[1] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ຢ່າໄດ້ພາກັນເປັນອາຈານຈຳນວນຫລວງຫລາຍ ເພາະພວກເຈົ້າກໍຮູ້ແລ້ວວ່າ ເຮົາທັງຫລາຍທີ່ເປັນຜູ້^ສອນນັ້ນ ຈະໄດ້ຮັບການຊົງພິພາກສາໜັກໜ່ວງກວ່າຜູ້ອື່ນ.
[2] ພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ ຜູ້ນັ້ນກໍເປັນຄົນດີຄົບຖ້ວນ ແລະສາມາດບັງຄັບທັງຕົວໄວ້ໄດ້ເໝືອນກັນ.
[3] ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າ ເພື່ອໃຫ້ມັນຟັງຄວາມ^ແລ້ວ ພວກເຮົາກໍສາມາດບັງຄັບມ້າທັງໂຕ ໃຫ້ມັນຫັນໄປມາຕາມຄວາມ^ຕ້ອງການໄດ້.
[4] ເບິ່ງແມ! ເຮືອກໍເໝືອນກັນ ຈະລຳໃຫຍ່ພຽງໃດກໍຕາມ ເມື່ອຖືກລົມແຮງພັດ ມັນກໍຍັງຫັນໄປມາໂດຍອາໄສໄມ້ຂັດທ້າຍເຮືອອັນນ້ອຍໆ ຕາມຄວາມ^ຕ້ອງການຂອງ^ນາຍທ້າຍເຮືອ.
[5] ລີ້ນກໍຄືກັນນັ້ນແຫລະ ເປັນອະໄວຍະວະສ່ວນນ້ອຍໆ ແຕ່ສາມາດໂອ້ອວດເຖິງເລື່ອງໃຫຍ່ໆໄດ້. ແປວໄຟພຽງເລັກນ້ອຍ ກໍຍັງສາມາດເຜົາຜານປ່າໄມ້ໃຫຍ່ໄດ້.
[6] ລີ້ນກໍເປັນດັ່ງໄຟ ມັນເປັນຄືໂລກແຫ່ງຄວາມ^ຊົ່ວຮ້າຍ ທີ່ຄອບຄອງຢູ່ໃນຮ່າງກາຍຂອງ^ພວກເຮົາ ແລະເຮັດໃຫ້ເປື້ອນເປິໄປທົ່ວທັງຮ່າງກາຍ, ມັນເປັນເຊື້ອໄຟທີ່ເຜົາໄໝ້ວົງກະແສແຫ່ງຊີວິດ ແລະມັນເອງກໍເປັນໄຟມາຈາກນະຣົກ.
[7] ມະນຸດສາມາດຝຶກແອບສັດທັງໝົດໄດ້ ບໍ່ວ່າສັດປ່າແລະນົກ ສັດເລືອຄານແລະປາ.
[8] ແຕ່ບໍ່ມີຜູ້ໃດສາມາດຝຶກແອບລີ້ນໄດ້ ມັນເປັນສິ່ງຊົ່ວແລະເຫລືອທີ່ຈະບັງຄັບໄດ້ ເຕັມໄປດ້ວຍພິດຮ້າຍທີ່ເຖິງແກ່ຄວາມ^ຕາຍ.
[9] ພວກເຮົາໃຊ້ລີ້ນສັນລະເສີນອົງພຣະ^ຜູ້^ເປັນເຈົ້າຄື ພຣະບິດາເຈົ້າ, ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງ^ພຣະອົງ.
[10] ຄຳສັນລະເສີນແລະຄຳປ້ອຍດ່າ ກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ບໍ່ຄວນໃຫ້ເປັນຢ່າງນີ້ເລີຍ.
[11] ບໍ່^ນໍ້າພຸຈະໃຫ້ນໍ້າຫວານແລະນໍ້າຂົມພຸ່ງອອກມາຈາກຮູດຽວກັນບໍ?
[12] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ຕົ້ນ^ເດື່ອເທດຈະເກີດຜົນເປັນໝາກກອກໄດ້ບໍ? ຫລືເຄືອອະງຸ່ນຈະເກີດຜົນເປັນໝາກ^ເດື່ອເທດໄດ້ບໍ? ດັ່ງນັ້ນແຫລະ ນໍ້າເຄັມຈະເກີດເປັນນໍ້າຈືດບໍ່ໄດ້.
[13] ໃນທ່າມກາງພວກເຈົ້າ ຜູ້ໃດທີ່ມີສະຕິປັນຍາແລະຄວາມ^ເຂົ້າໃຈ ກໍໃຫ້ຜູ້ນັ້ນພິສູດໃຫ້ເຫັນ ໂດຍຊີວິດອັນດີງາມຂອງຕົນ ໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະສະຕິປັນຍາ.
[14] ແຕ່ຖ້າພວກເຈົ້າມີໃຈເຫິງສາອັນຂົມຂື່ນແລະມັກໃຫຍ່ໃຝ່ສູງ ກໍຢ່າໂອ້ອວດແລະຢ່າທໍລະຍົດຕໍ່ຄວາມຈິງ.
[15] ປັນຍາຢ່າງນີ້ ບໍ່ໄດ້ມາຈາກເບື້ອງເທິງ ແຕ່ເປັນປັນຍາຂອງ^ຝ່າຍໂລກນີ້, ເປັນຢ່າງທຳມະດາມະນຸດແລະເປັນຢ່າງມານຮ້າຍ.
[16] ບ່ອນໃດທີ່ມີຄວາມ^ອິດສາແລະການເຫັນແກ່ຕົວ ບ່ອນນັ້ນກໍມີການວຸ້ນວາຍແລະມີການຊົ່ວຮ້າຍທຸກຊະນິດ.
[17] ແຕ່ປັນຍາທີ່ມາຈາກເບື້ອງເທິງນັ້ນ ກ່ອນອື່ນໝົດກໍບໍຣິສຸດ ແລະປະກອບດ້ວຍຄວາມ^ສະຫງົບສຸກ ຄວາມ^ສຸພາບອ່ອນໂຍນ ຄວາມ^ເປັນ^ມິດ ເຕັມໄປດ້ວຍຄວາມ^ເມດຕາ ແລະໃຫ້ຜົນດີ ບໍ່ເລືອກໜ້າຄົນແລະບໍ່ໜ້າຊື່^ໃຈຄົດ.
[18] ຜູ້ທີ່ສ້າງສັນຕິສຸກ ກໍຫວ່ານຢ່າງສັນຕິສຸກ ແລະໝາກຜົນທີ່ເກັບກ່ຽວນັ້ນ ກໍຄືຄວາມ^ຊອບທຳ.