[1] ເຮົາຈຳເປັນຕ້ອງອວດ, ເຖິງແມ່ນວ່າການອວດນັ້ນ ບໍ່ເປັນຜົນດີຫຍັງກໍຕາມ, ແຕ່ບັດນີ້ ເຮົາຈະເວົ້າເຖິງນິມິດ ແລະການຊົງສຳແດງ ຊຶ່ງເຮົາໄດ້ຮັບຈາກອົງພຣະ^ຜູ້^ເປັນເຈົ້າ.
[2] ແຕ່ສິບສີ່ປີມາແລ້ວ ເຮົາຮູ້ຈັກຄຣິສຕຽນຜູ້ໜຶ່ງ ຜູ້ນັ້ນໄດ້ຖືກຮັບຂຶ້ນໄປເຖິງສະຫວັນຊັ້ນທີສາມ (ແຕ່ຈະໄປທັງກາຍຫລືນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຮູ້)
[3] ເຮົາຮູ້ຈັກວ່າ ຄົນນັ້ນໄດ້ຮັບຂຶ້ນໄປເຖິງທີ່ສຸກຂະເສີມ (ແຕ່ຈະໄປທັງກາຍຫລືນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຮູ້)
[4] ຄົນນັ້ນໄດ້ຍິນສຽງທີ່ຈະກ່າວອອກເປັນຄຳບໍ່ໄດ້ ແລະເປັນສິ່ງທີ່ຫ້າມມະນຸດບໍ່ໃຫ້ເປີດເຜີຍ.
[5] ສຳລັບຄົນຜູ້ນັ້ນແຫລະ ເຮົາອວດໄດ້, ແຕ່ສຳລັບເຮົາເອງຈະບໍ່ອວດຕົວ ເວັ້ນແຕ່ຈະອວດໃນຄວາມ^ອ່ອນແຮງຂອງເຮົາ.
[6] ເພາະເຖິງແມ່ນວ່າ, ເຮົາຢາກອວດຕົວ ເຮົາກໍບໍ່ເປັນຄົນໂງ່ ເພາະເຮົາກ່າວຕາມ^ຄວາມຈິງ, ແຕ່ເຮົາອົດກັ້ນໄວ້ ກໍເພາະຢ້ານວ່າຈະມີບາງຄົນຍົກຍ້ອງເຮົາ ເກີນກວ່າທີ່ເຂົາໄດ້ຮູ້ຈາກການເຫັນແລະຟັງເຮົານັ້ນ.
[7] ແລະເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ ເນື່ອງຈາກການຊົງສຳແດງອັນຫລວງຫລາຍ ຊຶ່ງມາຈາກພຣະເຈົ້າ. ພຣະເຈົ້າໄດ້ຊົງບັນດານໃຫ້ມີສ້ຽນໜາມໃນເນື້ອກາຍຂອງເຮົາ ເປັນບໍລິວານຂອງ^ມານຊາຕານທີ່ທຸບຕີເຮົາ ເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ.
[8] ເຮົາໄດ້ພາວັນນາ^ອະທິຖານຕໍ່ອົງພຣະ^ຜູ້^ເປັນເຈົ້າເຖິງສາມເທື່ອ ກ່ຽວກັບເລື່ອງນີ້ ເພື່ອຂໍໃຫ້ພຣະອົງເອົາໜີໄປ.
[9] ແຕ່ຄຳຕອບຂອງ^ພຣະອົງເປັນດັ່ງນີ້: “ພຣະຄຸນຂອງເຮົາ ກໍມີພໍແລ້ວສຳລັບເຈົ້າ. ດ້ວຍວ່າ, ເມື່ອໃດທີ່ເຈົ້າອ່ອນແຮງ ເມື່ອນັ້ນຣິດອຳນາດຂອງເຮົາກໍສຳແດງອອກຢ່າງລົ້ນເຫລືອ.” ດັ່ງນັ້ນແຫລະ, ເຮົາຈຶ່ງມີຄວາມ^ພາກພູມໃຈໃນບັນດາຄວາມ^ອ່ອນແຮງຂອງເຮົາກໍດີກວ່າ ເພື່ອວ່າຣິດອຳນາດຂອງ^ພຣະຄຣິດຈະຄຸ້ມຄອງປ້ອງກັນເຮົາໄວ້.
[10] ດ້ວຍເຫດນີ້ ເຮົາຈຶ່ງຊື່ນໃຈ ໃນຄວາມ^ອ່ອນແຮງ ໃນການຖືກໝິ່ນປະໝາດໃນຄວາມ^ຍາກລຳບາກ ໃນການຖືກຂົ່ມເຫັງ ແລະໃນຄວາມ^ຍາກຈົນ ເພື່ອເຫັນແກ່ພຣະຄຣິດ. ດ້ວຍວ່າ, ເຮົາອ່ອນແຮງເມື່ອໃດ ເຮົາກໍເຂັ້ມແຂງຂຶ້ນເມື່ອນັ້ນ.
[11] ເຮົາກາຍເປັນຄົນໂງ່ແລ້ວ ເຈົ້າ^ທັງຫລາຍໄດ້ບັງຄັບເຮົາໃຫ້ເປັນເຊັ່ນນັ້ນ ເພາະວ່າສົມຄວນແລ້ວທີ່ພວກເຈົ້າຈະຍ້ອງຍໍເຮົາ. ເຖິງວ່າເຮົາບໍ່ເປັນຜູ້ດີວິເສດກໍຈິງ ເຮົາກໍບໍ່ໄດ້ຕໍ່າຕ້ອຍກວ່າອັກຄະສາວົກຊັ້ນ^ຜູ້ໃຫຍ່ເຫລົ່ານັ້ນໃນປະການໜຶ່ງປະການໃດ.
[12] ແທ້ຈິງ, ລັກສະນະຂອງ^ອັກຄະສາວົກ ໄດ້ປາກົດຢ່າງແຈ່ມແຈ້ງໃນທ່າມກາງພວກເຈົ້າ ໂດຍຄວາມ^ພຽນ, ໂດຍໝາຍສຳຄັນ ໂດຍການອັດສະຈັນ ແລະໂດຍການອິດທິຣິດ.
[13] ເພາະວ່າ, ເຈົ້າ^ທັງຫລາຍເສຍປຽບຕໍ່ຄຣິສຕະຈັກອື່ນໆໃນຂໍ້ໃດແດ່? ເວັ້ນໄວ້ແຕ່ໃນຂໍ້ນີ້ ຄືເຮົາບໍ່ໄດ້ເປັນພາລະອັນໜັກແກ່ພວກເຈົ້າ ການຜິດນັ້ນຂໍໃຫ້ອະໄພໂທດແກ່ເຮົາແດ່ທ້ອນ.
[14] ນີ້ແຫລະ ເປັນເທື່ອທີສາມທີ່ເຮົາຕຽມພ້ອມທີ່ເຮົາຈະມາຫາເຈົ້າ^ທັງຫລາຍ ແລະເຮົາຈະບໍ່ເປັນພາລະອັນໜັກແກ່ພວກເຈົ້າ ເພາະວ່າເຮົາບໍ່ຕ້ອງການສິ່ງໃດຈາກພວກເຈົ້າ, ແຕ່ວ່າຕ້ອງການຕົວພວກເຈົ້າ. ເຫດວ່າ, ທີ່ລູກຈະທ້ອນໂຮມຊັບໄວ້ສຳລັບພໍ່ແມ່ ກໍບໍ່ສົມຄວນ, ແຕ່ວ່າແມ່ນພໍ່ແມ່ເປັນຜູ້ທ້ອນໂຮມຊັບໄວ້ສຳລັບລູກ.
[15] ເຮົາຍິນດີທີ່ຈະສະຫລະຊັບ ແລະເຫື່ອແຮງທັງໝົດເພື່ອຊ່ວຍເຫລືອພວກເຈົ້າ ເມື່ອເຮົາຮັກພວກເຈົ້າຫລາຍຂຶ້ນເຖິງພຽງນີ້ ພວກເຈົ້າຈະກັບຮັກເຮົາໜ້ອຍລົງຊັ້ນບໍ?
[16] ບາງທີເຈົ້າ^ທັງຫລາຍຈະຍອມຮັບວ່າ, ເຮົາບໍ່ໄດ້ເປັນພາລະອັນໜັກແກ່ພວກເຈົ້າ, ແຕ່ພວກເຈົ້າຄົງກ່າວວ່າ ເຮົາໃຊ້ເລ້ຫລ່ຽມຄອຍຖ້າເອົາຄວາມຜິດພວກເຈົ້າດ້ວຍກົນອຸບາຍ.
[17] ເປັນໄປໄດ້ບໍ? ເຮົາໄດ້ເອົາປຽບອັນໃດແດ່ຈາກພວກເຈົ້າ ໃນການທີ່ເຮົາໄດ້ໃຊ້ຄົນເຫລົ່ານັ້ນໄປຫາພວກເຈົ້າ?
[18] ເຮົາໄດ້ວອນຂໍໃຫ້ຕີໂຕໄປ ແລະໃຊ້ພີ່ນ້ອງນັ້ນໃຫ້ໄປດ້ວຍ. ຕີໂຕໄດ້ໂກງເອົາປະໂຫຍດອັນໃດຈາກພວກເຈົ້າແດ່? ເຮົາທັງສອງບໍ່ໄດ້ດຳເນີນການດ້ວຍນໍ້າໃຈອັນດຽວກັນຊັ້ນບໍ? ເຮົາບໍ່ໄດ້ທຽວໃນຮ່ອງຮອຍອັນດຽວກັນບໍ?
[19] ເຈົ້າ^ທັງຫລາຍຄົງຄິດຢູ່ຕະຫລອດມາວ່າ, ເຮົາກ່າວແກ້ຕົວຕໍ່ພວກເຈົ້າ ທີ່ຈິງເຮົາກ່າວໃນພຣະຄຣິດ ເໝືອນເຮົາຢູ່ຊ້ອງໜ້າພຣະເຈົ້າ. ພີ່ນ້ອງທີ່ຮັກຂອງເຮົາ^ເອີຍ, ສິ່ງສາລະພັດທີ່ເຮົາໄດ້ເຮັດນັ້ນ ເຮົາເຮັດເພື່ອໃຫ້ເຈົ້າ^ທັງຫລາຍຈະເລີນຂຶ້ນ.
[20] ເພາະເຮົາຄິດຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາອາດຈະບໍ່ເຫັນພວກເຈົ້າ ເໝືອນຢ່າງທີ່ເຮົາຢາກເຫັນ ແລະພວກເຈົ້າຈະບໍ່ເຫັນເຮົາ ເໝືອນຢ່າງທີ່ພວກເຈົ້າຢາກເຫັນ ຄືຢ້ານວ່າ ບໍ່ເຫດໃດກໍເຫດໜຶ່ງ ຈະມີການຜິດຖຽງກັນ ການອິດສາກັນ ການຄຽດກັນ ການຄິດ^ໃຫຍ່ໃຝ່ສູງຕໍ່ກັນ ການນິນທາກັນ ການຊຸບຊີບສຽດສີກັນ ການຂີ້ອວດຈອງຫອງ ແລະການເກະກະວຸ້ນວາຍກັນ.
[21] ເຮົາຢ້ານວ່າເມື່ອເຮົາກັບມາອີກ ພຣະເຈົ້າຂອງເຮົາຈະຊົງໃຫ້ເຮົາຖ່ອມຕົວລົງ ລະອາຍໃຈຕໍ່ໜ້າເຈົ້າ^ທັງຫລາຍ ແລະເຮົາຈະທຸກໂສກ ເພາະເຫດທີ່ຫລາຍຄົນໄດ້ເຮັດຜິດບາບມາແຕ່ກ່ອນແລ້ວ ແລະບໍ່ໄດ້ກັບໃຈຈາກການຊົ່ວຮ້າຍ ການຫລິ້ນຊູ້ ແລະການໂລພາຕັນຫາທີ່ພວກເຂົາໄດ້ເຮັດນັ້ນ.