Skip to content
Opens in a new window
Listen to this chapter • 4:58

[1] ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ

[2] ແລະ​ພວກ​ຍິງ​ຜູ້​ອາວຸໂສ ເໝືອນ​ດັ່ງ​ເພິ່ນ​ເປັນ​ແມ່ ແລະ​ພວກ​ຍິງ​ໜຸ່ມ ເໝືອນ​ດັ່ງ​ເປັນ​ເອື້ອຍ​ນ້ອງ​ດ້ວຍ​ຄວາມ^ບໍຣິສຸດ​ໃຈ​ທຸກຢ່າງ.

[3] ຈົ່ງ​ໃຫ້​ຄວາມນັບຖື​ແກ່​ພວກ​ທີ່​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ.

[4] ແຕ່​ຖ້າ​ແມ່ໝ້າຍ​ຄົນ​ໃດ​ມີ​ລູກ ຫລື​ຫລານ ກໍ​ໃຫ້​ລູກຫລານ​ນັ້ນ​ຮຽນຮູ້​ປະຕິບັດ​ໜ້າທີ່​ທາງ​ສາສະໜາ ແກ່​ຄອບຄົວ​ຂອງ^ເຂົາ​ເອງ ຄື​ໃຫ້​ຕອບບຸນ^ແທນຄຸນ​ຂອງ^ພໍ່​ແມ່ ເພາະ​ການ​ກະທຳ​ຢ່າງ​ນີ້ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.

[5] ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ.

[6] ແຕ່​ແມ່ໝ້າຍ​ຜູ້​ທີ່​ປ່ອຍ​ຕົວ​ໄປ​ກັບ​ຄວາມ^ສະໜຸກ​ສະໜານ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ.

[7] ຈົ່ງ​ສັ່ງ​ແມ່ໝ້າຍ​ໃຫ້​ສຳນຶກ​ເຖິງ​ຄຳແນະນຳ​ເຫລົ່ານັ້ນ ເພື່ອ​ວ່າ​ນາງ​ຈະ​ບໍ່​ຖືກ​ຕິຕຽນ.

[8] ແຕ່​ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ພີ່ນ້ອງ​ຂອງຕົນ​ແລ້ວ ໂດຍ^ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ^ຕົນເອງ ຜູ້​ນັ້ນ​ກໍໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ​ແຮ່ງ​ຊົ່ວ​ກວ່າ​ຄົນ​ທີ່​ບໍ່​ເຊື່ອ​ເສຍ​ອີກ.

[9] ຢ່າ​ຈົດ​ຊື່​ແມ່ໝ້າຍ​ຄົນ​ໃດ​ເຂົ້າ​ໃນ​ທະບຽນ​ຂອງ^ພວກ​ແມ່ໝ້າຍ ເວັ້ນໄວ້​ແຕ່​ຜູ້​ທີ່​ມີ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ. ນອກຈາກ​ນັ້ນ ນາງ​ຕ້ອງ​ແຕ່ງງານ​ຄັ້ງ​ດຽວ​ເທົ່ານັ້ນ

[10] ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ^ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ^ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍ​ຊູ​ຄົນ​ທີ່​ຢູ່​ໃນ​ຄວາມ^ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.

[11] ແຕ່​ຢ່າ​ຈົດ​ຊື່​ບັນດາ​ແມ່ໝ້າຍ​ໜຸ່ມ​ເຂົ້າ​ໃນ​ທະບຽນ ເພາະ​ເມື່ອ​ເກີດ​ຄວາມ^ປາຖະໜາ​ຢາກ​ແຕ່ງງານ​ອີກ ພວກເຂົາ​ຈະ​ຫັນ​ໜີໄປ​ຈາກ​ພຣະຄຣິດ,

[12] ຈຶ່ງ​ເຮັດ​ຜິດ​ຍ້ອນ​ລະເມີດ​ຄຳ​ປະຕິຍານ​ເດີມ​ຂອງຕົນ.

[13] ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ^ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ^ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.

[14] ດັ່ງນັ້ນ ເຮົາ​ຈຶ່ງ​ປາຖະໜາ​ໃຫ້​ບັນດາ​ແມ່ໝ້າຍ​ໜຸ່ມ​ໄດ້​ແຕ່ງງານ, ມີ​ລູກ ແລະ​ດູແລ​ບ້ານ​ເຮືອນ ເພື່ອ​ບໍ່​ປ່ອຍ​ໃຫ້​ເຫລົ່າ​ສັດຕູ​ມີ​ຊ່ອງທາງ​ເວົ້າ​ຄຳ​ຊົ່ວຊ້າ​ໃສ່​ພວກເຮົາ​ໄດ້.

[15] ດ້ວຍວ່າ, ມີ​ແມ່ໝ້າຍ​ບາງຄົນ​ໄດ້​ຫລົງ​ຕິດຕາມ​ມານຊາຕານ​ໄປ​ແລ້ວ.

[16] ແຕ່​ຖ້າ​ຍິງ​ຄຣິສຕຽນ​ຄົນ​ໃດ ມີ​ພີ່ນ້ອງ​ທີ່​ເປັນ​ແມ່ໝ້າຍ ກໍ​ໃຫ້​ນາງ​ຊ່ວຍ​ລ້ຽງດູ​ພວກເຂົາ ແລະ​ຢ່າ​ໃຫ້​ເປັນ​ພາລະ​ແກ່​ຄຣິສຕະຈັກ ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ໄດ້​ລ້ຽງດູ​ແມ່ໝ້າຍ ຜູ້​ທີ່​ບໍ່ມີ​ບ່ອນ​ເພິ່ງພາ^ອາໄສ​ແທ້ໆ.

[17] ຈົ່ງ​ຖື​ວ່າ​ຜູ້ປົກຄອງ​ທັງຫລາຍ ທີ່​ນຳພາ​ຄຣິສຕະຈັກ​ເປັນ​ຢ່າງດີ​ນັ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ ແລະ​ການ​ບຳລຸງລ້ຽງ​ສອງ​ເທົ່າ ໂດຍ^ສະເພາະ​ຜູ້​ທີ່​ເຮັດ​ວຽກ​ຢ່າງ​ດຸໝັ່ນ ໃນ​ການ​ເທດສະໜາ​ແລະ​ການ​ສັ່ງສອນ.

[18] ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຢ່າ​ເອົາ​ກະສອບ​ສູບ​ໃສ່​ປາກ​ງົວ ທີ່​ກໍາລັງ​ຢຽບ​ເຂົ້າ” ແລະ “ຄົນງານ​ກໍ​ຄວນ​ໄດ້​ຮັບ​ຄ່າຈ້າງ​ຂອງຕົນ.”

[19] ຢ່າ​ຮັບ​ຟັງ​ຄຳ​ກ່າວຫາ​ໃດໆ ໃສ່​ຜູ້ນຳ​ຄົນ​ໃດ​ຄົນ​ໜຶ່ງ ນອກຈາກ​ມີ​ພະຍານ​ສອງ​ຫລື​ສາມ​ປາກ.

[20] ສຳລັບ​ຜູ້​ທີ່​ຍັງ​ເຮັດ​ບາບ​ຢູ່​ນັ້ນ ຈົ່ງ​ຕຳໜິ^ຕິຕຽນ​ເຂົາ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ຄົນອື່ນ​ຈະ​ໄດ້​ຢຳເກງ​ເໝືອນກັນ.

[21] ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະພັກ​ພຣະເຈົ້າ ແລະ ພຣະຄຣິດເຈົ້າ^ເຢຊູ ແລະ ຝູງ​ເທວະດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກສາ​ລະບຽບ​ເຫລົ່ານີ້​ໄວ້ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ ແລະ​ບໍ່​ເຮັດ​ການ​ໃດໆ​ດ້ວຍ​ໃຈ​ລຳອຽງ.

[22] ຢ່າ​ຟ້າວ​ວາງ​ມື​ລົງ​ໃສ່​ຜູ້ໃດ ແລະ​ຢ່າ​ເຂົ້າ​ສ່ວນ​ໃນ​ຄວາມ^ບາບ​ກັບ​ຄົນອື່ນ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ.

[23] ຕໍ່ໄປ​ຢ່າ​ດື່ມ​ແຕ່​ນໍ້າ​ສິ່ງ​ດຽວ ແຕ່​ຄວນ​ໃຊ້​ເຫລົ້າແວງ​ແດ່​ເລັກນ້ອຍ ເພາະ​ເຫັນແກ່​ກະເພາະ^ອາຫານ ແລະ​ຄວາມ^ອ່ອນແຮງ​ທີ່​ເຈົ້າ​ມີ​ຢູ່​ເລື້ອຍ​ນັ້ນ.

[24] ການ​ຜິດບາບ​ຂອງ^ບາງຄົນ​ກໍ​ປາກົດ​ຢ່າງ​ເປີດເຜີຍ ນຳ​ເຂົາ​ໄປ​ສູ່​ການ^ພິພາກສາ ແຕ່​ການ​ຜິດບາບ​ຂອງ^ບາງຄົນ ກໍ​ປາກົດ​ມາ​ຕາມ​ພາຍຫລັງ.

[25] ສ່ວນ​ການ​ດີ​ກໍ​ປາກົດ​ເປີດເຜີຍ​ຢ່າງ​ດຽວກັນ ແລະ​ເຖິງ​ແມ່ນ​ວ່າ​ບໍ່​ປາກົດ​ຄັກ ກໍ​ປົກບັງ​ໄວ້​ບໍ່ໄດ້.

1 ຕີໂມທຽວ — Chapters