[1] ຈາກໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້ຂອງ^ພຣະເຢຊູ^ຄຣິດເຈົ້າ ເຖິງໄພ່ພົນຂອງ^ພຣະເຈົ້າທຸກຄົນໃນເມືອງຟີລິບປອຍ ທີ່ຢູ່ໃນພຣະເຢຊູ^ຄຣິດເຈົ້າພ້ອມທັງພວກຜູ້ນຳ ແລະພວກຜູ້ບົວລະບັດໃນຄຣິສຕະຈັກດ້ວຍ.
[2] ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງ^ພວກເຮົາ ແລະອົງພຣະເຢຊູ^ຄຣິດເຈົ້າ ຊົງໂຜດປະທານພຣະຄຸນແລະສັນຕິສຸກແກ່ພວກເຈົ້າເທີ້ນ.
[3] ທຸກເທື່ອທີ່ເຮົາຄິດເຖິງພວກເຈົ້າ ເຮົາກໍໂມທະນາຂອບພຣະຄຸນພຣະເຈົ້າ ເພື່ອພວກເຈົ້າຢູ່ສະເໝີ,
[4] ທຸກຄັ້ງທີ່ເຮົາພາວັນນາ^ອະທິຖານ ເພື່ອພວກເຈົ້າທຸກຄົນ ເຮົາກໍພາວັນນາ^ອະທິຖານດ້ວຍຄວາມ^ຊົມຊື່ນ^ຍິນດີ,
[5] ເພາະການທີ່ພວກເຈົ້າໄດ້ຊ່ວຍເຫລືອເຮົາ ໃນພາລະກິດແຫ່ງຂ່າວປະເສີດຕັ້ງແຕ່ຕົ້ນຈົນເຖິງບັດນີ້.
[6] ເຮົາແນ່ໃຈວ່າ ພຣະອົງຜູ້ຊົງຕັ້ງຕົ້ນການດີໄວ້ໃນພວກເຈົ້າແລ້ວ ຄົງຈະຊົງກະທຳໃຫ້ສຳເລັດ ຈົນເຖິງວັນແຫ່ງພຣະເຢຊູ^ຄຣິດເຈົ້າ.
[7] ເພາະວ່າ ເຮົາມີໃຈຮັກພວກເຈົ້າທຸກຄົນ ເຈົ້າ^ທັງຫລາຍໄດ້ຮັບສ່ວນຮ່ວມໃນພຣະຄຸນດ້ວຍກັນກັບເຮົາ ໃນການທີ່ເຮົາຖືກຈຳຈອງ ແລະໃນການກ່າວປ້ອງກັນໃຫ້ຂ່າວປະເສີດນັ້ນຕັ້ງໝັ້ນຄົງຢູ່.
[8] ເພາະວ່າພຣະເຈົ້າຊົງເປັນພະຍານວ່າ ເຮົາເປັນຫ່ວງພວກເຈົ້າຫລາຍພຽງໃດ ຕາມພຣະໄທເມດຕາຂອງ^ພຣະຄຣິດເຈົ້າ^ເຢຊູ.
[9] ເຮົາພາວັນນາ^ອະທິຖານຂໍໃຫ້ຄວາມຮັກຂອງ^ພວກເຈົ້າໃຫຍ່ຂຶ້ນຢູ່ສະເໝີ ຈົນເກີດມີຄວາມ^ຮູ້ອັນແທ້ຈິງ ແລະຄວາມ^ເຂົ້າໃຈອັນຄົບຖ້ວນບໍຣິບູນ,
[10] ເພື່ອເຈົ້າ^ທັງຫລາຍຈະສັງເກດໄດ້ວ່າ ສິ່ງໃດປະເສີດທີ່ສຸດ ແລະເພື່ອພວກເຈົ້າຈະເປັນຄົນບໍຣິສຸດ ບໍ່ມີທີ່ຕິຕຽນໄດ້ໃນວັນແຫ່ງພຣະຄຣິດ.
[11] ຈະໄດ້ເປັນຜູ້ບໍຣິສຸດດ້ວຍຜົນຂອງ^ຄວາມ^ຊອບທຳ ຊຶ່ງເກີດຂຶ້ນດ້ວຍພຣະເຢຊູ^ຄຣິດເຈົ້າ ເພື່ອຖວາຍພຣະກຽດ ແລະຄຳຍ້ອງຍໍ^ສັນລະເສີນແກ່ພຣະເຈົ້າ.
[12] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ເຫດການທີ່ເກີດຂຶ້ນກັບເຮົານັ້ນ ກໍເພື່ອໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປ.
[13] ຜົນທີ່ປາກົດ ຄືທະຫານທຸກຄົນ ແລະຜູ້^ຄຸມຂັງພ້ອມກັບຄົນອື່ນໆທັງໝົດ ກໍຮູ້ເລື່ອງຂອງເຮົາວ່າ ເຮົາຖືກຄຸກຢູ່ນີ້ ຍ້ອນເປັນຜູ້ຮັບໃຊ້ຂອງ^ພຣະຄຣິດ.
[14] ຍ້ອນການຖືກຄຸກຂອງເຮົາ ພີ່ນ້ອງຫລາຍຄົນຈຶ່ງມີຄວາມ^ໝັ້ນໃຈຍິ່ງຂຶ້ນ ໃນອົງພຣະ^ຜູ້^ເປັນເຈົ້າ ເພື່ອໃຫ້ພວກເຂົາມີໃຈກ້າຫານກ່າວພຣະທຳຂອງ^ພຣະເຈົ້າຢ່າງບໍ່ຢ້ານກົວ.
[15] ຄວາມຈິງມີບາງຄົນໃນພວກເຂົາ ທີ່ປະກາດເລື່ອງພຣະຄຣິດດ້ວຍໃຈອິດສາແລະຜິດຖຽງກັນ ແຕ່ມີຄົນອື່ນທີ່ປະກາດດ້ວຍໃຈຫວັງ^ດີ.
[16] ຄົນເຫລົ່ານັ້ນແຫລະ ທີ່ປະກາດດ້ວຍຄວາມຮັກ ເພາະເຂົາຮູ້ວ່າພຣະເຈົ້າໄດ້ມອບພາລະກິດການປ້ອງກັນຂ່າວປະເສີດນີ້ໃຫ້ແກ່ເຮົາ.
[17] ສ່ວນຄົນອື່ນບໍ່ໄດ້ປະກາດເລື່ອງພຣະຄຣິດຈາກໃຈ^ຈິງ ແຕ່ຈາກໃຈມັກໃຫຍ່^ໃຝ່ສູງອັນເຫັນແກ່ຕົວ ເຂົາຫວັງຈະໃຫ້ເຮົາເດືອດຮ້ອນຫລາຍຂຶ້ນ ໃນຂະນະທີ່ເຮົາຖືກຄຸກຢູ່ນີ້.
[18] ຖ້າຢ່າງນັ້ນແລ້ວຈະເປັນປະການໃດ? ເຖິງແມ່ນວ່າ ເຂົາຈະປະກາດດ້ວຍຢ່າງໃດກໍຕາມ ຈະເປັນດ້ວຍການແກ້ງເຮັດຫລືຈິງໃຈກໍດີ ແຕ່ເຂົາກໍຍັງປະກາດເລື່ອງພຣະຄຣິດ ໃນການນີ້ເຮົາກໍມີຄວາມ^ຍິນດີ ແລະຄົງຈະມີຄວາມ^ຍິນດີຕໍ່ໄປ
[19] ເພາະເຮົາຮູ້ວ່າ ຍ້ອນຄຳພາວັນນາ^ອະທິຖານຂອງ^ພວກເຈົ້າ ແລະຄວາມ^ຊ່ວຍຊູທີ່ໄດ້ຮັບຈາກພຣະວິນຍານຂອງ^ພຣະເຢຊູ^ຄຣິດເຈົ້າ ສິ່ງເຫລົ່ານັ້ນຈະປົດປ່ອຍເຮົາໃຫ້ເປັນອິດສະຫລະ.
[20] ເພາະເປັນຄວາມ^ມຸ້ງມາດປາຖະໜາ ແລະຄວາມຫວັງຂອງເຮົາວ່າ ເຮົາຈະບໍ່ມີຄວາມ^ລະອາຍໃນສິ່ງໃດເລີຍ, ແຕ່ເມື່ອກ່ອນທຸກເທື່ອມີໃຈກ້າສະເໝີສັນໃດ ບັດນີ້ ກໍຂໍໃຫ້ເປັນຢ່າງດຽວກັນສັນນັ້ນ ພຣະຄຣິດຈະຊົງຮັບພຣະກຽດຕິຍົດໃນຮ່າງກາຍຂອງເຮົາສະເໝີ ເຖິງແມ່ນເຮົາຈະມີຊີວິດຢູ່ ຫລືຕາຍກໍຕາມ.
[21] ເພາະວ່າ ຖ້າເຮົາມີຊີວິດ ພຣະຄຣິດເປັນຊີວິດນັ້ນ ຖ້າເຮົາຕາຍກໍເປັນປະໂຫຍດແກ່ເຮົາ.
[22] ຖ້າເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ ເຮົາກໍຈະດຳເນີນພາລະກິດໃຫ້ເກີດປະໂຫຍດຕື່ມ ເພາະສະນັ້ນ ເຮົາຈຶ່ງບໍ່ແນ່ໃຈວ່າ ຈະເລືອກເອົາທາງໃດດີ.
[23] ເຮົາລັ່ງເລໃຈຢູ່ໃນລະຫວ່າງສອງຝ່າຍນີ້ ຄືວ່າເຮົາມີຄວາມ^ປາຖະໜາທີ່ຈະຈາກໄປ ເພື່ອຢູ່ກັບພຣະຄຣິດ ຊຶ່ງປະເສີດຫລາຍກວ່າ,
[24] ແຕ່ການທີ່ເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ ກໍເປັນສິ່ງຈຳເປັນສຳລັບພວກເຈົ້າຫລາຍກວ່ານັ້ນອີກ.
[25] ເມື່ອເຮົາແນ່ໃຈຢ່າງນີ້ແລ້ວ ເຮົາກໍຮູ້ວ່າ ເຮົາຈະຍັງຢູ່ກັບເຈົ້າ^ທັງຫລາຍ ເພື່ອໃຫ້ພວກເຈົ້າຈະເລີນຂຶ້ນ ແລະຊື່ນຊົມຍິນດີໃນຄວາມເຊື່ອ,
[26] ເພື່ອຄວາມ^ພາກພູມໃຈຂອງ^ເຈົ້າ^ທັງຫລາຍເນື່ອງດ້ວຍເຮົານັ້ນ ຈະທະວີຫລາຍຂຶ້ນໃນພຣະຄຣິດເຈົ້າ^ເຢຊູເພາະເຫດທີ່ເຮົາຈະມາຫາພວກເຈົ້າອີກ.
[27] ພຽງແຕ່ໃຫ້ເຈົ້າ^ທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງ^ພວກເຈົ້າວ່າ ເຈົ້າ^ທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈ^ດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.
[28] ຢ່າຍອມໃຫ້ຜູ້ຂັດຂວາງເຮັດໃຫ້ພວກເຈົ້າຢ້ານກົວ ຈົ່ງກ້າຫານຢູ່ສະເໝີ ເພື່ອພິສູດໃຫ້ເຂົາເຫັນວ່າ ເຂົາຈະເຖິງຄວາມ^ຈິບຫາຍ ແລະພວກເຈົ້າຈະເຖິງຄວາມ^ພົ້ນ ສິ່ງເຫຼົ່ານີ້ ແມ່ນພຣະເຈົ້າທີ່ຊົງກະທຳ.
[29] ດ້ວຍວ່າ, ພວກເຈົ້າໄດ້ຮັບສິດພິເສດໃຫ້ບົວລະບັດຮັບໃຊ້ພຣະຄຣິດ ບໍ່ແມ່ນພຽງໃຫ້ເຊື່ອໃນພຣະອົງເທົ່ານັ້ນ, ແຕ່ຍັງໃຫ້ທົນຄວາມທຸກເພາະເຫັນແກ່ພຣະອົງດ້ວຍ.
[30] ບັດນີ້ ພວກເຈົ້າມີສ່ວນກັບເຮົາໃນການຕໍ່ສູ້ ເປັນການຕໍ່ສູ້ຢ່າງດຽວກັບທີ່ພວກເຈົ້າໄດ້ເຫັນເຮົາຕໍ່ສູ້ມາໃນອະດີດ ແລະດັ່ງທີ່ເຮົາຍັງຕໍ່ສູ້ຢູ່ໃນເວລານີ້ ຕາມທີ່ພວກເຈົ້າຮູ້ມາແລ້ວນັ້ນ.