[1] ໂອ ຊາວຄາລາເຕຍຜູ້ບໍ່ມີຄວາມຄິດ^ເອີຍ, ແມ່ນຜູ້ໃດໜໍ ທີ່ໄດ້ສະກົດຈິດໃຈຂອງ^ພວກເຈົ້າໃຫ້ຫລົງເຊື່ອໄປ ການທີ່ພຣະເຢຊູ^ຄຣິດເຈົ້າຖືກຄຶງທີ່ໄມ້ກາງແຂນນັ້ນ ກໍໄດ້ປາກົດແຈ້ງແກ່ຕາພວກເຈົ້າຢ່າງຄັກແນ່ແລ້ວ
[2] ເຮົາຢາກຮູ້ຂໍ້ດຽວຈາກພວກເຈົ້າວ່າ ເຈົ້າ^ທັງຫລາຍໄດ້ຮັບພຣະວິນຍານນັ້ນ ໂດຍການປະຕິບັດຕາມກົດບັນຍັດຫລື? ຫລືວ່າໄດ້ຮັບໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ?
[3] ເຈົ້າ^ທັງຫລາຍຍັງໂງ່ເຖິງພຽງນັ້ນບໍ? ພວກເຈົ້າໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວ ບັດນີ້ ພວກເຈົ້າຈະສຳເລັດລົງໂດຍທາງມະນຸດທຳມະດາບໍ?
[4] ການທີ່ເຈົ້າ^ທັງຫລາຍໄດ້ອົດທົນມາຫລາຍແລ້ວນັ້ນ ເປັນການເສຍປະໂຫຍດບໍ? ຖ້າເປັນການເສຍປະໂຫຍດແທ້.
[5] ພຣະອົງຜູ້ຊົງປະທານພຣະວິນຍານແກ່ເຈົ້າ^ທັງຫລາຍ ແລະຊົງສຳແດງອິດທິຣິດທ່າມກາງພວກເຈົ້າ ຊົງກະທຳການເຫລົ່ານັ້ນ ເພາະດ້ວຍການປະຕິບັດຕາມກົດບັນຍັດບໍ? ຫລືວ່າເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ
[6] ຈົ່ງພິຈາລະນາເບິ່ງອັບຣາຮາມວ່າ, “ເພິ່ນໄດ້ເຊື່ອພຣະເຈົ້າ ແລະເພາະຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທຳ.”
[7] ສະນັ້ນ ພວກເຈົ້າຈົ່ງຮັບຮູ້ໄວ້ວ່າ ແມ່ນຜູ້ທີ່ມີຄວາມເຊື່ອນັ້ນແຫລະ ເປັນເຊື້ອສາຍແທ້ຂອງ^ອັບຣາຮາມ.
[8] ພຣະຄຳພີໄດ້ບອກໃຫ້ຮູ້ລ່ວງໜ້າວ່າ, ພຣະເຈົ້າຈະເຮັດໃຫ້ຄົນຕ່າງຊາດເປັນຜູ້ຊອບທຳ ຕໍ່ໜ້າພຣະອົງໂດຍທາງຄວາມເຊື່ອ. ສະນັ້ນແຫລະ ພຣະຄຳພີຈຶ່ງໄດ້ແຈ້ງຂ່າວປະເສີດແກ່ອັບຣາຮາມກ່ອນວ່າ, “ໂດຍທາງເຈົ້າ ພຣະເຈົ້າຈະອວຍພອນຊົນຊາດທັງຫລາຍ.”
[9] ອັບຣາຮາມໄດ້ເຊື່ອ ແລະໄດ້ຮັບພຣະພອນ. ດັ່ງນັ້ນ ທຸກຄົນທີ່ວາງໃຈເຊື່ອຈຶ່ງໄດ້ຮັບພຣະພອນເໝືອນກັນກັບເພິ່ນ.
[10] ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ໃດກໍຕາມທີ່ບໍ່ໄດ້ປະຕິບັດຕາມທຸກຂໍ້ ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ”
[11] ເປັນທີ່ຮູ້^ແຈ້ງແລ້ວວ່າ ບໍ່ມີມະນຸດຄົນໃດ ທີ່ຊົງຖືວ່າເປັນຄົນຊອບທຳຕໍ່ໜ້າພຣະເຈົ້າ ໂດຍການປະຕິບັດຕາມກົດບັນຍັດ ເພາະມີຂຽນໄວ້ໃນພຣະຄຳພີວ່າ, “ຜູ້ທີ່ຊົງຖືວ່າເປັນຄົນຊອບທຳ ເພາະດ້ວຍຄວາມເຊື່ອເທົ່ານັ້ນຈະມີຊີວິດ.”
[12] ແຕ່ກົດບັນຍັດນັ້ນບໍ່ໄດ້ອາໄສຄວາມເຊື່ອ ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.”
[13] ພຣະຄຣິດໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງຂອງ^ກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ (ເພາະພຣະຄຳພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”)
[14] ເພື່ອພຣະພອນທາງອັບຣາຮາມຈະໄດ້ມາເຖິງບັນດາຄົນຕ່າງຊາດໂດຍທາງພຣະຄຣິດເຈົ້າ^ເຢຊູ, ເພື່ອພວກເຮົາຈະໄດ້ຮັບພຣະວິນຍານຕາມພຣະສັນຍາໂດຍທາງຄວາມເຊື່ອ.
[15] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ເຮົາຂໍຍົກເອົາເລື່ອງເຫດການທຳມະດາມາເປັນຕົວຢ່າງ ເມື່ອສອງຄົນຕົກລົງກັນໃນເລື່ອງໃດ^ເລື່ອງໜຶ່ງ ແລະເຊັນສັນຍາລົງໄປແລ້ວ ບໍ່ມີຜູ້ໃດຈະລົ້ມເລີກ ຫລືເພີ່ມເຕີມໄດ້ອີກ.
[16] ບັນດາພຣະສັນຍາທີ່ພຣະເຈົ້າກ່າວແກ່ອັບຣາຮາມ ແລະເຊື້ອສາຍຂອງ^ເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ແກ່ເຊື້ອສາຍທັງຫລາຍ,” ແຕ່ຊົງກ່າວວ່າ, “ແກ່ເຊື້ອສາຍຂອງທ່ານ.” ໝາຍເຖິງຄົນດຽວ ຄືພຣະຄຣິດ.
[17] ເຮົາຈຶ່ງເວົ້າຢ່າງນີ້ວ່າ ກົດບັນຍັດທີ່ມາພາຍຫລັງເຖິງສີ່ຮ້ອຍ^ສາມສິບປີ ຈະທຳລາຍພັນທະສັນຍາ ຊຶ່ງພຣະເຈົ້າໄດ້ຊົງແຕ່ງຕັ້ງໄວ້ກ່ອນນັ້ນ ຈະຖືກລຶບລ້າງບໍ່ໄດ້.
[18] ເພາະວ່າ ຖ້າການຮັບມໍຣະດົກມີມາໂດຍທາງກົດບັນຍັດ ກໍບໍ່ແມ່ນໂດຍທາງພຣະສັນຍາອີກຕໍ່ໄປ ແຕ່ພຣະເຈົ້າໄດ້ຊົງໂຜດປະທານມໍຣະດົກນັ້ນ ໃຫ້ແກ່ອັບຣາຮາມໂດຍທາງພຣະສັນຍາ.
[19] ຖ້າດັ່ງນັ້ນແລ້ວ ມີກົດບັນຍັດໄວ້ເພື່ອຫຍັງ? ທີ່ເພີ່ມກົດບັນຍັດໄວ້ ກໍເພື່ອຄວາມ^ຜິດບາບຈະໄດ້ປາກົດເປັນການລ່ວງ^ລະເມີດ ຈົນກວ່າເຊື້ອສາຍທີ່ໄດ້ຮັບພຣະສັນຍານັ້ນຈະມາເຖິງ ພວກເທວະດາໄດ້ແຕ່ງຕັ້ງກົດບັນຍັດນັ້ນໄວ້ໂດຍມືຂອງ^ຄົນກາງ.
[20] ເມື່ອມີຝ່າຍດຽວ ກໍບໍ່ຕ້ອງການຄົນກາງ ແລະພຣະເຈົ້າຊົງເປັນຝ່າຍດຽວນັ້ນ.
[21] ຖ້າດັ່ງນັ້ນ ກົດບັນຍັດຂັດແຍ້ງກັບພຣະສັນຍາຂອງ^ພຣະເຈົ້າບໍ? ບໍ່ແມ່ນຢ່າງນັ້ນດອກ ເພາະວ່າ ຖ້າຊົງປະທານກົດບັນຍັດ ອັນອາດໃຫ້ມີຊີວິດຢູ່ໄດ້ ການຊົງຖືວ່າເປັນຄົນຊອບທຳຄົງຈະໄດ້ມີຢູ່ໂດຍກົດບັນຍັດນັ້ນແທ້.
[22] ແຕ່ພຣະຄຳພີໄດ້ຮວບຮວມສິ່ງທັງໝົດ ໃຫ້ເຂົ້າຢູ່ພາຍໃຕ້ອຳນາດຄວາມ^ຜິດບາບ ເພື່ອວ່າທຸກຄົນທີ່ເຊື່ອຈະໄດ້ຮັບຂອງ^ປະທານຕາມທີ່ຊົງສັນຍາໄວ້ ຊຶ່ງໄດ້ຊົງໂຜດປະທານ ໂດຍອາໄສຄວາມເຊື່ອໃນພຣະເຢຊູ^ຄຣິດເຈົ້າເປັນຫລັກ.
[23] ເມື່ອຄວາມເຊື່ອຍັງບໍ່ທັນມານັ້ນ ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງ^ກົດບັນຍັດ ຖືກຄວບຄຸມໄວ້ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ.
[24] ສະນັ້ນແຫລະ, ກົດບັນຍັດຈຶ່ງເປັນຜູ້ດູແລພວກເຮົາ ຈົນກວ່າພຣະຄຣິດສະເດັດມາ ເພື່ອວ່າພວກເຮົາຈະໄດ້ເປັນຄົນຊອບທຳ ໂດຍທາງຄວາມເຊື່ອ.
[25] ບັດນີ້ ເວລາແຫ່ງຄວາມເຊື່ອກໍມາເຖິງແລ້ວ ກົດບັນຍັດບໍ່ໄດ້ເປັນຜູ້ດູແລພວກເຮົາອີກຕໍ່ໄປ.
[26] ເພາະວ່າເຈົ້າ^ທັງຫລາຍກໍເປັນບຸດຂອງ^ພຣະເຈົ້າ ຮ່ວມໃນພຣະຄຣິດເຈົ້າ^ເຢຊູໂດຍທາງຄວາມເຊື່ອ.
[27] ເພາະວ່າ ຄົນໃດໃນພວກເຈົ້າໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງ^ພຣະອົງ.
[28] ດັ່ງນັ້ນ ຈຶ່ງບໍ່ມີຄວາມ^ແຕກຕ່າງອັນໃດ ລະຫວ່າງຄົນຢິວແລະຄົນຕ່າງຊາດ ລະຫວ່າງທາດແລະອິດສະຫລະ ລະຫວ່າງຊາຍແລະຍິງ ເພາະພວກເຈົ້າທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະເຢຊູ^ຄຣິດເຈົ້າ.
[29] ຖ້າພວກເຈົ້າເປັນຄົນຂອງ^ພຣະຄຣິດແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງ^ອັບຣາຮາມ ຄືເປັນຜູ້ໄດ້ຮັບມໍຣະດົກຕາມພຣະສັນຍາ.