[1] ເພາະເຮົາຮູ້ແລ້ວວ່າ, ຖ້າວ່າເຮືອນຂອງເຮົາໃນໂລກນີ້ ຄືຮ່າງກາຍນັ້ນໄດ້ຖືກມ້າງລົງເສຍ ເຮົາກໍຍັງມີບ່ອນຢູ່ອາໄສ ຊຶ່ງພຣະເຈົ້າຊົງໂຜດປະທານໃຫ້ເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ ແລະຊົງຕັ້ງຢູ່ຖາວອນເປັນນິດໃນສະຫວັນ.
[2] ເພາະວ່າທີ່ຈິງໃນຮ່າງກາຍນີ້ ເຮົາຍັງໂອ່ຍ^ອາໄລຢູ່ ປາຖະໜາຫາຢ່າງຮ້ອນຮົນ ຢາກຫົ່ມເອົາທີ່ຢູ່ຂອງເຮົາອັນມາແຕ່ສະຫວັນ,
[3] ເພື່ອວ່າເມື່ອພວກເຮົາຫົ່ມຮ່າງກາຍໃໝ່ແລ້ວ ພວກເຮົາກໍບໍ່ຕ້ອງຢູ່ໃນສະພາບທີ່ປະເປືອຍ.
[4] ຂະນະທີ່ພວກເຮົາອາໄສຢູ່ໃນຮ່າງກາຍນີ້ ພວກເຮົາກໍໂອ່ຍຄາງເປັນທຸກຢູ່ຢ່າງໜັກໜ່ວງ ອັນນີ້ບໍ່ແມ່ນວ່າພວກເຮົາຢາກໜີໃຫ້ພົ້ນຈາກຮ່າງກາຍຂອງ^ພວກເຮົາ, ແຕ່ພວກເຮົາປາຖະໜາຢາກຫົ່ມກາຍໃໝ່ນັ້ນ ເພື່ອວ່າຮ່າງກາຍທີ່ຕາຍເປັນນີ້ຈະຖືກຖ້ວມລົ້ນດ້ວຍຊີວິດ.
[5] ແມ່ນພຣະເຈົ້າເອງທີ່ໄດ້ເປັນຜູ້ຈັດຕຽມພວກເຮົາສຳລັບການປ່ຽນແປງນີ້ ຜູ້ຊົງໂຜດປະທານພຣະວິນຍານເພື່ອເປັນເຄື່ອງມັດຈຳໄວ້ກັບພວກເຮົາ.
[6] ດັ່ງນັ້ນ ພວກເຮົາຈຶ່ງມີໃຈກ້າຢ່າງເຕັມປ່ຽມຢູ່ສະເໝີ ພວກເຮົາຮູ້ວ່າ ຕາບໃດທີ່ພວກເຮົາອາໄສຢູ່ໃນເຮືອນ ຄືຮ່າງກາຍນີ້ ພວກເຮົາກໍໄກຈາກອົງພຣະ^ຜູ້^ເປັນເຈົ້າ.
[7] ດ້ວຍວ່າ, ພວກເຮົາດຳເນີນຊີວິດຕາມຄວາມເຊື່ອ ບໍ່ແມ່ນຕາມທີ່ຕາເຫັນ.
[8] ພວກເຮົາມີໃຈກ້າຢ່າງເຕັມປ່ຽມ ແລະພໍໃຈຢາກຈະອອກຈາກເຮືອນ ຄືຮ່າງກາຍນີ້ ໄປຢູ່ເຮືອນກັບອົງພຣະ^ຜູ້^ເປັນເຈົ້າກໍດີກວ່າ.
[9] ດັ່ງນັ້ນ ບໍ່ວ່າພວກເຮົາຈະຢູ່ໃນເຮືອນ ຄືຮ່າງກາຍນີ້ ຫລືບໍ່ຢູ່ກໍຕາມ ພວກເຮົາໄດ້ຕັ້ງເປົ້າໝາຍເພື່ອເຮັດໃຫ້ເປັນທີ່ພໍພຣະໄທພຣະອົງ.
[10] ດ້ວຍວ່າ, ຈຳເປັນທີ່ພວກເຮົາທຸກຄົນ ຈະຕ້ອງປາກົດຕົວຕໍ່ໜ້າບັນລັງພິພາກສາຂອງ^ພຣະຄຣິດ ເພື່ອແຕ່ລະຄົນຈະໄດ້ຮັບ ສົມກັບການທີ່ຕົນໄດ້ເຮັດໃນຮ່າງກາຍນີ້ ແລ້ວແຕ່ຈະດີ ຫລືຊົ່ວ.
[11] ເພາະເຫດທີ່ພວກເຮົາຮູ້ຈັກຢຳເກງອົງພຣະ^ຜູ້^ເປັນເຈົ້າ ພວກເຮົາຈຶ່ງຊັກຊວນຄົນທັງຫລາຍໃຫ້ເຮັດຕາມດ້ວຍ ພວກເຮົາເປັນຢ່າງໃດ ພຣະເຈົ້າກໍຊົງຮູ້ດີຢູ່ແລ້ວ ແລະພວກເຮົາກໍຫວັງວ່າ ໃຈສຳນຶກຜິດແລະຊອບຂອງ^ພວກເຈົ້າ ກໍຄົງຮູ້ຈັກພວກເຮົາດີເໝືອນກັນ.
[12] ທີ່ເວົ້າຢ່າງນີ້ ບໍ່ແມ່ນພວກເຮົາຍ້ອງຍໍຕົວເຮົາເອງຕໍ່ເຈົ້າ^ທັງຫລາຍ, ແຕ່ເພື່ອໃຫ້ເຈົ້າ^ທັງຫລາຍໄດ້ມີໂອກາດສະແດງຄວາມ^ອວດອ້າງກ່ຽວກັບພວກເຮົາ ເພື່ອໃຫ້ເຈົ້າ^ທັງຫລາຍສາມາດມີຂໍ້ໂຕ້ຕອບແກ່ຄົນທັງຫລາຍທີ່ມັກອວດໃນສິ່ງພາຍນອກ ບໍ່ແມ່ນສິ່ງທີ່ຢູ່ພາຍໃນຈິດໃຈ.
[13] ເພາະວ່າ ຖ້າພວກເຮົາໄດ້ເຮັດຢ່າງຄົນເສຍຈິດ ເຮົາກໍເຮັດເພາະເຫັນແກ່ພຣະເຈົ້າ ຫລືຖ້າເຮົາເຮັດຢ່າງຄົນປົກກະຕິ ກໍເພາະເຫັນແກ່ເຈົ້າ^ທັງຫລາຍ.
[14] ເພາະວ່າ, ຄວາມຮັກຂອງ^ພຣະຄຣິດຊົງບັງຄັບພວກເຮົາຢູ່ ຍ້ອນພວກເຮົາແນ່ໃຈວ່າ, ມີຜູ້ໜຶ່ງໄດ້ຕາຍແທນຄົນທັງປວງ. ດັ່ງນັ້ນ ຄົນທັງປວງຈຶ່ງໄດ້ເຂົ້າສ່ວນໃນຄວາມ^ຕາຍນັ້ນ.
[15] ແລະພຣະອົງໄດ້ຕາຍແທນຄົນທັງປວງ ເພື່ອວ່າພວກທີ່ມີຊີວິດຢູ່ນັ້ນ ຈະບໍ່ໃຊ້ຊີວິດຢູ່ເພື່ອຕົນເອງອີກຕໍ່ໄປ, ແຕ່ເພື່ອພຣະອົງຜູ້ທີ່ໄດ້ຕາຍ ແລະໄດ້ເປັນຄືນມາຈາກຕາຍ ເພາະເຫັນແກ່ເຂົາທັງຫລາຍ.
[16] ເຫດສະນັ້ນ, ແຕ່ນີ້ຕໍ່ໄປ ພວກເຮົາຈຶ່ງບໍ່ພິຈາລະນາເບິ່ງຜູ້ໃດຕາມມາດຕະຖານຂອງ^ມະນຸດອີກ ເຖິງແມ່ນວ່າ ເມື່ອກ່ອນນັ້ນພວກເຮົາໄດ້ສັງເກດຮູ້ພຣະຄຣິດຕາມມາດຕະຖານຂອງ^ມະນຸດກໍຕາມ ມາບັດນີ້ ພວກເຮົາກໍບໍ່ສັງເກດຮູ້ພຣະອົງຕາມແບບນັ້ນອີກຕໍ່ໄປ.
[17] ເຫດສະນັ້ນ, ຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກຊົງສ້າງຂຶ້ນໃໝ່ແລ້ວ ຖານະເກົ່າເຫລົ່ານັ້ນກໍລ່ວງໄປແລ້ວ ເບິ່ງແມ! ກາຍເປັນສິ່ງໃໝ່ທັງນັ້ນ.
[18] ສິ່ງທັງໝົດນີ້ ແມ່ນເກີດມາຈາກພຣະເຈົ້າ ຜູ້ຊົງໂຜດໃຫ້ພວກເຮົາຄືນດີກັບພຣະອົງໂດຍທາງພຣະຄຣິດ ແລະພຣະອົງກໍໄດ້ມອບໝາຍພາລະກິດນີ້ແກ່ພວກເຮົາ ເພື່ອເຮັດໃຫ້ຄົນອື່ນຄືນດີກັບພຣະອົງເໝືອນກັນ.
[19] ເພາະໂດຍທາງພຣະຄຣິດ ພຣະເຈົ້າໄດ້ເຮັດໃຫ້ຄົນທຸກຊາດຄືນດີກັບພຣະອົງ ພຣະເຈົ້າບໍ່ໄດ້ຖືໂທດຕໍ່ການບາບຂອງ^ພວກເຂົາ ແລະພຣະອົງໄດ້ຊົງມອບຂ່າວເລື່ອງການຄືນດີໄວ້ຢູ່ໃນຄວາມ^ຮັບຜິດຊອບຂອງ^ພວກເຮົາ.
[20] ດັ່ງນັ້ນ ພວກເຮົາຈຶ່ງເປັນທູດຂອງ^ພຣະຄຣິດ ເພາະວ່າ ພຣະເຈົ້າຊົງຮຽກຮ້ອງພວກເຈົ້າໂດຍຜ່ານທາງພວກເຮົາ ພວກເຮົາຈຶ່ງຂໍຮ້ອງພວກເຈົ້າໃນນາມຂອງ^ພຣະຄຣິດວ່າ, “ຈົ່ງຍອມໃຫ້ພຣະເຈົ້າ ເຮັດໃຫ້ພວກເຈົ້າຄືນດີກັນກັບພຣະອົງເທີ້ນ.”
[21] ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມ^ຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມ^ຜິດບາບຂອງ^ພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມ^ຊອບທຳຂອງ^ພຣະເຈົ້າໂດຍທາງພຣະອົງ.