[1] ພຣະວິນຍານກ່າວໄວ້ຢ່າງຈະແຈ້ງວ່າ ໃນຍຸກສຸດທ້າຍຈະມີບາງຄົນປະຖິ້ມຄວາມເຊື່ອ ພວກເຂົາຈະເຊື່ອຟັງບັນດາດວງວິນຍານຜີຊົ່ວຮ້າຍທີ່ຫລອກລວງມະນຸດ ແລະຄຳສັ່ງສອນຂອງ^ພວກຜີມານຮ້າຍ.
[2] ຄຳສັ່ງສອນເຫລົ່ານັ້ນ ມາຈາກການໜ້າຊື່^ໃຈຄົດຂອງ^ຄົນຂີ້ຕົວະ ຄືຄົນທີ່ໃຈສຳນຶກຜິດແລະຊອບຂອງ^ພວກເຂົາຖືກໝາຍໄວ້ດ້ວຍເຫລັກແດງເຜົາໄໝ້ຢູ່.
[3] ພວກເຂົາຫ້າມບໍ່ໃຫ້ເອົາກັນເປັນຜົວເມຍ ຫ້າມກິນອາຫານບາງຊະນິດ ຊຶ່ງພຣະເຈົ້າໄດ້ສ້າງໄວ້ ແຕ່ພຣະເຈົ້າໄດ້ສ້າງອາຫານເຫລົ່ານີ້ ເພື່ອໃຫ້ບັນດາຄົນທີ່ເຊື່ອ ແລະຮູ້ຈັກຄວາມຈິງນັ້ນ ກິນດ້ວຍການໂມທະນາຂອບພຣະຄຸນ.
[4] ສິ່ງສາລະພັດທີ່ພຣະເຈົ້າສ້າງໄວ້ນັ້ນ ເປັນຂອງ^ດີທັງໝົດ ບໍ່ຄວນປະຖິ້ມສິ່ງໃດເລີຍ ແຕ່ຈົ່ງຮັບເອົາທຸກສິ່ງດ້ວຍການໂມທະນາຂອບພຣະຄຸນ,
[5] ເພາະວ່າສິ່ງເຫລົ່ານັ້ນ ກໍຖືກຊຳລະໄວ້ແລ້ວ ໂດຍພຣະທຳຂອງ^ພຣະເຈົ້າ ແລະດ້ວຍຄຳພາວັນນາ^ອະທິຖານ.
[6] ຖ້າເຈົ້າໃຫ້ຄຳແນະນຳເຫລົ່ານີ້ແກ່ບັນດາພີ່ນ້ອງ, ເຈົ້າກໍຈະເປັນຜູ້ຮັບໃຊ້ທີ່ດີຂອງ^ພຣະເຢຊູ^ຄຣິດເຈົ້າ ສົມກັບທີ່ເຈົ້າໄດ້ບຳລຸງຕົນດ້ວຍຖ້ອຍຄຳເລື່ອງຄວາມເຊື່ອ ແລະດ້ວຍຄຳສັ່ງສອນອັນແທ້ຈິງທີ່ເຈົ້າໄດ້ປະຕິບັດຕາມນັ້ນ.
[7] ແຕ່ຈົ່ງຫລີກເວັ້ນຈາກນິຍາຍອັນໂງ່ງ່າວຕ່າງໆ ຊຶ່ງຂັດກັບຄວາມເຊື່ອ ຈົ່ງຝຶກຝົນຕົນເອງໃຫ້ດຳເນີນຊີວິດໃນຄວາມ^ຢຳເກງພຣະເຈົ້າ.
[8] ການຝຶກຝົນທາງກາຍນັ້ນ ມີປະໂຫຍດບາງຢ່າງ ແຕ່ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ມີປະໂຫຍດທຸກຢ່າງ ເພາະໄດ້ຮັບພຣະສັນຍາອັນປະເສີດສຳລັບຊີວິດໃນປະຈຸບັນ ແລະໃນອະນາຄົດອີກດ້ວຍ.
[9] ຂໍ້ຄວາມ^ນີ້ກໍສັດຈິງ ສົມຄວນທີ່ທຸກຄົນຈະຮັບເອົາໄວ້ ແລະເຊື່ອຢ່າງຄົບຖ້ວນ.
[10] ເຫດທີ່ພວກເຮົາເຮັດວຽກຢ່າງໜັກໜ່ວງແລະອົດສາສູ້ ເພາະວ່າພວກເຮົາໄດ້ໄວ້ວາງໃຈໃນພຣະເຈົ້າ ຜູ້ຊົງພຣະຊົນຢູ່, ຜູ້ຊົງໂຜດໃຫ້ພົ້ນຂອງ^ທຸກຄົນ ແລະໂດຍ^ສະເພາະແລ້ວຂອງ^ພວກຄົນທີ່ເຊື່ອໃນພຣະອົງ.
[11] ຈົ່ງແນະນຳແລະສັ່ງສອນຂໍ້ຄວາມ^ເຫລົ່ານີ້.
[12] ຢ່າໃຫ້ຜູ້ໃດໝິ່ນປະໝາດຄວາມ^ໜຸ່ມຂອງ^ເຈົ້າ, ແຕ່ຈົ່ງເປັນແບບຢ່າງໃຫ້ຄົນທີ່ເຊື່ອທັງຫລາຍ ໃນທາງກິຣິຍາແລະວາຈາ ໃນຄວາມຮັກ ໃນຄວາມເຊື່ອ ແລະໃນຄວາມ^ບໍຣິສຸດຂອງ^ເຈົ້າ.
[13] ຈົ່ງຕັ້ງໃຈດ້ວຍຄວາມ^ພຽນພະຍາຍາມຂອງ^ເຈົ້າ ໃນການອ່ານພຣະຄຳຂອງ^ພຣະເຈົ້າໃນທີ່ນະມັດສະການ ແລະການເທດສະໜາກັບການສັ່ງສອນ ຈົນກວ່າເຮົາຈະມາ.
[14] ຢ່າເມີນເສີຍຕໍ່ຂອງ^ປະທານ ຝ່າຍຈິດວິນຍານທີ່ມີໃນເຈົ້າ ຊຶ່ງຖືກມອບໝາຍໃຫ້ເຈົ້າ ເມື່ອພວກຜູ້ທຳນວາຍແລະພວກເຖົ້າແກ່ວາງມືໃສ່ເຈົ້າ.
[15] ຈົ່ງຝຶກຝົນສິ່ງເຫລົ່ານັ້ນ ແລະອຸທິດເຈົ້າເອງຢ່າງໝົດສິ້ນໃສ່ການນີ້ ເພື່ອວ່າທຸກຄົນຈະໄດ້ເຫັນເຈົ້າຈະເລີນຂຶ້ນ.
[16] ຈົ່ງລະວັງຕົວຂອງ^ເຈົ້າ ແລະຄຳສັ່ງສອນຂອງ^ເຈົ້າດ້ວຍ. ຈົ່ງສືບຕໍ່ດຳເນີນການເຫລົ່ານີ້ ເພາະຖ້າເຈົ້າປະຕິບັດຢ່າງນີ້ ເຈົ້າກໍຈະຊ່ວຍເຈົ້າເອງແລະທຸກຄົນ ຜູ້ທີ່ຟັງເຈົ້າໃຫ້ພົ້ນ.