອງຄົນນັ້ນ ຜູ້ທີ່ຄຣິສຕະຈັກທັງໝົດໃຫ້ຄວາມ^ໄວ້ວາງໃຈ ໃຫ້ໄປກັບຕີໂຕໃນພາລະກິດແຫ່ງການປະກາດຂ່າວປະເສີດ.
[19] ແລະບໍ່ພຽງແຕ່ເທົ່ານັ້ນ ແຕ່ຄຣິສຕະຈັກໄດ້ເລືອກຕັ້ງຜູ້ນັ້ນ ໃຫ້ເປັນເພື່ອນເດີນທາງດ້ວຍກັນກັບເຮົາໃນການກຸສົນ ຊຶ່ງເຮົາໄດ້ຮັບເປັນທຸລະ ເພື່ອໃຫ້ເປັນທີ່ຖວາຍພຣະກຽດແກ່ອົງພຣະ^ຜູ້^ເປັນເຈົ້າ ແລະເປັນທີ່ສະແດງນໍ້າໃຈອັນພ້ອມແລ້ວຂອງເຮົາ.
[20] ພວກເຮົາຕັ້ງໃຈຈະບໍ່ໃຫ້ຜູ້ໃດຕຳໜິ ໃນເລື່ອງຂອງ^ບໍລິຈາກອັນຫລວງຫລາຍ ທີ່ພວກເຮົາກຳລັງຮັບມາແຈກນັ້ນ.
[21] ພວກເຮົາມີຈຸດປະສົງເຮັດທຸກສິ່ງໃຫ້ຖືກຕ້ອງ ບໍ່ແມ່ນແຕ່ຕໍ່ສາຍຕາຂອງ^ອົງພຣະ^ຜູ້^ເປັນເຈົ້າເທົ່ານັ້ນ, ແຕ່ຕໍ່ສາຍຕາຂອງ^ມະນຸດດ້ວຍ.
[22] ເຮົາໄດ້ໃຊ້ພີ່ນ້ອງຂອງເຮົານັ້ນໄປນຳພວກເຂົາ ຄືຜູ້ທີ່ເຮົາໄດ້ທົດລອງເບິ່ງຫລາຍເທື່ອ ຈຶ່ງເຫັນວ່າເປັນຄົນມີໃຈກະຕື^ລືລົ້ນໃນຫລາຍສິ່ງຫລາຍຢ່າງມາແລ້ວ ແລະບັດນີ້ໄດ້ມີຄວາມ^ກະຕື^ລືລົ້ນຫລາຍກວ່າເກົ່າ ຍ້ອນວ່າເພິ່ນມີຄວາມ^ໄວ້ໃຈຫລາຍໃນພວກເຈົ້າ.
[23] ສ່ວນຕີໂຕນັ້ນ ເປັນຜູ້ເຂົ້າສ່ວນກັບເຮົາ ແລະເປັນຜູ້ຮ່ວມງານໃນການຮັບໃຊ້ເຈົ້າ^ທັງຫລາຍ ສ່ວນພວກພີ່ນ້ອງຂອງເຮົານັ້ນ ກໍເປັນທູດຮັບໃຊ້ຂອງ^ຄຣິສຕະຈັກທັງຫລາຍ ແລະເປັນພຣະກຽດຕິຍົດຂອງ^ພຣະຄຣິດ.
[24] ເຫດສະນັ້ນ ຈົ່ງສະແດງໃຫ້ພວກເຂົາເຫັນ ເຖິງຄວາມຮັກອັນແທ້ຈິງຂອງ^ພວກເຈົ້າ ເພື່ອວ່າການທີ່ພວກເຮົາເວົ້າອວດເຖິງພວກເຈົ້ານັ້ນ ຈະເປັນທີ່ປາກົດແຈ້ງໃນທ່າມກາງເຂົາເຫຼົ່ານັ້ນ ຕໍ່ໜ້າຄຣິສຕະຈັກທຸກແຫ່ງ.