[1] ດັ່ງນັ້ນ ເຮົາຈຶ່ງໄດ້ຕັ້ງໃຈທີ່ຈະບໍ່ມາຫາພວກເຈົ້າອີກ ເມື່ອມີຄວາມ^ທຸກໂສກຢູ່.
[2] ເພາະວ່າ ຖ້າເຮົາເຮັດໃຫ້ພວກເຈົ້າທຸກໂສກແລ້ວ ແມ່ນຜູ້ໃດຈະເຮັດໃຫ້ເຮົາຊົມຊື່ນ^ຍິນດີ? ກໍແມ່ນຜູ້ທີ່ເຮົາໄດ້ເຮັດໃຫ້ທຸກໂສກນັ້ນແຫລະ.
[3] ແລະເຮົາໄດ້ຂຽນຂໍ້ຄວາມ^ນັ້ນເພື່ອວ່າເມື່ອເຮົາມາ ເຮົາຈະບໍ່ໄດ້ຄວາມ^ທຸກໂສກຈາກຄົນເຫລົ່ານັ້ນທີ່ຄວນຈະເຮັດໃຫ້ເຮົາມີຄວາມ^ຊົມຊື່ນ^ຍິນດີ. ເຮົາໄວ້ໃຈພວກເຈົ້າວ່າ, ຄວາມ^ຍິນດີຂອງເຮົາກໍເປັນຄວາມ^ຍິນດີຂອງ^ເຈົ້າ^ທັງຫລາຍດ້ວຍ.
[4] ເຮົາໄດ້ຂຽນມາເຖິງພວກເຈົ້າ ດ້ວຍຄວາມ^ລຳບາກຍິ່ງ ແລະຄວາມ^ເສົ້າໂສກຢ່າງໜັກ ແລະດ້ວຍນໍ້າຕາຫລັ່ງໄຫລ, ຈຸດປະສົງຂອງເຮົາບໍ່ແມ່ນເພື່ອຈະເຮັດໃຫ້ພວກເຈົ້າເສົ້າໂສກ, ແຕ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກວ່າ ເຮົາຮັກພວກເຈົ້າທຸກຄົນຫລາຍເທົ່າໃດ.
[5] ຖ້າຜູ້ໃດເປັນຕົ້ນເຫດເຮັດໃຫ້ເກີດຄວາມ^ເສົ້າໂສກ ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ເຮົາຄົນດຽວ ແຕ່ໄດ້ເຮັດໃຫ້ບາງຄົນໃນພວກເຈົ້າເສົ້າໂສກດ້ວຍ. (ການທີ່ເຮົາກ່າວວ່າບາງຄົນນັ້ນ ກໍເພາະວ່າເຮົາບໍ່ຢາກເວົ້າໃສ່ຄົນນັ້ນໜັກຈົນເກີນໄປ).
[6] ການທີ່ຄົນຢ່າງນັ້ນຖືກລົງໂທດໂດຍຄົນສ່ວນຫລາຍ ກໍເປັນການພຽງພໍແລ້ວ.
[7] ສະນັ້ນແຫລະ ພວກເຈົ້າຄວນຍົກໂທດໃຫ້ລາວແລະໜູນໃຈລາວ ເພື່ອບໍ່ໃຫ້ລາວຈົມລົງໃນຄວາມ^ເສົ້າໂສກອັນເຫລືອລົ້ນ.
[8] ເພາະສະນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ສະແດງຄວາມຮັກຕໍ່ລາວຢ່າງແທ້ຈິງ.
[9] ນີ້ແຫລະ ແມ່ນເຫດຜົນທີ່ເຮົາໄດ້ຂຽນມາເຖິງພວກເຈົ້າ ເພື່ອຢາກຈະລອງເບິ່ງວ່າ ພວກເຈົ້າຈະຍອມເຊື່ອຟັງຂໍ້ແນະນຳຂອງເຮົາທຸກປະການຫລືບໍ່.
[10] ເມື່ອພວກເຈົ້າຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເໝືອນກັນ. ດ້ວຍວ່າ, ເມື່ອເຮົາຍົກໂທດໃຫ້ຜູ້ໃດແລ້ວ ເຮົາກໍຍົກໂທດໃຫ້ຜູ້ນັ້ນ. ເພາະເຫັນແກ່ເຈົ້າ^ທັງຫລາຍຕໍ່ໜ້າພຣະຄຣິດ
[11] ເພື່ອບໍ່ໃຫ້ມານຊາຕານມີໄຊເໜືອພວກເຮົາ ເພາະວ່າພວກເຮົາຮູ້ແຜນການຂອງ^ມັນແລ້ວ.
[12] ເມື່ອເຮົາໄປເຖິງເມືອງໂທອາດ ເພື່ອປະກາດຂ່າວປະເສີດເລື່ອງພຣະຄຣິດນັ້ນ ອົງພຣະ^ຜູ້^ເປັນເຈົ້າໄດ້ໄຂຊ່ອງທາງໃຫ້ແກ່ເຮົາ.
[13] ແຕ່ເຖິງປານນັ້ນ ເຮົາກໍບໍ່ສະບາຍໃຈ ເພາະເຮົາບໍ່ໄດ້ພົບຕີໂຕພີ່ນ້ອງຂອງ^ພວກເຮົາ ເຮົາຈຶ່ງອຳລາຄົນຢູ່ໃນທີ່ນັ້ນ ແລະເດີນທາງໄປຍັງແຂວງມາເກໂດເນຍ.
[14] ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປ ຕາມຂະບວນຝ່າຍຄວາມ^ໄຊຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງ^ຄວາມ^ຮູ້ຈັກພຣະອົງ ໃຫ້ປາກົດດ້ວຍເຮົາໃນທຸກບ່ອນ.
[15] ດ້ວຍວ່າ, ພວກເຮົາເປັນດັ່ງກິ່ນຫອມຫວານທີ່ພຣະຄຣິດຖວາຍແກ່ພຣະເຈົ້າ ໃນທ່າມກາງພວກທີ່ຖືກຊົງໂຜດຊ່ວຍໃຫ້ພົ້ນ ແລະໃນທ່າມກາງພວກທີ່ກຳລັງຈິບຫາຍໄປ.
[16] ສຳລັບພວກທີ່ກຳລັງຈິບຫາຍໄປນັ້ນ ແມ່ນກິ່ນເໝັນແຫ່ງຄວາມ^ຕາຍທີ່ນຳໄປສູ່ຄວາມ^ຕາຍ ສຳລັບພວກທີ່ຖືກໂຜດຊ່ວຍໃຫ້ພົ້ນນັ້ນ ແມ່ນກິ່ນຫອມຫວານແຫ່ງຊີວິດທີ່ນຳໄປສູ່ຊີວິດ. ຜູ້ໃດໜໍ ຈະເປັນຜູ້ທີ່ຄູ່ຄວນກັບພາລະກິດເຊັ່ນນີ້?
[17] ພວກເຮົາບໍ່ຄືຫລາຍຄົນ ທີ່ເຮັດກັບຖ້ອຍຄຳຂອງ^ພຣະເຈົ້າ ເປັນເໝືອນສິນຄ້າຊື້ຂາຍລາຄາຖືກໆ ແຕ່ເພາະພຣະເຈົ້າໄດ້ໃຊ້ພວກເຮົາມາ ພວກເຮົາຈຶ່ງກ່າວດ້ວຍຄວາມ^ຈິງໃຈຊ້ອງໜ້າພຣະອົງ ເໝືອນຢ່າງຜູ້ຮັບໃຊ້ຂອງ^ພຣະຄຣິດ.