[1] ເພື່ອເສລີພາບນັ້ນແຫລະ ພຣະຄຣິດຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນອິດສະຫລະ. ສະນັ້ນ ຈົ່ງຕັ້ງໝັ້ນຢູ່ ແລະຢ່າຍອມປ່ອຍຕົວເອງໃຫ້ຕົກເປັນຂ້ອຍຂ້າອີກ.
[2] ຈົ່ງຟັງໃຫ້ດີ ເຮົາຄືໂປໂລ ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມຮັບພິທີຕັດກໍໝາຍຄວາມວ່າ ພຣະຄຣິດບໍ່ເປັນປະໂຫຍດຫຍັງສຳລັບພວກເຈົ້າ.
[3] ເຮົາຂໍຢັ້ງຢືນອີກເທື່ອໜຶ່ງວ່າ ຜູ້ທີ່ຍອມຮັບພິທີຕັດ ຜູ້ນັ້ນກໍຖືກຜູກມັດໃຫ້ປະຕິບັດຕາມກົດບັນຍັດທັງໝົດ.
[4] ຄົນໃດໃນພວກເຈົ້າທີ່ພະຍາຍາມເປັນຜູ້ຊອບທຳ ໂດຍປະຕິບັດຕາມກົດບັນຍັດ ຄົນນັ້ນກໍຕັດຕົນເອງອອກຈາກພຣະຄຣິດ ໄດ້ຫລຸດຕົກຈາກພຣະຄຸນເສຍແລ້ວ.
[5] ໂດຍພຣະວິນຍານ ພວກເຮົາມີຄວາມຫວັງວ່າ ພຣະເຈົ້າຈະຊົງໃຫ້ພວກເຮົາເປັນຜູ້ຊອບທຳຕໍ່ໜ້າພຣະອົງ ແລະແມ່ນສິ່ງທີ່ພວກເຮົາຄອງຄອຍຖ້າຢູ່ໂດຍຄວາມເຊື່ອ.
[6] ດ້ວຍວ່າ, ໃນພຣະຄຣິດເຈົ້າ^ເຢຊູ ການຮັບພິທີຕັດຫລືບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອທີ່ສະແດງອອກໂດຍທາງຄວາມຮັກ.
[7] ພວກເຈົ້າແລ່ນແຂ່ງຂັນດີຢູ່ແລ້ວ ແມ່ນຜູ້ໃດຂັດຂວາງພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ?
[8] ສິ່ງທີ່ເຂົາໄດ້ຊັກຊວນພວກເຈົ້ານັ້ນ ບໍ່ໄດ້ມາຈາກພຣະເຈົ້າ ອົງທີ່ໄດ້ຊົງເອີ້ນເອົາພວກເຈົ້າ.
[9] “ເຊື້ອແປ້ງພຽງແຕ່ນ້ອຍດຽວກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ.”
[10] ເຮົາໄວ້ໃຈໃນອົງພຣະ^ຜູ້^ເປັນເຈົ້າວ່າ ເຈົ້າ^ທັງຫລາຍຈະບໍ່ມີຄວາມ^ຄິດຢ່າງອື່ນ ແຕ່ຝ່າຍຜູ້ທີ່ມາກໍ່ກວນພວກເຈົ້ານັ້ນ ຈະເປັນຜູ້ໃດກໍຕາມ ເຂົາຄົງຈະໄດ້ຮັບໂທດ.
[11] ພີ່ນ້ອງທັງຫລາຍ^ເອີຍ, ຖ້າເຮົາຍັງເທດສະໜາຊັກຊວນໃຫ້ຮັບພິທີຕັດ ດ້ວຍເຫດໃດເຮົາຈຶ່ງຍັງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ການທີ່ໄມ້ກາງແຂນເປັນເຫດເຮັດໃຫ້ເກີດສະດຸດໃຈ ກໍຄົງຖືກຍົກເລີກເສຍແລ້ວ.
[12] ສ່ວນຄົນເຫລົ່ານັ້ນ ທີ່ກໍ່ກວນຄວາມ^ວຸ້ນວາຍຕໍ່ພວກເຈົ້າ ໃຫ້ເຂົາຕອນຕົວເອງເສຍ.
[13] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ພວກເຈົ້າໄດ້ຖືກເອີ້ນໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມຕັນຫາຂອງ^ຮ່າງກາຍ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີ້ນ.
[14] ດ້ວຍວ່າ, ກົດບັນຍັດທັງໝົດກໍລວມເຂົ້າໃນຂໍ້ດຽວນີ້ຄື: “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”
[15] ແຕ່ຖ້າພວກເຈົ້າເຮັດເໝືອນດັ່ງສັດປ່າ ຄືກັດກັນແລະກິນເນື້ອກັນ ຈົ່ງລະວັງ ຢ້ານວ່າພວກເຈົ້າຈະພາກັນຈິບຫາຍໄປໝົດ.
[16] ເຮົາບອກວ່າ, ຈົ່ງຍອມໃຫ້ພຣະວິນຍານນຳພາຊີວິດ ແລະພວກເຈົ້າຈະບໍ່ໄດ້ເຮັດຕາມສັນດານຕັນຫາມະນຸດ.
[17] ດ້ວຍວ່າ, ສັນດານຕັນຫາມະນຸດກໍຕໍ່ສູ້ກັບພຣະວິນຍານ ແລະພຣະວິນຍານກໍຕໍ່ສູ້ກັບສັນດານຕັນຫາມະນຸດ ທັງສອງຝ່າຍເປັນສັດຕູກັນ. ດັ່ງນັ້ນ ສິ່ງທີ່ພວກເຈົ້າຢາກເຮັດຈຶ່ງເຮັດບໍ່ໄດ້.
[18] ສະນັ້ນ ຖ້າພຣະວິນຍານນຳພາພວກເຈົ້າ ພວກເຈົ້າກໍບໍ່ຢູ່ໃຕ້ກົດບັນຍັດ.
[19] ກິດຈະການແຫ່ງສັນດານມະນຸດກໍປາກົດແຈ້ງດັ່ງນີ້: ຄືການຫລິ້ນຊູ້, ຄວາມ^ບໍ່ສະອາດ, ຄວາມ^ປະພຶດຊົ່ວຮ້າຍ,
[20] ການຂາບໄຫວ້ຮູບເຄົາຣົບ, ການເຊື່ອເວດມົນ^ຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ,
[21] ການອິດສາກັນ, ການເສບສຸຣາຢາເມົາ, ການກິນລ້ຽງແບບຊົ່ວຊ້າ ແລະ ການອື່ນໆອີກ ໃນທຳນອງ^ດຽວກັນນີ້ ເຮົາຂໍເຕືອນພວກເຈົ້າດັ່ງທີ່ເຄີຍເຕືອນມາແລ້ວວ່າ, ຄົນທີ່ເຮັດສິ່ງເຫລົ່ານີ້ ຈະບໍ່ມີສ່ວນໃນຣາຊອານາຈັກຂອງ^ພຣະເຈົ້າ.
[22] ແຕ່ຜົນຂອງ^ພຣະວິນຍານນັ້ນຄື: ຄວາມຮັກ, ຄວາມ^ຊົມຊື່ນ^ຍິນດີ, ສັນຕິສຸກ, ຄວາມ^ອົດທົນດົນນານ, ຄວາມ^ເມດຕາປານີ, ຄວາມດີ, ຄວາມ^ສັດຊື່,
[23] ຄວາມ^ສຸພາບອ່ອນຫວານ, ການຮູ້ຈັກບັງຄັບຕົນ, ກົດໝາຍທີ່ຫ້າມສິ່ງເຫລົ່ານີ້ກໍບໍ່ມີ.
[24] ສ່ວນພວກທີ່ຢູ່ໃນພຣະເຢຊູ^ຄຣິດເຈົ້ານັ້ນ ກໍໄດ້ເອົາຄວາມ^ປາຖະໜາກັບກິເລດ^ຕັນຫາຂອງ^ສັນດານມະນຸດຄຶງໄວ້ທີ່ໄມ້ກາງແຂນແລ້ວ.
[25] ຖ້າພວກເຮົາມີຊີວິດຢູ່ໂດຍພຣະວິນຍານ ກໍຈົ່ງດຳເນີນຊີວິດໄປຕາມພຣະວິນຍານນັ້ນ.
[26] ພວກເຮົາບໍ່ຕ້ອງເປັນຄົນອວດຕົວ ຫລືກຸກກວນໃຈກັນ ຫລືອິດສາກັນແລະກັນ.