[1] ຈາກໂປໂລ ອັກຄະສາວົກຂອງ^ພຣະຄຣິດເຈົ້າ^ເຢຊູຕາມຄຳສັ່ງຂອງ^ພຣະເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງ^ເຮົາ^ທັງຫລາຍ ແລະ ອົງພຣະເຢຊູ^ຄຣິດເຈົ້າ ຜູ້ເປັນຄວາມຫວັງຂອງ^ພວກເຮົາ,
[2] ເຖິງ ຕີໂມທຽວລູກແທ້ຂອງ^ເຮົາໃນຄວາມເຊື່ອ, ຂໍພຣະເຈົ້າ ພຣະບິດາເຈົ້າກັບພຣະຄຣິດເຈົ້າ^ເຢຊູ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາໂຜດປະທານພຣະຄຸນ, ຄວາມ^ເມດຕາແລະສັນຕິສຸກແກ່ເຈົ້າເທີ້ນ.
[3] ເມື່ອເຮົາກຳລັງເດີນທາງໄປຍັງແຂວງມາເກໂດເນຍ ເຮົາຂໍຮ້ອງໃຫ້ເຈົ້າຢູ່ໃນເມືອງເອເຟໂຊ ເພື່ອຈະໄດ້ສັ່ງຫ້າມບາງຄົນ ບໍ່ໃຫ້ພວກເຂົາສອນຄຳ^ໂອວາດຢ່າງອື່ນ.
[4] ຈົ່ງບອກພວກເຂົາໃຫ້ເລີກສົນໃຈເລື່ອງນິຍາຍຕ່າງໆ ແລະເລື່ອງເຊື້ອສາຍອັນບໍ່ຮູ້ສິ້ນສຸດຂອງ^ບັນພະບຸລຸດນັ້ນເສຍ ຊຶ່ງເປັນເຫດໃຫ້ເກີດການໂຕ້ຖຽງກັນເທົ່ານັ້ນ ແທນທີ່ຈະເປັນໄປຕາມແຜນການຂອງ^ພຣະເຈົ້າ ອັນກ່ຽວກັບຄວາມເຊື່ອ.
[5] ຈຸດປະສົງຂອງ^ຄຳສັ່ງນີ້ ແມ່ນເພື່ອກໍ່ໃຫ້ເກີດຄວາມຮັກຈາກໃຈບໍຣິສຸດ ຈາກໃຈສຳນຶກຜິດແລະຊອບອັນເສາະໃສ ແລະຈາກຄວາມເຊື່ອອັນຈິງໃຈ.
[6] ມີບາງຄົນໄດ້ຫັນໜີຈາກສິ່ງເຫລົ່ານີ້ ແລະຫລົງໄປຫາການໂຕ້ຖຽງອັນໂງ່ງ່າວບໍ່ມີປະໂຫຍດ.
[7] ພວກເຂົາຢາກເປັນຄູສອນເລື່ອງກົດບັນຍັດຂອງ^ພຣະເຈົ້າ ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈໃນສິ່ງທີ່ຕົນເອງເວົ້າ ແລະສິ່ງທີ່ພວກເຂົາຢືນຢັນ.
[8] ພວກເຮົາຮູ້ວ່າກົດບັນຍັດນັ້ນດີ ຖ້ານຳໄປໃຊ້ໃນທາງຖືກຕ້ອງ.
[9] ພວກເຮົາກໍຮູ້ຄືກັນວ່າ ກົດໝາຍນັ້ນບໍ່ໄດ້ຕັ້ງໄວ້ສຳລັບຄົນດີ ແຕ່ຕັ້ງໄວ້ສຳລັບຄົນດັ່ງຕໍ່ໄປນີ້ ຄືຄົນລະເມີດກົດໝາຍແລະຜູ້ເຮັດການຊົ່ວຮ້າຍ, ຄົນຊົ່ວຊ້າແລະຄົນບໍ່ຢ້ານບາບກຳ, ຄົນບໍ່ເຄົາຣົບ^ນັບຖືພຣະເຈົ້າແລະສິ່ງສັກສິດ, ຄົນຂ້າພໍ່ຕີແມ່, ຜູ້ຮ້າຍຂ້າຄົນ,
[10] ຄົນຜິດສິນທຳທາງເພດ, ຄົນຮັກຮ່ວມເພດດຽວກັນ, ຜູ້ຮ້າຍລັກ^ຄົນ, ຄົນທີ່ຂີ້ຕົວະ ແລະກ່າວຄຳສາບານບໍ່ຈິງ ຫລືສິ່ງອື່ນໆກໍຕາມ ຊຶ່ງຂັດກັບຫລັກຄຳສັ່ງສອນອັນສັດຈິງ.
[11] ຕາມທີ່ມີຢູ່ໃນຂ່າວປະເສີດ ຊຶ່ງກ່າວເຖິງພຣະຣັດສະໝີຂອງ^ພຣະເຈົ້າຜູ້ຊົງສະເຫວີຍສຸກ ຄືຂ່າວປະເສີດທີ່ໄດ້ຊົງມອບໄວ້ກັບເຮົາແລ້ວ.
[12] ເຮົາໂມທະນາຂອບພຣະຄຸນພຣະຄຣິດເຈົ້າ^ເຢຊູ ອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ ຜູ້ຊົງໂຜດຊູກຳລັງເຮົາ. ດ້ວຍວ່າ, ພຣະອົງຊົງຖືເຮົາວ່າເປັນຜູ້ສັດຊື່ ແລະແຕ່ງຕັ້ງເຮົາໃຫ້ເປັນຜູ້ຮັບໃຊ້ພຣະອົງ,
[13] ເຖິງແມ່ນວ່າເມື່ອກ່ອນນັ້ນ ເຮົາໄດ້ເປັນຄົນຫຍາບຊ້າ ຂົ່ມເຫັງ ແລະໝິ່ນປະໝາດພຣະອົງ ແຕ່ເຮົາກໍຍັງໄດ້ຮັບພຣະກະຣຸນາ ເພາະວ່າທີ່ເຮົາໄດ້ເຮັດຢ່າງນັ້ນ ກໍດ້ວຍຄວາມ^ບໍ່ຮູ້ແລະດ້ວຍຄວາມ^ບໍ່ເຊື່ອ.
[14] ຝ່າຍອົງພຣະ^ຜູ້^ເປັນເຈົ້າຂອງ^ພວກເຮົາ ພຣະອົງໄດ້ຖອກເທພຣະຄຸນໃສ່ເຮົາຢ່າງລົ້ນເຫລືອ ພ້ອມດ້ວຍຄວາມເຊື່ອແລະຄວາມຮັກ ຊຶ່ງພວກເຮົາມີໃນພຣະຄຣິດເຈົ້າ^ເຢຊູ.
[15] ຄຳນີ້ເປັນຄວາມຈິງ ຊຶ່ງທຸກຄົນສົມຄວນຮັບເອົາໄວ້ ຄືພຣະຄຣິດເຈົ້າ^ເຢຊູໄດ້ເຂົ້າມາໃນໂລກ ເພື່ອໂຜດເອົາຄົນບາບທັງຫລາຍໃຫ້ພົ້ນ ໃນບັນດາຄົນເຫລົ່ານັ້ນ ແມ່ນເຮົານີ້ແຫລະ ເປັນຄົນບາບຫລາຍທີ່ສຸດ,
[16] ແຕ່ດ້ວຍເຫດນີ້ເອງ ພຣະເຈົ້າຈຶ່ງເມດຕາຕໍ່ເຮົາ ເພື່ອວ່າພຣະເຢຊູ^ຄຣິດເຈົ້າຈະໄດ້ຊົງສຳແດງໃຫ້ເຮົາເຫັນ ເຖິງຄວາມ^ອົດທົນຢ່າງລົ້ນເຫລືອຂອງ^ພຣະອົງ ຊຶ່ງມີຕໍ່ເຮົາທີ່ເປັນຄົນບາບໜາທີ່ສຸດ ເພື່ອໃຫ້ເປັນແບບຢ່າງສຳລັບທຸກຄົນ ທີ່ຈະໄດ້ເຊື່ອໃນພຣະອົງ ແລະຮັບຊີວິດນິຣັນດອນ.
[17] ພຣະກຽດແລະພຣະຣັດສະໝີ ຈົ່ງມີແກ່ພຣະມະຫາກະສັດ ຜູ້ຊົງພຣະຈະເລີນຢູ່ເປັນນິດ ຜູ້ຊົງເປັນອົງ^ອະມະຕະ ຊຶ່ງບໍ່ໄດ້ປາກົດພຣະອົງ ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ ສືບໆໄປເປັນນິດ ອາແມນ.
[18] ຕີໂມທຽວລູກຂອງເຮົາ^ເອີຍ, ເຮົາຂໍມອບຄຳແນະນຳນີ້ແກ່ເຈົ້າ ຕາມຄຳທຳນວາຍທີ່ມີກ່າວໄວ້ກ່ຽວກັບເຈົ້າເມື່ອກ່ອນນັ້ນ ຈົ່ງໃຊ້ຖ້ອຍຄຳເຫລົ່ານັ້ນເປັນອາວຸດ ເພື່ອຕໍ່ສູ້ດ້ວຍໃຈກ້າຫານ.
[19] ແລະຈົ່ງຢຶດຖືຄວາມເຊື່ອອັນແທ້ຈິງ ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສ ມີບາງຄົນໄດ້ປະຕິເສດທີ່ຈະຟັງໃຈສຳນຶກຜິດແລະຊອບຂອງຕົນ ຈຶ່ງເຮັດໃຫ້ຄວາມເຊື່ອຂອງ^ເຂົາຫລົ້ມຈົມ.
[20] ໃນບັນດາຄົນເຫລົ່ານັ້ນມີ ຮີເມນາໂອ ແລະ ອາເລັກຊັນເດີ ທີ່ເຮົາໄດ້ມອບພວກເຂົາໄວ້ກັບມານຊາຕານແລ້ວ ເພື່ອພວກເຂົາຈະໄດ້ຮຽນຮູ້ ແລະເຊົາກ່າວຄຳຫຍາບຊ້າຕໍ່ພຣະເຈົ້າ.