[1] ຝ່າຍບຸດທັງຫລາຍ ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນ ເພາະເຫັນແກ່ອົງພຣະ^ຜູ້^ເປັນເຈົ້າ ເພາະເຮັດແນວນັ້ນເປັນການຖືກຕ້ອງ.
[2] “ຈົ່ງນັບຖືບິດາມານດາຂອງຕົນ” ນີ້ເປັນຄຳສັ່ງຂໍ້ຕົ້ນທີ່ມີພຣະສັນຍາໄວ້ດ້ວຍ,
[3] ເພື່ອເຈົ້າຈະຢູ່ເຢັນ^ເປັນສຸກ ແລະມີອາຍຸໝັ້ນຍືນໃນດິນແດນນີ້.
[4] ຝ່າຍພໍ່ແມ່ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ ແຕ່ຈົ່ງອົບຮົມສັ່ງສອນພວກເຂົາຕາມລະບຽບ ແລະຫລັກຄຳສັ່ງສອນທຸກຢ່າງຂອງ^ອົງພຣະ^ຜູ້^ເປັນເຈົ້າ.
[5] ຜູ້ທີ່ເປັນຄົນ^ຮັບໃຊ້ ຈົ່ງຍອມເຊື່ອຟັງນາຍຝ່າຍໂລກນີ້ ດ້ວຍຄວາມ^ເຄົາຣົບຢຳເກງແລະດ້ວຍຄວາມ^ຈິງໃຈ ເໝືອນເຊື່ອຟັງພຣະຄຣິດ.
[6] ຢ່າສູ່ເຮັດພຽງແຕ່ເມື່ອຢູ່ຕໍ່ໜ້ານາຍ ເພາະຢາກໃຫ້ຖືກໃຈເພິ່ນ ແຕ່ຈົ່ງເຮັດດ້ວຍຄວາມ^ເຕັມໃຈ ເໝືອນດັ່ງເປັນຜູ້ຮັບໃຊ້ຂອງ^ພຣະຄຣິດ.
[7] ຈົ່ງເຮັດໜ້າທີ່ຂອງຕົນດ້ວຍໃຈຊື່ນບານ ໃຫ້ເໝືອນກັບວ່າພວກເຈົ້າໄດ້ຮັບໃຊ້ອົງພຣະ^ຜູ້^ເປັນເຈົ້າ ແລະບໍ່ແມ່ນພຽງແຕ່ຮັບໃຊ້ມະນຸດເທົ່ານັ້ນ.
[8] ຈົ່ງຈົດຈຳໄວ້ວ່າ ອົງພຣະ^ຜູ້^ເປັນເຈົ້າຈະໃຫ້ບຳເໜັດແກ່ທຸກຄົນ ສຳລັບຄວາມດີທີ່ເຂົາເຮັດ ບໍ່ວ່າຈະເປັນຄົນ^ຮັບໃຊ້ ຫລືບໍ່ເປັນກໍຕາມ.
[9] ຝ່າຍນາຍກໍຈົ່ງປະພຶດຕໍ່ຄົນ^ຮັບໃຊ້ຂອງຕົນໃນທຳນອງ^ດຽວກັນ ແລະຈົ່ງເຊົາຂູ່ເຂັນພວກເຂົາ ຈົ່ງຈົດຈຳໄວ້ວ່າ ພວກເຈົ້າແລະຄົນ^ຮັບໃຊ້ຂອງ^ພວກເຈົ້າ ກໍມີເຈົ້ານາຍຜູ້ດຽວກັນໃນສະຫວັນ ແລະພຣະອົງບໍ່ຊົງເລືອກໜ້າຜູ້ໃດ.
[10] ສຸດທ້າຍນີ້ ຂໍພວກເຈົ້າຈົ່ງມີກຳລັງເພີ່ມຂຶ້ນໃນອົງພຣະ^ຜູ້^ເປັນເຈົ້າ ແລະໃນຣິດເດດອັນແກ່ກ້າຂອງ^ພຣະອົງ.
[11] ຈົ່ງສວມຍຸດທະພັນຄົບຊຸດ ຊຶ່ງພຣະເຈົ້າໂຜດປະທານໃຫ້ພວກເຈົ້າ ເພື່ອວ່າພວກເຈົ້າຈະສາມາດຢືນຕໍ່ສູ້ກັບກົນອຸບາຍຂອງ^ມານຮ້າຍໄດ້.
[12] ດ້ວຍວ່າ, ພວກເຮົາບໍ່ໄດ້ຕໍ່ສູ້ກັບເລືອດແລະເນື້ອໜັງ ແຕ່ຕໍ່ສູ້ກັບເຫລົ່າວິນຍານ ທີ່ມີອຳນາດຊົ່ວຮ້າຍໃນອາກາດສະຖານ ຄືຜູ້ຄອບຄອງ, ບັນດາຜູ້ມີອຳນາດ ແລະບັນດາເຫລົ່າວິນຍານຜີຊົ່ວຮ້າຍທັງຫລາຍ ທີ່ຄອບຄອງຢູ່ໃນຍຸກມືດນີ້.
[13] ເຫດສະນັ້ນ ຈົ່ງຮັບເອົາຍຸດທະພັນຄົບຊຸດ ຊຶ່ງມາຈາກພຣະເຈົ້າ ເພື່ອເຈົ້າ^ທັງຫລາຍຈະສາມາດຕໍ່ຕ້ານໃນວັນຊົ່ວຮ້າຍນັ້ນ ແລະເມື່ອເຮັດແລ້ວຈະຢູ່ຢ່າງໝັ້ນຄົງໄດ້.
[14] ເຫດສະນັ້ນ ເຈົ້າ^ທັງຫລາຍຈົ່ງຢຶດໝັ້ນເອົາຄວາມຈິງຄາດແອວໄວ້ ເອົາຄວາມ^ຊອບທຳເປັນເຄື່ອງປ້ອງກັນເອິກໄວ້
[15] ແລະເອົາຄວາມ^ຕຽມພ້ອມຝ່າຍຂ່າວປະເສີດເລື່ອງສັນຕິສຸກມາສຸບໃສ່ຕີນ.
[16] ແລະພ້ອມກັບສິ່ງທັງໝົດນີ້ ຈົ່ງຍົກເອົາຄວາມເຊື່ອເປັນເຂນ ດ້ວຍເຂນນັ້ນ ເຈົ້າ^ທັງຫລາຍຈະສາມາດດັບລູກສອນໄຟທັງໝົດຂອງ^ມານຊົ່ວຮ້າຍນັ້ນໃຫ້ມອດເສຍ.
[17] ຈົ່ງເອົາຄວາມ^ພົ້ນເປັນເຄື່ອງຄຽນປ້ອງຫົວໄວ້ ແລະຈົ່ງຖືພຣະແສງຂອງ^ພຣະວິນຍານ ຄືພຣະທຳຂອງ^ພຣະເຈົ້າ.
[18] ຈົ່ງພາວັນນາ^ອະທິຖານ ແລະໄຫວ້ວອນທຸກຢ່າງ ຈົ່ງພາວັນນາ^ອະທິຖານໂດຍພຣະວິນຍານທຸກເວລາ ແລະຈົ່ງເຝົ້າລະວັງໃນການນັ້ນ ດ້ວຍຄວາມ^ພຽນທຸກຢ່າງ ຈົ່ງພາວັນນາ^ອະທິຖານເພື່ອໄພ່ພົນທັງປວງຂອງ^ພຣະເຈົ້າ.
[19] ແລະພາວັນນາ^ອະທິຖານເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າເກີດມີໃຈກ້າຫານ ອອກປາກສະແດງຂໍ້ລັບເລິກເລື່ອງຂ່າວປະເສີດ,
[20] ຍ້ອນຂ່າວປະເສີດນີ້ແຫລະ ຂ້າພະເຈົ້າຈຶ່ງເປັນຣາຊທູດຜູ້ຕິດໂສ້ຢູ່ ເພື່ອຂ້າພະເຈົ້າຈະປະກາດຂ່າວປະເສີດນັ້ນ ດ້ວຍໃຈກ້າຫານຕາມທີ່ຂ້າພະເຈົ້າຄວນຈະກ່າວ.
[21] ຕີຂີໂກ ພີ່ນ້ອງທີ່ຮັກແລະຜູ້ຮັບໃຊ້ທີ່ສັດຊື່ ໃນພາລະກິດຂອງ^ອົງພຣະ^ຜູ້^ເປັນເຈົ້າ ຈະເລົ່າເລື່ອງທັງໝົດກ່ຽວກັບຂ້າພະເຈົ້າສູ່ພວກເຈົ້າຟັງ ເພື່ອພວກເຈົ້າຈະໄດ້ຮູ້ວ່າຂ້າພະເຈົ້າເປັນຢູ່ຢ່າງໃດ.
[22] ເຫດສະນັ້ນ ຂ້າພະເຈົ້າຈຶ່ງໃຊ້ລາວມາຫາພວກເຈົ້າ ເພື່ອແຈ້ງໃຫ້ພວກເຈົ້າຮູ້ວ່າພວກເຮົາທຸກຄົນເປັນຢູ່ຢ່າງໃດ ແລະເພື່ອໃຫ້ລາວໜູນໃຈພວກເຈົ້າ.
[23] ຂໍໃຫ້ພີ່ນ້ອງຄຣິສຕຽນທຸກຄົນໄດ້ຮັບສັນຕິສຸກ ແລະຄວາມຮັກ ພ້ອມທັງຄວາມເຊື່ອຈາກພຣະເຈົ້າ ພຣະບິດາເຈົ້າກັບອົງພຣະເຢຊູ^ຄຣິດເຈົ້າ ດ້ວຍເທີ້ນ.
[24] ຂໍໃຫ້ພຣະຄຸນ ຈົ່ງສະຖິດຢູ່ນຳບັນດາຄົນທັງປວງທີ່ຮັກອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ຢ່າງບໍ່ຮູ້ເສື່ອມສູນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -