[1] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ ໃນຖານະທີ່ພວກເຈົ້າເປັນຜູ້ທີ່ເຊື່ອໃນອົງພຣະເຢຊູ^ຄຣິດເຈົ້າຂອງ^ເຮົາ^ທັງຫລາຍ ຜູ້ຊົງສະຫງ່າຣາສີນັ້ນ ຢ່າມີການເລືອກໜ້າຄົນ.
[2] ຖ້າວ່າມີຄົນຫນຶ່ງຖືແຫວນຄຳ ແລະແຕ່ງຕົວງົດງາມເຂົ້າມາໃນທີ່ປະຊຸມຂອງ^ພວກເຈົ້າ ແລະມີຄົນທຸກຈົນຜູ້ໜຶ່ງນຸ່ງເຄື່ອງເປື້ອນເປິເຂົ້າມາເໝືອນກັນ.
[3] ຖ້າພວກເຈົ້າຈະສົນໃຈໃນຄົນທີ່ແຕ່ງຕົວງົດງາມນັ້ນ ແລະທັງກ່າວທັກທາຍປາໄສຮັບຕ້ອນຜູ້ນັ້ນວ່າ, “ເຊີນນັ່ງບ່ອນເໝາະສົມນີ້ເທີ້ນ” ແລະໃນຂະນະ^ດຽວກັນ^ນັ້ນ ເຈົ້າຈະກ່າວແກ່ຄົນທຸກຈົນນັ້ນວ່າ, “ໃຫ້ເຈົ້າຢືນຢູ່ຫັ້ນ” ຫລື “ໃຫ້ເຈົ້ານັ່ງທີ່ຕັ່ງຮອງຕີນເຮົານີ້.”
[4] ຖ້າເຮັດດັ່ງນັ້ນ ພວກເຈົ້າເປັນຜູ້ແບ່ງຊັ້ນວັນນະ ແລະກາຍເປັນຜູ້ຕັດສິນຄົນ ດ້ວຍຄວາມ^ຄິດອັນຊົ່ວບໍ່ແມ່ນບໍ?
[5] ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາ^ເອີຍ, ຈົ່ງຟັງເທີ້ນ ພຣະເຈົ້າໄດ້ເລືອກເອົາຄົນທຸກຈົນໃນໂລກນີ້ ໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະໃຫ້ເປັນຜູ້ຮັບແຜ່ນດິນຂອງ^ພຣະອົງ ທີ່ພຣະອົງຊົງສັນຍາໄວ້ສຳລັບຄົນທີ່ຮັກພຣະອົງ.
[6] ແຕ່ພວກເຈົ້າໄດ້ໝິ່ນປະໝາດຄົນທຸກຈົນ ແມ່ນຜູ້ໃດທີ່ໄດ້ກົດຂີ່ພວກເຈົ້າ ແລະຈັບພວກເຈົ້າຂຶ້ນສານ ບໍ່ແມ່ນຄົນຮັ່ງມີນັ້ນບໍ?
[7] ບໍ່ແມ່ນພວກເຂົານັ້ນຫລື ທີ່ເວົ້າໝິ່ນປະໝາດຕໍ່ພຣະນາມອັນປະເສີດ ຊຶ່ງພວກເຈົ້າກໍເປັນຂອງ^ພຣະອົງ?
[8] ຖ້າເຈົ້າ^ທັງຫລາຍເຮັດຕາມພຣະຣາຊບັນຍັດໂດຍຄົບຖ້ວນຕາມພຣະຄຳພີ ຂໍ້ທີ່ວ່າ, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.” ພວກເຈົ້າກໍເຮັດຖືກຕ້ອງແລ້ວ.
[9] ແຕ່ຖ້າພວກເຈົ້າເລືອກຊັ້ນວັນນະ ພວກເຈົ້າກໍເຮັດຜິດໃນຖານເຮັດບາບ ແລະກົດບັນຍັດກໍລົງໂທດພວກເຈົ້າໃນຖານເປັນຜູ້ຝ່າຝືນກົດບັນຍັດ.
[10] ຜູ້ໃດທີ່ຝ່າຝືນກົດບັນຍັດຂໍ້ໃດ^ຂໍ້ໜຶ່ງ ຜູ້ນັ້ນກໍຜິດໃນຖານຝ່າຝືນກົດບັນຍັດທັງໝົດ.
[11] ດ້ວຍວ່າ, ພຣະອົງຜູ້ທີ່ກ່າວວ່າ, “ຢ່າຫລິ້ນຊູ້^ສູ່ຜົວເມຍ” ກໍຍັງຊົງກ່າວອີກວ່າ, “ຢ່າຂ້າຄົນ.” ເຖິງແມ່ນວ່າ ເຈົ້າບໍ່ໄດ້ຫລິ້ນຊູ້^ສູ່ຜົວເມຍ ແຕ່ໄດ້ຂ້າຄົນ ເຈົ້າກໍກາຍເປັນຜູ້ທີ່ຝ່າຝືນກົດບັນຍັດແລ້ວ.
[12] ເຈົ້າ^ທັງຫລາຍຈົ່ງເວົ້າແລະເຮັດ ເໝືອນຢ່າງຄົນທີ່ກຳລັງຈະໄດ້ຮັບການ^ພິພາກສາ ດ້ວຍກົດທີ່ໃຫ້ມີເສລີພາບ.
[13] ເພາະວ່າ ໃນການ^ພິພາກສາ ພຣະເຈົ້າຈະບໍ່ຊົງສຳແດງຄວາມ^ເມດຕາ ຕໍ່ຜູ້ທີ່ບໍ່ໄດ້ສະແດງຄວາມ^ເມດຕາ ສ່ວນຄວາມ^ເມດຕາ ຍ່ອມມີໄຊຊະນະເໜືອການ^ພິພາກສາ.
[14] ພີ່ນ້ອງທັງຫລາຍຂອງເຮົາ^ເອີຍ, ຖ້າຄົນໜຶ່ງເວົ້າວ່າຕົນມີຄວາມເຊື່ອ ແຕ່ບໍ່ມີການປະຕິບັດ ຈະມີປະໂຫຍດຫຍັງ? ຄວາມເຊື່ອແບບນັ້ນ ຈະເຮັດໃຫ້ລາວພົ້ນໄດ້ບໍ?
[15] ຖ້າພີ່ນ້ອງຊາຍຍິງຄົນໃດ ບໍ່ມີເຄື່ອງນຸ່ງຫົ່ມແລະຂາດເຂີນອາຫານປະຈຳວັນ,
[16] ແລະມີຄົນໃດໃນພວກເຈົ້າເວົ້າແກ່ເຂົາວ່າ, “ຈົ່ງໄປເປັນສຸກເທີ້ນ ຂໍໃຫ້ອົບອຸ່ນແລະກິນອີ່ມ” ແຕ່ບໍ່ໄດ້ໃຫ້ສິ່ງຂອງທີ່ເຂົາຕ້ອງການສຳລັບຕົວນັ້ນ ຈະເປັນປະໂຫຍດອັນໃດ?
[17] ດັ່ງນັ້ນແຫລະ ຄວາມເຊື່ອກໍຢ່າງດຽວກັນ ຖ້າບໍ່ມີການປະຕິບັດ ກໍຕາຍແລ້ວ.
[18] ແຕ່ບາງຄົນຈະກ່າວວ່າ, “ຝ່າຍເຈົ້າ ເຈົ້າມີຄວາມເຊື່ອ ແຕ່ຝ່າຍຂ້ອຍມີການປະຕິບັດ.” ຈົ່ງສະແດງໃຫ້ເຮົາເຫັນຄວາມເຊື່ອຂອງ^ເຈົ້າ ຊຶ່ງບໍ່ມີການປະຕິບັດ ແລະຝ່າຍເຮົາຈະສະແດງໃຫ້ເຈົ້າເຫັນຄວາມເຊື່ອຂອງເຮົາ ດ້ວຍການປະຕິບັດຂອງເຮົານັ້ນ.
[19] ຝ່າຍພວກເຈົ້າທີ່ເຊື່ອວ່າ ມີພຣະເຈົ້າແຕ່ອົງດຽວນັ້ນກໍດີຢູ່ແລ້ວ, ສ່ວນພວກຜີມານຮ້າຍກໍເຊື່ອເໝືອນກັນ ແລະມັນກໍຢ້ານຈົນຕົວສັ່ນ.
[20] ໂອ ຄົນໂງ່^ເອີຍ, ເຈົ້າຢາກຮຽນຮູ້ຫລືວ່າ ຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນກໍໄຮ້ຜົນ?
[21] ອັບຣາຮາມບັນພະບຸລຸດຂອງ^ພວກເຮົາຖືກພຣະເຈົ້າຊົງຮັບວ່າ ເປັນຄົນຊອບທຳຕໍ່ໜ້າພຣະອົງ ກໍໂດຍການປະຕິບັດຂອງ^ເພິ່ນ ໃນການຖວາຍອີຊາກລູກຊາຍຂອງ^ເພິ່ນເທິງແທ່ນບູຊາ.
[22] ເຈົ້າກໍເຫັນແລ້ວວ່າ ຄວາມເຊື່ອກັບການປະຕິບັດຂອງ^ເພິ່ນ ກໍໄປຄວບຄູ່ກັນ, ຄວາມເຊື່ອຂອງ^ເພິ່ນຖືກເຮັດໃຫ້ດີຄົບຖ້ວນໄດ້ ກໍໂດຍການປະຕິບັດ,
[23] ແລະກໍສຳເລັດຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ອັບຣາຮາມເຊື່ອພຣະເຈົ້າ ແລະຍ້ອນຄວາມເຊື່ອນັ້ນ ພຣະອົງຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທຳ.” ດັ່ງນັ້ນແຫລະ ພຣະອົງຈຶ່ງເອີ້ນອັບຣາຮາມວ່າ, “ສະຫາຍຂອງ^ພຣະເຈົ້າ.”
[24] ເຈົ້າ^ທັງຫລາຍກໍເຫັນແລ້ວວ່າ ຜູ້ໃດຈະໄດ້ຊົງຖືວ່າເປັນຄົນຊອບທຳ ກໍເນື່ອງດ້ວຍຄວາມເຊື່ອທີ່ມີການປະຕິບັດ ແລະບໍ່ແມ່ນດ້ວຍຄວາມເຊື່ອພຽງຢ່າງດຽວ.
[25] ໃນທຳນອງ^ດຽວກັນກັບນາງຣາຮາບ ຍິງໂສເພນີໄດ້ຮັບຕ້ອນຜູ້ສົ່ງຂ່າວ ແລ້ວໃຫ້ເຂົາກັບເມືອເສຍທາງອື່ນ ກໍໄດ້ຊົງຖືວ່າຊອບທຳ ເນື່ອງດ້ວຍການປະຕິບັດ ບໍ່ແມ່ນບໍ?
[26] ເຫດວ່າ ຮ່າງກາຍທີ່ບໍ່ມີຈິດວິນຍານ ກໍຕາຍແລ້ວສັນໃດ ຄວາມເຊື່ອທີ່ບໍ່ມີການປະຕິບັດ ກໍຕາຍແລ້ວສັນນັ້ນເໝືອນກັນ.