[1] ໂປໂລ ຜູ້ເປັນອັກຄະສາວົກຂອງ^ພຣະຄຣິດເຈົ້າ^ເຢຊູ ຕາມນໍ້າພຣະໄທຂອງ^ພຣະເຈົ້າ ເຖິງພວກໄພ່ພົນຂອງ^ພຣະເຈົ້າ ຜູ້ທີ່ເຫຼື້ອມໃສສັດທາໃນພຣະຄຣິດເຈົ້າ^ເຢຊູ.
[2] ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງ^ເຮົາ^ທັງຫລາຍ ແລະຈາກອົງ^ພຣະເຢຊູ^ຄຣິດເຈົ້າ ຈົ່ງສະຖິດຢູ່ກັບເຈົ້າ^ທັງຫລາຍເທີ້ນ.
[3] ສາທຸການແດ່ພຣະເຈົ້າ ຄືພຣະບິດາຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ເຮົາ^ທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສະຫວັນສະຖານໂດຍພຣະຄຣິດ.
[4] ໃນພຣະຄຣິດນັ້ນ ພຣະອົງໄດ້ຊົງເລືອກພວກເຮົາໄວ້ ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ.
[5] ພຣະອົງໄດ້ຊົງຄາດໝາຍພວກເຮົາໄວ້ກ່ອນ ດ້ວຍຄວາມຮັກ ໃຫ້ເປັນບຸດຂອງ^ພຣະອົງ ໂດຍພຣະເຢຊູ^ຄຣິດເຈົ້າຕາມທີ່ຊອບພຣະໄທພຣະອົງ.
[6] ເພື່ອຈະໃຫ້ເປັນທີ່ສັນລະເສີນພຣະຄຸນອັນຮຸ່ງເຮືອງຂອງ^ພຣະອົງ ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູເຈົ້າ ຜູ້ຊົງເປັນທີ່ຮັກຂອງ^ພຣະເຈົ້າ.
[7] ໃນພຣະອົງນັ້ນ ພວກເຮົາໄດ້ຮັບການໄຖ່ໃຫ້ພົ້ນດ້ວຍພຣະ^ໂລຫິດຂອງ^ພຣະອົງ ຄືໄດ້ຮັບການອະໄພການຫລົງຜິດຂອງເຮົາ ໂດຍພຣະກະຣຸນາອັນອຸດົມຂອງ^ພຣະອົງ ຊຶ່ງໄດ້ຊົງປະທານແກ່ພວກເຮົາຢ່າງລົ້ນເຫລືອ.
[8] ເປັນພຣະຄຸນຊຶ່ງພວກເຮົາໄດ້ຮັບຢ່າງລົ້ນເຫລືອຫາທີ່ປຽບບໍ່ໄດ້. ໃນພຣະປັນຍາແລະຄວາມ^ຮູ້ແຈ້ງ^ເຫັນຈິງທຸກຢ່າງຂອງ^ພຣະອົງນັ້ນ.
[9] ພຣະເຈົ້າໄດ້ຕັ້ງໃຈໄວ້ກ່ອນແລ້ວ ໃນການເຮັດໃຫ້ພວກເຮົາຮູ້ຈັກແຜນການອັນເລິກລັບ ໃນນໍ້າພຣະໄທຂອງ^ພຣະອົງ ເພື່ອໃຫ້ສຳເລັດໂດຍທາງພຣະອົງ.
[10] ປະສົງວ່າ ເມື່ອເວລາກຳນົດຄົບ^ບໍຣິບູນແລ້ວ ພຣະອົງຈະຊົງຮວບຮວມສິ່ງສາລະພັດ ທັງມີຢູ່ໃນຟ້າສະຫວັນແລະແຜ່ນດິນ^ໂລກໄວ້ໃນພຣະຄຣິດ ຜູ້ຊົງເປັນພຣະ^ປະມຸກ.
[11] ໃນພຣະອົງນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງ^ພຣະເຈົ້າ ຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງ^ພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາລະພັດດຳເນີນໄປ ໃຫ້ສົມກັບນໍ້າພຣະໄທຂອງ^ພຣະອົງ.
[12] ພວກເຮົາເປັນຄົນຜູ້ທຳອິດ ທີ່ມີຄວາມຫວັງໃນພຣະຄຣິດ ໄດ້ຮັບການກຳນົດແລະແຕ່ງຕັ້ງ ໃຫ້ຖວາຍສັນລະເສີນຄວາມ^ຍິ່ງໃຫຍ່ຂອງ^ພຣະອົງ.
[13] ພວກເຈົ້າກໍເໝືອນກັນ ເມື່ອໄດ້ຟັງຂ່າວຄວາມຈິງ ຄືຂ່າວປະເສີດເລື່ອງຄວາມພົ້ນຂອງ^ພວກເຈົ້ານັ້ນ ແລະວາງໃຈເຊື່ອໃນພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງໄດ້ປະທັບຕາໝາຍພວກເຈົ້າໄວ້ ໂດຍພຣະວິນຍານບໍຣິສຸດເຈົ້າ ຕາມທີ່ພຣະອົງໄດ້ຊົງສັນຍາໄວ້.
[14] ເປັນເຄື່ອງມັດຈຳຂອງ^ການຮັບມໍຣະດົກຂອງ^ພວກເຮົາ ຈົນກວ່າເຮົາຈະໄດ້ຮັບເປັນກຳມະສິດ ເປັນທີ່ຖວາຍສັນລະເສີນແດ່ພຣະກຽດຕິຍົດຂອງ^ພຣະອົງ.
[15] ເຫດສະນັ້ນ ເມື່ອເຮົາໄດ້ຍິນວ່າ ພວກເຈົ້າວາງໃຈເຊື່ອໃນອົງພຣະເຢຊູເຈົ້າ ແລະຮັກໄພ່ພົນຂອງ^ພຣະເຈົ້າທຸກຄົນ,
[16] ເຮົາຈຶ່ງໂມທະນາຂອບພຣະຄຸນພຣະເຈົ້າຢູ່ບໍ່ຂາດສຳລັບພວກເຈົ້າ ແລະລະນຶກເຖິງພວກເຈົ້າເມື່ອເຮົາພາວັນນາ^ອະທິຖານ.
[17] ເຮົາພາວັນນາ^ອະທິຖານ ຂໍພຣະເຈົ້າຂອງ^ອົງ^ພຣະເຢຊູ^ຄຣິດເຈົ້າຂອງ^ເຮົາ^ທັງຫລາຍ ຄືພຣະບິດາເຈົ້າຜູ້ຊົງພຣະສະຫງ່າຣາສີ ຊົງໂຜດປະທານໃຫ້ເຈົ້າ^ທັງຫລາຍມີວິນຍານແຫ່ງສະຕິປັນຍາ ແລະຄວາມ^ຮູ້^ແຈ້ງ^ເຫັນຈິງເຖິງເລື່ອງພຣະອົງ.
[18] ແລະຂໍຊົງໂຜດໃຫ້ຕາພາຍໃນຂອງ^ເຈົ້າ^ທັງຫລາຍສະຫວ່າງຂຶ້ນ ເພື່ອພວກເຈົ້າຈະໄດ້ຮູ້ວ່າ ໃນການທີ່ພຣະອົງຊົງເອີ້ນພວກເຈົ້ານັ້ນ ພຣະອົງໄດ້ຊົງປະທານຄວາມຫວັງອັນໃດແກ່ພວກເຈົ້າ ແລະຮູ້ວ່າມໍຣະດົກຂອງ^ພຣະອົງສຳລັບພວກໄພ່ພົນຂອງ^ພຣະອົງນັ້ນ ມີສະຫງ່າຣາສີອັນອຸດົມສົມບູນພຽງໃດ.
[19] ແລະຮູ້ວ່າຣິດອຳນາດອັນໃຫຍ່ເຫລືອປະມານຂອງ^ພຣະອົງ ມີຫລາຍພຽງໃດສຳລັບພວກເຮົາຜູ້ທີ່ເຊື່ອ ຕາມອຳນາດພຣະກຳລັງ ແລະຣິດທານຸພາບອັນໃຫຍ່ຫລວງຂອງ^ພຣະອົງ
[20] ຊຶ່ງພຣະອົງໄດ້ຊົງກະທຳໃນພຣະຄຣິດ ເມື່ອຊົງບັນດານໃຫ້ພຣະອົງຄືນພຣະຊົນ ແລະຊົງໃຫ້ປະທັບເບື້ອງຂວາພຣະຫັດຂອງ^ພຣະເຈົ້າໃນສະຫວັນສະຖານ.
[21] ສູງກວ່າບັນດາວິນຍານທີ່ຄອບຄອງ, ຜູ້ມີອຳນາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະເໜືອກວ່ານາມຊື່ທັງປວງທີ່ເຂົາເອີ່ຍຂຶ້ນ ບໍ່ແມ່ນໃນສະໄໝນີ້ເທົ່ານັ້ນ ແຕ່ວ່າໃນສະໄໝທີ່ຈະມາເຖິງດ້ວຍ.
[22] ແລະໄດ້ຊົງປາບສິ່ງສາລະພັດທັງປວງລົງໃຕ້ພຣະບາດຂອງ^ພຣະອົງ ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະ^ປະມຸກ ເໜືອສິ່ງສາລະພັດແກ່ຄຣິສຕະຈັກ.
[23] ຊຶ່ງເປັນພຣະກາຍຂອງ^ພຣະອົງ ຊຶ່ງເຕັມບໍຣິບູນດ້ວຍພຣະອົງ ຜູ້ຊົງເຕັມໃນທຸກຫົນ^ທຸກແຫ່ງທົ່ວສັບພະທຸກສິ່ງ.