[1] ເຮົາຂໍກ່າວດັ່ງນີ້ວ່າ, ຕາບໃດທີ່ເຈົ້າຂອງ^ມໍຣະດົກຍັງເປັນເດັກນ້ອຍຢູ່ ກໍບໍ່ແຕກຕ່າງຫຍັງກັບຂ້ອຍຂ້າ ເຖິງແມ່ນວ່າເປັນເຈົ້າຂອງ^ຊັບສິນທັງໝົດກໍຕາມ.
[2] ເພາະກໍຍັງຢູ່ໃຕ້ບັງຄັບຂອງ^ຜູ້ປົກຄອງ ແລະຜູ້ດູແລຊັບສິນ ຈົນເຖິງເວລາທີ່ພໍ່ຂອງ^ລາວໄດ້ກຳນົດໄວ້ໃຫ້ຮັບມໍຣະດົກ.
[3] ພວກເຮົາກໍເໝືອນກັນ ເມື່ອຍັງເປັນເດັກນ້ອຍ ພວກເຮົາກໍຍັງຕົກເປັນທາດຮັບໃຊ້ ຢູ່ໃຕ້ອຳນາດຂອງ^ສິ່ງສັກສິດທຳມະດາ ແຫ່ງສາກົນຈັກກະວານ.
[4] ແຕ່ເມື່ອຄົບກຳນົດເວລາແລ້ວ ພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງ^ພຣະອົງມາ ພຣະອົງໄດ້ມາເກີດນຳຍິງຄົນໜຶ່ງ ແລະຊົງມີຊີວິດຢູ່ພາຍໃຕ້ກົດບັນຍັດ,
[5] ເພື່ອຈະຊົງໄຖ່ເອົາຄົນເຫລົ່ານັ້ນ ທີ່ຢູ່ໃຕ້ກົດບັນຍັດ ເພື່ອໃຫ້ພວກເຮົາໄດ້ຖານະເປັນບຸດ.
[6] ແລະເພາະເຈົ້າ^ທັງຫລາຍເປັນບຸດຂອງ^ພຣະເຈົ້າແລ້ວ ພຣະອົງຈຶ່ງຊົງໃຊ້ພຣະວິນຍານແຫ່ງພຣະບຸດຂອງ^ພຣະອົງເຂົ້າມາໃນໃຈຂອງ^ພວກເຮົາ ແລ້ວຮ້ອງວ່າ, “ອັບບາ” ຄື “ພຣະບິດາເຈົ້າ.”
[7] ເຫດສະນັ້ນ ເພາະໂດຍພຣະເຈົ້າ ພວກເຈົ້າຈຶ່ງບໍ່ເປັນຂ້ອຍຂ້າຕໍ່ໄປ ແຕ່ເປັນບຸດ ແລະຖ້າເປັນບຸດແລ້ວ ກໍເປັນເຈົ້າຂອງ^ມໍຣະດົກ.
[8] ໃນເມື່ອກ່ອນນີ້ ເຈົ້າ^ທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ ພວກເຈົ້າກໍເປັນທາດຮັບໃຊ້ຂອງ^ສິ່ງຕ່າງໆ ຊຶ່ງຕາມທຳມະດາແລ້ວ ມັນບໍ່ແມ່ນພຣະແທ້.
[9] ແຕ່ບັດນີ້ເຈົ້າ^ທັງຫລາຍຮູ້ຈັກພຣະເຈົ້າແລ້ວ (ຫລືຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກເຈົ້າ^ທັງຫລາຍແລ້ວ) ດ້ວຍເຫດໃດພວກເຈົ້າຈຶ່ງຈະກັບໄປຫາອຳນາດສິ່ງສັກສິດທຳມະດາ ອັນອ່ອນແອແລະບໍ່ມີປະໂຫຍດ? ພວກເຈົ້າຢາກຕົກເປັນຂ້ອຍຂ້າຂອງ^ມັນອີກບໍ?
[10] ພວກເຈົ້າຖືວັນ ຖືເດືອນ ຖືລະດູ ແລະຖືປີ.
[11] ເຮົາວິຕົກນຳເຈົ້າ^ທັງຫລາຍ ຢ້ານວ່າການໜັກໜ່ວງທີ່ເຮົາໄດ້ເຮັດສຳລັບພວກເຈົ້ານັ້ນ ຈະບໍ່ເປັນປະໂຫຍດ.
[12] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ເຮົາຮ້ອງຂໍພວກເຈົ້າໃຫ້ເປັນເໝືອນດັ່ງເຮົາ ຕາມທີ່ຈິງແລ້ວ ເຮົາກໍເຄີຍເປັນດັ່ງພວກເຈົ້າເໝືອນກັນ ພວກເຈົ້າບໍ່ໄດ້ທຳຮ້າຍຫຍັງຕໍ່ເຮົາ.
[13] ເຈົ້າ^ທັງຫລາຍຮູ້ຢູ່ວ່າ ໃນຕອນຕົ້ນທີ່ເຮົາໄດ້ປະກາດເລື່ອງຂ່າວປະເສີດແກ່ພວກເຈົ້າ ກໍເປັນເພາະການເຈັບປ່ວຍທາງຮ່າງກາຍ.
[14] ເຖິງແມ່ນວ່າສຸຂະພາບຂອງເຮົາ ຈະເປັນການທົດລອງໃຈເຈົ້າ^ທັງຫລາຍກໍຕາມ ພວກເຈົ້າກໍບໍ່ໄດ້ໝິ່ນປະໝາດ ຫລືເບື່ອໜ່າຍເຮົາ ແຕ່ໄດ້ຕ້ອນຮັບເຮົາ ເໝືອນກັບເປັນທູດຂອງ^ພຣະເຈົ້າ ຫລືເໝືອນກັບພຣະຄຣິດເຈົ້າ^ເຢຊູ.
[15] ພວກເຈົ້າລືມຄວາມ^ຍິນດີຂອງ^ພວກເຈົ້າແລ້ວບໍ? ເຮົາເອງກ້າເວົ້າໄດ້ວ່າ ຖ້າເປັນໄປໄດ້ພວກເຈົ້າຄົງຈະຄວັດໜ່ວຍຕາຂອງ^ພວກເຈົ້າໃຫ້ແກ່ເຮົາ.
[16] ເວລານີ້ ເຮົາໄດ້ກາຍເປັນສັດຕູຂອງ^ພວກເຈົ້າ ຍ້ອນເຮົາບອກຄວາມຈິງແກ່ພວກເຈົ້າຊັ້ນບໍ?
[17] ຄົນເຫລົ່ານັ້ນສົນໃຈພວກເຈົ້າ ບໍ່ແມ່ນດ້ວຍຄວາມຫວັງດີ ພວກເຂົາພຽງແຕ່ຢາກແຍກພວກເຈົ້າອອກຈາກເຮົາເທົ່ານັ້ນ ເພື່ອວ່າພວກເຈົ້າຈະໄດ້ສົນໃຈພວກເຂົາ ດັ່ງທີ່ພວກເຂົາໄດ້ສົນໃຈພວກເຈົ້າ.
[18] ການເອົາອົກ^ເອົາໃຈດ້ວຍຄວາມຫວັງດີ ກໍເປັນການດີຢູ່ທຸກເວລາ ແລະບໍ່ແມ່ນແຕ່ເມື່ອເວລາເຮົາຢູ່ນຳພວກເຈົ້າເທົ່ານັ້ນ.
[19] ລູກນ້ອຍທີ່ຮັກຂອງເຮົາ^ເອີຍ, ເຮົາຕ້ອງເຈັບປວດເພາະພວກເຈົ້າອີກ ເໝືອນຢ່າງແມ່ທີ່ເຈັບທ້ອງເກີດລູກ ຈົນກວ່າພຣະຄຣິດຈະໄດ້ເປັນທີ່ສ້າງຂຶ້ນຢູ່ໃນພວກເຈົ້າ.
[20] ເຮົາປາຖະໜາຢາກຢູ່ກັບພວກເຈົ້າໃນເວລານີ້ ແລະຢາກປ່ຽນວິທີເວົ້າຈາກັບພວກເຈົ້າ ເພາະເຮົາວິຕົກກັງວົນໃຈນຳພວກເຈົ້າຫລາຍ
[21] ເຮົາຂໍຖາມພວກທີ່ຢູ່ໃຕ້ກົດບັນຍັດວ່າ, ພວກເຈົ້າບໍ່ໄດ້ຍິນສິ່ງທີ່ກົດບັນຍັດກ່າວບໍ?
[22] ຕາມທີ່ມີຂຽນໄວ້ວ່າ, ອັບຣາຮາມມີລູກຊາຍສອງຄົນ, ຄົນໜຶ່ງເກີດຈາກຍິງຂ້ອຍຂ້າ ແລະອີກຄົນໜຶ່ງເກີດຈາກຍິງທີ່ບໍ່ເປັນຂ້ອຍຂ້າ.
[23] ລູກຊາຍຂອງ^ເພິ່ນຜູ້ທີ່ໄດ້ຈາກຍິງຂ້ອຍຂ້ານັ້ນ ເກີດຕາມທຳມະດາ ແຕ່ລູກຊາຍຂອງ^ເພິ່ນ ຜູ້ທີ່ໄດ້ຈາກຍິງທີ່ບໍ່ເປັນຂ້ອຍຂ້ານັ້ນ ແມ່ນເກີດຕາມພຣະສັນຍາ.
[24] ເລື່ອງນັ້ນຖືເປັນການປຽບທຽບດັ່ງນີ້: ຍິງທັງສອງນັ້ນ ໄດ້ແກ່ພັນທະສັນຍາສອງຢ່າງ, ຜູ້ໜຶ່ງຊື່ວ່າຮາກາ ນາງເກີດລູກທີ່ເປັນຂ້ອຍຂ້າ ຈຶ່ງໄດ້ຮັບພັນທະສັນຍາມາຈາກພູເຂົາ^ຊີນາຍ.
[25] ນາງ^ຮາການັ້ນ ໄດ້ແກ່ພູເຂົາ^ຊີນາຍໃນປະເທດອາຣາເບຍປຽບເຖິງ ນະຄອນເຢຣູຊາເລັມໃນປະຈຸບັນ ຕົກເປັນຂ້ອຍຂ້າພ້ອມທັງຊາວເມືອງທຸກຄົນດ້ວຍ.
[26] ແຕ່ນະຄອນເຢຣູຊາເລັມທີ່ຢູ່ເບື້ອງເທິງນັ້ນ ເປັນອິດສະຫລະ ແລະນາງກໍເປັນແມ່ຂອງ^ພວກເຮົາ.
[27] ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ໂອ ຍິງໝັນຜູ້ບໍ່ເຄີຍເກີດລູກ^ເອີຍ ຈົ່ງຊົມຊື່ນ^ຍິນດີເທີ້ນ ເຈົ້າຜູ້ທີ່ບໍ່ເຄີຍເຈັບທ້ອງ ເກີດລູກຈັກເທື່ອ^ເອີຍ ຈົ່ງໂຮ່ຮ້ອງຂຶ້ນດ້ວຍຄວາມ ຊົມຊື່ນ^ຍິນດີສາ ດ້ວຍວ່າ, ຍິງທີ່ຖືກປະຮ້າງກໍມີລູກ ຫລາຍກວ່າຍິງທີ່ມີຜົວ.”
[28] ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ພວກເຈົ້າກໍເປັນລູກໆຂອງ^ພຣະເຈົ້າ ຕາມພຣະສັນຍາ ເໝືອນດັ່ງອີຊາກ.
[29] ໃນຄາວນັ້ນ ລູກທີ່ເກີດຕາມທຳມະດາ ໄດ້ຂົ່ມເຫັງຜູ້ທີ່ເກີດຕາມພຣະວິນຍານສັນໃດ ແລະປະຈຸບັນນີ້ ກໍຍັງເປັນເໝືອນກັນສັນນັ້ນ.
[30] ແຕ່ພຣະຄຳພີກ່າວວ່າຢ່າງໃດ ກໍກ່າວວ່າ, “ຈົ່ງໄລ່ຍິງຂ້ອຍຂ້າ ແລະລູກຂອງ^ນາງໜີໄປເສຍ. ດ້ວຍວ່າ, ລູກຂອງ^ຍິງຂ້ອຍຂ້າຈະບໍ່ໄດ້ມີສ່ວນຮັບມໍຣະດົກ ຮ່ວມກັບລູກຂອງ^ຍິງທີ່ບໍ່ເປັນຂ້ອຍຂ້າ.”
[31] ເຫດສະນັ້ນ ພີ່ນ້ອງທັງຫລາຍ^ເອີຍ, ພວກເຮົາບໍ່ເປັນລູກຂອງ^ຍິງຂ້ອຍຂ້າ ແຕ່ເປັນລູກຂອງ^ຍິງທີ່ບໍ່ເປັນຂ້ອຍຂ້າ.