[1] ຍ້ອນວ່າ ພວກເຮົາເປັນຜູ້ທີ່ຮ່ວມງານກັບພຣະອົງ ພວກເຮົາຈຶ່ງຂໍຮ້ອງພວກເຈົ້າເໝືອນກັນວ່າ ຢ່າໃຫ້ພຣະຄຸນຊຶ່ງພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ເປັນສິ່ງໄຮ້ປະໂຫຍດ.
[2] ເພາະພຣະອົງຊົງກ່າວວ່າ, “ໃນຄາວແຫ່ງຄວາມ^ກະຣຸນາ ເຮົາໄດ້ຟັງເຈົ້າ ໃນວັນແຫ່ງຄວາມ^ພົ້ນ ເຮົາໄດ້ຊ່ວຍເຫລືອເຈົ້າໄວ້.” ເບິ່ງແມ! ເວລານີ້ ແມ່ນຄາວແຫ່ງຄວາມ^ກະຣຸນາ ເບິ່ງແມ! ເວລານີ້ເປັນວັນແຫ່ງຄວາມ^ພົ້ນ.
[3] ພວກເຮົາບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ ເພື່ອບໍ່ໃຫ້ການທີ່ພວກເຮົາຮັບໃຊ້ປະຕິບັດນັ້ນ ເປັນທີ່ຕິຕຽນໄດ້.
[4] ແຕ່ພວກເຮົາເປັນຜູ້ຮັບໃຊ້ຂອງ^ພຣະເຈົ້າ ພວກເຮົາໄດ້ເຮັດຕາມຄຳບັນຊາທຸກສິ່ງ ໂດຍຄວາມ^ພຽນສູ້ທົນຢ່າງຫລວງຫລາຍ ໃນຄວາມ^ເດືອດຮ້ອນ ຄວາມ^ຂັດສົນ ແລະໃນໄພພິບັດ.
[5] ໃນການຖືກຂ້ຽນຕີ ຖືກຄຸມຂັງ ໃນການວຸ້ນວາຍ ເຮັດວຽກອັນໜັກໜ່ວງໃນການອົດຫລັບອົດນອນ ແລະໃນການອຶດຫິວ.
[6] ໂດຍຄວາມ^ບໍຣິສຸດ ໂດຍຄວາມ^ຮູ້ ໂດຍຄວາມ^ອົດທົນ ໂດຍຄວາມ^ເມດຕາກະຣຸນາ ໂດຍຄວາມ^ບໍຣິສຸດຂອງ^ຈິດວິນຍານ ໂດຍຄວາມຮັກຈາກໃຈ^ຈິງ,
[7] ໂດຍຖ້ອຍຄຳອັນສັດຈິງ ໂດຍຣິດອຳນາດຂອງ^ພຣະເຈົ້າ ດ້ວຍອາວຸດຂອງ^ຄວາມ^ຊອບທຳ (ຊຶ່ງໃຊ້ສຳລັບມືຂວາແລະມືຊ້າຍ ໄວ້ໂຈມຕີແລະປ້ອງກັນຕົວດ້ວຍ).
[8] ທັງເວລາທີ່ໄດ້ຮັບກຽດ ແລະທັງເວລາຖືກລົດກຽດ, ທັງເວລາຖືກໝິ່ນປະໝາດ ແລະເວລາຮັບຄຳຊົມເຊີຍ. ພວກເຮົາຖືກກ່າວຫາວ່າເປັນຄົນຫລອກລວງ, ແຕ່ຍັງເປັນຄົນສັດຊື່ຢູ່;
[9] ເປັນຄົນທີ່ບໍ່ມີຜູ້ໃດຮູ້ຈັກ, ແຕ່ຍັງເປັນທີ່ຮູ້ຈັກດີ; ພວກເຮົາເປັນຄົນທີ່ກຳລັງຈະຕາຍ, ແຕ່ເບິ່ງແມ! ພວກເຮົາກໍຍັງມີຊີວິດຢູ່ ພວກເຮົາຖືກລົງໂທດ, ແຕ່ກໍຍັງບໍ່ເຖິງຂັ້ນຖືກປະຫານ,
[10] ເຖິງແມ່ນໄດ້ຮັບຄວາມ^ເສົ້າໂສກ, ແຕ່ກໍຍັງຊົມຊື່ນ^ຍິນດີຢູ່ສະເໝີ; ເປັນຄົນ^ຍາກຈົນ, ແຕ່ກໍເຮັດໃຫ້ຫລາຍຄົນຮັ່ງມີ; ເປັນຄົນບໍ່ມີຫຍັງ, ແຕ່ກໍຍັງມີທຸກສິ່ງ.
[11] ຊາວເມືອງໂກຣິນໂທ^ເອີຍ ພວກເຮົາກ່າວກັບພວກເຈົ້າດ້ວຍຄວາມ^ຈິງໃຈ ຢ່າງບໍ່ບິດເບືອນສິ່ງໃດເລີຍ ພວກເຮົາເປີດໃຈກວ້າງຕໍ່ພວກເຈົ້າ.
[12] ພວກເຮົາບໍ່ໄດ້ອຳຫຍັງໄວ້ໃນໃຈ ຕໍ່ພວກເຈົ້າເລີຍ, ແຕ່ແມ່ນພວກເຈົ້າຕ່າງຫາກທີ່ອຳເລື່ອງໃນໃຈໄວ້ ຕໍ່ພວກເຮົາ.
[13] ເພື່ອເປັນການຕອບສະໜອງ ເຮົາຈຶ່ງເວົ້າກັບພວກເຈົ້າໃນຖານະທີ່ພວກເຈົ້າເປັນລູກຂອງເຮົາວ່າ, ຈົ່ງເຮັດກັບພວກເຮົາ ເໝືອນດັ່ງທີ່ພວກເຮົາເຮັດກັບພວກເຈົ້າ ຄືຈົ່ງເປີດໃຈຂອງ^ພວກເຈົ້າອອກໃຫ້ກວ້າງເຖີດ.
[14] ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖານະທີ່ບໍ່ສະເໝີກັນ ເພາະວ່າ ຄວາມ^ຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມ^ອະທຳ? ແລະຄວາມ^ສະຫວ່າງຈະເຂົ້າສະໜິດກັບຄວາມມືດໄດ້ຢ່າງໃດ?
[15] ພຣະຄຣິດກັບເບລີອາຈະລົງລອຍກັນໄດ້ຢ່າງໃດ? ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ?
[16] ວິຫານຂອງ^ພຣະເຈົ້າຈະຕົກລົງກັບຮູບເຄົາຣົບໄດ້ຢ່າງໃດ? ດ້ວຍວ່າ, ພວກເຮົາເປັນວິຫານຂອງ^ພຣະເຈົ້າອົງຊົງຊີວິດຢູ່ ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ, “ເຮົາຈະສະຖິດຢູ່ໃນພວກເຂົາ ແລະຈະດຳເນີນຢູ່ໃນທ່າມກາງພວກເຂົາ, ເຮົາຈະເປັນພຣະເຈົ້າຂອງ^ພວກເຂົາ ແລະພວກເຂົາຈະເປັນໄພ່ພົນຂອງເຮົາ.”
[17] ດ້ວຍເຫດນັ້ນ ອົງພຣະ^ຜູ້^ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາ ແລະຈົ່ງຕັ້ງຢູ່ຕ່າງຫາກ ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະເຮົາຈຶ່ງຈະຮັບເອົາພວກເຈົ້າໄວ້.
[18] ເຮົາຈະເປັນບິດາຂອງ^ພວກເຈົ້າ ແລ້ວພວກເຈົ້າຈະເປັນບຸດຊາຍ ບຸດຍິງຂອງເຮົາ.” ອົງພຣະ^ຜູ້^ເປັນເຈົ້າ ອົງຊົງຣິດ^ອຳນາດ^ຍິ່ງໃຫຍ່ ໄດ້ຊົງກ່າວໄວ້ດັ່ງນັ້ນ.