[1] ຝ່າຍຜູ້ທີ່ເປັນທາດຮັບໃຊ້ນັ້ນ ຕ້ອງຖືວ່ານາຍຂອງ^ພວກຕົນ ເປັນຜູ້ສົມຄວນໄດ້ຮັບກຽດໃນທຸກຢ່າງ ເພື່ອວ່າຈະບໍ່ມີຜູ້ໃດກ່າວປະໝາດພຣະນາມຂອງ^ພຣະເຈົ້າ ແລະຄຳສັ່ງສອນຂອງ^ພວກເຮົາ.
[2] ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດ້ວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້ດີຍິ່ງຂຶ້ນ ເພາະເຫດວ່າ ນາຍຜູ້ຮັບປະໂຫຍດຈາກວຽກງານຂອງ^ພວກເຂົານັ້ນ ກໍເປັນຄົນທີ່ເຊື່ອແລະເປັນທີ່ຮັກຂອງ^ພວກເຂົາ. ເຈົ້າຕ້ອງສັ່ງສອນ ແລະເທດສະໜາຂໍ້ຄວາມ^ເຫລົ່ານີ້.
[3] ຜູ້ໃດກໍຕາມທີ່ສັ່ງສອນຜິດໄປຈາກນີ້ ແລະທັງບໍ່ເຫັນພ້ອມກັບຫລັກຄຳສັ່ງສອນອັນແທ້ຈິງຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ແລະຄຳສັ່ງສອນອັນຖືກຕ້ອງ^ເປັນທຳກັບຄວາມເຊື່ອຂອງ^ພວກເຮົາ
[4] ກໍເປັນຄົນຈອງຫອງ^ພອງຕົວຂຶ້ນ ແລະບໍ່ຮູ້ຈັກສິ່ງໃດເລີຍ. ເຂົາມົວເມົາຢູ່ກັບການຖົກຖຽງ ແລະການທະເລາະ^ວິວາດເຖິງເລື່ອງຖ້ອຍຄຳ ຊຶ່ງນຳໄປສູ່ການເຫິງສາກັນ ການຜິດຖຽງກັນ ການໝິ່ນປະໝາດກັນ ຄວາມ^ລະແວງສົງໄສກັນ
[5] ແລະການໂຕ້ຖຽງກັນຢ່າງບໍ່ມີທີ່ສິ້ນສຸດ ລະຫວ່າງຄົນໃຈດື້ດ້ານແລະຄົນໃຈຄົດໂກງ ຂາດຄວາມຈິງ ເຂົາຄິດວ່າຄວາມເຊື່ອໃນພຣະເຈົ້ານັ້ນ ເປັນຫົນທາງທີ່ນຳໄປສູ່ຄວາມ^ຮັ່ງມີ^ສີສຸກ.
[6] ຈິງຢູ່ ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ໄດ້ກຳໄລອັນມະຫາສານແກ່ຜູ້ທີ່ມີຄວາມ^ພໍໃຈກັບສິ່ງຂອງ^ທີ່ຕົນມີຢູ່.
[7] ດ້ວຍວ່າ, ພວກເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກນີ້ສັນໃດ ພວກເຮົາກໍຈະເອົາສິ່ງໃດອອກໄປຈາກໂລກນີ້ບໍ່ໄດ້ສັນນັ້ນ.
[8] ເພາະສະນັ້ນແຫລະ ຖ້າພວກເຮົາມີອາຫານ^ການກິນກັບເຄື່ອງນຸ່ງຫົ່ມ ກໍຄວນພໍໃຈໃນສິ່ງເຫລົ່ານີ້.
[9] ແຕ່ຄົນທີ່ຢາກລໍ້າລວຍກໍຕົກຢູ່ໃນການທົດລອງ ເຂົາຈຶ່ງຖືກບ້ວງແຮ້ວຂອງ^ບັນດາກິເລດ^ຕັນຫາອັນໂງ່ງ່າວ ແລະເຮັດໃຫ້ເຈັບປວດ ຊຶ່ງຈ່ອງດຶງຄົນເຫລົ່ານັ້ນ ລົງສູ່ຄວາມ^ພິນາດຈິບຫາຍ.
[10] ເພາະວ່າການຮັກເງິນຄຳເປັນເຄົ້າມູນຂອງ^ຄວາມຊົ່ວທຸກຢ່າງ ແລະເພາະຄວາມ^ໂລບນີ້ແຫລະ ຈຶ່ງຊັກຈູງບາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະແທງຕົວເອງຈົນຊອດ ດ້ວຍຄວາມ^ເຈັບແສບຫລາຍປະການ.
[11] ແຕ່ເຈົ້າ ຜູ້ເປັນຄົນຂອງ^ພຣະເຈົ້າ ຈົ່ງຫລີກເວັ້ນຈາກສິ່ງເຫລົ່ານັ້ນທັງໝົດເສຍ. ຈົ່ງໃຫ້ໃຈຂອງ^ເຈົ້າຈົດຈໍ່ຢູ່ທີ່ຄວາມ^ຊອບທຳ ການນັບຖືພຣະເຈົ້າຢ່າງຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມ^ໝັ່ນພຽນ ແລະຄວາມ^ອ່ອນສຸພາບ.
[12] ຈົ່ງອົດທົນຕໍ່ສູ້ຈົນສຸດກຳລັງແຫ່ງຄວາມເຊື່ອ ແລະຢຶດເອົາຊີວິດນິຣັນດອນ. ດ້ວຍວ່າ, ພຣະເຈົ້າໄດ້ເອີ້ນເອົາເຈົ້າໃຫ້ມາເຖິງຊີວິດນີ້ ເມື່ອເຈົ້າໄດ້ປະກາດຕົນຮັບເຊື່ອຢ່າງໜັກແໜ້ນ ຕໍ່ໜ້າພະຍານຫລາຍຄົນ.
[13] ເຮົາສັ່ງເຈົ້າຕໍ່ໜ້າພຣະເຈົ້າ ຜູ້ຊົງບັນດານໃຫ້ສິ່ງທັງປວງມີຊີວິດ ແລະຕໍ່ໜ້າພຣະຄຣິດເຈົ້າ^ເຢຊູຜູ້ໄດ້ຊົງເປັນພະຍານ ເຖິງຄຳປະຕິຍານອັນດີຕໍ່ໜ້າປົນທຽວ^ປີລາດ
[14] ໃຫ້ເຊື່ອຟັງຄຳສັ່ງນີ້ ແລະຢຶດຖືໄວ້ຢ່າງສັດຊື່ ຈົນເຖິງວັນທີ່ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາຈະສະເດັດມາປາກົດ.
[15] ຊຶ່ງພຣະເຈົ້າຜູ້ຊົງສະເຫວີຍສຸກແລະຊົງຣິດອຳນາດສູງສຸດແຕ່ພຣະອົງດຽວ ຊົງເປັນພຣະມະຫາ^ກະສັດເໜືອກະສັດທັງປວງ ແລະຊົງເປັນອົງ^ພຣະຜູ້^ເປັນເຈົ້າເໜືອເຈົ້ານາຍທັງປວງ ຈະຊົງສຳແດງໃຫ້ປາກົດຕາມເວລາກຳນົດ.
[16] ພຣະອົງຜູ້ດຽວຊົງເປັນອະມະຕະ ແລະຊົງສະຖິດຢູ່ໃນຄວາມ^ສະຫວ່າງ ຊຶ່ງບໍ່ມີມະນຸດຄົນໃດຈະເຂົ້າໄປເຖິງ ເປັນອົງທີ່ມະນຸດບໍ່ໄດ້ເຫັນຈັກເທື່ອ ແລະບໍ່ສາມາດເຫັນໄດ້ ພຣະກຽດແລະຣິດທານຸພາບອັນຖາວອນ ຈົ່ງມີແກ່ພຣະອົງນັ້ນ ອາແມນ.
[17] ຈົ່ງສັ່ງເນັ້ນຄົນທີ່ຮັ່ງມີ^ສີສຸກຝ່າຍວັດຖຸສິ່ງຂອງ^ແຫ່ງໂລກນີ້ ຢ່າໃຫ້ເຂົາເປັນຄົນອວດອົ່ງ^ທະນົງ^ຕົວ ຢ່າໃຫ້ເຂົາມອບຄວາມຫວັງໄວ້ໃນສິ່ງອະນິຈັງ, ແຕ່ມອບໄວ້ໃນພຣະເຈົ້າ ອົງຊົງໂຜດໃຫ້ສັບພະທຸກສິ່ງຢ່າງບໍຣິບູນແກ່ເຮົາທັງຫລາຍ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມ^ປິຕິ^ຍິນດີ.
[18] ຈົ່ງສັ່ງເຂົາໃຫ້ເຮັດແຕ່ຄຸນງາມ^ຄວາມດີ ເປັນຄົນຮັ່ງມີໃນການກະທຳດີ ມີໃຈເອື້ອເຟື້ອເພື່ອແຜ່ ແລະພ້ອມທີ່ຈະແບ່ງປັນໃຫ້ຄົນອື່ນ.
[19] ດ້ວຍວິທີນີ້ ຈຶ່ງຈະເປັນການທ້ອນໂຮມຊັບສົມບັດໄວ້ສຳລັບຕົນ ຊຶ່ງຈະເປັນຮາກຖານອັນໝັ້ນຄົງເພື່ອອະນາຄົດ. ດັ່ງນັ້ນ ເຂົາຈຶ່ງຈະສາມາດຢຶດເອົາຊີວິດອັນແທ້ຈິງໄວ້ໄດ້.
[20] ຕີໂມທຽວ^ເອີຍ, ສິ່ງທີ່ເຮົາຝາກໄວ້ກັບເຈົ້າແລ້ວນັ້ນ ຈົ່ງຮັກສາໄວ້ ຈົ່ງເວັ້ນເສຍຈາກການເວົ້າອັນບໍ່ເປັນປະໂຫຍດແລະຂັດຕໍ່ສາສະໜາ ແລະຈາກການໂຕ້ຖຽງໃນສິ່ງທີ່ເຂົາເອີ້ນຜິດວ່າ, “ເປັນວິຊາຄວາມຮູ້.”
[21] ຊຶ່ງບາງຄົນໄດ້ຍອມຮັບເອົາແລ້ວ ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ. ຂໍໃຫ້ພຣະຄຸນຂອງ^ພຣະເຈົ້າ ຈົ່ງສະຖິດຢູ່ນຳເຈົ້າ^ທັງຫລາຍເທີ້ນ. 14-Dec-2006@08:12, Backup Description=12-Dec-2006@08:50, LKTam - 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -