[1] ເຫດສະນັ້ນ ຂ້າພະເຈົ້າຜູ້ຖືກຄຸກຢູ່ ເພາະຮັບໃຊ້ອົງພຣະ^ຜູ້^ເປັນເຈົ້າ ຈຶ່ງຂໍຮ້ອງພວກເຈົ້າວ່າ, ຈົ່ງດຳເນີນຊີວິດໃຫ້ສົມກັບທີ່ພວກເຈົ້າໄດ້ຖືກຊົງເອີ້ນເອົາແລ້ວນັ້ນ
[2] ຄື: ຈົ່ງມີໃຈຖ່ອມລົງທຸກຢ່າງ ແລະໃຈອ່ອນສຸພາບ ດ້ວຍຄວາມ^ພຽນອົດທົນ ແລະຜ່ອນໜັກ^ຜ່ອນເບົາ ຊຶ່ງ^ກັນແລະກັນດ້ວຍຄວາມຮັກ.
[3] ຈົ່ງພຽນພະຍາຍາມເອົາສັນຕິສຸກຜູກມັດ ເພື່ອຮັກສາຄວາມ^ເປັນນໍ້າໜຶ່ງ^ໃຈດຽວກັນ ຊຶ່ງພຣະວິນຍານຊົງປະທານໃຫ້ນັ້ນ.
[4] ມີຮ່າງກາຍດຽວ ແລະມີພຣະວິນຍານອົງດຽວ ມີຄວາມຫວັງໃຈອັນດຽວ ໃນການທີ່ພຣະເຈົ້າໄດ້ຊົງເອີ້ນເອົາພວກເຈົ້າແລ້ວນັ້ນ.
[5] ມີອົງພຣະ^ຜູ້^ເປັນເຈົ້າອົງດຽວ ມີຄວາມເຊື່ອດຽວ ແລະ ມີບັບຕິສະມາດຽວ,
[6] ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າຂອງ^ຄົນທັງປວງ ຜູ້ຊົງສະຖິດຢູ່ເທິງຄົນທັງປວງ, ທົ່ວຄົນທັງປວງ ແລະ ໃນຄົນທັງປວງ.
[7] ແຕ່ວ່າພຣະຄຸນນັ້ນ ຊົງໂຜດປະທານແກ່ເຮົາທຸກໆຄົນ ຕາມຂອງ^ພຣະຣາຊທານທີ່ພຣະຄຣິດໄດ້ຊົງກຳນົດໄວ້.
[8] ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເມື່ອພຣະອົງໄດ້ສະເດັດຂຶ້ນໄປຍັງທີ່ສູງສຸດ ໄດ້ຊົງນຳພວກຊະເລີຍໄປດ້ວຍ ແລະ ຊົງໂຜດຂອງ^ປະທານຕ່າງໆໃຫ້ ແກ່ມວນມະນຸດສະໂລກ.”
[9] ທີ່ກ່າວວ່າ, “ພຣະອົງໄດ້ສະເດັດຂຶ້ນເມືອ” ນັ້ນ ຈະໝາຍຄວາມ^ຢ່າງອື່ນບໍ່ໄດ້ ນອກຈາກວ່າພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕໍ່າຂອງ^ແຜ່ນດິນ^ໂລກແລ້ວດ້ວຍ.
[10] ພຣະອົງຜູ້ສະເດັດລົງໄປນັ້ນ ກໍຄືພຣະອົງຜູ້ທີ່ໄດ້ສະເດັດຂຶ້ນເມືອສູ່ທີ່ສູງ ເໜືອຟ້າສະຫວັນທັງປວງ ເພື່ອຈະໄດ້ສະຖິດຢູ່ເຕັມທົ່ວຈັກກະວານ.
[11] ຂອງພຣະຣາຊທານຂອງ^ພຣະອົງ ກໍຄືໃຫ້ບາງຄົນເປັນອັກຄະສາວົກ, ບາງຄົນເປັນຜູ້^ປະກາດ^ພຣະທຳ, ບາງຄົນເປັນຜູ້ປະກາດຂ່າວປະເສີດ, ບາງຄົນເປັນສິດຍາພິບານ ແລະ ອາຈານ.
[12] ເພື່ອຈັດຕຽມໄພ່ພົນທັງຫລາຍຂອງ^ພຣະອົງ ໃຫ້ເປັນຜູ້ຮັບໃຊ້ທີ່ເໝາະສົມ ເພື່ອເສີມສ້າງພຣະກາຍຂອງ^ພຣະຄຣິດໃຫ້ຈະເລີນຂຶ້ນ.
[13] ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມ^ເປັນນໍ້າໜຶ່ງໃຈດຽວກັນໃນຄວາມເຊື່ອ ແລະໃນຄວາມຮູ້ເຖິງເລື່ອງພຣະບຸດຂອງ^ພຣະເຈົ້າ ຈົນກວ່າເຮົາຈະເປັນຄົນໃຫຍ່ເຕັມສ່ວນ ຄືເຕັມເຖິງຂະໜາດຄວາມ^ສົມບູນຂອງ^ພຣະຄຣິດ,
[14] ເພື່ອພວກເຮົາຈະບໍ່ເປັນເດັກນ້ອຍອີກຕໍ່ໄປ ຖືກພັດໄປພັດມາ ແລະຫັນເຫໄປມາດ້ວຍລົມປາກແຫ່ງຄຳສັ່ງສອນທຸກຢ່າງຂອງ^ຄົນທີ່ຫລອກລວງ ຜູ້ທີ່ນຳຄົນອື່ນໃຫ້ຫລົງຜິດໄປດ້ວຍກົນອຸບາຍອັນສະຫລາດຂອງ^ພວກເຂົາ.
[15] ແຕ່ໃຫ້ພວກເຮົາຢຶດເອົາຄວາມຈິງດ້ວຍໃຈຮັກ ເພື່ອພວກເຮົາຈະໄດ້ຈະເລີນຂຶ້ນທຸກດ້ານໃນພຣະຄຣິດ ຜູ້ຊົງເປັນພຣະ^ປະມຸກ.
[16] ເນື່ອງຈາກພຣະອົງນັ້ນ ຮ່າງກາຍທັງສິ້ນທີ່ຕິດຕໍ່ສະໜິດແລະຜູກພັນກັນ ໂດຍທຸກໆຂໍ້ຕໍ່ທີ່ຊົງປະທານ ຮ່າງກາຍຈຶ່ງໄດ້ຈະເລີນໃຫຍ່ຂຶ້ນດ້ວຍຄວາມຮັກ ເມື່ອອະໄວຍະວະທຸກສ່ວນເຮັດໜ້າທີ່ຕາມຄວາມ^ເໝາະສົມແລ້ວ.
[17] ເຫດສະນັ້ນ ຂ້າພະເຈົ້າຈຶ່ງຂໍຢືນຢັນ ແລະເປັນພະຍານໃນພຣະນາມຂອງ^ອົງພຣະ^ຜູ້^ເປັນເຈົ້າວ່າ, ຕັ້ງແຕ່ນີ້ຕໍ່ໄປ ເຈົ້າ^ທັງຫລາຍຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດ ທີ່ເຂົາດຳເນີນກັນນັ້ນ ຄືດ້ວຍໃຈໂງ່ອັນຫາປະໂຫຍດບໍ່ໄດ້.
[18] ໂດຍທີ່ຄວາມ^ຄິດຂອງ^ພວກເຂົາມືດມົນໄປ ແລະພວກເຂົາຢູ່ຫ່າງຈາກຊີວິດ ຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມ^ຮູ້ເທົ່າບໍ່^ເຖິງການ ທີ່ມີຢູ່ໃນຕົວພວກເຂົາ ອັນເນື່ອງຈາກໃຈແຂງ^ກະດ້າງຂອງ^ພວກເຂົາ.
[19] ພວກເຂົາບໍ່ມີຄວາມ^ຮູ້ສຶກຢ້ານກົວຕໍ່ບາບ ຈຶ່ງໄດ້ປ່ອຍຕົວໄປໃນທາງໂລພາຕັນຫາ ເພື່ອເຮັດການຊົ່ວຮ້າຍທຸກຢ່າງໂດຍສຸດຄວາມ^ປາຖະໜາ.
[20] ແຕ່ວ່າເຈົ້າ^ທັງຫລາຍບໍ່ໄດ້ຮຽນຮູ້ຈັກພຣະຄຣິດຢ່າງນັ້ນ,
[21] ຖ້າແມ່ນວ່າພວກເຈົ້າໄດ້ຍິນເລື່ອງພຣະອົງ ແລະໄດ້ຮັບຄຳສັ່ງສອນເລື່ອງພຣະອົງຕາມ^ຄວາມຈິງ ຊຶ່ງມີຢູ່ໃນພຣະເຢຊູເຈົ້າແລ້ວ.
[22] ພວກເຈົ້າຈົ່ງຖອດ^ຖິ້ມສະພາບມະນຸດເກົ່າຂອງຕົນ ຊຶ່ງຄູ່ກັບວິຖີຊີວິດເດີມນັ້ນເສຍ ທີ່ກຳລັງເສື່ອມເສຍໄປສູ່ຄວາມ^ຕາຍ ຕາມຕັນຫາອັນເປັນທີ່ຫລອກລວງນັ້ນ.
[23] ແລະຈົ່ງໃຫ້ວິນຍານຈິດຂອງ^ເຈົ້າຖືກຊົງຕັ້ງຂຶ້ນໃໝ່.
[24] ແລະໃຫ້ເຈົ້າ^ທັງຫລາຍສວມສະພາບມະນຸດໃໝ່ ຊຶ່ງຊົງສ້າງຂຶ້ນໃໝ່ຕາມແບບພຣະລັກສະນະຂອງ^ພຣະເຈົ້າ ໃນຄວາມ^ຊອບທຳແລະຄວາມ^ບໍຣິສຸດທີ່ແທ້ຈິງ.
[25] ດັ່ງນັ້ນ, ເຈົ້າ^ທັງຫລາຍຈົ່ງເຊົາເວົ້າຕົວະ ທຸກຄົນຈົ່ງເວົ້າແຕ່ຄວາມຈິງຕໍ່ກັນ ເພາະພວກເຮົາທຸກຄົນເປັນອະໄວຍະວະຂອງ^ກັນແລະກັນ ຢູ່ໃນພຣະກາຍອັນດຽວກັນ.
[26] ຈະຮ້າຍກໍຮ້າຍໄດ້ ແຕ່ຢ່າໃຫ້ຄວາມ^ຮ້າຍເປັນເຫດໃຫ້ເກີດການຜິດບາບ ຢ່າຮ້າຍຢູ່ຈົນຕາເວັນຕົກ.
[27] ຢ່າປ່ອຍໂອກາດໃຫ້ມານ.
[28] ຝ່າຍຄົນທີ່ເຄີຍລັກກໍຈົ່ງເຊົາລັກຕໍ່ໄປ, ແຕ່ໃຫ້ລົງມືເຮັດວຽກເພື່ອລ້ຽງຊີບໃນທາງສັດຊື່ ເພື່ອຈະໄດ້ມີສ່ວນຊ່ວຍເຫລືອຄົນ^ຍາກຈົນ.
[29] ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງ^ເຈົ້າຈັກເທື່ອ, ແຕ່ໃຫ້ໃຊ້ຄຳເວົ້າອັນດີທີ່ຈະຊ່ວຍໃຫ້ຈະເລີນຂຶ້ນ ແລະໃຫ້ເໝາະສົມກັບຄວາມ^ຕ້ອງການ ເພື່ອຖ້ອຍຄຳທີ່ພວກເຈົ້າກ່າວນັ້ນ ຈະເປັນຄຸນປະໂຫຍດແກ່ຜູ້ທີ່ໄດ້ຍິນໄດ້ຟັງ.
[30] ແລະຢ່າເຮັດໃຫ້ພຣະວິນຍານບໍຣິສຸດຂອງ^ພຣະເຈົ້າເສຍພຣະໄທ ເພາະໂດຍພຣະວິນຍານນັ້ນ ເຈົ້າ^ທັງຫລາຍໄດ້ຊົງຖືກປະທັບຕາໝາຍໄວ້ເພື່ອວັນທີ່ຈະຊົງໄຖ່ໃຫ້ພົ້ນ.
[31] ສ່ວນໃຈຂົມຂື່ນ, ໃຈໂມໂຫ^ໂທໂສ, ໃຈຄຽດຮ້າຍນັ້ນ ຢ່າສູ່ໃຫ້ຢູ່ໃກ້ພວກເຈົ້າ ການອຶກກະທຶກຜິດຖຽງກັນ ແລະການກ່າວສຽດສີກັນກໍຢ່າໃຫ້ມີ ຈົ່ງຫລີກເວັ້ນຈາກການປອງຮ້າຍທຸກຮູບແບບ.
[32] ແຕ່ຈົ່ງມີໃຈເມດຕາແລະເອັນດູຕໍ່ກັນ ຈົ່ງຍົກໂທດໃຫ້ກັນແລະກັນ ເໝືອນດັ່ງທີ່ພຣະເຈົ້າໄດ້ຍົກໂທດໃຫ້ພວກເຈົ້າໃນພຣະຄຣິດນັ້ນ.