[1] ພີ່ນ້ອງທັງຫລາຍ^ເອີຍ, ຖ້າພວກເຮົາຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການໜຶ່ງ ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ ຄວນຊ່ວຍສ້າງຜູ້ນັ້ນດ້ວຍຄວາມ^ສຸພາບອ່ອນຫວານໃຫ້ກັບຄືນດີໃໝ່ ຈົ່ງຄອຍລະວັງຕົວເອົາໄວ້ ເພື່ອວ່າຕົນເອງຈະບໍ່ໄດ້ຖືກທົດລອງໃຫ້ເຮັດຜິດເໝືອນກັນ.
[2] ຈົ່ງຊ່ວຍຮັບພາລະໜັກຂອງ^ກັນແລະກັນ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງ^ພຣະຄຣິດ.
[3] ຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ.
[4] ແຕ່ລະຄົນຄວນສຳຫລວດເບິ່ງການງານຂອງ^ຕົນເອງ ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບໃສ່ກັບການງານຂອງ^ຄົນອື່ນ.
[5] ດ້ວຍວ່າ, ທຸກຄົນຕ້ອງຮັບຜິດຊອບຕໍ່ພາລະຂອງ^ຕົນເອງ.
[6] ຄົນທີ່ຮັບພຣະທຳຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສັ່ງສອນຕົນ.
[7] ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້ ເພາະວ່າຜູ້ໃດຫວ່ານສິ່ງໃດລົງ ກໍຈະເກັບກ່ຽວສິ່ງນັ້ນ.
[8] ຜູ້ທີ່ຫວ່ານຕາມຕັນຫາຂອງ^ສັນດານມະນຸດ ກໍຈະໄດ້ເກັບກ່ຽວຄວາມ^ເປື່ອຍເນົ່າຕາມຕັນຫານັ້ນ, ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ.
[9] ສະນັ້ນ ຢ່າໃຫ້ພວກເຮົາອິດເມື່ອຍໃນການເຮັດດີ ເພາະຖ້າໃຈພວກເຮົາບໍ່ທໍ້ຖອຍ ພວກເຮົາກໍຈະໄດ້ເກັບກ່ຽວຜົນດີຕາມເວລາອັນສົມຄວນ.
[10] ສະນັ້ນແຫລະ, ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວທີ່ຮ່ວມຢູ່ໃນຄວາມເຊື່ອ.
[11] ຈົ່ງສັງເກດເບິ່ງໂຕໜັງສືທີ່ເຮົາໄດ້ຂຽນມາຫາພວກເຈົ້າດ້ວຍມືຂອງເຮົາເອງວ່າ ໂຕໃຫຍ່ເທົ່າໃດ
[12] ຄົນທີ່ຂົ່ມເຫັງ ບັງຄັບພວກເຈົ້າໃຫ້ຮັບພິທີຕັດ ເປັນພວກທີ່ຢາກໄດ້ໜ້າ ຊື່ສຽງ ແລະອວດອ້າງເຖິງເລື່ອງພາຍນອກ ທີ່ພວກເຂົາເຮັດໄປ ເພື່ອວ່າພວກເຂົາຈະບໍ່ໄດ້ຖືກຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນຂອງ^ພຣະຄຣິດເທົ່ານັ້ນ.
[13] ແມ່ນແຕ່ພວກທີ່ໃຫ້ຮັບພິທີຕັດ ກໍບໍ່ປະຕິບັດຕາມກົດບັນຍັດ ພວກເຂົາຢາກໃຫ້ພວກເຈົ້າຮັບພິທີຕັດ ເພື່ອພວກເຂົາຈະເອົາເລື່ອງເນື້ອກາຍຂອງ^ພວກເຈົ້າໄປອວດອ້າງ.
[14] ສຳລັບເຮົາແລ້ວ, ເຮົາຂໍອວດອ້າງແຕ່ເລື່ອງໄມ້ກາງແຂນຂອງ^ອົງພຣະເຢຊູ^ຄຣິດເຈົ້າເທົ່ານັ້ນ ຍ້ອນເລື່ອງໄມ້ກາງແຂນຂອງ^ພຣະອົງນີ້ແຫລະ ໂລກຈຶ່ງຕາຍແລ້ວສຳລັບເຮົາ ແລະເຮົາກໍຕາຍແລ້ວສຳລັບໂລກ.
[15] ການຮັບພິທີຕັດ ຫລືບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນແມ່ນການໄດ້ຖືກສ້າງຂຶ້ນໃໝ່.
[16] ຂໍໃຫ້ສັນຕິສຸກແລະພຣະ^ກະຣຸນາຄຸນ ຈົ່ງມີແກ່ຜູ້ທີ່ປະຕິບັດຕາມກົດຢ່າງນີ້ ຕະຫລອດທັງໄພ່ພົນຂອງ^ພຣະເຈົ້າທຸກຖ້ວນໜ້າເທີ້ນ.
[17] ແຕ່ນີ້ໄປ ຢ່າໃຫ້ຜູ້ໃດລົບກວນເຮົາອີກ ເພາະຮອຍບາດແຜທີ່ມີຢູ່ໃນຕົວເຮົາເປັນຕາປະທັບຊີ້ໃຫ້ເຫັນວ່າ, ເຮົາເປັນຂ້ອຍຂ້າຂອງ^ພຣະເຢຊູເຈົ້າ.
[18] ພີ່ນ້ອງທັງຫລາຍ^ເອີຍ, ຂໍໃຫ້ພຣະຄຸນຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານພວກເຈົ້າທຸກຄົນເທີ້ນ ອາແມນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -