[1] ເພາະສະນັ້ນ ເຈົ້າ^ທັງຫລາຍຈົ່ງເປັນຜູ້ດຳເນີນຊີວິດຕາມແບບຢ່າງພຣະເຈົ້າ ເໝືອນເປັນບຸດທີ່ຊົງຮັກ.
[2] ແລະ ຈົ່ງດຳເນີນຊີວິດນັ້ນໃນຄວາມຮັກ ເໝືອນດັ່ງພຣະຄຣິດໄດ້ຊົງຮັກເຈົ້າ^ທັງຫລາຍ ແລະສະຫລະພຣະອົງເອງເພື່ອພວກເຮົາ ໃຫ້ເປັນເຄື່ອງບູຊາແລະເຄື່ອງຖວາຍ ທີ່ມີກິ່ນຫອມຫວານແກ່ພຣະເຈົ້າ.
[3] ເນື່ອງຈາກພວກເຈົ້າເປັນໄພ່ພົນຂອງ^ພຣະເຈົ້າ ໃນທ່າມກາງພວກເຈົ້າຈຶ່ງບໍ່ສົມຄວນທີ່ຈະເອີ່ຍເຖິງ, ເລື່ອງການຜິດສິນທຳທາງເພດທຸກຮູບແບບ, ການຊົ່ວຮ້າຍທຸກຢ່າງ ແລະຄວາມ^ໂລພາ^ຕັນຫາ.
[4] ທັງຢ່າກ່າວຄຳຫຍາບຊ້າ, ຢ່າເວົ້າຢ່າງບໍ່ມີແກ່ນສານ ຫລືເວົ້າຕະຫລົກຫລິ້ນ ຊຶ່ງເປັນການບໍ່ສົມຄວນ, ແຕ່ໃຫ້ມີການຂອບພຣະຄຸນດີກວ່າ.
[5] ພວກເຈົ້າຄົງຮູ້ຈັກດີແລ້ວວ່າ ຜູ້ທີ່ຫຼິ້ນຊູ້, ຜູ້ທີ່ເວົ້າຫຍາບຊ້າ, ຜູ້ທີ່ໃຈໂລບ (ເໝືອນຂາບໄຫວ້ຮູບເຄົາຣົບ) ຈະບໍ່ໄດ້ມີສ່ວນໃນອານາຈັກຂອງ^ພຣະຄຣິດ ແລະຂອງ^ພຣະເຈົ້າຈັກເທື່ອ.
[6] ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າດ້ວຍຄຳເວົ້າອັນໄຮ້ປະໂຫຍດ ເພາະຄວາມຜິດໃນສິ່ງເຫລົ່ານີ້ແຫລະ ທີ່ພຣະເຈົ້າຊົງຄຽດຮ້າຍຄົນທີ່ບໍ່ເຊື່ອຟັງພຣະອົງ.
[7] ດັ່ງນັ້ນ ພວກເຈົ້າຢ່າຄົບຫາສະມາຄົມກັບຄົນເຫລົ່ານີ້ຈັກເທື່ອ.
[8] ເມື່ອກ່ອນພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ເນື່ອງຈາກວ່າພວກເຈົ້າໄດ້ກາຍເປັນໄພ່ພົນຂອງ^ອົງພຣະ^ຜູ້^ເປັນເຈົ້າ ພວກເຈົ້າຈຶ່ງຢູ່ໃນຄວາມ^ສະຫວ່າງ. ດັ່ງນັ້ນ ພວກເຈົ້າຈົ່ງດຳເນີນຊີວິດ ເໝືອນດັ່ງຄົນທີ່ຢູ່ຝ່າຍຄວາມ^ສະຫວ່າງແລ້ວ.
[9] ດ້ວຍວ່າ, ຜົນຂອງ^ຄວາມ^ສະຫວ່າງນັ້ນ ຄືຄຸນຄວາມດີ ຄວາມ^ຊອບທຳ ແລະຄວາມຈິງທຸກປະການ.
[10] ເຈົ້າ^ທັງຫລາຍຈົ່ງພະຍາຍາມຮຽນຮູ້ຈັກວ່າ, ເຮັດອັນໃດຈຶ່ງຈະເປັນທີ່ພໍພຣະໄທອົງພຣະ^ຜູ້^ເປັນເຈົ້າ.
[11] ຢ່າເຂົ້າໄປມີສ່ວນໃດໆກັບການກະທຳຝ່າຍຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ຈົ່ງເປີດເຜີຍສິ່ງເຫລົ່ານັ້ນ ອອກມາສູ່ຄວາມ^ສະຫວ່າງກໍດີກວ່າ.
[12] ເພາະວ່າ ແມ່ນແຕ່ຈະເວົ້າເຖິງການເຫລົ່ານັ້ນ ທີ່ພວກເຂົາເຮັດໃນທີ່ລັບລີ້ ກໍຍັງເປັນການໜ້າອາຍ.
[13] ແຕ່ເມື່ອສິ່ງສາລະພັດຖືກເປີດເຜີຍອອກໂດຍຄວາມ^ສະຫວ່າງ ສິ່ງນັ້ນກໍປາກົດແຈ້ງ ເພາະວ່າທຸກສິ່ງທີ່ປາກົດແຈ້ງ ກໍຄືຄວາມ^ສະຫວ່າງ.
[14] ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບ^ເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມ^ຕາຍ ແລະພຣະຄຣິດຈະສ່ອງສະຫວ່າງໃສ່ເຈົ້າ.”
[15] ດັ່ງນັ້ນ ຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ ຢ່າໃຫ້ເປັນດັ່ງຄົນໄຮ້ປັນຍາ, ແຕ່ໃຫ້ເປັນດັ່ງຄົນມີປັນຍາ.
[16] ຈົ່ງສວຍໂອກາດ ເພາະທຸກວັນນີ້ເປັນຄາວຊົ່ວຮ້າຍ.
[17] ສະນັ້ນ ຢ່າສູ່ເປັນຄົນໂງ່ຈ້າ ແຕ່ຈົ່ງຊອກຮູ້ວ່າ ສິ່ງໃດທີ່ອົງພຣະ^ຜູ້^ເປັນເຈົ້າຢາກໃຫ້ພວກເຈົ້າເຮັດ.
[18] ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ເສຍຄົນ ແຕ່ຈົ່ງເຕັມ^ລົ້ນດ້ວຍພຣະວິນຍານກໍດີກວ່າ.
[19] ຈົ່ງສົນທະນາກັນດ້ວຍບົດເພງສັນລະເສີນ ບົດເພງນະມັດສະການ, ບົດເພງທີ່ໄດ້ຮັບການດົນໃຈຈາກພຣະວິນຍານ ຄືຈົ່ງຮ້ອງເພງນະມັດສະການ ແລະເພງຍ້ອງຍໍ^ສັນລະເສີນ ຖວາຍແກ່ອົງພຣະ^ຜູ້^ເປັນເຈົ້າ ຈາກຈິດໃຈຂອງ^ພວກເຈົ້າ.
[20] ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ພຣະບິດາເຈົ້າສະເໝີສຳລັບທຸກໆສິ່ງ ໃນນາມຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ.
[21] ເນື່ອງດ້ວຍພວກເຈົ້າມີຄວາມ^ຢຳເກງພຣະຄຣິດ ຈົ່ງຍອມຟັງ ຊຶ່ງກັນແລະກັນ.
[22] ຝ່າຍເມຍຈົ່ງຍອມອ່ອນນ້ອມຕໍ່ຜົວຂອງຕົນ ເໝືອນດັ່ງທີ່ຍອມອ່ອນນ້ອມຕໍ່ອົງພຣະ^ຜູ້^ເປັນເຈົ້າ.
[23] ເພາະວ່າຜົວເປັນຫົວຂອງ^ເມຍ ເໝືອນພຣະຄຣິດຊົງເປັນປະມຸກຂອງ^ຄຣິສຕະຈັກ ຊຶ່ງເປັນພຣະກາຍຂອງ^ພຣະອົງ ແລະພຣະອົງຊົງເປັນຜູ້ໂຜດໃຫ້ຄຣິສຕະຈັກນັ້ນພົ້ນ.
[24] ດັ່ງນັ້ນແຫລະ, ເມຍຄວນຍອມອ່ອນນ້ອມຕໍ່ຜົວຂອງຕົນໃນທຸກສິ່ງ ເໝືອນດັ່ງທີ່ຄຣິສຕະຈັກຍອມອ່ອນນ້ອມຕໍ່ພຣະຄຣິດ.
[25] ຝ່າຍຜົວ ຈົ່ງຮັກເມຍຂອງຕົນ ເໝືອນດັ່ງທີ່ພຣະຄຣິດຊົງຮັກຄຣິສຕະຈັກ ແລະຊົງສະຫລະຊີວິດຂອງ^ພຣະອົງເພື່ອຄຣິສຕະຈັກ.
[26] ເພື່ອຊົງຕັ້ງຄຣິສຕະຈັກນັ້ນໄວ້ສຳລັບພຣະເຈົ້າ ໂດຍການຊົງຊຳລະດ້ວຍນໍ້າກັບດ້ວຍຖ້ອຍຄຳ,
[27] ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ ຄືຄຣິສຕະຈັກທີ່ມີສະຫງ່າຣາສີ ບໍ່ມີຈຸດດ່າງພອຍ ຫລືຮອຍຫ່ຽວແຫ້ງ ແລະສິ່ງອື່ນໆໃນທຳນອງນັ້ນ ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳໜິ.
[28] ດັ່ງນັ້ນແຫລະ, ຜົວຄວນຮັກເມຍຂອງຕົນ ເໝືອນດັ່ງຮັກຮ່າງກາຍຂອງ^ຕົນເອງ ຊາຍໃດທີ່ຮັກເມຍຂອງຕົນ ຊາຍນັ້ນກໍຮັກຕົນເອງ.
[29] ບໍ່ມີຜູ້ໃດທີ່ກຽດຊັງຮ່າງກາຍຂອງ^ຕົນເອງຈັກເທື່ອ ມີແຕ່ບຳລຸງລ້ຽງແລະຖະນຸຖະໜອມໄວ້ ດັ່ງທີ່ພຣະຄຣິດຊົງກະທຳແກ່ຄຣິສຕະຈັກ.
[30] ດ້ວຍວ່າ, ພວກເຮົາເປັນອະໄວຍະວະໃນພຣະກາຍຂອງ^ພຣະອົງ.
[31] “ດ້ວຍເຫດນັ້ນ ຜູ້ຊາຍຈຶ່ງລະຈາກພໍ່ແມ່ຂອງຕົນ ໄປຜູກພັນຢູ່ກັບເມຍ ແລະເຂົາທັງສອງຈະເປັນກາຍອັນດຽວກັນ.”
[32] ຂໍ້ເລິກລັບອັນໃຫຍ່ນີ້ ຂ້າພະເຈົ້າເຂົ້າໃຈວ່າ ໝາຍເຖິງພຣະຄຣິດກັບຄຣິສຕະຈັກ.
[33] ເຖິງຢ່າງໃດກໍດີ ຜົວທຸກຄົນຈົ່ງຮັກເມຍຂອງຕົນ ເໝືອນດັ່ງຮັກຕົນເອງ ແລະເມຍທຸກຄົນຈົ່ງເຄົາຣົບຢຳເກງຜົວຂອງຕົນ.