[1] ຈາກ ໂປໂລ ອັກຄະສາວົກຂອງ^ພຣະຄຣິດເຈົ້າ^ເຢຊູ ຕາມນໍ້າພຣະໄທຂອງ^ພຣະເຈົ້າ ຕາມພຣະສັນຍາທີ່ຊົງປະທານຊີວິດ ຊຶ່ງພວກເຮົາມີຢູ່ໃນພຣະຄຣິດເຈົ້າ^ເຢຊູ.
[2] ເຖິງ ຕີໂມທຽວລູກທີ່ຮັກຂອງເຮົາໃນຄວາມເຊື່ອ, ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າກັບພຣະເຢຊູ^ຄຣິດເຈົ້າ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາໂຜດປະທານພຣະຄຸນ ຄວາມ^ເມດຕາ ແລະສັນຕິສຸກແກ່ເຈົ້າເທີ້ນ.
[3] ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ເຮົາຮັບໃຊ້ດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ ດັ່ງບັນພະບຸລຸດຂອງເຮົາໄດ້ປະຕິບັດມາ ເຮົາໂມທະນາຂອບພຣະຄຸນພຣະອົງຢູ່ສະເໝີ ເມື່ອເຮົາລະນຶກເຖິງເຈົ້າໃນຄຳພາວັນນາ^ອະທິຖານຂອງເຮົາທັງກາງຄືນແລະກາງເວັນ.
[4] ເຮົາລະນຶກເຖິງນໍ້າຕາຂອງ^ເຈົ້າ ແລະເຮົາກໍຢາກເຫັນໜ້າເຈົ້າຫລາຍທີ່ສຸດ ເພື່ອວ່າເຮົາຈະໄດ້ຊື່ນຊົມ^ຍິນດີຢ່າງເຫລືອລົ້ນ.
[5] ເຮົາລະນຶກເຖິງຄວາມເຊື່ອອັນຈິງໃຈຂອງ^ເຈົ້າ ອັນເປັນຄວາມເຊື່ອ ຊຶ່ງເມື່ອກ່ອນໄດ້ມີຢູ່ໃນນາງໂລອີ ແມ່ເຖົ້າຂອງ^ເຈົ້າ ແລະ ນາງ^ຢູນິເກແມ່ຂອງ^ເຈົ້າ. ບັດນີ້ ເຮົາເຊື່ອແນ່ວ່າ ມີຢູ່ໃນເຈົ້າເໝືອນກັນ.
[6] ເພາະເຫດນີ້ ເຮົາຈຶ່ງຂໍເຕືອນສະຕິເຈົ້າ ຈົ່ງພັດທະນາຂອງ^ປະທານທີ່ມີໃນຕົວເຈົ້າ ໃຫ້ຈະເລີນ^ຮຸ່ງເຮືອງຂຶ້ນ ຄືຂອງ^ປະທານ ຊຶ່ງພຣະເຈົ້າໄດ້ໂຜດປະທານໃຫ້ເຈົ້າ ເມື່ອເຮົາໄດ້ວາງມືໃສ່ເຈົ້າ.
[7] ເພາະວ່າ ພຣະເຈົ້າບໍ່ໄດ້ຊົງປະທານໃຈອັນຢ້ານກົວໃຫ້ແກ່ເຮົາ, ແຕ່ໄດ້ຊົງປະທານໃຈອັນປະກອບດ້ວຍຣິດອຳນາດ ຄວາມຮັກ ແລະການບັງຄັບຕົນໃຫ້ແກ່ເຮົາ.
[8] ເຫດສະນັ້ນ ຢ່າລະອາຍທີ່ຈະເປັນພະຍານຝ່າຍອົງພຣະ^ຜູ້^ເປັນເຈົ້າຂອງ^ເຮົາ^ທັງຫລາຍ ຫລືຝ່າຍຕົວເຮົາທີ່ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງມີສ່ວນໃນການລຳບາກ ເພື່ອເຫັນແກ່ຂ່າວປະເສີດ ໂດຍອາໄສຣິດອຳນາດແຫ່ງພຣະເຈົ້າ.
[9] ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຊົງເອີ້ນເອົາເຮົາທັງຫລາຍໃຫ້ເປັນໄພ່ພົນຂອງ^ພຣະອົງ ບໍ່ແມ່ນເພາະເຫັນແກ່ການດີທີ່ເຮົາໄດ້ເຮັດນັ້ນ ແຕ່ເພາະເຫັນແກ່ພຣະປະສົງຂອງ^ພຣະອົງເອງ ແລະພຣະຄຸນຊຶ່ງຊົງປະທານແກ່ພວກເຮົາໃນພຣະຄຣິດເຈົ້າ^ເຢຊູ ຕັ້ງແຕ່ດຶກດຳບັນມານັ້ນ
[10] ແຕ່ບັດນີ້ ພຣະຄຸນນັ້ນຖືກເປີດເຜີຍໃຫ້ພວກເຮົາໄດ້ເຫັນ ໂດຍການສະເດັດມາປາກົດຂອງ^ພຣະຄຣິດເຈົ້າ^ເຢຊູພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງ^ພວກເຮົາ ພຣະອົງໄດ້ກຳຈັດຣິດແຫ່ງຄວາມ^ຕາຍໃຫ້ສິ້ນສຸດໄປ ແລະໄດ້ເປີດເຜີຍຢ່າງຈະແຈ້ງເຖິງຊີວິດອັນຕາຍບໍ່ເປັນ ໂດຍທາງຂ່າວປະເສີດ.
[11] ພຣະເຈົ້າໄດ້ແຕ່ງຕັ້ງເຮົາໃຫ້ເປັນອັກຄະສາວົກ ແລະເປັນຜູ້ສອນ ເພື່ອປະກາດຂ່າວປະເສີດ
[12] ເພາະເຫດນີ້ແຫລະ ເຮົາຈຶ່ງຍອມທົນທຸກຕໍ່ສິ່ງເຫລົ່ານີ້ ແຕ່ເຖິງປານນັ້ນ ເຮົາກໍບໍ່ລະອາຍ ເພາະວ່າເຮົາຮູ້ຈັກພຣະອົງ ຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ ແລະເຮົາເຊື່ອໝັ້ນວ່າພຣະອົງຊົງສາມາດຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນ.
[13] ຈົ່ງເຮັດຕາມແບບຢ່າງແຫ່ງຄຳສອນອັນມີຫລັກ ທີ່ເຈົ້າໄດ້ຍິນຈາກເຮົາ ດ້ວຍຄວາມເຊື່ອແລະຄວາມຮັກ ທີ່ມີຢູ່ໃນພຣະຄຣິດເຈົ້າ^ເຢຊູ.
[14] ເຈົ້າຈົ່ງຮັກສາຂໍ້ແນະນຳອັນດີ ຊຶ່ງໄດ້ຖືກມອບໝາຍໄວ້ແກ່ເຈົ້ານັ້ນ ໂດຍທາງຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ ອົງທີ່ສະຖິດຢູ່ໃນພວກເຮົາ.
[15] ເຈົ້າກໍຮູ້ແລ້ວວ່າ ທຸກຄົນໃນແຂວງເອເຊຍລວມທັງຟູເຄໂລ ແລະ ເຮຣະໂມເກນໄດ້ປະຖິ້ມເຮົາ.
[16] ຂໍອົງພຣະ^ຜູ້^ເປັນເຈົ້າສຳແດງຄວາມ^ເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະເພິ່ນໄດ້ໜູນ^ຈິດໃຈເຮົາຕັ້ງຫລາຍເທື່ອ ເພິ່ນບໍ່ໄດ້ລະອາຍທີ່ເຮົາຖືກຄຸກ,
[17] ແຕ່ພໍເພິ່ນໄດ້ມາເຖິງນະຄອນໂຣມແລ້ວ ເພິ່ນກໍເລີ່ມຕົ້ນຊອກຫາເຮົາຈົນພົບ.
[18] ຂໍອົງພຣະ^ຜູ້^ເປັນເຈົ້າ ຊົງໂຜດປະທານພຣະເມດຕາແກ່ເພິ່ນໃນວັນນັ້ນດ້ວຍເທີ້ນ ຝ່າຍເຈົ້າກໍຮູ້ດີວ່າ ເພິ່ນໄດ້ບົວລະບັດເຮົາຫລາຍປານໃດ ເມື່ອເຮົາຢູ່ທີ່ເມືອງເອເຟໂຊນັ້ນ.