[1] ໃນອະດີດຜ່ານມາ ພວກເຈົ້າໄດ້ຕາຍແລ້ວຝ່າຍຈິດວິນຍານ ຍ້ອນພວກເຈົ້າບໍ່ເຊື່ອຟັງ ແລະເຮັດບາບນາໆປະການ.
[2] ໃນເວລານັ້ນ ພວກເຈົ້າໄດ້ປະຕິບັດຕາມທາງອັນຊົ່ວຊ້າແຫ່ງໂລກນີ້ ຄືພວກເຈົ້າເຊື່ອຟັງຕາມຜູ້ທີ່ມີຣິດອຳນາດປົກຄອງຢູ່ໃນຍ່ານອາກາດ ຄືວິນຍານຊຶ່ງຄອບງຳຢູ່ໃນທ່າມກາງຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ.
[3] ແທ້ຈິງແລ້ວ, ພວກເຮົາທຸກຄົນເຄີຍດຳເນີນຊີວິດເໝືອນດັ່ງຄົນເຫລົ່ານັ້ນ ຄືໄດ້ດຳເນີນຊີວິດຕາມກິເລດ^ຕັນຫາທີ່ເຮົາຕ້ອງການ ຄືປະຕິບັດຕາມສິ່ງທີ່ຮ່າງກາຍແລະຈິດໃຈຂອງ^ຕົນເອງປາຖະໜາຕາມສັນດານ ພວກເຮົາສົມຄວນຖືກພຣະເຈົ້າລົງໂທດເໝືອນດັ່ງຄົນອື່ນ.
[4] ແຕ່ດ້ວຍພຣະກະຣຸນາປານີຂອງ^ພຣະເຈົ້າທີ່ອຸດົມສົມບູນຫລາຍ ແລະດ້ວຍຄວາມຮັກຂອງ^ພຣະອົງ ທີ່ມີຕໍ່ພວກເຮົາກໍໃຫຍ່ຫລວງ,
[5] ເຖິງແມ່ນວ່າ ເມື່ອພວກເຮົາໄດ້ຕາຍແລ້ວຝ່າຍຈິດວິນຍານ ຍ້ອນພວກເຮົາບໍ່ເຊື່ອຟັງ ພຣະອົງກໍຍັງໄດ້ບັນດານໃຫ້ພວກເຮົາເປັນຄືນມາສູ່ຊີວິດກັບພຣະຄຣິດ ການທີ່ພວກເຮົາໄດ້ຮັບຄວາມ^ລອດພົ້ນນັ້ນ ແມ່ນໂດຍພຣະຄຸນຂອງ^ພຣະເຈົ້າ.
[6] ແລະໄດ້ຊົງບັນດານໃຫ້ເຮົາເປັນຄືນມາດ້ວຍກັນກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານ ດ້ວຍກັນກັບພຣະເຢຊູ^ຄຣິດເຈົ້າ,
[7] ເພື່ອໃນຄາວຕໍ່ໄປ ພຣະອົງຈະໄດ້ຊົງສຳແດງພຣະຄຸນອັນອຸດົມເຫລືອລົ້ນຂອງ^ພຣະອົງ ຊຶ່ງພຣະອົງໄດ້ຊົງເມດຕາເຮົາທັງຫລາຍໃນພຣະຄຣິດເຈົ້າ^ເຢຊູ.
[8] ດ້ວຍວ່າ, ຊຶ່ງເຈົ້າ^ທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນພຣະຄຸນດ້ວຍທາງຄວາມເຊື່ອ, ສິ່ງເຫລົ່ານີ້ ບໍ່ແມ່ນພວກເຈົ້າເຮັດເອງ ແຕ່ພຣະເຈົ້າຊົງປະທານໃຫ້.
[9] ຄວາມ^ພົ້ນນັ້ນ ບໍ່ແມ່ນໄດ້ມາຍ້ອນການປະຕິບັດຂອງ^ພວກເຈົ້າເອງ ເພື່ອວ່າບໍ່ໃຫ້ຜູ້ໃດ^ຜູ້ໜຶ່ງອວດໄດ້.
[10] ເພາະວ່າ ເຮົາທັງຫລາຍເປັນສີພຣະຫັດຂອງ^ພຣະອົງ ທີ່ຊົງສ້າງຂຶ້ນໃນພຣະຄຣິດເຈົ້າ^ເຢຊູ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງໜ້າໄວ້ກ່ອນແລ້ວ ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.
[11] ເຫດສະນັ້ນ ພວກເຈົ້າຜູ້ທີ່ບໍ່ເປັນຄົນຢິວແຕ່ເກີດ ຄືຜູ້ທີ່ຖືກເອີ້ນວ່າ, “ຝ່າຍບໍ່ຮັບພິທີຕັດ” ໂດຍຄົນຢິວຜູ້ທີ່ເອີ້ນຕົນເອງວ່າ, “ຝ່າຍຮັບພິທີຕັດ” ຈົ່ງຈົດຈຳໄວ້ວ່າໃນອະດີດນັ້ນ ພວກເຈົ້າໄດ້ເປັນຄົນຢ່າງໃດ.
[12] ເມື່ອກ່ອນນັ້ນ ພວກເຈົ້າຢູ່ນອກພຣະຄຣິດ ພວກເຈົ້າເປັນຄົນຕ່າງດ້າວ ແລະບໍ່ໄດ້ເປັນໄພ່ພົນທີ່ພຣະເຈົ້າໄດ້ເລືອກໄວ້ ພວກເຈົ້າບໍ່ໄດ້ມີສ່ວນໃນບັນດາພັນທະສັນຍາ ທີ່ຊົງສັນຍາໄວ້ແກ່ໄພ່ພົນຂອງ^ພຣະອົງ ພວກເຈົ້າອາໄສຢູ່ໃນໂລກນີ້ໂດຍບໍ່ມີຄວາມຫວັງ ແລະໂດຍບໍ່ມີພຣະເຈົ້າ.
[13] ແຕ່ບັດນີ້, ພວກເຈົ້າຢູ່ໃນພຣະຄຣິດເຈົ້າ^ເຢຊູ ຊຶ່ງເມື່ອກ່ອນນັ້ນພວກເຈົ້າເຄີຍຢູ່ຫ່າງໄກ, ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະ^ໂລຫິດຂອງ^ພຣະຄຣິດ.
[14] ເພາະວ່າພຣະອົງຊົງເປັນອົງສັນຕິສຸກຂອງ^ເຮົາ^ທັງຫລາຍ ຄືເປັນຜູ້ຊົງກະທຳໃຫ້ທັງສອງຝ່າຍ ເຂົ້າເປັນພວກດຽວກັນ ພຣະອົງໄດ້ຊົງຮື້ກຳແພງທີ່ຂັ້ນ ລະຫວ່າງການເປັນສັດຕູກັນນັ້ນຖິ້ມເສຍ ດ້ວຍພຣະກາຍຂອງ^ພຣະອົງ.
[15] ພຣະອົງໄດ້ຊົງຍົກເລີກກົດບັນຍັດທີ່ໃຫ້ຖືສິນຕ່າງໆ ເພື່ອຈະກະທຳໃຫ້ທັງສອງຝ່າຍ ເປັນຄົນໃໝ່ຄົນດຽວໃນພຣະອົງ ຢ່າງນັ້ນແຫລະ ຈຶ່ງຊົງບັນດານໃຫ້ເກີດສັນຕິສຸກ,
[16] ແລະເພື່ອຈະຊົງກະທຳໃຫ້ທັງສອງພວກ ຄືນດີກັນກັບພຣະເຈົ້າ ເປັນກາຍອັນດຽວກັນໂດຍໄມ້ກາງແຂນ ຊຶ່ງເປັນສິ່ງທີ່ເຮັດໃຫ້ການເປັນສັດຕູກັນນັ້ນສູນສິ້ນໄປ.
[17] ດັ່ງນັ້ນ ພຣະອົງຈຶ່ງໄດ້ສະເດັດມາ ແລະໄດ້ປະກາດຂ່າວປະເສີດເລື່ອງສັນຕິສຸກແກ່ທຸກຄົນຄື: ແກ່ພວກເຈົ້າຄົນຕ່າງຊາດຜູ້ທີ່ຢູ່ຫ່າງໄກຈາກພຣະເຈົ້າ ແລະປະກາດສັນຕິສຸກແກ່ຄົນຜູ້ທີ່ຢູ່ໃກ້ພຣະອົງ.
[18] ໂດຍທາງພຣະອົງນີ້ແຫລະ ທີ່ພວກເຮົາທັງສອງພວກສາມາດເຂົ້າມາເຝົ້າພຣະບິດາເຈົ້າ ໂດຍພຣະວິນຍານອົງດຽວກັນ.
[19] ດັ່ງນັ້ນແຫລະ, ເຈົ້າ^ທັງຫລາຍຈຶ່ງບໍ່ເປັນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ ແຕ່ເປັນພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງ^ພຣະເຈົ້າ ແລະເປັນຄົນໃນຄອບຄົວຂອງ^ພຣະເຈົ້າ.
[20] ພວກເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະພວກຜູ້^ປະກາດ^ພຣະທຳໄດ້ວາງລົງແລ້ວ ພຣະເຢຊູ^ຄຣິດເຈົ້າເອງຊົງເປັນຫີນເສົາເອກ.
[21] ໃນພຣະອົງນັ້ນ, ທຸກສ່ວນຂອງ^ໂຄງຮ່າງ ກໍຕິດຕໍ່ເຊື່ອມສະໜິດກັນໂດຍດີ ແລະຈະເລີນຂຶ້ນເປັນວິຫານອັນສັກສິດໃນອົງພຣະ^ຜູ້^ເປັນເຈົ້າ.
[22] ໃນພຣະອົງນັ້ນ ພວກເຈົ້າກຳລັງຖືກກໍ່ຂຶ້ນໃຫ້ເປັນທີ່ສະຖິດຂອງ^ພຣະເຈົ້າ ໂດຍພຣະວິນຍານເໝືອນກັນ.