[1] ສຸດທ້າຍນີ້ ພີ່ນ້ອງທັງຫລາຍ^ເອີຍ ຈົ່ງພາວັນນາ^ອະທິຖານສຳລັບພວກເຮົາດ້ວຍ. ເພື່ອພຣະທຳຂອງ^ອົງພຣະ^ຜູ້^ເປັນເຈົ້າຈະໄດ້ແຜ່ຂະຫຍາຍໄປ ແລະໄດ້ຮັບຄຳສັນລະເສີນ ດັ່ງທີ່ໄດ້ເປັນໄປແລ້ວໃນທ່າມກາງພວກເຈົ້ານັ້ນ.
[2] ເພື່ອພຣະເຈົ້າຈະຊ່ວຍໃຫ້ພວກເຮົາພົ້ນຈາກຄົນຊົ່ວຊ້າ ແລະຄົນໂຫດຮ້າຍ ດ້ວຍວ່າ ບໍ່ແມ່ນທຸກຄົນທີ່ເຊື່ອ.
[3] ແຕ່ອົງພຣະ^ຜູ້^ເປັນເຈົ້າຊົງສັດຊື່ ພຣະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ທັງຈະຮັກສາພວກເຈົ້າໄວ້ໃຫ້ພົ້ນຈາກມານຊົ່ວຮ້າຍດ້ວຍ.
[4] ຝ່າຍອົງພຣະ^ຜູ້^ເປັນເຈົ້າ ກໍໃຫ້ພວກເຮົາມີຄວາມ^ໝັ້ນໃຈໃນພວກເຈົ້າວ່າ ພວກເຈົ້າກຳລັງປະຕິບັດຕາມ ແລະຈະສືບຕໍ່ປະຕິບັດຕາມ ສິ່ງທີ່ພວກເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ.
[5] ຂໍໃຫ້ອົງພຣະ^ຜູ້^ເປັນເຈົ້າ ຊົງໂຜດນຳພາຈິດໃຈຂອງ^ພວກເຈົ້າ ສູ່ຄວາມຮັກຂອງ^ພຣະເຈົ້າ ແລະສູ່ຄວາມ^ພຽນອົດທົນຂອງ^ພຣະຄຣິດ.
[6] ພີ່ນ້ອງທັງຫລາຍ^ເອີຍ, ພວກເຮົາຂໍສັ່ງພວກເຈົ້າໃນນາມຂອງ^ອົງພຣະເຢຊູ^ຄຣິດເຈົ້າວ່າ, ຈົ່ງຫລີກໜີຈາກຄົນທີ່ໃຊ້ຊີວິດໃນທາງບໍ່ເປັນປະໂຫຍດ ແລະຜູ້ທີ່ບໍ່ປະຕິບັດຕາມຄຳສັ່ງສອນ ທີ່ພວກເຮົາໄດ້ມອບໃຫ້ພວກເຂົາແລ້ວນັ້ນ.
[7] ພວກເຈົ້າເອງກໍຮູ້ດີຢູ່ແລ້ວວ່າ ພວກເຈົ້າຄວນປະຕິບັດຕາມສິ່ງທີ່ພວກເຮົາໄດ້ເຮັດ. ດ້ວຍວ່າ, ພວກເຮົາບໍ່ໄດ້ເປັນຄົນໃຊ້ຊີວິດໃນທາງບໍ່ເປັນປະໂຫຍດເມື່ອຢູ່ທ່າມກາງພວກເຈົ້າ.
[8] ພວກເຮົາບໍ່ໄດ້ອາໄສຢູ່ກິນລ້າໆນຳຜູ້ໃດ ແຕ່ພວກເຮົາໄດ້ເຮັດວຽກງານຢ່າງໜັກໜ່ວງ ພວກເຮົາໄດ້ເຮັດວຽກທັງເວັນທັງຄືນ ເພື່ອບໍ່ໃຫ້ເປັນພາລະແກ່ຜູ້ໃດໃນພວກເຈົ້າ.
[9] ພວກເຮົາໄດ້ເຮັດເຊັ່ນນີ້ ບໍ່ແມ່ນວ່າເພາະພວກເຮົາບໍ່ມີສິດທີ່ຈະຮຽກຮ້ອງເອົາການອຸດໜູນຈາກພວກເຈົ້າ ແຕ່ເພື່ອເປັນແບບຢ່າງໃຫ້ພວກເຈົ້າເຮັດຕາມ.
[10] ເມື່ອພວກເຮົາຍັງຢູ່ກັບພວກເຈົ້ານັ້ນ ພວກເຮົາເຄີຍບອກພວກເຈົ້າແລ້ວວ່າ, “ຜູ້ໃດທີ່ບໍ່ຢາກເຮັດວຽກ ກໍຢ່າໃຫ້ຜູ້ນັ້ນກິນ.”
[11] ພວກເຮົາກ່າວເຊັ່ນນີ້ ເພາະພວກເຮົາໄດ້ຍິນວ່າ ມີບາງຄົນໃນພວກເຈົ້າດຳເນີນຊີວິດຢ່າງກຽດຄ້ານ ແລະບໍ່ເຮັດວຽກເຮັດການຫຍັງ ມີແຕ່ທຽວຫາຫຍຸ້ງກ່ຽວກັບກິດທຸລະຂອງ^ຄົນອື່ນ.
[12] ໃນພຣະນາມຂອງ^ອົງພຣະເຢຊູ^ຄຣິດເຈົ້າ ພວກເຮົາສັ່ງແລະເຕືອນສະຕິຄົນຢ່າງນັ້ນວ່າ ໃຫ້ດຳເນີນຊີວິດຢ່າງມີລະບຽບ ແລະໃຫ້ເຮັດວຽກງານເພື່ອລ້ຽງຊີບຕົນເອງ.
[13] ແຕ່ພີ່ນ້ອງທັງຫລາຍ^ເອີຍ ພວກເຈົ້າບໍ່ຕ້ອງອິດເມື່ອຍທີ່ຈະເຮັດຄວາມດີ.
[14] ຖ້າມີບາງຄົນບໍ່ຍອມຟັງຖ້ອຍຄຳທີ່ພວກເຮົາສັ່ງມາໃນຈົດໝາຍນີ້ ຈົ່ງໝາຍຄົນນັ້ນໄວ້ ແລະຢ່າສູ່ຄົບຫາສະມາຄົມກັບລາວ ເພື່ອລາວຈະໄດ້ລະອາຍ.
[15] ແຕ່ເຖິງປານນັ້ນກໍຕາມ ຢ່າຖືຄົນນັ້ນວ່າເປັນສັດຕູ ແຕ່ຈົ່ງເຕືອນສະຕິລາວ ໃນຖານະເປັນພີ່ນ້ອງຄົນໜຶ່ງ.
[16] ຂໍໃຫ້ອົງພຣະ^ຜູ້^ເປັນເຈົ້າ ອົງເປັນບໍ່ກຳເນີດແຫ່ງສັນຕິສຸກຂອງ^ພວກເຮົາ ຊົງໂຜດປະທານສັນຕິສຸກແກ່ພວກເຈົ້າໃນທຸກຢ່າງແລະທຸກເວລາ. ຂໍໃຫ້ອົງພຣະ^ຜູ້^ເປັນເຈົ້າ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ.
[17] ຄວາມ^ຄຳນັບນີ້ ເປັນລາຍມືຂອງເຮົາເອງ ຄືໂປໂລ ລາຍເຊັນໃນຈົດໝາຍທຸກສະບັບຂອງເຮົາເຄີຍຂຽນດັ່ງນີ້ແຫລະ.
[18] ຂໍໃຫ້ພຣະຄຸນຂອງ^ອົງພຣະເຢຊູ^ຄຣິດເຈົ້າຂອງ^ພວກເຮົາ ຈົ່ງດຳລົງຢູ່ກັບພວກເຈົ້າທຸກຄົນເທີ້ນ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -