[1] ເພາະເຫດນີ້ ຂ້າພະເຈົ້າຄືໂປໂລຜູ້ຖືກຈຳຈອງຢູ່ ຍ້ອນເຫັນແກ່ພຣະຄຣິດເຈົ້າ^ເຢຊູ ເພື່ອພວກເຈົ້າທີ່ເປັນຄົນຕ່າງຊາດ.
[2] ແນ່ນອນພວກເຈົ້າຄົງໄດ້ຍິນແລ້ວວ່າ ໂດຍພຣະຄຸນຂອງ^ພຣະເຈົ້ານັ້ນ ພຣະອົງໄດ້ມອບໝາຍພາລະກິດນີ້ ໃຫ້ຂ້າພະເຈົ້າຮັບໃຊ້ ເພື່ອເປັນຜົນດີແກ່ພວກເຈົ້າ.
[3] ພຣະອົງໄດ້ເປີດເຜີຍແຜນການອັນເລິກລັບຂອງ^ພຣະອົງໃຫ້ຂ້າພະເຈົ້າໄດ້ຮູ້ແຜນການນັ້ນ. (ຕາມທີ່ຂ້າພະເຈົ້າໄດ້ຂຽນໄວ້ແລ້ວ ຢ່າງຫຍໍ້ໆກ່ຽວກັບເລື່ອງນີ້
[4] ແລະເມື່ອພວກເຈົ້າຈະອ່ານເບິ່ງຖ້ອຍຄຳ ຊຶ່ງຂ້າພະເຈົ້າໄດ້ຂຽນນັ້ນ ກໍຈະຮູ້ເຖິງຄວາມ^ເຂົ້າໃຈຂອງ^ຂ້າພະເຈົ້າໄດ້ ໃນເລື່ອງຄວາມ^ເລິກລັບຂອງ^ພຣະຄຣິດ.)
[5] ຊຶ່ງໃນສະໄໝກ່ອນ ພຣະອົງບໍ່ໄດ້ໃຫ້ມະນຸດສະໂລກຮູ້ຄວາມ^ເລິກລັບນີ້ ແຕ່ບັດນີ້ພຣະອົງໄດ້ເປີດເຜີຍເລື່ອງນັ້ນ ໃຫ້ແກ່ບັນດາອັກຄະສາວົກທີ່ບໍຣິສຸດຂອງ^ພຣະອົງ ແລະພວກຜູ້^ປະກາດ^ພຣະທຳໂດຍທາງພຣະວິນຍານ.
[6] ວ່າ ຄົນຕ່າງຊາດນັ້ນໄດ້ເປັນຜູ້ຮັບມໍຣະດົກຮ່ວມກັນ ເປັນອະໄວຍະວະຂອງ^ກາຍອັນດຽວກັນ ທັງມີສ່ວນໄດ້ຮັບພຣະສັນຍາໃນພຣະຄຣິດເຈົ້າ^ເຢຊູ ໂດຍທາງຂ່າວປະເສີດ.
[7] ຂ້າພະເຈົ້າໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຜູ້ຮັບໃຊ້ຂ່າວປະເສີດໂດຍພຣະຄຸນ ຊຶ່ງເປັນຂອງ^ປະທານຢ່າງພິເສດຈາກພຣະເຈົ້າ ຊຶ່ງໂຜດປະທານແກ່ຂ້າພະເຈົ້າ ໂດຍແມ່ນຣິດອຳນາດຂອງ^ພຣະອົງຊົງກະທຳການ.
[8] ໃນບັນດາໄພ່ພົນຂອງ^ພຣະເຈົ້າທັງໝົດນັ້ນ ຂ້າພະເຈົ້າເປັນຜູ້ຕໍ່າຕ້ອຍທີ່ສຸດກວ່າຜູ້ທີ່ເລັກນ້ອຍທີ່ສຸດ, ເຖິງປານນັ້ນ ພຣະອົງກໍຍັງໂຜດປະທານພຣະຄຸນນີ້ແກ່ຂ້າພະເຈົ້າ ຄືໃຫ້ຂ້າພະເຈົ້າປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເຖິງຄວາມ^ບໍຣິບູນອັນຫາທີ່ປຽບບໍ່ໄດ້ຂອງ^ພຣະຄຣິດ,
[9] ແລະເຮັດໃຫ້ຄົນທັງປວງ ເຫັນແຈ້ງເຖິງແຜນການອັນລັບເລິກຂອງ^ພຣະເຈົ້າຜູ້ຊົງສ້າງສັບພະທຸກສິ່ງ ຊຶ່ງໄດ້ເຊື່ອງຊ້ອນຄວາມ^ລັບເລິກຂອງ^ພຣະອົງໄວ້ ຕະຫລອດທຸກຍຸກທຸກສະໄໝທີ່ຜ່ານມາ,
[10] ເພື່ອວ່າໃນປະຈຸບັນນີ້ ຜູ້ຄອບຄອງ ແລະຜູ້ມີອຳນາດໃນສະຫວັນສະຖານ ຈະໄດ້ຮູ້ເຖິງພຣະສະຕິປັນຍາອັນສັບຊ້ອນຂອງ^ພຣະເຈົ້າ ໂດຍທາງຄຣິສຕະຈັກ.
[11] ພຣະເຈົ້າໄດ້ກະທຳການນີ້ ຕາມພຣະປະສົງອັນຖາວອນຂອງ^ພຣະອົງ ຊຶ່ງພຣະອົງຊົງກະທຳໃຫ້ສຳເລັດ ໂດຍທາງພຣະຄຣິດເຈົ້າ^ເຢຊູ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ.
[12] ໃນພຣະອົງແລະໂດຍທາງຄວາມເຊື່ອທີ່ພວກເຮົາມີໃນພຣະອົງນັ້ນ ພວກເຮົາຈຶ່ງມີໃຈກ້າທີ່ຈະເຂົ້າເຝົ້າພຣະອົງ ດ້ວຍຄວາມ^ໝັ້ນໃຈຢ່າງເຕັມ^ລົ້ນ.
[13] ເຫດສະນັ້ນ, ຂ້າພະເຈົ້າຈຶ່ງຂໍຮ້ອງພວກເຈົ້າວ່າ ຢ່າທໍ້ຖອຍໃຈຍ້ອນຂ້າພະເຈົ້າຖືກທົນທຸກລຳບາກ ເພາະເຫັນແກ່ພວກເຈົ້າ, ທັງໝົດນັ້ນກໍເພື່ອເປັນກຽດຕິຍົດແກ່ພວກເຈົ້າເອງ.
[14] ເພາະເຫດນີ້ ຂ້າພະເຈົ້າຈຶ່ງຄຸເຂົ່າລົງຕໍ່ໜ້າພຣະບິດາເຈົ້າ,
[15] ອົງທີ່ບັນດານໃຫ້ທຸກໆຄອບຄົວ ໃນສະຫວັນແລະທີ່ເທິງແຜ່ນດິນ^ໂລກດຳລົງຢູ່.
[16] ຂ້າພະເຈົ້າພາວັນນາ^ອະທິຖານ ຂໍພຣະອົງຊົງໂຜດປະທານກຳລັງອັນເຂັ້ມແຂງຝ່າຍຈິດໃຈແກ່ພວກເຈົ້າ ໂດຍເດດພຣະວິນຍານຕາມຄວາມ^ອຸດົມສົມບູນ ແຫ່ງພຣະສະຫງ່າຣາສີຂອງ^ພຣະອົງ,
[17] ເພື່ອພຣະຄຣິດຈະຊົງສະຖິດຢູ່ໃນຈິດໃຈຂອງ^ພວກເຈົ້າໂດຍທາງຄວາມເຊື່ອ ເພື່ອວ່າເມື່ອໄດ້ວາງຮາກລົງຢ່າງໝັ້ນຄົງໃນຄວາມຮັກແລ້ວ,
[18] ພວກເຈົ້າກໍຈະມີຄວາມ^ສາມາດເຂົ້າໃຈ ພ້ອມກັບໄພ່ພົນທັງປວງຂອງ^ພຣະອົງ ເຖິງຄວາມ^ກວ້າງ, ຄວາມ^ຍາວ, ຄວາມ^ສູງ ແລະຄວາມ^ເລິກ,
[19] ທັງຈະຮູ້ຈັກຄວາມຮັກຂອງ^ພຣະຄຣິດ ຊຶ່ງເກີນຄວາມຮູ້ ເພື່ອເຈົ້າ^ທັງຫລາຍຈະໄດ້ຮັບຄວາມ^ເຕັມບໍຣິບູນ ຂອງພຣະເຈົ້າທຸກປະການ.
[20] ຂໍໃຫ້ພຣະກຽດຈົ່ງເປັນຂອງ^ພຣະອົງ ຜູ້ຊົງຣິດສາມາດກະທຳການນອກເໜືອສາລະພັດທຸກສິ່ງ ເກີນກວ່າທີ່ພວກເຮົາຈະຂໍ ຫລືຄິດໄດ້ ຕາມຣິດອຳນາດທີ່ກະທຳການຢູ່ພາຍໃນຕົວຂອງ^ພວກເຮົາ.
[21] ຈົ່ງຖວາຍພຣະກຽດຕິຍົດແກ່ພຣະເຈົ້າໃນຄຣິສຕະຈັກ ແລະໃນພຣະຄຣິດເຈົ້າ^ເຢຊູ ທຸກຍຸກທຸກສະໄໝຕະຫລອດໄປ^ເປັນນິດເທີ້ນ ອາແມນ.