[1] ເພາະດ້ວຍພຣະກະຣຸນາຂອງ^ພຣະເຈົ້າ ພວກເຮົາຈຶ່ງໄດ້ຮັບໃຊ້ພັນທະກິດ ດັ່ງນັ້ນແຫລະ ພວກເຮົາຈຶ່ງບໍ່ທໍ້ຖອຍ.
[2] ພວກເຮົາໄດ້ປະຖິ້ມສິ່ງທີ່ໜ້າອັບອາຍທຸກຢ່າງທີ່ເຮັດໃນທີ່ລັບລີ້ ພວກເຮົາບໍ່ໄດ້ເຮັດໂດຍໃຊ້ກົນອຸບາຍ ທັງບໍ່ໄດ້ປອມແປງຖ້ອຍຄຳຂອງ^ພຣະເຈົ້າດ້ວຍ, ແຕ່ໄດ້ສະແດງໃຫ້ຮູ້ຄວາມຈິງຢ່າງຈະແຈ້ງ ພວກເຮົາພະຍາຍາມເຮັດໃຫ້ຕົນເອງເປັນທີ່ຊອບແກ່ໃຈສຳນຶກຜິດແລະຊອບຂອງ^ທຸກຄົນ ຊ້ອງໜ້າພຣະເຈົ້າ.
[3] ແຕ່ຖ້າຂ່າວປະເສີດທີ່ພວກເຮົາປະກາດນັ້ນ, ຖືກປົກບັງໄວ້ກໍຖືກປົກບັງໄວ້ສຳລັບພວກທີ່ກຳລັງຈິບຫາຍໄປ.
[4] ສຳລັບຄົນທີ່ບໍ່ເຊື່ອນັ້ນ ພະຂອງ^ໂລກນີ້ໄດ້ເຮັດໃຫ້ຈິດໃຈຂອງ^ພວກເຂົາມືດມົວໄປ ເພື່ອບໍ່ໃຫ້ພວກເຂົາເຫັນແສງ^ສະຫວ່າງຂອງ^ຂ່າວປະເສີດ ເລື່ອງພຣະສະຫງ່າຣາສີຂອງ^ພຣະຄຣິດ ຜູ້ຊົງມີລັກສະນະຂອງ^ພຣະເຈົ້າ.
[5] ດ້ວຍວ່າ, ພວກເຮົາບໍ່ໄດ້ປະກາດຕົວເອງ ແຕ່ປະກາດພຣະເຢຊູ^ຄຣິດເຈົ້າວ່າ ເປັນອົງພຣະ^ຜູ້^ເປັນເຈົ້າ ແລະປະກາດພວກເຮົາເອງວ່າ ເປັນທາດຮັບໃຊ້ຂອງ^ພວກເຈົ້າ ເພື່ອເຫັນແກ່ພຣະເຢຊູເຈົ້າ.
[6] ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ, “ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ” ເປັນພຣະເຈົ້າອົງທີ່ສ່ອງແສງ^ສະຫວ່າງເຂົ້າມາໃນຈິດໃຈຂອງ^ພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າຣາສີຂອງ^ພຣະເຈົ້າ ຊຶ່ງສ່ອງແສງ^ສະຫວ່າງໃນໃບໜ້າຂອງ^ພຣະເຢຊູ^ຄຣິດເຈົ້າ.
[7] ແຕ່ພວກເຮົາມີຊັບສົມບັດ^ນີ້ ຢູ່ໃນພາຊະນະດິນ ເພື່ອໃຫ້ເຫັນວ່າ, ຣິດອຳນາດອັນຍິ່ງໃຫຍ່ນັ້ນເປັນຂອງ^ພຣະເຈົ້າ ບໍ່ໄດ້ມາຈາກພວກເຮົາເອງ.
[8] ພວກເຮົາຖືກຄວາມ^ທຸກລຳບາກຮອບດ້ານ, ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງບໍ່ໝົດທາງອອກ;
[9] ຖືກຂົ່ມເຫັງ, ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ, ແຕ່ກໍຍັງບໍ່ເຖິງຂັ້ນເສຍຊີວິດ.
[10] ຕົວຂອງ^ພວກເຮົາຍອມຮັບຄວາມ^ຕາຍຂອງ^ພຣະເຢຊູເຈົ້າຢູ່ສະເໝີ ເພື່ອໃຫ້ຊີວິດຂອງ^ພຣະເຢຊູເຈົ້າສາມາດປາກົດຢູ່ໃນຕົວຂອງ^ພວກເຮົາ.
[11] ເພາະວ່າ ຂະນະທີ່ເຮົາມີຊີວິດຢູ່ນັ້ນ ພວກເຮົາໄດ້ຖືກມອບໄວ້ແກ່ຄວາມ^ຕາຍຢູ່ສະເໝີ ເພາະເຫັນແກ່ພຣະເຢຊູເຈົ້າ ເພື່ອຊີວິດຂອງ^ພຣະອົງຈະໄດ້ປາກົດໃນເນື້ອກາຍອັນຕາຍເປັນຂອງເຮົາເໝືອນກັນ.
[12] ດັ່ງນັ້ນ, ຄວາມ^ຕາຍກຳລັງທຳງານຢູ່ໃນພວກເຮົາ, ແຕ່ຊີວິດກຳລັງທຳງານຢູ່ໃນພວກເຈົ້າ.
[13] ແຕ່ເຮົາມີວິນຍານແຫ່ງຄວາມເຊື່ອຢ່າງດຽວກັນກັບຂໍ້ພຣະຄຳພີທີ່ຂຽນໄວ້ແລ້ວວ່າ, “ຂ້າພະເຈົ້າໄດ້ເຊື່ອ ເພາະສະນັ້ນ ຂ້າພະເຈົ້າຈຶ່ງໄດ້ກ່າວໄວ້.” ພວກເຮົາກໍເຊື່ອເໝືອນກັນ ເພາະສະນັ້ນພວກເຮົາຈຶ່ງກ່າວໄວ້.
[14] ເພາະພວກເຮົາຮູ້ວ່າ ພຣະອົງຜູ້ໄດ້ຊົງບັນດານໃຫ້ອົງພຣະເຢຊູເຈົ້າເປັນຄືນມາຈາກຄວາມ^ຕາຍນັ້ນ ຈະບັນດານໃຫ້ພວກເຮົາເປັນຄືນມາກັບພຣະເຢຊູເຈົ້າເໝືອນກັນ ແລະຈະນຳພວກເຮົາພ້ອມກັບພວກເຈົ້າ ເຂົ້າໄປຢູ່ຊ້ອງພຣະພັກພຣະອົງ.
[15] ເພາະວ່າສິ່ງສາລະພັດນັ້ນ ເປັນໄປເພື່ອປະໂຫຍດຂອງ^ເຈົ້າ^ທັງຫລາຍ ເພື່ອວ່າ ເມື່ອພຣະຄຸນມາເຖິງຄົນເປັນຈຳນວນຫລວງຫລາຍ ກໍຈະມີການໂມທະນາຂອບພຣະຄຸນຫລາຍຂຶ້ນເໝືອນກັນ ຈຶ່ງເປັນການຖວາຍພຣະກຽດຕິຍົດແກ່ພຣະເຈົ້າ.
[16] ເຫດສະນັ້ນ, ພວກເຮົາຈຶ່ງບໍ່ທໍ້ຖອຍ ເຖິງແມ່ນວ່າກາຍພາຍນອກຂອງ^ພວກເຮົາກຳລັງຊຸດໂຊມລົງກໍຕາມ, ແຕ່ໃຈພາຍໃນຂອງ^ພວກເຮົານັ້ນ ກໍຍັງຈະເລີນຂຶ້ນໃໝ່ທຸກໆວັນ.
[17] ຝ່າຍຄວາມ^ທຸກລຳບາກອັນເບົາບາງແລະຊົ່ວຄາວນີ້ ກໍກຳລັງຈັດຕຽມພວກເຮົາໃຫ້ມີສະຫງ່າຣາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປ ຈົນຫາທີ່ປຽບບໍ່ໄດ້.
[18] ເພາະວ່າ ພວກເຮົາບໍ່ໄດ້ປັກໃຈໃສ່ໃນສິ່ງທີ່ຕາເຫັນຢູ່, ແຕ່ໃນສິ່ງທີ່ຕາບໍ່ເຫັນ. ດ້ວຍວ່າ, ສິ່ງທີ່ຕາເຫັນຢູ່ນັ້ນກໍເປັນຂອງ^ຊົ່ວຄາວ, ແຕ່ສິ່ງທີ່ຕາບໍ່ເຫັນນັ້ນ ກໍດຳລົງຢູ່ຖາວອນຕະຫລອດໄປ.