Skip to content
Opens in a new window
Listen to this chapter • 2:53

[1] ເຫດສະນັ້ນ​ກ່ອນ​ສິ່ງ​ອື່ນ​ໃດ ເຮົາ​ຂໍຮ້ອງ​ເຈົ້າ^ທັງຫລາຍ ໃຫ້​ພາວັນນາ^ອະທິຖານ ໄຫວ້ວອນ ທູນຂໍ ແລະ​ຂອບພຣະຄຸນ​ພຣະເຈົ້າ​ເພື່ອ​ຄົນ​ທັງປວງ

[2] ເພື່ອ​ກະສັດ​ທັງຫລາຍ​ແລະ​ຄົນ​ທັງປວງ ທີ່​ມີ​ຕຳແໜ່ງ​ສູງ ເພື່ອ​ເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນ​ຊີວິດ​ຢ່າງ​ງຽບໆ​ແລະ​ສະຫງົບສຸກ​ໃນ​ທາງ^ທຳ ດ້ວຍ​ຄວາມນັບຖື​ຢຳເກງ​ພຣະເຈົ້າ​ແລະ​ດ້ວຍ​ກຽດ​ສັກສີ​ທຸກປະການ.

[3] ການ​ກະທຳ​ເຊັ່ນນີ້ ເປັນ​ສິ່ງ​ທີ່​ດີ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ^ພວກເຮົາ

[4] ພຣະອົງ​ຊົງ​ມີ​ພຣະ​ປະສົງ​ໃຫ້​ທຸກຄົນ​ໄດ້​ເຖິງ​ຄວາມ^ພົ້ນ ແລະ​ໃຫ້​ມາ​ຮູ້ຈັກ​ຄວາມຈິງ.

[5] ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ^ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,

[6] ຜູ້​ທີ່​ໄດ້​ສະຫລະ​ພຣະອົງ^ເອງ ເພື່ອ​ເປັນ​ຄ່າ​ໄຖ່​ມະນຸດ​ສະໂລກ​ທຸກຄົນ ຊຶ່ງ​ການ​ນີ້​ໄດ້​ກ່າວ​ເປັນ​ຄຳ​ພະຍານ​ໃນ​ເວລາ​ອັນ​ເໝາະສົມ.

[7] ເພາະ​ສະນັ້ນແຫລະ ເຮົາ​ຈຶ່ງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປະກາດ ແລະ​ເປັນ​ອັກຄະສາວົກ ຄູສອນ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ແລະ​ຄວາມຈິງ ໃຫ້​ແກ່​ຄົນຕ່າງຊາດ (ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ).

[8] ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ^ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.

[9] ໃນທຳນອງ^ດຽວກັນ ເຮົາ​ຢາກ​ໃຫ້​ພວກ​ແມ່ຍິງ​ແຕ່ງຕົວ​ຢ່າງ​ສຸພາບ​ຮຽບຮ້ອຍ ແລະ​ສະຫງຽມ​ຄ່ຽມຄົມ ບໍ່ແມ່ນ​ດ້ວຍ​ຊົງ​ຜົມ​ເກີນແບບ ຫລື​ປະດັບ​ຕົວ​ດ້ວຍ​ຄຳ ຫລື​ໄຂ່ມຸກ ຫລື​ເຄື່ອງ​ນຸ່ງ​ທີ່​ມີ​ລາຄາ​ແພງໆ

[10] ແຕ່​ໃຫ້​ປະດັບ​ຕົວ​ດ້ວຍ​ເຮັດ​ການ​ດີ ໃຫ້​ສົມ​ກັບ​ເປັນ​ແມ່ຍິງ​ທີ່​ອ້າງ​ຕົນ​ວ່າ ເປັນ​ຄົນ​ຢຳເກງ​ພຣະເຈົ້າ.

[11] ໃຫ້​ແມ່ຍິງ​ຮຽນຮູ້​ເອົາ​ຢ່າງ​ງຽບໆ ດ້ວຍ​ໃຈ​ອ່ອນນ້ອມ​ຍອມ​ຟັງ​ທຸກປະການ.

[12] ເຮົາ​ບໍ່​ອະນຸຍາດ​ໃຫ້​ແມ່ຍິງ​ສັ່ງສອນ ຫລື​ມີ​ສິດ​ອຳນາດ​ເໜືອ​ຜູ້ຊາຍ ແຕ່​ໃຫ້​ພວກເຂົາ​ມິດງຽບ​ຢູ່.

[13] ດ້ວຍວ່າ, ພຣະເຈົ້າ​ໄດ້​ສ້າງ​ອາດາມ​ກ່ອນ ແລະ​ຕໍ່ມາ​ພຣະອົງ​ກໍໄດ້​ສ້າງ​ເອວາ.

[14] ແລະ​ບໍ່ແມ່ນ​ອາດາມ​ທີ່​ໄດ້​ຖືກ​ຫລອກລວງ ແຕ່​ແມ່ນ​ແມ່ຍິງ​ທີ່​ໄດ້​ຖືກ​ຫລອກລວງ ແລະ​ໄດ້​ຝ່າຝືນ​ກົດບັນຍັດ​ຂອງ^ພຣະເຈົ້າ.

[15] ແຕ່​ເຖິງ​ປານ​ນັ້ນ​ກໍຕາມ ແມ່ຍິງ​ກໍ​ຍັງ​ຈະ​ຖືກ​ໂຜດ​ໃຫ້​ພົ້ນ​ໄດ້​ໂດຍ​ການ​ມີ​ລູກ ຖ້າ​ນາງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ໃນ​ຄວາມຮັກ ແລະ​ໃນ​ຄວາມ^ບໍຣິສຸດ ດ້ວຍ​ຄວາມ^ອ່ອນນ້ອມ​ຖ່ອມຕົວ.

1 ຕີໂມທຽວ — Chapters