[1] ຄຳນີ້ເປັນຄຳສັດຈິງ ຖ້າຄົນໃດມີຄວາມ^ປາຖະໜາຢາກເປັນຜູ້ປົກຄອງຄຣິສຕະຈັກ ລາວກໍປາຖະໜາການງານອັນດີເລີດ.
[2] ຜູ້ປົກຄອງຄຣິສຕະຈັກ ຕ້ອງເປັນຜູ້ປາສະຈາກການຕຳໜິຕິຕຽນ ລາວຕ້ອງມີເມຍຄົນດຽວເທົ່ານັ້ນ ຮູ້ຈັກບັງຄັບຕົນ ແລະມີສະຕິອັນດີຮອບຄອບ ມີກິຣິຍາຮຽບຮ້ອຍ ລາວຕ້ອງມີນໍ້າໃຈເຫຼື້ອມໃສໃນການຕ້ອນຮັບແຂກ ເໝາະສົມເປັນຄູທີ່ດີ
[3] ຕ້ອງບໍ່ເປັນຄົນມືນເມົາ ແລະ ຫຍາບຊ້າສາໂຫດ ແຕ່ເປັນຄົນມີໃຈສຸພາບອ່ອນໂຍນ ບໍ່ເປັນຄົນມັກຜິດຖຽງກັນ ບໍ່ເປັນຄົນຮັກເງິນຄຳ
[4] ລາວຕ້ອງເປັນຄົນສາມາດນຳພາຄອບຄົວຂອງຕົນໄດ້ດີ ແລະໃຫ້ລູກນ້ອມຟັງດ້ວຍຄວາມນັບຖືທຸກປະການ.
[5] ດ້ວຍວ່າ, ຜູ້ທີ່ບໍ່ຮູ້ຈັກນຳພາຄອບຄົວຂອງຕົນ ຜູ້ນັ້ນຈະປົກຄອງຄຣິສຕະຈັກຂອງ^ພຣະເຈົ້າໄດ້ຢ່າງໃດ?
[6] ຢ່າຕັ້ງຜູ້ທີ່ເຊື່ອໃໝ່ໃຫ້ເປັນຜູ້ປົກຄອງ ຢ້ານວ່າຈະອວດຕົວຂຶ້ນດ້ວຍຄວາມ^ຈອງຫອງ ແລ້ວຈະຖືກໂທດເໝືອນຢ່າງມານຮ້າຍນັ້ນ.
[7] ອີກປະການໜຶ່ງຜູ້ນັ້ນຕ້ອງເປັນຜູ້ທີ່ຄົນພາຍນອກນັບຖື ເພື່ອວ່າລາວຈະບໍ່ຖືກອັບອາຍ^ຂາຍໜ້າ ແລະຕົກເຂົ້າໃນບ້ວງແຮ້ວຂອງ^ມານຮ້າຍນັ້ນ.
[8] ຝ່າຍຜູ້ດູແລຮັບໃຊ້ໃນຄຣິສຕະຈັກກໍເໝືອນກັນ ຕ້ອງມີຄຸນສົມບັດດີ ເປັນຄົນເອົາການ^ເອົາງານ ແລະມີຄວາມ^ຈິງໃຈ ຕ້ອງບໍ່ດື່ມເຫລົ້າ ບໍ່ເປັນຄົນໂລບເຫັນ^ແກ່^ໄດ້;
[9] ຕ້ອງເປັນຄົນຢຶດໝັ້ນໃນຂໍ້ລັບເລິກແຫ່ງຄວາມເຊື່ອ ດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ.
[10] ຕ້ອງໃຫ້ຄົນເຫຼົ່ານີ້ ຜ່ານການທົດສອບກ່ອນ ແລະເມື່ອເຫັນວ່າບໍ່ມີຂໍ້ຕິຕຽນແລ້ວ ຈຶ່ງໃຫ້ເປັນຜູ້ດູແລຮັບໃຊ້.
[11] ຝ່າຍພວກແມ່ຍິງກໍເໝືອນກັນ ຕ້ອງເປັນຄົນເອົາການ^ເອົາງານ ຕ້ອງມີຄຸນສົມບັດດີ ແລະຕ້ອງບໍ່ເວົ້າໃສ່ຮ້າຍປ້າຍສີນິນທາຄົນອື່ນ ຕ້ອງເປັນຜູ້ຮູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນທຸກສິ່ງ.
[12] ສ່ວນຜູ້ດູແລຮັບໃຊ້ໃນຄຣິສຕະຈັກ ຕ້ອງມີເມຍດຽວເທົ່ານັ້ນ ເປັນຜູ້ນຳພາລູກໆ ແລະຄອບຄົວຂອງຕົນໄດ້ດີ.
[13] ຜູ້ດູແລຮັບໃຊ້ທີ່ປະຕິບັດໜ້າທີ່ໄດ້ດີນັ້ນ ກໍໄດ້ຮັບກຽດສູງ ແລະມີໃຈກ້າສາມາດກ່າວຢ່າງໝັ້ນໃຈ ເຖິງຄວາມເຊື່ອຂອງ^ພວກຕົນໃນພຣະຄຣິດເຈົ້າ^ເຢຊູ.
[14] ເຮົາຫວັງວ່າ ເຮົາຈະໄດ້ມາຫາພວກເຈົ້າໃນບໍ່ຊ້ານີ້ ເຮົາຈຶ່ງຂຽນຈົດໝາຍນີ້ ເຖິງພວກເຈົ້າກໍເພື່ອວ່າ,
[15] ຖ້າເຮົາຍັງຊັກຊ້າຢູ່ ຈົດໝາຍສະບັບນີ້ ກໍຈະໄດ້ບອກພວກເຈົ້າໃຫ້ຮູ້ວ່າ ຄວນຈະບົວລະບັດຢ່າງໃດ ໃນຄອບຄົວຂອງ^ພຣະເຈົ້າ ຄືໃນຄຣິສຕະຈັກຂອງ^ພຣະເຈົ້າອົງຊົງຊີວິດຢູ່ ທີ່ເປັນເສົາແລະເປັນຮາກແຫ່ງຄວາມຈິງ.
[16] ເຮົາຕ້ອງຍອມຮັບເຖິງຄວາມ^ຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງ^ພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.