Skip to content
Opens in a new window
Listen to this chapter • 4:55

[1] ບັດນີ້​ຄົນ​ຮັ່ງມີ^ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້^ຮໍ່າໄຮ​ຍ້ອນ​ຄວາມ^ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.

[2] ຄວາມ^ຮັ່ງມີ​ຂອງ^ພວກເຈົ້າ​ໄດ້​ເສື່ອມສູນ​ໄປ​ແລ້ວ ແລະ​ເສື້ອຜ້າ​ຂອງ^ພວກເຈົ້າ​ກໍ​ຖືກ​ມອດ​ກັດ​ເສຍ​ແລ້ວ.

[3] ເງິນຄຳ​ຂອງ^ພວກເຈົ້າ​ກໍ​ເກີດ​ເປັນ​ຂີ້ໝ້ຽງ ແລະ​ຂີ້ໝ້ຽງ​ນັ້ນ ຈະ​ເປັນ​ພະຍານ​ຫລັກຖານ​ຕໍ່ສູ້​ພວກເຈົ້າ ຈະ​ເຜົາຜານ​ເລືອດ​ເນື້ອ​ຂອງ^ພວກເຈົ້າ​ເໝືອນ​ໄຟ. ພວກເຈົ້າ​ໄດ້​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ວັນ​ສຸດທ້າຍ.

[4] ເບິ່ງແມ! ຄ່າຈ້າງ​ຂອງ^ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ^ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ^ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.

[5] ພວກເຈົ້າ​ໄດ້​ລ້ຽງ​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຟູມເຟືອຍ​ແລະ​ສະໜຸກ^ສະໜານ, ພວກເຈົ້າ​ໄດ້​ບຳລຸງ​ຈິດໃຈ ເໝືອນ​ລໍຖ້າ​ວັນ​ປະຫານ.

[6] ພວກເຈົ້າ​ໄດ້​ຕັດສິນ​ລົງໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບທຳ​ເສຍ ເຂົາ​ກໍ​ບໍ່ໄດ້​ຕໍ່ສູ້​ພວກເຈົ້າ.

[7] ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ^ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະ^ຜູ້^ເປັນເຈົ້າ​ຈະ​ສະເດັດ​ມາ. ຈົ່ງ​ເບິ່ງ​ຊາວ​ປູກຝັງ​ທີ່​ລໍຄອຍ​ຜົນ​ອັນ​ມີຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນດິນ ເຂົາ​ພຽນ​ຄອຍ​ຈົນກວ່າ​ມີ​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ປາຍ​ລະດູ.

[8] ພວກເຈົ້າ​ກໍ​ຈົ່ງ​ອົດທົນ​ຢ່າງ​ນັ້ນ​ເໝືອນກັນ, ຈົ່ງ​ຕັ້ງອົກ​ຕັ້ງໃຈ​ໃຫ້​ດີ ເພາະ​ໃກ້​ຈະ​ເຖິງ​ເວລາ​ທີ່​ອົງພຣະ^ຜູ້^ເປັນເຈົ້າ​ຈະ​ສະເດັດ​ມາ​ແລ້ວ.

[9] ພີ່ນ້ອງ​ທັງຫລາຍ​ຂອງເຮົາ^ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.

[10] ພີ່ນ້ອງ​ທັງຫລາຍ^ເອີຍ, ຈົ່ງ​ເອົາ​ແບບຢ່າງ​ໃນ​ການ​ທົນທຸກ ແລະ​ຄວາມ^ພາກພຽນ​ຂອງ^ພວກ​ຜູ້^ປະກາດ^ພຣະທຳ ຜູ້​ໄດ້​ກ່າວ​ຄວາມ^ໃນ​ພຣະນາມ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ.

[11] ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫລົ່ານັ້ນ ທີ່​ມີ​ຄວາມ^ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ^ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ^ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ^ຜູ້^ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະຣຸນາ.

[12] ພີ່ນ້ອງ​ທັງຫລາຍ​ຂອງເຮົາ^ເອີຍ, ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນໆ​ທັງໝົດ​ກໍ​ຄື ຢ່າ​ສາບານ​ດ້ວຍ​ອ້າງ​ເຖິງ​ຟ້າ ຫລື​ດິນ ຫລື​ສິ່ງ​ອື່ນໆ ແຕ່​ສິ່ງໃດ “ແມ່ນ.” ກໍ​ໃຫ້​ວ່າ, “ແມ່ນ.” ສິ່ງໃດ​ທີ່ “ບໍ່ແມ່ນ.” ກໍ​ໃຫ້​ວ່າ, “ບໍ່ແມ່ນ.” ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ລົງໂທດ.

[13] ມີ​ຜູ້ໃດ​ໃນ​ພວກເຈົ້າ​ທົນທຸກ​ຫລື ຈົ່ງ​ໃຫ້​ຜູ້ນັ້ນ​ພາວັນນາ^ອະທິຖານ ມີ​ຜູ້ໃດ​ຊົມຊື່ນ^ຍິນດີ​ຫລື ໃຫ້​ຜູ້​ນັ້ນ​ຮ້ອງເພງ​ສັນລະເສີນ.

[14] ມີ​ຜູ້ໃດ​ເຈັບໄຂ້^ໄດ້ປ່ວຍ​ຫລື ຈົ່ງ​ໃຫ້​ຜູ້ນັ້ນ​ເຊີນ​ບັນດາ​ເຖົ້າແກ່​ໃນ​ຄຣິສຕະຈັກ ມາ​ພາວັນນາ^ອະທິຖານ​ສຳລັບ​ຕົນ ແລະ​ເອົາ​ນໍ້າມັນ​ຊາໂລມ​ທາ​ຜູ້ນັ້ນ ໃນ​ພຣະນາມ​ຂອງ^ອົງພຣະ^ຜູ້^ເປັນເຈົ້າ.

[15] ຄຳ​ພາວັນນາ^ອະທິຖານ​ທີ່​ປະກອບ​ດ້ວຍ​ຄວາມເຊື່ອ ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ລອດພົ້ນ ແລະ​ອົງພຣະ^ຜູ້^ເປັນເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ຜູ້ນັ້ນ​ລຸກ​ຂຶ້ນ​ດີ​ເປັນ​ປົກກະຕິ ແລະ​ຖ້າ​ຜູ້ນັ້ນ​ໄດ້​ເຮັດ​ຜິດ​ເຮັດ​ບາບ ພຣະອົງ​ກໍ​ຈະ​ຊົງ​ໂຜດ​ອະໄພ​ໃຫ້.

[16] ເຫດສະນັ້ນ ເຈົ້າ^ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ^ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ^ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ^ອະທິຖານ​ຂອງ^ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.

[17] ຜູ້ທຳນວາຍ​ເອລີຢາ ກໍ​ເປັນ​ມະນຸດ​ທຳມະດາ​ສາມັນ ເໝືອນ​ດັ່ງ​ພວກເຮົາ ເພິ່ນ​ໄດ້​ພາວັນນາ^ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ ຂໍ​ບໍ່​ໃຫ້​ຝົນ​ຕົກ ແລະ​ຝົນ​ກໍ​ບໍ່​ຕົກ​ເທິງ​ແຜ່ນດິນ​ເຖິງ​ສາມ​ປີ​ກັບ​ຫົກ​ເດືອນ.

[18] ແລ້ວ​ເພິ່ນ​ກໍ​ພາວັນນາ^ອະທິຖານ​ອີກ ທ້ອງຟ້າ​ກໍໄດ້​ຖອກ​ເທ​ຝົນ​ລົງ​ມາ ແລະ​ແຜ່ນດິນ​ກໍ​ເກີດ​ພືດຜົນ​ນາໆ​ຊະນິດ.

[19] ພີ່ນ້ອງ​ທັງຫລາຍ​ຂອງເຮົາ^ເອີຍ, ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ ຫລົງ​ຜິດ​ໄປ​ຈາກ​ຄວາມຈິງ ຖ້າ​ຜູ້ໃດ​ເຮັດ​ໃຫ້​ຄົນ​ນັ້ນ​ຕ່າວຄືນ​ມາ​ອີກ,

[20] ຈົ່ງ​ຮູ້​ວ່າ ຜູ້​ທີ່​ເຮັດ​ໃຫ້​ຄົນ​ບາບ​ຄົນ​ໜຶ່ງ​ຕ່າວຄືນ​ມາ​ຈາກ​ທາງ​ຜິດ​ຂອງຕົນ​ນັ້ນ ກໍໄດ້​ຊ່ວຍ​ຈິດວິນຍານ​ຂອງ^ຄົນ​ນັ້ນ​ໃຫ້​ພົ້ນ​ຈາກ​ຄວາມ^ຕາຍ ແລະ​ທັງ​ໃຫ້​ຄວາມ^ຜິດບາບ​ຈຳນວນ​ຫລວງຫລາຍ​ໄດ້​ຮັບ​ການອະໄພ. 22-Jul-2009@18:43, Backup Description=19-Aug-2009@11:28, Le Khac Tam - 01-Sep-2009@13:06, Backup Description=31-Jul-2009@08:50, Bounthanh - 20-ต.ค.-2552@10:41, Backup Description=15-Sep-2009@14:35, Bounveun - 19-พ.ย.-2552@09:28, Backup Description=17-พ.ย.-2552@09:49, BOUNTHANH - 01-ม.ค.-2547@06:01, Backup Description=23-Mar-2010@15:39, Le Khac Tam - 01-ม.ค.-2547@00:19, Backup Description=16-Sep-2010@15:11, Le Khac Tam -

ຢາໂກໂບ — Chapters