Skip to content
Opens in a new window
Listen to this chapter • 5:12

[1] ຫລັງຈາກ​ນັ້ນ​ມາ​ສິບສີ່​ປີ ເຮົາ​ໄດ້​ກັບຄືນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ກັບ​ບາຣະນາບາ ແລະ​ເຮົາ​ກໍໄດ້​ເອົາ​ຕີໂຕ​ໄປ​ດ້ວຍ.

[2] ເຮົາ​ໄປ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ແກ່​ເຮົາ ເຮົາ​ໄດ້​ອະທິບາຍ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຂົາ ຊຶ່ງ​ເຮົາ​ໄດ້​ເຄີຍ​ປະກາດ​ແກ່​ຄົນຕ່າງຊາດ (ແຕ່​ຍັງ​ໄດ້​ເລົ່າ​ໃຫ້​ຄົນ​ສຳຄັນ​ຟັງ​ເປັນ​ການ​ສ່ວນຕົວ) ເພາະ​ຢ້ານ​ວ່າ​ເຮົາ​ກຳລັງ​ແລ່ນ​ແຂ່ງ​ກັນ ຫລື​ວ່າ​ໄດ້​ແລ່ນ​ແຂ່ງ​ແລ້ວ​ໂດຍ​ບໍ່ມີ​ປະໂຫຍດ.

[3] ເພື່ອນ​ຮ່ວມ​ເດີນທາງ​ກັບ​ເຮົາ​ຄື​ຕີໂຕ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນ​ກຣີກ​ກໍຕາມ ລາວ​ກໍ​ບໍ່ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ,

[4] ແຕ່​ມີ​ພີ່ນ້ອງ​ທີ່​ແປກປອມ​ໄດ້​ລັກລອບ​ເຂົ້າ​ມາ ເພື່ອ​ຈະ​ສອດແນມ​ເບິ່ງ​ເສລີພາບ​ຂອງ^ພວກເຮົາ ທີ່​ມີ​ຢູ່​ເພາະ​ພຣະເຢຊູ^ຄຣິດເຈົ້າ ພວກເຂົາ​ຫວັງ​ຈະ​ບັງຄັບ​ພວກເຮົາ ໃຫ້​ກັບ​ໄປ​ເປັນ​ຂ້ອຍຂ້າ​ຂອງ^ກົດບັນຍັດ​ອີກ

[5] ແຕ່​ພວກເຮົາ​ບໍ່ໄດ້​ອ່ອນ​ຍອມ​ຕໍ່​ພວກເຂົາ​ແມ່ນແຕ່​ນາທີ​ດຽວ ເພື່ອ​ຈະ​ໄດ້​ຮັກສາ​ຄວາມ^ສັດຈິງ​ຂອງ^ຂ່າວປະເສີດ​ນັ້ນ ໄວ້​ສຳລັບ​ເຈົ້າ^ທັງຫລາຍ.

[6] ສ່ວນ​ຄົນ​ເຫລົ່ານັ້ນ ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ພວກເຂົາ​ຈະ​ເຄີຍ​ເປັນ​ຄົນ​ຢ່າງ​ໃດ​ມາ​ກ່ອນ​ແລ້ວ​ກໍຕາມ ກໍ​ບໍ່​ສຳຄັນ​ຢ່າງ​ໃດ​ສຳລັບ​ເຮົາ ພຣະເຈົ້າ​ບໍ່​ຊົງ​ເຫັນ​ແກ່​ໜ້າ​ຄົນ​ໃດ ຄົນ​ເຫລົ່ານັ້ນ​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຄົນ​ສຳຄັນ ກໍ​ບໍ່ໄດ້​ເພີ່ມ​ເຕີມ​ສິ່ງ​ໜຶ່ງ​ສິ່ງໃດ​ແກ່​ເຮົາ.

[7] ກົງກັນຂ້າມ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ໃຫ້​ເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ມອບ​ພາລະກິດ​ໃຫ້​ເປໂຕ​ເພື່ອ​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຢິວ.

[8] ດ້ວຍວ່າ, ພຣະເຈົ້າ​ໄດ້​ໃຫ້​ເປໂຕ​ເປັນ​ອັກຄະສາວົກ​ແກ່​ຄົນ​ຢິວ​ຢ່າງ​ໃດ ພຣະອົງ​ກໍໄດ້​ໃຫ້​ເຮົາ​ເປັນ​ອັກຄະສາວົກ​ແກ່​ຄົນຕ່າງຊາດ​ຢ່າງ​ນັ້ນ.

[9] ເມື່ອ​ຢາໂກໂບ​ກັບ​ເປໂຕ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫລົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.

[10] ແຕ່​ທ່ານ​ເຫລົ່ານັ້ນ ຂໍ​ພຽງແຕ່​ບໍ່​ໃຫ້​ເຮົາ​ລືມ​ຄິດເຖິງ​ຄົນ^ຍາກຈົນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ເອົາໃຈໃສ່​ທີ່​ຈະ​ເຮັດ​ຢູ່​ແລ້ວ.

[11] ເມື່ອ​ເປໂຕ​ໄດ້​ມາ​ເຖິງ​ເມືອງ​ອັນຕີໂອເຂຍ ເຮົາ​ກໍ​ຕໍ່​ວ່າ​ເພິ່ນ​ຢ່າງ​ເປີດເຜີຍ ເພາະ​ເພິ່ນ​ເຮັດ​ຜິດພາດ​ຢ່າງ​ປະຈັກ​ຕາ.

[12] ດ້ວຍວ່າ, ກ່ອນ​ທີ່​ຄົນ​ຂອງ^ຢາໂກໂບ​ໄດ້​ມາ​ເຖິງ ເປໂຕ​ໄດ້​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ ແຕ່​ພໍ​ພວກ​ເຫລົ່ານັ້ນ​ມາ​ເຖິງ​ແລ້ວ ເພິ່ນ​ກໍ​ຖອຍ​ອອກ​ມາ ແລະ​ບໍ່​ກິນ​ຢູ່​ຮ່ວມ​ກັບ​ຄົນຕ່າງຊາດ​ອີກ ເພາະ​ເພິ່ນ​ຢ້ານ​ພວກ​ທີ່​ຖື​ພິທີຕັດ.

[13] ສ່ວນ​ພີ່ນ້ອງ​ຊາວ​ຢິວ​ຄົນອື່ນໆ ກໍ​ເຮັດ​ເໝືອນ​ດັ່ງ​ເປໂຕ ແມ່ນແຕ່​ບາຣະນາບາ​ກໍ​ປະພຶດ​ຕາມ​ແບບ​ນັ້ນ​ເໝືອນກັນ.

[14] ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ^ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”

[15] ແມ່ນ​ຢູ່ ພວກເຮົາ​ເປັນ​ຢິວ​ໂດຍ​ກຳເນີດ ແລະ​ບໍ່ແມ່ນ “ພວກ​ຕ່າງຊາດ​ທີ່​ເປັນ​ຄົນ​ບາບ”

[16] ແຕ່​ພວກເຮົາ​ກໍ​ຮູ້​ຢູ່​ວ່າ ບໍ່ມີ​ຜູ້ໃດ​ຖືກ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ແຕ່​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະເຢຊູ^ຄຣິດເຈົ້າ​ເທົ່ານັ້ນ ເຖິງ​ແມ່ນ​ພວກເຮົາ​ກໍ​ຍັງ​ເຊື່ອວາງໃຈ​ໃນ​ພຣະເຢຊູ^ຄຣິດເຈົ້າ ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ “ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ໄດ້.”

[17] ແຕ່​ຖ້າ​ພວກເຮົາ​ພະຍາຍາມ​ເພື່ອ​ຈະ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ໂດຍ​ພຣະຄຣິດ ພວກເຮົາ​ເອງ​ກໍ​ຍັງ​ປາກົດ​ເປັນ​ຄົນ​ບາບ​ຢູ່. ສະນັ້ນ ພຣະຄຣິດ​ຈະ​ຊົງ​ເປັນ​ຜູ້​ສົ່ງເສີມ​ຄວາມ^ບາບ​ບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ

[18] ເພາະວ່າ ຖ້າ​ເຮົາ​ກໍ່​ສິ່ງ​ທີ່​ເຮົາ​ທຳລາຍ​ລົງ​ແລ້ວ​ນັ້ນ​ຂຶ້ນ​ອີກ ເຮົາ​ກໍ​ສະແດງ​ຕົວເອງ​ວ່າ​ເປັນ​ຜູ້​ລ່ວງ^ລະເມີດ.

[19] ເຫດ​ວ່າ​ໂດຍ​ທາງ​ກົດບັນຍັດ​ນັ້ນ ເຮົາ​ໄດ້​ຕາຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີວິດ​ຢູ່​ສຳລັບ​ພຣະເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດ​ແລ້ວ.

[20] ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ^ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.

[21] ເຮົາ​ບໍ່ໄດ້​ເຮັດ​ໃຫ້​ພຣະຄຸນ​ຂອງ^ພຣະເຈົ້າ​ເສຍ^ໄປ^ລ້າໆ ເພາະວ່າ ຖ້າ​ຄວາມ^ຊອບທຳ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ​ແລ້ວ ພຣະຄຣິດ​ກໍ​ຊົງ​ສິ້ນພຣະຊົນ​ໂດຍ​ບໍ່ມີ​ປະໂຫຍດ.

ຄາລາເຕຍ — Chapters