[1] ເຮົາຄືໂປໂລ ຂໍອ້ອນວອນເຈົ້າ^ທັງຫລາຍເປັນສ່ວນຕົວ ໂດຍເຫັນແກ່ຄວາມ^ອ່ອນສຸພາບ ແລະໃຈກະຣຸນາຂອງ^ພຣະຄຣິດ ເຮົາຜູ້ທີ່ພວກເຈົ້າເວົ້າວ່າ ເປັນຄົນສຸພາບຖ່ອມຕົວເມື່ອຢູ່ຕໍ່ໜ້າ, ແຕ່ເມື່ອຢູ່ໄກກໍເປັນຄົນໃຈກ້າ,
[2] ຄືເຮົາຂໍຮ້ອງພວກເຈົ້າວ່າ ເມື່ອເຮົາມາຢູ່ນຳພວກເຈົ້າ ຢ່າໃຫ້ເຮົາສະແດງຄວາມ^ກ້າຫານດ້ວຍຄວາມ^ແນ່ໃຈ ເໝືອນເຮົາຄິດບັງອາດຈະເຮັດຕໍ່ບາງຄົນທີ່ນຶກເຫັນວ່າ ເຮົາຍັງເຮັດຕາມທຳມະດາມະນຸດ.
[3] ເພາະເຖິງແມ່ນວ່າ ເຮົາຢູ່ກິນໃນໂລກນີ້ກໍຈິງ ເຮົາກໍບໍ່ໄດ້ສູ້ຮົບຕາມທຳມະດາມະນຸດ.
[4] ເພາະວ່າເຄື່ອງອາວຸດຂອງເຮົາບໍ່ເປັນຂອງ^ຝ່າຍໂລກ, ແຕ່ມີຣິດອຳນາດຈາກພຣະເຈົ້າທີ່ທຳລາຍຄ້າຍອັນເຂັ້ມແຂງໄດ້ ຄືທຳລາຍຄວາມ^ຄິດທີ່ມີເຫດຜົນອັນບໍ່ຈິງ
[5] ແລະຄວາມ^ດື້ດຶງທຸກປະການ ທີ່ຕັ້ງຕົວຂຶ້ນຂັດຂວາງຄວາມ^ຮູ້ຈັກພຣະເຈົ້າ ແລະປາບຄວາມ^ຄິດທຸກປະການລົງໃຫ້ຢູ່ໃຕ້ບັງຄັບ ຈົນເຖິງນ້ອມຟັງພຣະຄຣິດ.
[6] ແລະເມື່ອການນ້ອມຟັງຂອງ^ເຈົ້າ^ທັງຫລາຍສຳເລັດຄົບຖ້ວນແລ້ວ ເຮົາພ້ອມທີ່ຈະລົງໂທດແກ່ການບໍ່ນ້ອມຟັງທຸກປະການ.
[7] ພວກເຈົ້າຈົ່ງພິຈາລະນາເບິ່ງສິ່ງທີ່ປາກົດພາຍນອກ ຖ້າຜູ້ໃດຕາຍໃຈເຊື່ອວ່າຕົນເປັນຄົນຂອງ^ພຣະຄຣິດ ກໍໃຫ້ຜູ້ນັ້ນຄຳນຶງວ່າ ເໝືອນດັ່ງຕົນເປັນຄົນຂອງ^ພຣະຄຣິດ ເຮົາກໍເປັນຄົນຂອງ^ພຣະຄຣິດເໝືອນກັນ.
[8] ດ້ວຍວ່າ, ເຮົາບໍ່ຮູ້ສຶກມີຄວາມ^ອັບອາຍໃດໆ ເຖິງແມ່ນວ່າ ເຮົາໄດ້ເວົ້າອວດອ້າງຫລາຍໄປແດ່ແລ້ວກໍຕາມ ເຖິງສິດອຳນາດ ຊຶ່ງອົງພຣະ^ຜູ້^ເປັນເຈົ້າໄດ້ໂຜດປະທານໃຫ້ແກ່ພວກເຮົາ ຄືສິດອຳນາດເພື່ອເສີມສ້າງພວກເຈົ້າຂຶ້ນ ແລະບໍ່ແມ່ນເພື່ອທຳລາຍພວກເຈົ້າລົງ.
[9] ເຮົາບໍ່ຢາກໃຫ້ພວກເຈົ້າຄິດວ່າ, ເຮົາຂຽນຈົດໝາຍມາຂົ່ມຂູ່ພວກເຈົ້າໃຫ້ຢ້ານກົວ.
[10] ເພາະມີບາງຄົນເວົ້າວ່າ, “ຈົດໝາຍຂອງ^ໂປໂລມີນໍ້າໜັກ, ແຕ່ຕົວລາວເບິ່ງຄືເປັນຄົນອ່ອນແອ ແລະຄຳເວົ້າຂອງ^ລາວກໍໃຊ້ການບໍ່ໄດ້.”
[11] ຈົ່ງໃຫ້ຄົນເຫລົ່ານັ້ນເຂົ້າໃຈດັ່ງນີ້ວ່າ, ເມື່ອເຮົາບໍ່ຢູ່ ເຮົາເວົ້າໄວ້ໃນຈົດໝາຍຂອງເຮົາຢ່າງໃດ ເມື່ອເຮົາມາແລ້ວ ເຮົາກໍຈະເຮັດຢ່າງນັ້ນ.
[12] ເພາະວ່າ ເຮົາບໍ່ກ້ານັບຕົວເຮົາເຂົ້າ ຫລືປຽບໃສ່ກັບບາງຄົນທີ່ຖືຕົວວ່າ ເປັນຄົນສຳຄັນ ພວກເຂົາໂງ່ສໍ່າໃດໜໍ ພວກເຂົາວາງຫລັກເກນຂອງຕົນຂຶ້ນເພື່ອວັດແທກຕົນເອງ ແລະວັດແທກຕົນເອງຕາມຫລັກເກນທີ່ພວກເຂົາຕັ້ງຂຶ້ນນັ້ນ.
[13] ແຕ່ຝ່າຍພວກເຮົາແລ້ວ ພວກເຮົາຈະບໍ່ອວດຈົນເກີນຂອບເຂດ ການອວດຂອງ^ພວກເຮົາຈະຢູ່ໃນຂອບເຂດຂອງ^ພາລະກິດ ຊຶ່ງພຣະເຈົ້າໄດ້ມອບໝາຍໃຫ້ແກ່ພວກເຮົາ ລວມທັງພາລະກິດຂອງ^ພວກເຮົາໃນທ່າມກາງພວກເຈົ້າດ້ວຍ.
[14] ການທີ່ເຮົາມາເຖິງເຈົ້າ^ທັງຫລາຍນັ້ນ ບໍ່ແມ່ນເປັນການລ່ວງເກີນຂອບເຂດອັນຄວນ. ເພາະເຮົາເປັນຜູ້ນຳຂ່າວປະເສີດເລື່ອງພຣະຄຣິດມາປະກາດເຖິງພວກເຈົ້າກ່ອນໝູ່.
[15] ດັ່ງນັ້ນ ເຮົາຈຶ່ງບໍ່ເວົ້າອວດເຖິງພາລະກິດຂອງ^ຄົນອື່ນໄດ້ເຮັດ, ແຕ່ກົງກັນຂ້າມ ເຮົາຫວັງວ່າຄວາມເຊື່ອຂອງ^ພວກເຈົ້າຄົງໃຫຍ່ຂຶ້ນ ແລະເຮົາຍັງຫວັງວ່າ ພາລະກິດຂອງເຮົາຈະຂະຫຍາຍເຕີບໃຫຍ່ຂຶ້ນຫລາຍກວ່າເກົ່າ ໃນທ່າມກາງພວກເຈົ້າໃນຂອບເຂດຂອງ^ພວກເຮົາ.
[16] ເພື່ອເຮົາຈະປະກາດຂ່າວປະເສີດໃນເຂດທີ່ຢູ່ນອກທ້ອງຖິ່ນຂອງ^ພວກເຈົ້າໄດ້ ໂດຍບໍ່ຕ້ອງອວດເຖິງພາລະກິດທີ່ຄົນອື່ນໄດ້ເຮັດໄວ້ແລ້ວນັ້ນ.
[17] “ຖ້າຜູ້ໃດຈະອວດ ກໍຈົ່ງເອົາອົງພຣະ^ຜູ້^ເປັນເຈົ້າມາອວດເທີ້ນ.”
[18] ເພາະຄົນທີ່ຍົກຍ້ອງຕົນເອງ ບໍ່ເປັນທີ່ນັບຖືແກ່ຜູ້ໃດ, ແຕ່ຄົນທີ່ໜ້ານັບຖືນັ້ນ ຄືຜູ້ທີ່ອົງພຣະ^ຜູ້^ເປັນເຈົ້າຊົງຍົກຍ້ອງ.